ລາຊາທິປະໄຕ

ລາຊາທິປະໄຕ (ຄຳເຄົ້າ: ຣາຊາທິປະຕັຍ,ອັງກິດ: monarchy, ຝຣັ່ງ: monarchie) () ແມ່ນຮູບແບບການປົກຄອງບ່ອນຕຳແໜ່ງປະມຸກແຫ່ງລັດ ໂດຍປົກກະຕິແມ່ນຖືຢູ່ຈົນຮອດສິ້ນພະຊົນຫຼືສະຫຼະລາຊະສົມບັດ.

ສ່ວນຫຼາຍມັກໄດ້ອຳນາດມາໂດຍການສືບລາຊະສົມບັດ ແລະໂດຍປົກກະຕິມັກໃຫ້ແກ່ພະບໍລົມມະວົງສານຸວົງແຫ່ງລາຊະວົງ ເຊິ່ງປົກຄອງຢູ່ກ່ອນຢ່າງເປັນທາງການ.

ພະມະຫາກະສັດມັກມີຖານັນດະລະສັກເປັນພະລາຊາຫຼືພະລາຊິນີ ຢ່າງໃດກໍດີ ຈັກກະພັດ/ຈັກກະພັດດິນີ, ກະລັງດຸກ/ກະລັງດຸຍເຊ, ເຈົ້າຊາຍ/ເຈົ້າຍິງ ແລະຄຳອື່ນ ຖືກໃຊ້ເພື່ອລະບຸຕຳແໜ່ງພະມະຫາກະສັດນຳ ແມ່ນຄຳວ່າ "monarch" ມາຈາກຄຳວ່າ "ຜູ້ປົກຄອງຜູ້ດຽວ" ແຕ່ໂດຍປະເພນີ ປະມຸກແຫ່ງລັດເຊິ່ງມີຕຳແໜ່ງປະທານປະເທດຫຼືຜູ້ນຳ (premier) ບໍ່ຖືກພິຈາລະນາວ່າເປັນພະມະຫາກະສັດຢ່າງເປັນທາງການ.

ປະເພດຂອງລາຊາທິປະໄຕ

ລາຊາທິປະໄຕ ຄື ການທີ່ມີປະມຸກເປັນກະສັດ ແບ່ງອອກຕາມຂອບເຂດ ພະລາຊະອຳນາດແມ່ນ

  1. ສົມບູລະນະຍາສິດທິລາດ (Absolute monarchy) ກະສັດເປັນປະມຸກສູງສຸດຂອງລັດການບໍລິຫານ
  2. ປໍຣະມິດຕາຍາສິດທິລາດ (Limited monarchy) ກະສັດເປັນປະມຸກທີ່ມີອຳນາດຈຳກັດ ເຊັ່ນ ລາຊາທິປະໄຕພາຍໃຕ້ລັດຖະທຳມະນູນ (Constitutional monarchy) ເຊິ່ງພະລາຊະອຳນາດຈະຈຳກັດຢູ່ພາຍໃຕ້ລັດຖະທຳມະນູນ

ການຫຼົ້ມສະຫຼາຍຂອງລາຊາທິປະໄຕ

ເບິ່ງຕື່ມຢູ່ ລາຊາທິປະໄຕທີ່ຖືກລົ້ມລ້າງ

ລາຊາທິປະໄຕອາດເຖິງຈຸດຈົບໄດ້ຫຼາຍວິທີດ້ວຍກັນ ເຊັ່ນ ອາດຈະມີການປະຕິວັດໂຄ່ນລົ້ມລາຊະວົງເກີດຂຶ້ນ ຫຼືຢ່າງໃນອິຕາລີຫຼືກີດ ປະຊາຊົນລົງປະຊາມະຕິຕັ້ງສາທາລະນະລັດເຮັດໃຫ້ລາຊາທິປະໄຕເຖິງຈຸດສິ້ນສຸດ ໃນບາງກໍລະນີ ເຊັ່ນ ໃນອັງກິດແລະແອສປາຍ ລາຊາທິປະໄຕຖືກໂຄ່ນລົ້ມລົງຫຼືໄດ້ຮັບການຟື້ນຟູຂຶ້ນໃໝ່ໃນພາຍຫຼັງ ຫຼັງຈາກທີ່ຈັກກະພັດນະໂປລຽນທີ່ 1 ຊາວຝຣັ່ງໄດ້ຟື້ນຟູລາຊະວົງບູບົງຂຶ້ນມາໃໝ່ຫຼັງຈາກຖືກສາທາລະນະລັດຂອງນະໂປລຽນຍົກເລີກໄປ

ເບິ່ງຕື່ມ

Tags:

ພາສາຝຣັ່ງພາສາອັງກິດລັດຮູບແບບການປົກຄອງ

🔥 Trending searches on Wiki ລາວ:

ຈຳນວນສົນຈໍຈີໂອ ເກຍລິນີທາດດຳເກມສາທາລະນະລັດການຜະລິດ, ຕົ້ນທຶນ ແລະ ລາຄາ1 ມິຖຸນາປະເທດເອຢິບແຂວງຄຳມ່ວນມະຫາສະໝຸດເດວິດ ເບກເຄມຄ.ສ. 2005ອາໂນນ ຊວາເຊເນກເກີປ່າເລົ່າ28 ມີນາຄວາມລົ້ມເຫຼວຂອງຕະຫຼາດອາກອນຊົມໃຊ້ສະຖານີວິທະຍຸໂທລະພາບໄທທີວີສີຊ່ອງ 3ອິນເຕີຣ໌ເນັຕ ໂປຣໂຕໂຄລການຮຸກຮານຢູ​ເຄຣນຂອງລັດເຊຍ 2022ການຈັດການການຜະລິດແລະການດຳເນີນງານທັນວາເມືອງບຸນໃຕ້ເມືອງປາກເຊປະເທດອິນເດຍແຮ່ໄພໄຣມຸນ ແຈ-ອິນຈັງຫວັດພະນະຄອນແຂວງສາລະວັນພາສາສາດແມວລະດູຝົນມາຕຣິກປະລາສະຕິກ4 ເມສາລັດແມສຊາຊູເຊຕສ໌ແຂວງຜົ້ງສາລີປະເທດແອນຊານວາດໍຊຽງຂວາງເກມ2022ໄມໂຄຣຊອບສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ເພງຊາດລາວຫ່ານຢິ່ງຢີ້ພາສາເຊປະເທດລິດຕົວນີກູເກິລ14 ມີນາເນື້ອຫາເສລີເລເຈບ ໄຕຢິບ ແອໂດກັນຫມາຍເລກໄອພີພາສາອິນໂດເນຊຽນຍຸກຄຣີເຕຊຽດປາກຊັນລົດໄຟລາວ-ຈີນສະຫະລັດພາສາອາຣັບລະບົບປະຕິບັດການຫມູ່ບ້ານເຜົ່າອາລັກແຂວງຫຼວງພະບາງແກງຈືດ23 ພະຈິກການສໍາເລັດຄວາມໃຄ່ດ້ວຍຕົນເອງພາສາແອັດສະປາຍ🡆 More