ປະເທດກຳປູເຈຍ

ກຳປູເຈຍ (ຂະແມ: កម្ពុជា) ຊື່ຢ່າງເປັນທາງການແມ່ນ ລາຊະອານາຈັກ ກຳປູເຈຍ (ຂະແມ: ព្រះរាជាណាចក្រកម្ពុជា) ເປັນປະເທດທີ່ຕັ້ງຢູ່ໃນພາກໃຕ້ຂອງແຫຼມອິນດູຈີນໃນອາຊີຕາເວັນອອກສຽງໃຕ້ ມີພື້ນທີ່ 181,035 ຕາລາງກິໂລແມັດມີຊາຍແດນທິດຕາເວັນຕົກຕິດຕໍ່ກັບປະເທດໄທ ທິດເໜືອຕິດກັບປະເທດໄທ ແລະ ປະເທດລາວ ທິດຕາເວັນອອກ ແລະ ທິດໃຕ້ຕິດກັບຫວຽດນາມ ແລະ ທິດຕາເວັນຕົກສຽງໃຕ້ຕິດກັບອ່າວໄທ ດ້ວຍປະຊາກອນຫຼາຍກວ່າ 15 ລ້ານຄົນ ກຳປູເຈຍເປັນປະເທດທີ່ມີປະຊາກອນຫຼາຍທີ່ສຸດອັນດັບທີ 66 ຂອງໂລກ ສາສະໜາພຸດນິກາຍເຖຣະວາດເປັນສາສະໜາປະຈຳຊາດ ເຊິ່ງປະຊາກອນກຳປູເຈຍນັບຖືຫຼາຍກວ່າ 97% ຊົນເຜົ່າກຸ່ມນ້ອຍໃນປະເທດນີ້ມີຊາວຫວຽດນາມ ຊາວຈີນ ຊາວຈາມ ແລະ ຊາວຫຼາຍກວ່າ 30 ເຜົ່າ ເມືອງຫຼວງ ແລະ ເມືອງໃຫຍ່ທີ່ສຸດ ແມ່ນ ພະນົມເປັນ ເຊິ່ງເປັນສູນກາງທາງການເມືອງ, ເສດຖະກິດ ແລະ ວັດທະນະທຳ

ລາຊະອານາຈັກ ກຳປູເຈຍ

ព្រះរាជាណាចក្រកម្ពុជា (ຂະແມ)
ທຸງຊາດກຳປູເຈຍ
ທຸງຊາດ
ເຄື່ອງໝາຍຊາດຂອງກຳປູເຈຍ
ເຄື່ອງໝາຍຊາດ
ຄຳຂວັນ
ជាតិ សាសនា ព្រះមហាក្សត្រ
"ຊາດ ສາສະໜາ ພະມະຫາກະສັດ"
ເພງຊາດបទនគររាជ
ນະຄອນລາດ
ປະເທດກຳປູເຈຍ
ປະເທດກຳປູເຈຍ
ທີ່ຕັ້ງຂອງ ປະເທດກຳປູເຈຍ  (ຂຽວ)

ໃນອາຊຽນ  (ເທົາເຂັ້ມ)  —  [ຄຳອະທິບາຍສັນຍະລັກ]

ເມືອງຫຼວງ
ແລະ ເມືອງໃຫຍ່ທີ່ສຸດ
ພະນົມເປັນ
11°33′N 104°55′E / 11.550°N 104.917°E / 11.550; 104.917 104°55′E / 11.550°N 104.917°E / 11.550; 104.917
ພາສາລັດຖະການຂະແມ
ພາສາລັດຖະການທີ່ຍອມຮັບພາສາພື້ນເມືອງກວ່າ 19 ພາສາ
ອັກສອນລັດຖະການອັກສອນຂະແມ
ກຸ່ມຊົນເຜົ່າ
(2019)
  • 95.6% ຂະແມ
  • 2.4% ຈາມ
  • 1.5% ຈີນ
  • 0.2% ຫວຽດນາມ
  • 0.3% ອື່ນໆ
ສາສະໜາ
(2019)
  • 97.1% ພຸດ (ສາສະໜາປະຈຳຊາດ)
  • 2.0% ອິດສະລາມ
  • 0.3% ຄຣິດ
  • 0.5% ອື່ນໆ
ເດມະນິມ
  • ຊາວກຳປູເຈຍ
  • ຂະແມ
ການປົກຄອງລັດດ່ຽວ ລະບົບພັກເດັ່ນ ລະບົບລັດຖະສະພາ ລາຊາທິປະໄຕໂດຍເລືອກຕັ້ງ ລາຊາທິປະໄຕພາຍໃຕ້ລັດຖະທຳມະນູນ
• ພະມະຫາກະສັດ
ສົມເດັດພະເຈົ້າມະຫາຊີວິດ ໂນໂຣດົມ ສີຫາໂມນີ
• ນາຍົກລັດຖະມົນຕີ
ທ່ານຮູນ ມາເນດ Hun Manet (2023-)
• ປະທານສະພາຜູ້ແທນລາຊະດອນ
ສົມເດັດວິບູນເສນາ ພັກດີ ໄຊສູມ
• ປະທານລັດຖະສະພາ
ສົມເດັດພະມະຫາພະຍາຈັກກະຣີ ເຮງ ຊຳລິນ
ສະພານິຕິບັນຍັດສະພາຜູ້ແທນລາຊະດອນ
ພຶຖະສະພາ
• ສະພາລຸ່ມ
ລັດຖະສະພາ
ກໍ່ຕັ້ງ
• ອານາຈັກຟູນານ
ຄ.ສ. 50/68–ຄ.ສ. 550/627
• ອານາຈັກເຈັນລະ
ຄ.ສ. 550–802
ຄ.ສ. 802–1431
• ຍຸກມືດ
ຄ.ສ. 1431–1863
• ອາລັກຂາຂອງຝຣັ່ງ
11 ສິງຫາ ຄ.ສ. 1863
• ປະກາດອິດສະຫຼະພາບ
9 ພະຈິກ ຄ.ສ. 1953
• ເປັນທີ່ຍອມຮັບຈາກສະຫະປະຊາຊາດ
14 ທັນວາ ຄ.ສ. 1955
• ຂໍ້ຕົກລົງສັນຕິພາບຂອງປາຣີ
23 ຕຸລາ ຄ.ສ. 1991
• ລັດຖະທຳມະນູນສະບັບປັດຈຸບັນ
24 ກັນຍາ ຄ.ສ. 1993
• ຖະແຫຼງການ​ອາ​ຊຽນ
30 ເມສາ ຄ.ສ. 1999
ພື້ນທີ່
• ລວມ
181,035 ຕາລາງກິໂລແມັດ (69,898 ຕາລາງໄມລ໌) (ອັນດັບທີ 88)
2.5
ປະຊາກອນ
• ສຳມະໂນປະຊາກອນ 2019
Increase15,552,211 (ອັນດັບທີ 73)
87 ຕໍ່ຕາລາງກິໂລແມັດ (225.3 ຕໍ່ຕາລາງໄມລ໌) (ອັນດັບທີ 96)
GDP (ອຳນາດຊື້)2019 (ປະມານ)
• ລວມ
76.635 ຕື້ໂດລາສະຫະລັດ
• ຕໍ່ຫົວ
4,645 ໂດລາສະຫະລັດ
GDP (ລາຄາຕະຫຼາດ)2019 (ປະມານ)
• ລວມ
26.628 ຕື້ໂດລາສະຫະລັດ
• ຕໍ່ຫົວ
1,614 ໂດລາສະຫະລັດ
ຈີນີ (2013)36.0
ປານກາງ
HDI (2019)Increase 0.594
ປານກາງ · ອັນດັບ 144
ສະກຸນເງິນຣຽວ (៛) (KHR)
ເຂດເວລາUTC+7 (ເວລາອິນດູຈີນ)
ຮູບແບບວັນທີວວ/ດດ/ປປປປ
ຂັບລົດດ້ານຂວາ
ລະຫັດໂທລະສັບ+855
ລະຫັດອິນເຕີເນັດ.kh

ລາຊະອານາຈັກກຳປູເຈຍປົກຄອງແບບລາຊາທິປະໄຕພາຍໃຕ້ລັດຖະທຳມະນູນ ໂດຍມີສົມເດັດພະເຈົ້າມະຫາຊີວິດ ໂນໂຣດົມ ສີຫາໂມນີ ມາຈາກການເລືອກຕັ້ງໂດຍລາຊະສະພາເພື່ອລາຊະບັນລັງ ເປັນປະມຸກແຫ່ງລັດ ປະມຸກລັດຖະບານ ແມ່ນ ສົມເດັດພະອັກຄະມະຫາເສນາບໍດີ ເຕໂຈ ຮຸນເຊນ ຜູ້ເຊິ່ງປັດຈຸບັນເປັນຜູ້ນຳທີ່ດຳລົງຕຳແໜ່ງດົນທີ່ສຸດໃນອາຊີຕາເວັນອອກສຽງໃຕ້ ໂດຍໄດ້ປົກຄອງກຳປູເຈຍເປັນໄລຍະເວລາຫຼາຍກວ່າ 25 ປີ

ໃນປີ ພ.ສ. 1345 ພຣະເຈົ້າໄຊວໍຣະມັນທີ 2 ໄດ້​ຂຶ້ນ​ຄອງ​ບັນ​ລັງ​ຕົນ​ເປັນ​ກະ​ສັດ​ ອັນເປັນຈຸດເລີ່ມຕົ້ນຂອງອານາຈັກຂະແມ ອຳນາດ ແລະ ຄວາມຮັ່ງມີມະຫາສານຂອງອານາຈັກຂະແມທີ່ມີມະຫາກະສັດຄອງລາຊະສົມບັດສືບຕໍ່ກັນມານັ້ນໄດ້ມີອິດທິພົນໃນອາຊີຕາເວັນອອກສຽງໃຕ້ເປັນເວລາຫຼາຍກວ່າ 600 ປີ ກຳປູເຈຍຖືກປົກຄອງເປັນເມືອງຂຶ້ນຂອງປະເທດເພື່ອນບ້ານ ຈົນເມື່ອຝຣັ່ງຍຶດເປັນອານານິຄົມໃນກາງຄຣິດສັກກະລາດທີ 19 ກຳປູເຈຍໄດ້ຮັບເອກະລາດໃນປີ ພ.ສ. 2496 ສົງຄາມຫວຽດນາມໄດ້ຂະຫຍາຍເຂົ້າສູ່ໃນກຳປູເຈຍ ເຮັດໃຫ້ຂະເໝນແດງຂຶ້ນສູ່ອຳນາດ ເຊິ່ງຍຶດເມືອງຫຼວງພະນົມເປນໄດ້ໃນປີ ພ.ສ. 2518 ກ່ອນທີ່ຈະເພີ່ມຂຶ້ນຫຼາຍປີຕໍ່ມາພາຍຫຼັງໃນເຂດອິດທິພົນສັງຄົມນິຍົມເປັນສາທາລະນະລັດປະຊາຊົນກຳປູເຈຍຈົນຮອດເມື່ອປີ ພ.ສ. 2536 ພາຍຫຼັງສົນທິສັນຍາສັນຕິພາບປາຣີ ພ.ສ. 2534 ເຊິ່ງເປັນກາງຍຸຕິສົງຄາມກັບຫວຽດນາມຢ່າງເປັນທາງການ ກຳປູເຈຍຖືກຄວບຄຸມໂດຍສະຫະປະຊາຊາດໃນຊ່ວງເວລາສັ້ນໆ (ຄ.ສ. 1992-1993) ຫຼັງຈາກຫຼາຍປີແຫ່ງການໂດດດ່ຽວ ຊາດເຊິ່ງເສຍຫາຍຈາກສົງຄາມກໍໄດ້ລວມເຂົ້າດ້ວຍກັນອີກຄັ້ງພາຍໃຕ້ລະບອບລາຊາທິປະໄຕໃນປີດຽວກັນ

ໃນການບູລະນະປະເທດຫຼັງສົງຄາມກາງເມືອງດົດຫຼາຍທົດສະວັດ ກຳປູເຈຍມີຄວາມຄືບໜ້າຢ່າງວ່ອງໄວໃນດ້ານເສດຖະກິດ ແລະ ຊັບ​ພະ​ຍາ​ກອນ​ມະ​ນຸດ ປະເທດກຳປູເຈຍໄດ້ມີໜຶ່ງໃນບັນທຶກເສດຖະກິດທີ່ດີທີ່ສຸດໃນອາຊີ ໂດຍອັດຕາການເຕີບໂຕທາງເສດຖະກິດສະເລ່ຍ 6.0% ເປັນເວລາດົນນານ 10 ປີ ຂະແໜງສິ່ງທໍ ກະສິກຳ ກໍ່ສ້າງ ເສື້ອຜ້າ ແລະ ການທ່ອງທ່ຽວທີ່ເຂັ້ມແຂງໄດ້ນຳໄປສູ່ການລົງທຶນຈາກຕ່າງຊາດ ແລະ ການຄ້າລະຫວ່າງປະເທດ ໃນປີ 2005 ມີການພົບແຫຼ່ງນ້ຳມັນ ແລະ ແກ​ັ​ສ​ທໍາ​ມະ​ຊາດ ໃຕ້​ເຂດ​ນ່ານ​ນ້ຳ​ຂອງ​ກຳປູ​ເຈຍ ການຂຸດເຈາະການຄ້າເລີ່ມຕົ້ນໃນປີ 2013 ລາຍໄດ້ຈາກນ້ຳມັນສາມາດມີຜົນຕໍ່ເສດຖະສິດກຳປູເຈຍຢ່າງຫຼວງຫຼາຍ

ກຳປູເຈຍເປັນສະມາຊິກຂອງອົງການສະຫະປະຊາຊາດຕັ້ງແຕ່ປີ 1955 ລວມເຖິງຄວາມຮ່ວມມືຮຸ້ນສ່ວນທາງເສດຖະກິດລະດັບພາກພື້ນ ການປະຊຸມສຸດຍອດອາຊີຕາເວັນອອກ ອົງການການຄ້າໂລກ ຂະບວນການທີ່ບໍ່ສອດຄ່ອງ ແລະ ອົງການລະຫວ່າງປະເທດຂອງກຸ່ມປະເທດທີ່ໃຊ້ພາສາຝຣັ່ງ ຕາມລາຍງານຂອງອົງການລະຫວ່າງປະເທດຫຼາຍແຫ່ງ ບັນຫາຫຼັກຂອງປະເທດແມ່ນຄວາມຍາກຈົນ ການສໍ້​ລາດ​ບັງ​ຫຼວງ ການຂາດເສລີພາບທາງການເມືອງ ອັດຕາການພັດທະນາມະນຸດຕ່ຳ ແລພ ຄວາມອົດຢາກສູງ

ນະຄອນ ແລະ ແຂວງ

ປະເທດກຳປູເຈຍ ແບ່ງເຂດປົກຄອງອອກເປັນ 20 ແຂວງ (ພາສາອັງກິດ: provinces; ພາສາຂະເໝນ: ខេត្ត(ເຂດ)) ແລະ 4 ນະຄອນ (ພາສາອັງກິດ: municipalities; ພາສາຂະເໝນ: ក្រុង(ກຣົງ))

ປະເທດກຳປູເຈຍ 
ຊື່ ເມືອງເອກ ເນື້ອທີ່ (km²) ປະຊາກອນ
(ປີ 1998)
1. ແຂວງບັນຕຽຍມຽນແຈັຍ (Banteay Meanchey) ເມືອງສີໂສພົນ 6,679 577,772
2. ແຂວງບັດຕຳບອງ (Battambang) ເມືອງບັດຕຳບອງ 11,702 793,129
3. ແຂວງກຳປົງຈາມ (Kampong Cham) ເມືອງກຳປົງຈມ 9,799 1,608,914
4. ແຂວງກຳປົງຊນັງ (Kampong Chhnang) ເມືອງກຳປົງຊນັງ 5,421 417,693
5. ແຂວງກຳປົງເສປີ (Kampong Speu) ເມືອງກຳປົງເສປີ 7,017 598,882
6. ແຂວງກຳປົງທົມ (Kampong Thom) ເມືອງກຳປົງທົມ 13,814 569,060
7. ແຂວງກຳປົດ (Kampot) ເມືອງກຳປົດ 4,873 528,405
8. ແຂວງກັນດາລ (Kandal) ເມືອງທ່າເຂມາ 3,568 1,075,125
9. ແຂວງເກາະກົງ (Koh Kong) ເມືອງເກາະກົງ 11,160 132,106
10. ນະຄອນເເກັບ (Kep) - 336 28,660
11. ແຂວງກຣະເຈ (Kratié) ເມືອງກຣະເຈ 11,094 263,175
12. ແຂວງມົງດຸລຄີຣີ (Mondulkiri) ເມືອງສະແໜມໂນຣົມ 14,228 32,407
13. ແຂວງໂອດດາຣ໌ມຽນແຈັຍ (Oddar Meancheay) ເມືອງສຳໂຣງ 6,158 68,279
14. ນະຄອນໄພລິນ (Pailin) - 803 22,906
15. ນະຄອນພະນົມເປັນ (Phnom Penh) - 376 2,009,264
16. ນະຄອນສີຫານຸກວິລ (Sihanoukville, Kampong Som) - 868 235,190
17. ແຂວງເປຣັຍວິເຮຍ (Preah Vihear) ເມືອງພະນົມຕະເບັງມຽນແຈັຍ 13,788 119,261
18. ແຂວງໂພທິສັດ (Pursat) ເມືອງໂພທິສັດ 12,692 360,445
19. ແຂວງເປຣວຽງ (Prey Veng) ເມືອງເປຣຢວຽງ 4,883 946,042
20. ແຂວງຣັດຕະນະຄີຣີ (Ratanakiri) ເມືອງບ້ານລຸງ 10,782 94,243
21. ແຂວງສຽມຣຽບ (Siem Reap) ເມືອງສຽມຣຽບ 10,299 696,164
22. ແຂວງສະຕຶງເເຕຣງ (Stung Treng) ເມືອງສະຕຶງເເຕຣງ 11,092 81,074
23. ແຂວງສວາຍຣຽງ (Svay Rieng) ເມືອງສວາຍຣຽງ 2,966 478,252
24. ແຂວງຕາແກ້ວ (Takéo) ເມືອງຕາແກ້ວ 3,563 790,168

ອ້າງອີງ

Tags:

ນິກາຍເຖຣະວາດປະເທດລາວປະເທດຫວຽດນາມປະເທດໄທພະນົມເປັນພາສາຂະແມສາສະໜາພຸດອາຊີຕາເວັນອອກສຽງໃຕ້ອ່າວໄທແຫຼມອິນດູຈີນ

🔥 Trending searches on Wiki ລາວ:

ແບກມູດວັນສຸກຮົງກົງເມືອງສັງທອງພາສາຝຣັ່ງໂພນໂຮງກະລີຍຸກທະວີບເອີຣົບປະເທດໄອຣ໌ແລນດ໌ບໍລິສັດວິທະຍຸກະຈາຍສຽງແຫ່ງຊາດລະບົບສຸລິຍະທະວີບອາເມຣິກາ9 ກັນຍາແຂວງອັດຕະປືການຄ້າ15 ກໍລະກົດພາສາເຊັກໂທລະຄົມມະນາຄົມເມືອງສີສັດຕະນາກເມືອງໄຊທານີປະລະມານູເກັນຊິນອິມແພກສະຫະພັນສາທາລະນະລັດສັງຄົມນິຍົມໂຊວຽດລັດເຊຍຫຸ່ນຍົນສາດເມືອງຍອດອູຄຳນາມປະສົມປະເທດສີລັງກາປະເທດສິງກະໂປສາດສະໜາອັບລາຮຳສຸຂະພາບພັນທຸສາດສານພຸດທະສາສະໜາ18 ເມສາທົ່ງໄຫຫີນເອກະລາດແຂວງຫຼວງນໍ້າທາປະເທດແບນຊິກ24 ທັນວາປຶ້ມເນື້ອທີ່ແຂວງສາລະວັນການຊອກຄ່າເໝາະສົມ (ຄະນິດສາດ)12 ຕຸລາມະຫາເທ ມູຮັມໝັດໄກ່ໂທລະພາບຄວາມລະອຽດສູງວິກິພີເດຍພາສາລາວເສດຖະກິດສັງຄົມອຸດສາຫະກຳຄຳ (ພາສາສາດ)ແຂວງໄຊສົມບູນຄະນິດສາດພາສາສາດສິ່ງມີຊີວິດຄິດຕະສະຕະວັດທີ່ 20ປະເທດໂຄໂຊໂວລະບອບປະຊາທິປະໄຕພາສາລາແຕງອຳນາດຕຸລາການປະເທດເປຣູວັນກຳມະກອນສາກົນສັດກິນຊີ້ນລາດາຫໍພະແກ້ວວິສາຂະບູຊາທົດສະວັດ 1980ປະເທດຈີນເຈ້ຍການເມືອງອົງການຈັດຕັ້ງຈູມມະລີ ໄຊຍະສອນ🡆 More