ປະທານຂອງກຸ່ມ ທີ່ໄດ້ຈາກການເລືອກຕັ້ງຄົນປັດຈຸບັນ ແມ່ນ ຫຼວງພໍ່ Yung-Ji Lin ກຸ່ມນີ້ມີຄວາມເຊື່ອທາງສາສະໜາຫຼັກ ເຊິ່ງວ່າມີພະເຈົ້າພຽງອົງດຽວ ແລະ ເຊື່ອໃນຄຳສອນຂອງພະເຢຊູ.
ຄຳສອນຫຼັກ ໑໐ ປະການ
ວິນຍານສັກສິດ : ການເວົ້າອັນແຈ່ມແຈ້ງ ສະແດງເຖິງຈິດວິນຍານອັນສັກສິດ ເປັນການຮັບຮອງ ທີ່ພວກເຮົາສືບທອດກັນມາເທິງອານາຈັກແຫ່ງສະຫວັນ. ພິທີລ້າງບາບ : ພິທີສີນລ້າງບາບ ຫຼືສີນຈຸ່ມ ເປັນການໃຫ້ສັດຕະຍາບານ ເພື່ອລົບລ້າງບາບ ແລະລິເລີ່ມຕົ້ນຊີວິດໃໝ່ ພິທີສີນລ້າງແດ່ ຕ້ອງເຮັດໃນສະຖານທີ່ເຊິ່ງມີນ້ຳຕາມທຳມະຊາດ ເຊັ່ນ ແມ່ນ້ຳ ທະເລ ຫຼືນ້ຳພຸຕາມທຳມະຊາດ. ຜູ້ເຮັດພິທີນີ້ແລ້ວ ແມ່ນຜູ້ໄດ້ຮັບ ວິນຍານອັນສັກສິດ ເຊິ່ງເປັນສື່ລະຫວ່າງຜູ້ເຮັດພິທີ ແລະພະເຢຊູຄິດ ໃນການເຮັດພິທີ ຜູ້ທີ່ໄດ້ຮັບການເຮັດພິທີ ຕ້ອງດຳລົງໃນນ້ຳໃຫ້ມິດ ຕັ້ງແຕ່ຫົວຮອດຕີນ. ພິທີີລ້າງຕີນ : ພິທີຮັບເຂົ້າເປັນຄິສະສາສະນະຊົນແຫ່ງການຊຳລະຕີນ ສາມາດເຮັດໃຫ້ຄົນຜູ້ນັ້ນ ເປັນສ່ວນໜຶ່ງຂອງພະເຢຊູເຈົ້າ ແລ້ວຍັງຖືເປັນການຮັບໃຊ້ປະດຸດສິ່ງເຊິ່ງຢູ່ເປັນນິລັນດອນ ມີໄວ້ເຊິ່ງຄວາມຮັກ, ຄວາມສັກສິດ, ຄວາມອ່ອນນ້ອມຖ່ອມຕົນ, ການໃຫ້ອະໄພ ແລະການຮັບໃຊ້ ທຸກຄົນຜູ້ໄດ້ຮັບນ້ຳໃນ ພິທີຊຳລະບາບ ໃຫ້ຕີນຂອງເຂົາເຈົ້າເຫຼົ່ານັ້ນ ຖືກຊຳລະໃນນາມຂອງພະຄິດ ການສຳລະລ້າງຕີນເຊິ່ງກັນແລະກັນນັ້ນ ບໍ່ວ່າເມື່ອໃດ ກໍ່ຖືວ່າເປັນສິ່ງສົມຄວນ. ສິນມະຫາສະນິດ : ສີນມະຫາສະນິດ ແມ່ນພິທີສັກສິດໃນການລະເລິກຮອດການສິ້ນພະຊົນຂອງພະເຢຊູ ເພື່ອເຮັດໃຫ້ໄດ້ມີສ່ວນຮ່ວມໃນພະກາຍ ແລະພະໂລຫິດຂອງພະຄິດເຈົ້າ ແລະຢູ່ກັບພະອົງເພື່ອໃຫ້ມີຊີວິດຊົ່ວນິລັນດອນ ແລະຢູ່ຈົນເຖິງມື້ຫຼ້າ ເຊິ່ງພິທີນີ້ຄວນຈັດຂຶ້ນເລື້ອຍ ໆ ເທົ່າທີ່ຈະເຮັດໄດ້ ໂດຍໃຊ້ພຽງເຂົ້າຈີ່ແລະນ້ຳອະງຸ່ນ. ມື້ບໍລິສຸດ : ມື້ບໍລິສຸດ, ມື້ທີ 7 ຂອງອາທິດ (ວັນເສົາ), ເປັນມື້ສັກສິດ, ໄດ້ຮັບພອນ ແລະຊ່ອຍໃຫ້ພົ້ນຈາກບາບໂດຍພະຜູ້ເປັນເຈົ້າ ຈະຖືກເຝົ້າເບິ່ງແຍງ ພາຍໃນການສະເຫຼີມສະຫຼອງແຫ່ງການດົນບັນດານ ແລະການໄຖ່ບາບຈາກພະຜູ້ເປັນເຈົ້າຜູ້ງາມສະຫງ່າ ແລະດ້ວຍຄວາມຫວັງແຫ່ງການໄດ້ພັກຢ່າງນິລັນດອນຂອງຊີວິດເຊິ່ງເຂົ້າມາ. ພະເຢຊູ : ພະເຢຊູ ຜູ້ບັງເກີດຂຶ້ນເປັນເນື້ອໜັງ ສິ້ນພະຊົນເທິງໄມ້ກາງເຂນເພື່ອການໄຖ່ບາບ ແລະ ກັບຄືນຊີບໃນມື້ທີສາມ ແລ້ວສະເດັດຂຶ້ນສະຫວັນ ຊົງເປັນຜູ້ໄຖ່ບາບພຽງໜຶ່ງດຽວ ຂອງ ມະນຸດຊາດ ເປັນ ຜູ້ສ້າງສະຫວັນ ແລະ ໂລກ ແລະ ເປັນ ພະເຈົ້າທີ່ແທ້ຈິງພຽງໜຶ່ງດຽວເທົ່ານັ້ນ. ພະຄໍາພີ : ພະຄຳພີ (ເຊິ່ງປະກອບດ້ວຍ ພັນທະສັນຍາເດີມ ແລະພັນທະສັນຍາໃຫມ່) ໄດ້ຮັບການດົນໃຈຈາກພະເຈົ້າ ເປັນຄຳພີແຫ່ງສັດຈະທຳ ແລະເປັນບັນທັດຖານໃນການດຳເນີນຊິວິດຂອງ ຊາວຄິດ. ການໄຖ່ບາບ : ດ້ວຍວ່າເຊິ່ງມະນຸດທັງຫລາຍລອດນັ້ນ ກໍ່ລອດໂດຍພະຄຸນໂດຍຄວາມເຊື່ອ ໂດຍທີ່ພະເຈົ້າຊົງເມດຕາປະທານໃຫ້ ເຈົ້າຕ້ອງເຊື່ອໝັ້ນໃນວິນຍານສັກສິດ ເພື່ອຊັກນຳໄປສູ່ຄວາມສັກສິດ ໃນການເທີດທູນພະເຈົ້າ ແລະ ໃນການຮັກເຫຼົ່າມະນຸດຊາດ. ໂບດ: ໂບດແຫ່ງພະເຢຊູອັນແທ້ຈິງເຊິ່ງຕັ້ງຂຶ້ນໂດຍພະເຢຊູ ຜ່ານ ວິນຍານສັກສິດໃນຊ່ວງແຫ່ງຝົນ ເປັນການບູລະນະກັບຄືນມາ ຂອງໂບດອັນແທ້ຈິງ. ການຕັດສິນຫຼ້າ : ການກັບມາເທື່ອທີສອງ ຂອງ ພະເຈົ້າ ພະເຈົ້າຈະລົງມາຈາກສະຫວັນໃນມື້ຫຼ້າ ເພື່ອພິພາກສາ: ຄົນດີຈະມີຊີວິດນິລັນ ສ່ວນຄົນຊົ່ວຈະຖືກລົງໂທດຕະຫຼອດການ. ອ້າງອີງ
ພະຄິດຕະທຳຄຳພີ ໂດຍ ສະມາຄົມພະຄິດຕະທຳໄທ ເບິ່ງຕື່ມ
Commons
This article uses material from the Wikipedia ລາວ article ນິກາຍໂບດທູຈີຊັດ , which is released under the Creative Commons Attribution-ShareAlike 3.0 license ("CC BY-SA 3.0") ; additional terms may apply (view authors ). ເນື້ອໃນສາມາດໃຊ້ໄດ້ພາຍໃຕ້ CC BY-SA 4.0 ຖ້າບໍ່ແມ່ນຢ່າງອື່ນໃດທີ່ລະບຸໄວ້. Images, videos and audio are available under their respective licenses. ®Wikipedia is a registered trademark of the Wiki Foundation, Inc. Wiki ລາວ (DUHOCTRUNGQUOC.VN) is an independent company and has no affiliation with Wiki Foundation.