ອາຫານລາວ

ອາຫານລາວ ຫຼື ຂອງກິນລາວ (ອັງກິດ: Lao cuisine, ຝຣັ່ງ: cuisine laotienne) ໝາຍເຖິງ ອາຫານທີ່ແຕ່ງກິນ ຫຼື ມີການຄິດຄົ້ນສູດອາຫານໂດຍຊົນຊາດລາວ ຫຼື ຄົນທີ່ມາຈາກປະເທດລາວ.

ອາຫານລາວ
ລາບເປັນອາຫານລາວທີ່ມີຊື່ສຽງທົ່ວໂລກ.

ປາແດກ, ຂ່າ, ຫົວສີໄຄ, ໝາກຂີ້ຫູດ ແມ່ນສ່ວນປະກອບທີ່ສຳຄັນໃນປຸງແຕ່ງອາຫານລາວ. ອາຫານລາວທີ່ມີຊື່ສຽງທີ່ສຸດແມ່ນ ລາບ ແລະ ຕຳໝາກຫຸ່ງ. ລາບ ເປັນອາຫານທີ່ມີການນຳຊີ້ນທີ່ຍັງດິບມາປະສົມເຂົ້າກັບເຄື່ອງເທດ, ສ່ວນ ຕຳໝາກຫຸ່ງ ເປັນອາຫານທີ່ນຳໝາກຫຸ່ງ ມາຕຳລົງພ້ອມໝາກເຜັດ ຜັກທຽມ ໝາກເລັ່ນ ໝາກນາວ ແລະອື່ນໆ.

ຄວາມເປັນມາ

ອາຫານລາວໄດ້ມີການພັດທະນາມາດົນນານ ພ້ອມກັບການຂະຫຍັບຂະຫຍາຍຂອງຊົນຊາດລາວທີ່ໄດ້ຍ້າຍໄປກໍ່ຮ່າງສ້າງໂຕໃນທ້ອງຖິ່ນຕ່າງໆ ໃນອາຊີຕາເວັນອອກສຽງໃຕ້. ອາຫານລາວມີອິດທິພົນຕໍ່ຊົນຊາດໃກ້ຄຽງ ເຊັ່ນ ໃນອາຫານໄທປັດຈຸບັນກໍໄດ້ມີອາຫານລາວເປັນສ່ວນປະກອບນຳ ເຊັ່ນ ລາບ ໂດຍມີການບໍລິໂພກໂດຍຄົນເຊື້ອສາຍລາວທີ່ຢູ່ໃນພາກຕາເວັນອອກສຽງເໜືອຂອງໄທ ແລະນອກຈາກນີ້ ລາບ ກໍໄດ້ມີການເຜີຍແພ່ໄປຮອດພາກກາງຂອງໄທ ເຊັ່ນ ບາງກອກ ຯລຯ ໂດຍມີການປຸງແຕ່ງທີ່ອາດຕ່າງຈາກລາບລາວແດ່. ໃນຂະນະດຽວກັນ ອາຫານລາວກໍໄດ້ຮັບອິດທິພົນຈາກຊົນຊາດລ້ອມຮອບຄືກັນ. ລາວໄດ້ຮັບວິທີການຂົ້ວ (ຈີນກາງ: 炒 chǎo) ແລະ ອາຫານຈຳພວກເຂົ້າເສັ້ນເຊັ່ນ ເຝີ ເຂົ້າຊອຍ ຈາກຊາວຈີນ ແລະ ຊາວຫວຽດນາມ (ເຊິ່ງກໍໄດ້ຮັບອິດທິພົນຈາກຊາວຈີນຄືກັນ). ນອກຈາກນີ້ ອາຫານຕາເວັນຕົກກໍໄດ້ມີສ່ວນຮ່ວມໃນພັດທະນາການຂອງອາຫານລາວຄືກັນ. ໝາກເຜັດເປັນສິ່ງນຶ່ງທີ່ຊາວປອກຕຸຍການໄດ້ນຳເຂົ້າມາໃນອະດີດ. ຕັ້ງແຕ່ປະເທດລາວເປັນຫົວເມືອງຂອງຝະລັ່ງກໍໄດ້ມີການບໍລິໂພກເຂົ້າຈີ້ ກະແລັມ ແວງ ເນີຍແຂງ ຯລຯ ແລະອາຫານຕາເວັນຕົກຫຼາຍຂຶ້ນ.

ອາຫານລາວຕາມທ້ອງຖິ່ນ

ສ່ວນປະກອບ

ຮູບ:PaDaek Laos.jpg
ປາແດກເປັນນຶ່ງໃນສ່ວນປະກອບທີ່ສຳຄັນໃນອາຫານລາວ.

ສ່ວນປະກອບທີ່ສຳຄັນໃນອາຫານລາວ ໄດ້ແກ່:

ນອກຈາກນີ້ຍັງມີສ່ວນປະກອບອື່ນໆ ອີກ ເຊັ່ນ:

  • ຫົວຜັກບົ່ວ
  • ໝາກເຂືອ
  • ໝາກຫຸ່ງ
  • ໃບໝາກຂາມ
  • ຜັກຫອມປ້ອມ
  • ໝາກເຜັດ
  • ໃບຫອມລາບ
  • ຜັກອີ່ຕູ່
  • ຜັກທຽມ
  • ຂີງ
  • ໜໍ່ໄມ້
  • ໜໍ່ຫວາຍ
  • ເຫັດ
  • ໃບຢານາງ
  • ໝາກຖົ່ວ
  • ຜັກກະເດົາ
  • ຜັກອີ່ເລີດ
  • ດອກແຄ
  • ຜັກບົ້ງ
  • ນ້ຳປາ
  • ຊີ້ນໝູສາມຊັ້ນ
  • ໝາກເລັ່ນ
  • ໝາກແຕງ

ບັນດາອາຫານ

ອາຫານລາວທີ່ນິຍົມຊົມຊື່ນຮັບປະທານໄດ້ແກ່:

  • ລາບ
  • ໄສ້ອົ່ວ
  • ແກງໜໍ່ໄມ້
  • ຕໍາໝາກຫຸ່ງ
  • ໜໍ່ຍັດໄສ້
  • ຍຳສະຫຼັດ
  • ແຈ່ວບອງ
  • ໄຄແຜ່ນ
  • ເອາະຫຼາມ
  • ອົ່ວໝໍ້າ
  • ຊຸບຜັກ
  • ປົ່ນປາ
  • ແຈ່ວປາແດກ
  • ປາແດກ
  • ອອ່ມຂີ້ຫຼັກ
  • ຕົ້ມໄກ່
  • ລາບປາ
  • ກອ້ຍປາ
  • ໝົກຂິ້ປາ
  • ໝົກມໍ້ປາ
  • ສົ້ມປານອ້ຍ
  • ປົ່ນອຽ່ນ
  • ສຸມໜໍ່ໄມ້
  • ກອ້ຍໄຂ່ເມັດແດງ
  • ໜື່ງປາ
  • ຕຳໝາກແຕງ
  • ຕຳໝາກຖົ່ວຍາວ

ເຄື່ອງດື່ມ

ເຄື່ອງດື່ມຫຼັກທີ່ນິຍົມຊົມຊື່ນໃນປະເທດລາວມັກຂຶ້ນຢູ່ກັບອາຍຸຂອງຜູ້ບໍລິໂພກ. ໄວລຸ້ນໜຸ່ມລາວນິຍົມດື່ມນ້ຳເຕົ້າຮູ້ ເຊິ່ງເປັນເຄື່ອງດື່ມທີ່ຜະລິດຈາກໝາກຖົ່ວເຫຼືອງ. ສ່ວນເຄື່ອງດື່ມມຶນເມົາທີ່ຂຶ້ນຊື່ລືຊາໃນປະເທດແມ່ນເບຍລາວ ເຊິ່ງເປັນເບຍທີ່ຜະລິດໃນປະເທດລາວ.

ເບິ່ງຕື່ມ

  • ວັດທະນະທຳລາວ

ອ້າງອີງ

ອ່ານຕື່ມ

  • Davidson, Alan (1975). Fish and Fish Dishes of Laos. Rutland, Vermont: Charles E. Tuttle Co. ISBN 0-907325-95-5.
  • Du Pont De Bie, Natacha (2004). Ant Egg Soup: The Adventures of a Food Tourist in Laos. London: Sceptre. ISBN 0-340-82567-7.
  • Sing, Phia. Alan Davidson and Jennifer Davidson, eds. (1981) Traditional Recipes of Laos: Being the Manuscript Recipe Books of the Late Phia Sing, from the Royal Palace at Luang Prabang, Reproduced in Facsimile and Furnished With an English Translation. London: Prospect Books. ISBN 0-907325-02-5.
  • Culloty, Dorothy (2010). Food from Northern Laos - The Boat Landing Cookbook. Te Awamutu, New Zealand: Galangal Press ISBN 978-0-473-17236-7
  • Xaixana Champanakone (2010). "Lao Cooking and The Essence of Life". Vientiane Publishing ISBN 978-9932000012ແມ່ແບບ:Please check ISBN

ແຫຼ່ງຂໍ້ມູນອື່ນ

Tags:

ອາຫານລາວ ຄວາມເປັນມາອາຫານລາວ ຕາມທ້ອງຖິ່ນອາຫານລາວ ສ່ວນປະກອບອາຫານລາວ ບັນດາອາຫານອາຫານລາວ ເຄື່ອງດື່ມອາຫານລາວ ເບິ່ງຕື່ມອາຫານລາວ ອ້າງອີງອາຫານລາວ ອ່ານຕື່ມອາຫານລາວ ແຫຼ່ງຂໍ້ມູນອື່ນອາຫານລາວຊົນຊາດລາວປະເທດລາວພາສາຝຣັ່ງພາສາອັງກິດອາຫານ

🔥 Trending searches on Wiki ລາວ:

ອຸຕະມະ ຈຸນລະມະນີພາສາເຕຕຸມສຳປະສິດຈິນີຊັງຕີແມັດໂຕກຽວຈູມມະລີ ໄຊຍະສອນປະເທດຈີເລລົດຖີບແຂວງສາລະວັນບລັອກຍູເວນຕູສ F.Cອົງການຈັດຕັ້ງ4 ເມສານ້ຳຕານໝາກໄມ້ຕາດ​ຮຳກະຊວງອົງການໄອຍາການສອນໄຊ ສີພັນດອນປະເທດນູແວນເຊລັງປະເທດໂຄລັມເບຍ22 ມິຖຸນາກະແລມຂົວມິດຕະພາບ ລາວ-ໄທ ແຫ່ງທຳອິດຈັນທະບູລີປະຫວັດສາດລາວໜູຮັກ ພູມສະຫວັນປະເທດໂອຕຣິດທະນາຄານແຫ່ງ ສປປ ລາວທຳມະຊາດສົງຄາມຫວຽດນາມນະໂຍບາຍເງິນຕາWalt Disneyຂົງຈື້ຂົວມິດຕະພາບ ລາວ-ໄທ ແຫ່ງທີສອງ28 ກັນຍາວາລາດິເມຍ ເລນິນປະຕູໄຊປະເທດເຊັກກີ6 ພະຈິກອະນຸສາວະລີ ປະທານໄກສອນ ພົມວິຫານຮູບສີ່ແຈສາກພາສາຂະແມສົງຄາມໂລກຄັ້ງທີສອງກູເກິລ ແປພາສາເມືອງໄກສອນ ພົມວິຫານກະຊວງປ້ອງກັນຄວາມສະຫງົບຊຽງຂວາງເກມ2022ອາຍາສິດຍຸກຄຣີເຕຊຽດແກນກາງພາສາຫວຽດນາມR/placeເນມາມະຫາສະໝຸດອິນເດຍມິກກີ ເມົາສ໌ການປະກວດຄວາມງາມພາສາປາລີກຸງ ສີວິໄລສະພາການສໍາເລັດຄວາມໃຄ່ດ້ວຍຕົນເອງເຄື່ອງນຸ່ງຫົ່ມໂທວໂຮວໂປຣເຈັກປະເທດໄຊປຣັດຈຳນວນສົນຄຳຂວັນປະຈຳຊາດເຮລີກົບແຕລະບົບປະຕິບັດການນາງສາວລາວ 2013ແບ້ໂທລະຄົມມະນາຄົມເຈົ້າຊາຍຟູມິຮິໂຕະ ເຈົ້າອາກິຊິໂນະ🡆 More