ວາລາດິເມຍ ເລນິນ

ວາລາດິເມຍ ອິລລິດ ອຸລຍານອບ (22 ເມສາ ຄ.ສ.

1870 – 21 ມັງກອນ ຄ.ສ. 1924) ແມ່ນທີ່ຮູ້ຈັກກັນຫຼາຍວ່າ ວາລາດິເມຍ ເລນິນ ແມ່ນນັກປະຕິວັດ ນັກການເມືອງ ແລະນັກທິດສະດີການເມືອງຊາວລັດເຊຍ ລາວໄດ້ດຳລົງຕຳແໜ່ງເປັນຫົວໜ້າລັດຖະບານຂອງລັດເຊຍໂຊວຽດ ຕັ້ງແຕ່ປີ 1917 ຫາປີ 1924 ແລະຂອງສະຫະພາບໂຊວຽດຕັ້ງແຕ່ປີ 1922-1924 ພາຍໃຕ້ການບໍລິຫານຂອງລາວ ລັດເຊຍແລະຕໍ່ມາເປັນສະຫະພາບໂຊວຽດໄດ້ກາຍເປັນລັດສັງຄົມນິຍົມພັກດຽວທີ່ປົກຄອງໂດຍພັກຄອມມູນິດໂຊວຽດ ທີ່ມີອຸດົມການແບບມາກຊິສຕ໌ ລາວໄດ້ພັດທະນາແນວຄິດຂອງອຸດົມການຄອມມູນິດນີ້ຈົນກາຍເປັນ "ລັດທິເລນິນ" (Lininism)

ວາລາດິເມຍ ເລນິນ ວາລາດິເມຍ ເລນິນ
ວາລາດິເມຍ ເລນິນ: imago
ວາລາດິເມຍ ເລນິນ: imago
ວາລາດິເມຍ ເລນິນ: subscriptio
ວາລາດິເມຍ ເລນິນ: subscriptio
ເກີດ: 22 ເມສາ 1870; Ulyanovsk
ເຖິງແກ່ກຳ: 21 ມັງກອນ 1924; Bolshiye Gorki
ປະເທດ: ສະຫະພາບໂຊວຽດ
ຊື່ເກິດ: Владимир Ильич Ульянов

ຂໍ້​ມູນຢ່າງເປັນທາງການ

ຕຳແໜ່ງ: legal document assistant
ອາຊີບ: ນັກການເມືອງ, revolutionary
ນາຍຈ້າງ: Saint Petersburg State University

ສະມາຄົມ

ຝ່າຍ: Russian Social Democratic Labour Party, Russian Social Democratic Labour Party (bolshevik), Communist Party of the Soviet Union
ສາສະຫນາ: ອະເທວະນິຍົມ, ອອກໂຕດົກ

ຄອບຄົວ

ພໍ່ແມ່: Ilya Ulyanov; Maria Ulyanova
ຄູ່ສົມລົດ: Nadezhda Krupskaya
ນາມສະກຸນ: Blank family

ຄວາມຊງຈຳ

ລາງວັນ: Work order of Corasmia, Honorary citizen of Kazan
ຝັງ: Lenin's Mausoleum

ລາວເກີດໃນຄອບຄົວປານກາງທີ່ມີຄວາມຈະເລີນຮຸ່ງເຮືອງປານກາງໃນຊິມບຣິສຄ໌ ເລນິນໄດ້ເຂົ້າຮ່ວມການເມືອງປະຕິວັດສັງຄົມນິຍົມຫຼັງຈາກອ້າຍຂອງລາວຖືກສັງຫານໃນປີ 1887 ລາວຖືກໄລ່ອອກຈາກມະຫາວິທະຍາໄລຄາຊານອິມພີຣຽລ ເພາະເຂົ້າຮ່ວມການປະທ້ວງຕໍ່ຕ້ານລັດຖະບານພະເຈົ້າຊາຣ໌ຂອງຈັກກະວັດລັດເຊຍ ລາວໄດ້ໃຊ້ເວລາຫຼາຍປີໃນການຮຽນກົດໝາຍ ລາວໄດ້ຍ້າຍໄປເຊນຕ໌ປີເຕີສ໌ເບິຣ໌ກໃນປີ 1893 ແລະໄດ້ກາຍເປັນນັກເຄື່ອນໄຫວດ້ານມາກຊິສຕ໌ຊັ້ນສູງ ໃນປີ 1897 ລາວໄດ້ຖືກຈັບກຸມໃນການກໍ່ຄວາມວຸ້ນວາຍແລະຖືກເນລະເທດໄປຊູເຊນສະໂກເຍ (Shushenskoye) ເປັນເວລາສາມປີ ບ່ອນທີ່ລາວແຕ່ງງານກັບນາເດດດາ ຄຸບສະກາຍາ ຫຼັງຈາກທີ່ລາວຖືກເນລະເທດ ລາວໄດ້ຍ້າຍໄປຢູ່ປະເທດເອີຣົບຕາເວັນຕົກ ບ່ອນທີ່ລາວກາຍເປັນນັກທິດສະດີມາກຊິສຕ໌ຂອງພັກແຮງງານປະຊາທິປະໄຕສັງຄົມລັດເຊຍ (RSDLP) ໃນປີ 1903 ລາວໄດ້ມີບົດບາດທີ່ສໍາຄັນໃນການແຍກອຸດົມການຂອງພັກປະຊາທິປະໄຕສັງຄົມ ນໍາພາຝ່າຍໂບເຊວິກຕ້ານກັບເມນເຊວິກຂອງຈູລີອັດ ມາຣ໌ຕັອບ ຫຼັງຈາກການປະຕິວັດຂອງຣັດເຊຍລົ້ມເຫລວໃນປີ 1905 ລາວໄດ້ໂຄສະນາເຄື່ອນໄຫວສຳລັບສົງຄາມໂລກຄັ້ງທີໜຶ່ງ ເພື່ອຫັນເປັນການປະຕິວັດຂອງຊາວກຳມະກອນໃນທົ່ວເອີຣົບ ຊຶ່ງໃນຖານະເປັນນັກມາກຊິສຕ໌ ລາວເຊື່ອວ່າຈະເຮັດໃຫ້ລັດທິທຶນນິຍົມຫລົ້ມສະຫລາຍ ແລະຖືກທົດແທນດ້ວຍລັດທິສັງຄົມນິຍົມ ຫຼັງຈາກການປະຕິວັດເດືອນກຸມພາປີ 1917 ໄດ້ຂັບໄລ່ພະເຈົ້າຊາຣ໌ແລະສ້າງຕັ້ງລັດຖະບານຊົ່ວຄາວ ລາງໄດ້ກັບຄືນມາປະເທດລັດເຊຍເພື່ອມີບົດບາດນຳພາໃນການປະຕິວັດເດືອນຕຸລາ ຊຶ່ງພັກໂບເຊວິກໄດ້ໂຄ່ນລົ້ມລະບອບປົກຄອງໃໝ່ ແລະສ້າງຕັ້ງລັດເຊຍໂຊວຽດໃນປີດຽວກັນ


ຮູບ

ອ້າງອິງ

ບັນນານຸກົມ

  • Lenin. Random House Webster's Unabridged Dictionary. Archived from the original on 8 March 2016. Retrieved 8 January 2021.

Tags:

ສະຫະພາບໂຊວຽດ

🔥 Trending searches on Wiki ລາວ:

ວຽງທອງການຜະລິດ, ຕົ້ນທຶນ ແລະ ລາຄາຮູດີສໝາປ່າໂຣບົດຈາກາຕາຄຳ (ພາສາສາດ)ພາສາແປກຄິດຕະສະຕະວັດທີ່ 19ລັດຕຸຕັນຄາເມນປະເທດກຳປູເຈຍດຸນຍະພາບເສດຖະກິດທະນາຄານແຫ່ງ ສປປ ລາວຈັກກະພັດອາກິຮິໂຕະໄມໂຄຣຊອບ ວິນໂດນິກາຍເຖຣະວາດສາສະໜາແຂວງຄວິເບກການສໍາເລັດຄວາມໃຄ່ດ້ວຍຕົນເອງການຈັດການການຜະລິດແລະການດຳເນີນງານນິເວດສາດໂຈ ໄບເດິນວິສະວະກຳຈິຕະນິຍົມລາຍຊື່ນາຍົກລັດຖະມົນຕີລາວວັດສີສະເກດສື່ລະດູບານໃໝ່ປະຍຸດ ຈັນໂອຊາເທເລີ ສວິຟລາວ ພຣີເມຍລີກຈັງຫວັດນະຄອນຈຳປາສັກແຂວງເຊກອງເມືອງພູຄູນທ່າແຂກສາທາລະນະລັດປະເທດໂອຕຣິດພາສາລູມານີເມືອງໃໝ່ຄວາມເປັນມາຂອງໂລກປະເທດຊູແອດແຫຼມອິນດູຈີນAustraliaຫ້ວຍຊາຍປະເທດແບນຊິກມະຫາຍານອົກຊີແຊນປາກຊັນຈະລິຍະທຳພາສາຫວຽດນາມປ່າສະຫງວນແຫ່ງຊາດຫີນໜາມໜໍ່ຄ.ສ. 2006Laosຜຸຍ ຊະນະນິກອນສົງຄາມໂລກຄັ້ງທີສອງຄັງ ຊຶນ-ກີທອງລຸນ ສີສຸລິດພູສີລະບົບສຸລິຍະວັດປ່າໂພນເພົາລາດເຕລະດູຝົນປະເທດຫວຽດນາມຈັງຫວັດພະນະຄອນISO 4217ປະເທດສິງກະໂປໝີໜູຮັກ ພູມສະຫວັນສົງຄາມເຢັນ🡆 More