ເມືອງຈັນທະບູລີ (ຄຳເຄົ້າ: ເມືອງຈັນທບຸຣີ) ເປັນເມືອງທຳອິດຂອງນະຄອນຫຼວງວຽງຈັນ ແລະເປັນເມືອງລຳດັບທີຫນຶ່ງຂອງປະເທດລາວ ຕັ້ງຢູ່ສູນກາງ ຂອງການປົກຄອງ ມີວັດທະນະທຳອັນດີງາມປະຊາຊົນສ່ວນໃຫຍ່ມີອາຊີບເປັນພະນັກງານ ລັດຖະກອນແລະ ເຮັດວຽກເປັນກຳມະກອນຕາມໂຮງຈັກໂຮງງານ,ສ່ວນອາຊີບປູກຝັງແລະລ້ຽງສັັດແມ່ນມີນ້ອຍຢູ່ທາງເຂດນອກຂອງເມືອງ ມີລະບົບການສຶກສາໂຮງຮຽນການຄ້າຂາຍທີ່ທັນສະໄຫມແລະຈະເລີນ ສົມຄວນ ປະຊາຊົນສ່ວນໃຫຍ່ມີມູນເຊື່້ອວັດທະນະທຳອັນດີງາມ ເກືອບຮ້ອຍເປີເຊັນແມ່ນນັບຖືກພຸດທະສາສະຫນາ ທຸກຫມູ່ ບ້ານພາຍໃນເມືອງແມ່ນມີວັດ ເປັນບ່ອນເພິ່ງທາງດ້ານຈິດໃຈ ບາງວັດກະມີໂຮງຮຽນ ຕັ້ງຢູ່, ແລະເປັນບ່ອນຕັ້ງ ຂອງ ສະຖາບັນການສຶກສາສົງທີ່ໃຫຍ່ທີ່ສຸດຂອງປະເທດຄືມິ ວິທະຍາໄລສົງ(ອົງຕື້) ມີໂຮງຮຽນສົງ ຂົວຫລວງ ຕັ້ງຢູ່ວັດຂົວຫລວງ.ສະພາບການເປັນຢູ່ຂອງປະຊາຊົນແມ່ນ ມີການດຳລົງຊີວິດທີ່ດີ່ສົມຄວນອັດຕາລາຍໄດ້ສະເລ່ຍແມ່ນເພີ່ມຂື້ນທຸກໆປີ.
ການຄົມມະນາຄົມແມ່ນມີລົດຫລາຍເພີ່ມຂື້ນຢ່າງກະໂດດຂັ້ນແຕ່ເສັ້ນທາງສັນຈອນຍັງຈຳກັດ ການສ້າງສາເຮືອນຊານແມ່ນ ຂະຫຍາຍຕົວຂື້ນເລີື້ອຍໆ. ບ້ານບໍ່ນາງົວ ບ້ານ ໜອງປີງ; ບ້ານ ໂພນຄຳ; ບ້ານ ສີຫອມ; ບ້ານ ຂົວຫຼວງ; ບ້ານ ມີໃຊ; ບ້ານ ອານຸ; ບ້ານ ວັດຈັນ; ບ້ານ ຂົວຫລວງ; ບ້ານ ສີສະຫວາດ; ບ້ານ ທົ່ງຂັນຄຳ; ບ້ານ ສາຍລົມ; ບ້ານ ຮ່ອງຄ້າ; ບ້ານ ດົງປ່າແຫຼບ; ບ້ານ ດອນແດງ; ບ້ານ ສະຫວ່າງ; ບ້ານ ທົ່ງຕຸມ; ບ້ານ ທົ່່ງສ້າງນາງ; ບ້ານ ສີບຸນເຮືອງ; ບ້ານ ໜອງທາ ເໜືອ; ບ້ານ ໜອງທາໄຕ້; ບ້ານ ໂພນຕ້ອງສະຫວາດ; ບ້ານ ໂພນຕ້ອງຈອມມະນີ; ບ້ານ ສີສະເກດ; ບ້ານ ຫັດສະດີເໜືອ; ບ້ານ ຫັດສະດີໄຕ້; ບ້ານ ຮ່ອງໄກ່ແກ້ວ; ບ້ານ ໂນນສະຫວ່າງ; ບ້ານ ຫ້ວຍຫົງ; ບ້ານ ປ່າຍາງ;
This article uses material from the Wikipedia ລາວ article ຈັນທະບູລີ, which is released under the Creative Commons Attribution-ShareAlike 3.0 license ("CC BY-SA 3.0"); additional terms may apply (view authors). ເນື້ອໃນສາມາດໃຊ້ໄດ້ພາຍໃຕ້ CC BY-SA 4.0 ຖ້າບໍ່ແມ່ນຢ່າງອື່ນໃດທີ່ລະບຸໄວ້. Images, videos and audio are available under their respective licenses.
®Wikipedia is a registered trademark of the Wiki Foundation, Inc. Wiki ລາວ (DUHOCTRUNGQUOC.VN) is an independent company and has no affiliation with Wiki Foundation.