ຂົວມິດຕະພາບ ລາວ-ໄທ ແຫ່ງທີສອງ

ຂົວມິດຕະພາບ ລາວ-ໄທ ແຫ່ງທີສອງ ແມ່ນ ຂົວທີ່ເຊື່ອມຕໍ່ ແຂວງສະຫວັນນະເຂດ ຂອງ ລາວ ໃສ່ ຈັງຫວັດມຸກດາຫານ ຂອງໄທ.

ຂົວດັ່ງກ່າວ ແມ່ນ ສ່ວນໜຶ່ງ ຂອງ ເສັ້ນທາງເສດຖະກິດຕາເວັນອອກຕາເວັນຕົກ ເຊິ່ງມີຄວາມຍາວທັງໝົດ 1450 ກິໂລແມັດ ທີ່ມີ ຈຸດເລີ່ມຕົ້ນຢູ່ ມຽນມ້າ, ຜ່ານໄທ, ລາວ ແລະ ສຸດຢູ່ ຫວຽດນາມ. ການພັດທະນາເສັ້ນທາງ ດັ່ງກ່າວ ແມ່ນ ນອນຢູ່ໃນຂອບວຽກ ການພັດທະນາເຂດອ່າງແມ່ນ້ຳຂອງ ນຳໂດຍ ທະນາຄານພັດທະນາອາຊີ.

ຂົວມິດຕະພາບ ລາວ-ໄທ ແຫ່ງທີສອງ
ຂົວມິດຕະພາບ ລາວ-ໄທ ແຫ່ງທີສອງ ມອງຈາກຕະຫຼາດອຶນໂດຈີນໃນມຸກດາຫານ
ຂົວມິດຕະພາບ ລາວ-ໄທ ແຫ່ງທີສອງ
ອີກມຸມໜຶ່ງຂອງຂົວ
ຂົວມິດຕະພາບ ລາວ-ໄທ ແຫ່ງທີສອງ
ການປ່ຽນຈາກການຂັບຣົດທາງຊ້າຍມາເປັນທາງຂວາ

ໃນການກໍ່ສ້າງ ມັນເປັນທີ່ໜ້າເສົ້າສະຫລົດໃຈ ທີ່ ມີ ທີ່ປຶກສາ, ວິສະວະກອນ ແລະ ກຳມະກອນ ເສຍຊີວິດ ລວມທັງໝົດ 9 ຄົນ (ຍີ່ປຸ່ນ, ຟິລິປິນ, ໄທ, ລາວ), ບາດເຈັບ 10 ຄົນ (ຍີ່ປຸ່ນ,​ໄທ, ລາວ) ແລະ ຫາຍສາບສູນ 1 ຄົນ (ລາວ) ໃນ ອຸປະຕິເຫດ ເມື່ອ ວັນທີ 27 ກໍລະກົດ ປີ 2005.

ຂົວດັ່ງກ່າວ ຄາດວ່າ ຈະສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ໃນ ແລະ ລະຫວ່າງປະເທດ ທີ່ກ່ຽວຂ້ອງ. ​

ສະຖິຕິ

  • ຄວາມຍາວ : 2050 ແມັດ
  • ຄວາມກ້ວາງ : ທາງລົດ (4.25 ແມັດ) 2 ເລນ, ທາງຍ່າງ (1.5 ແມັດ) 2 ເລນ
  • ມູນຄ່າກໍ່ສ້າງ : ປະມານ 70 ລ້ານ ໂດລາສະຫະລັດ
  • ແຫລ່ງທຶນ : ເງິນກູ້ຢືມດອກເບ້ຍຕໍ່າຈາກລັດຖະບານຍີ່ປຸ່ນ ຕໍ່ ລັດຖະບານລາວ 4011 ລ້ານ ເຢັນ, ຕໍ່ລັດຖະບານໄທ 4079 ລ້ານ ເຢັນ
  • ໄລຍະກໍ່ສ້າງ : ທັນວາ ປີ 2003 ຫາ ທັນວາ ປີ 2006

ເບິ່ງຕື່ມ

ແຫຼ່ງຂໍ້ມູນອື່ນ

Tags:

ທະນາຄານພັດທະນາອາຊີລາວສະຫວັນນະເຂດຫວຽດນາມໄທ

🔥 Trending searches on Wiki ລາວ:

ສະຖານີວິທະຍຸໂທລະພາບໄທທີວີສີຊ່ອງ 3ປະເທດເຊັກກີວອລອດືມືຣ໌ ແຊແລນສະກຶຍວະລີທະນາຄານກາງສິນຄ້າແຂວງເຊກອງນະໂຍບາຍເງິນຕາທຶນຈົດທະບຽນປະເທດຝຣັ່ງປານີ ຍາທໍ່ຕູ້ປ່າສະຫງວນແຫ່ງຊາດພູຊ້າງແຫ່ທະນີວາລະສານສິດເປັນເຈົ້າປະເທດຊາດປະເທດບັງກລາເທດເສດຖະສາດສະຫະພາບໂຊວຽດປະຫວັດພຣະທາດຫລວງມະປຸຈເເພງຊາດຫວຽດນາມປະເທດເບລາຣຸດຊີປະໂຫຍກລັດປະເທດອິນເດຍເມືອງໄຊທານີສັດກິນຊີ້ນຕົວອັກສອນຈີນກະຊວງປ້ອງກັນຄວາມສະຫງົບສິລະປິນແຫ່ງຊາດທອງລຸນ ສີສຸລິດໄດໂນເສົາສະຫະລາຊະອານາຈັກມະຫາວິທະຍາໄລເພງຊາດແຫຼມອິນດູຈີນປະເທດກູບາກາບກອນປ່າສະຫງວນແຫ່ງຊາດພູຊຽງທອງຖໍ້າຈັງໂຮ່ຈີ່ມິນເມສາປະເທດມາເລເຊຍປະເທດລັດເວຍລາຍຊື່ປະເທດຮຽງຕາມດັດຊະນີການພັດທະນາມະນຸດສົມເດັດພະລາຊິນີນາດເອລີຊາແບັດທີ 2 ແຫ່ງສະຫະລາຊະອານາຈັກຈັກກະວັດປະເທດມານຕາກະຊວງເສດຖະກິດການເມືອງເລກມາຕະຖານສາກົນປະຈຳປຶ້ມລະຫັດໂທລະສັບລະຫວ່າງປະເທດເງິນມະນຸດປະເທດຍີ່ປຸ່ນຕະຫລາດຫລັກຊັບສົງຄາມຫວຽດນາມທຳມະຊາດນະຄອນດາວິດລາຍຊື່ປະເທດ ດິນແດນ ແລະ ເມືອງຫຼວງລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວກົດໝາຍແຂວງໄຊສົມບູນທາດຫຼວງເປັດ🡆 More