ໂຮ່ຈີ່ມິນ

ໂຮ່ຈີມິນ ຫຼື ໂຮ່ຈີ້ມິງ (ຫວຽດນາມ: Hồ Chí Minh ອັກສອນຈີນ: ຫູ ຈື ໝິງ 胡志明 (19 ພຶດສະພາ 1890 - 2 ກັນຍາ 1969) ຊື່ເກີດ ຫງວຽນ ຊິງກຸງ (ຫວຽດນາມ: Nguyễn Sinh Cung) ຍັງມີຊື່ອື່ນອີກເຊັ່ນ: ຫງວຽນ ເຕີ້ດແທັ່ງ (ຫວຽດນາມ: Nguyễn Tất Thành)ຊ່ວງໄປຮຽນ, ຫງວຽນ ອາຍ ກວັກ (ຫວຽດນາມ: Nguyễn Ái Quốc) ຊ່ວງເຄື່ອນໄຫວຢູ່ປາຣີ ຝຣັ່ງ, ບ້າກໂຮ່ (ຫວຽດນາມ: Bác Hồ ແປ: ລຸງໂຮ່) ຄໍາວ່າ: ບ້າກ (ຫວຽດນາມ: Bác ແປ: ລຸງ) ແມ່ນນັກປະຕິວັດ ແລະ ນັກການເມືອງຊາວຫວຽດນາມ

ໂຮ່ຈີ່ມິນ
ໂຮ່ຈີ່ມິນ

ປະທານໂຮ່ຈີມິນ (ຊື່ທ່ານ ຕອນຍັງນ້ອຍແມ່ນ: ຫງວຽນຊິງກຸງ, ເຊິ່ງມີອີກຊື່ໜຶ່ງໃນໃບແຈ້ງເຂົ້າຮຽນແມ່ນ: ງວຽນເຕິດແທັງ; ແຕ່ໃນຕະຫຼອດຫຼາຍປີທີ່ທຳການປະຕິວັດກ່ອນໜ້ານີ້ ເພິ່ນໃຊ້ຊື່ວ່າ: ຫງວຽນອາຍກວັກ), ເກີດເມື່ອວັນທີ 19-5-1890, ຢູ່ບ້ານກິມລຽນ, ຕາແສງນາມລຽນ (ດຽວນີ້ແມ່ນກິມລຽນ), ເມືອງນາມດານ, ແຂວງເງະອານ ແລະ ເສຍຊີວິດເມື່ອວັນທີ 2-9-1969 ທີ່ນະຄອນຫຼວງຮ່າໂນ້ຍ.

ເພິ່ນກຳເນີດໃນຄອບຄົວທີ່ມີພໍ່ເປັນປັນຍາຊົນຜູ້ຮັກຊາດ ແຕ່ໂດຍພື້ນຖານ ແລ້ວກໍ່ແມ່ນຊົນຊັ້ນຊາວນາຜູ້ຮັກການອອກແຮງງານນັ້ນເອງ ສ່ວນແມ່ຂອງເພິ່ນກໍ່ເຊັ່ນດຽວກັນເປັນຊາວນາ, ອ້າຍ ແລະ ເອື້ອຍ ຂອງເພິ່ນກໍ່ເຂົ້າຮ່ວມຂະບວນການຮັກຊາດຕໍ່ຕ້ານຈັກກະພັດຝຣັ່ງຈົນ ເຂົ້າຄຸກເຂົ້າຕະລາງຍ້ອນ.

         ໃນວັນທີ 3-6-1911 ເພິ່ນຂຶ້ນເຮືອ Latouche-Tréville ຂອງຝຣັ່ງ ໂດຍຮັບຈ້າງເປັນຄົນງານພາຍໃນເຮືອນັ້ນ ແລ້ວວັນທີ 5-6-1911 ເດີນທາງໄປຕ່າງປະເທດທໍາມາຫາລ້ຽງຕົນເອງດ້ວຍຫຼາກຫຼາຍອາຊີບ ແລະ ເພິ່ນໄດ້ເຂົ້າຮ່ວມຂະບວນການປະຕິວັດຂອງປະຊາຊົນຫຼາຍຊາດ ແນ່ນອນວ່າເພິ່ນບໍ່ຍອມຢຸດຢັ້ງໃນການຕໍ່ສູ້ເພື່ອໃຫ້ໄດ້ມາເຊິ່ງ ເອກະລາດອິດສະລະພາບໃຫ້ແກ່ຊົນຊາດຂອງຕົນ. ປະທານໂຮ່ຈີມິນ ຖືໄດ້ວ່າ ເປັນຄົນຫວຽດນາມຜູ້ທຳອິດທີ່ສະໜັບສະໜູນມະຫາປະຕິວັດ ເດືອນຕຸລາ ລັດເຊຍ ແລະ ຊອກຄົ້ນ ລັດທິມາກ-ເລນິນ ຫົນທາງແຫ່ງການປົດປ່ອຍຂອງຊົນຊັ້ນກຳມະຊີບ ແລະ ປະຊາຊົນບັນດາປະເທດແອກເມືອງຂຶ້ນ. ປີ 1920 ເພິ່ນເຂົ້າຮ່ວມກໍ່ຕັ້ງພັກກອມມູນິດຝຣັ່ງ ທີ່ກອງປະຊຸມຕວາ. ປີ 1921 ເພິ່ນເຂົ້າຮ່ວມໃນການກໍ່ຕັ້ງສະຫະພັນບັນດາປະເທດຫົວເມືອງຂຶ້ນຝຣັ່ງ; ພິມຈຳໜ່າຍໜັງສືພິມຄົນທຸກຍາກຢູ່ຝຣັ່ງ(1922). ປີ 1923 ເພິ່ນຖືກຄັດເລືອກເຂົ້າໃນຄະນະບໍລິຫານງານສາກົນຊາວນາ. ພໍມາຮອດປີ 1924 ເພິ່ນເຂົ້າຮ່ວມກອງປະຊຸມຄັ້ງທີ V ຂອງສາກົນ ກອມມູນິດ ແລະ ຖືກແຕ່ງຕັ້ງເປັນຄະນະກຳມະການປະຈຳພາກຕາເວັນອອກ ຮັບຜິດຊອບສາກົນກອມມູນິດໂດຍກົງກ່ຽວກັບວຽກງານກົມພາກໃຕ້. ປີ1925 ເພິ່ນເຂົ້າຮ່ວມກໍ່ຕັ້ງສະຫະພັນບັນດາປະຊາຊາດທີ່ຖືກກົດຂີ່ຂູດຮີດອາຊີ ແລະໄດ້ພິມຈຳໜ່າຍປຶ້ມທີ່ມີຊື່ສຽງໂດ່ງດັງ 2 ເຫຼັ້ມ: ໂທດກຳຂອງລະບອບລ່າເມືອງຂຶ້ນຝຣັ່ງ (1925) ແລະ ຫົນທາງປະຕິວັດ (1927). ປີ 1925 ເພິ່ນໄດ້ກໍ່ຕັ້ງສະມາຄົມ ຊາວໜຸ່ມປະຕິວັດຫວຽດນາມຂຶ້ນມາຢູ່ທີ່ກວາງໂຈວ (ຈີນ) ແລະ ໄດ້ສ້າງຕັ້ງ "ຄະນະກອມມູນິດ" ເພື່ອເປັນເສົາຄໍ້າໃຫ້ແກ່ສະມາຄົມດັ່ງກ່າວ ພ້ອມກັນນັ້ນ ເພິ່ນຍັງໄດ້ເຝິກຝົນກໍ່ສ້າງພະນັກງານກອມມູນິດ ເພື່ອນຳພາຂະບວນການຂອງສະມາຄົມ ແລະ ເຜີຍແຜ່ລັດທິມາກ-ເລນິນ ເຂົ້າໃນຫວຽດນາມ. ວັນທີ 3-2-1930 ເພິ່ນໄດ້ ເປັນປະທານກອງປະຊຸມກໍ່ຕັ້ງພັກ ຢູ່ທີ່ ເກົາລູນ ( ຫາກອອກສຽງພາສາຈີນກາງແມ່ນ ຈິວຫຼົງ ແຕ່ເມື່ອອອກສຽງຫວຽດແມ່ນກິວລອງ) ໃນຮອງກົງ ທີ່ຂຶ້ນກັບພວກລ່າເມືອງຂຶ້ນອັງກິດ, ກອງປະຊຸມໄດ້ຜ່ານນະໂຍບາຍການເມືອງໂດຍສັງເຂບ ແນວທາງການເຄື່ອນໄຫວໂດຍສັງເຂບ, ກົດລະບຽບຂອງພັກ ເຊິ່ງແມ່ນເພິ່ນເອງເປັນຜູ້ຮ່າງຂຶ້ນມາ. ເພິ່ນອ່ານຖະແຫຼງການ ເນື່ອງໃນໂອກາດສ້າງຕັ້ງພັກກອມມູນິດຫວຽດນາມ (ພາຍຫຼັງປ່ຽນມາເປັນ ພັກກອມມູນິດ ອິນດູຈີນ, ພັກແຮງງານຫວຽດນາມ ແລະ ດຽວນີ້ ແມ່ນພັກກອມມູນິດຫວຽດນາມ). ແຕ່ປີ 1930 - 1940 ປະທານໂຮ່ຈີມິນ ໄດ້ສືບຕໍ່ເຄື່ອນໄຫວ ເພື່ອພາລະກິດປົດປ່ອຍຊາດຫວຽດນາມ ແລະ ບັນດາປະເທດທີ່ຖືກກົດຂີ່ຂູດຮີດໃນເງື່ອນໄຂທີ່ຫຍຸ້ງຍາກສັບສົນທີ່ສຸດ. ປີ 1941 ເພິ່ນກັບຄືນມາປະເທດຈັດກອງປະຊຸມຄັ້ງທີ VIII ຂອງຄະນະບໍລິຫານງານສູນກາງນພັກກອມມູນິດອິນດູຈີນ ກຳນົດທິດທາງນະໂຍບາຍເພື່ອປົດປ່ອຍຊາດ, ກໍ່ຕັ້ງອົງກອນຫວຽດນາມເອກະລາດ ຮ່ວມກັບກຸ່ມປະເທດພັນທະມິດ (ຂຽນຫຍໍ້ວ່າ: ຫວຽດມິງ), ຈັດຕັ້ງກຳລັງປະກອບອາວຸດເພື່ອປົດປ່ອຍຊາດ ເຕົ້າໂຮມກຳລັງຢູ່ຕາມຮາກຖານ ນຳພາປະຊາຊົນລຸກຮືຂຶ້ນຕາມເຂດຕ່າງໆ ແລະ ກະກຽມການລຸກຮື້ຂຶ້ນຢຶດອຳນາດໃນທົ່ວປະເທດ.

         ພາຍຫຼັງການປະຕິວັດເດືອນສິງຫາ ປີ 1945 ໄດ້ຮັບໄຊຊະນະ, ວັນທີ 2-9-1945 ທີ່ສະໜາມຫຼວງບາດິງ  ປະທານໂຮ່ຈີມິນ ໄດ້ອ່ານຖະແຫຼງການປະກາດເອກະລາດ ສ້າງຕັ້ງປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ຈັດຕັ້ງການເລືອກຕັ້ງທົ່ວປະເທດຢ່າງເສລີມີປະຊາທິປະໄຕຂຶ້ນໃນທົ່ວປະເທດ, ເລືອກຕັ້ງສະມາຊິກສະພາແຫ່ງຊາດໂດຍຜ່ານລັດຖະທຳມະນູນປະຊາທິປະໄຕທຳອິດ ຂອງຫວຽດນາມ. ສະພາແຫ່ງຊາດສະໄໝທີ I ໄດ້ ເລືອກເອົາ ໂຮ່ຈີມິນ ເປັນປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ (ປີ1946). ຮ່ວມກັບສູນກາງພັກ ປະທານໂຮ່ຈີມິນໄດ້ນຳພາທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນຫວຽດນາມ ທຳລາຍແຜນການອັນໂຫດຫ້ຽມສາມານຂອງພວກຈັກກະພັດຝຣັ່ງ ແລະ ຮັກສາອຳນາດການປົກຄອງປະຕິວັດທີ່ຍັງໜຸ່ມນ້ອຍຂອງຫວຽດນາມໄວ້ໄດ້.

         ວັນທີ 19-12-1946 ຮຽກຮ້ອງມາຍັງພີ່ນ້ອງຮ່ວມຊາດທົ່ວປະເທດ ພ້ອມກັນຕອບຕ້ານຄືນການຮຸກຮານ ເທື່ອທີສອງຂອງຈັກກະພັດລ່າເມືອງຂຶ້ນຝຣັ່ງ, ປົກປ້ອງເອກະລາດ ອະທິປະໄຕ ຂອງປະເທດໄວ້, ປົກປ້ອງ ແລະ ຂະຫຍາຍບັນດາໝາກຜົນຂອງການປະຕິວັດເດືອນສິງຫາໄວ້ໃຫ້ແໜ້ນໜຽວ.

         ທີ່ກອງປະຊຸມໃຫຍ່ຄັ້ງທີ II ຂອງພັກ(ປີ1951) ເພິ່ນໄດ້ຖືກເລືອກຕັ້ງໃຫ້ ເປັນປະທານຄະນະບໍລິຫານງານສູນກາງພັກ, ພາຍໃຕ້ການນຳພາຂອງສູນກາງພັກ, ນຳໜ້າແມ່ນປະທານໂຮ່ຈີມິນ, ການຕໍ່ສູ້ຂອງປະຊາຊົນຫວຽດນາມ ຕໍ່ຕ້ານຄືນພວກລ່າເມືອງຂຶ້ນຝຣັ່ງ ຜູ້ຮຸກຮານໄດ້ຮັບຜົນສຳເລັດຢ່າງສົມບູນ ແລະສິ້ນສຸດດ້ວຍໄຊຊະນະ ບັ້ນຮົບດຽນບຽນຟູທີ່ສັ່ນສະເທືອນໂລກ(ປີ1954). ພາຍຫຼັງທີ່ພາກເໜືອໄດ້ ຮັບການປົດປ່ອຍຢ່າງສົມບູນ(ປີ1955), ສູນກາງພັກ ແລະ ປະທານ ໂຮ່ຈີມິນ ໄດ້ວາງສອງແນວທາງຍຸດທະສາດ ຂອງການປະຕິວັດຫວຽດນາມອອກມາຄື: ດຳເນີນການປະຕິວັດສັງຄົມນິຍົມຢູ່ພາກເໜືອ, ພ້ອມກັນນັ້ນກໍ່ດຳເນີນການຕໍ່ສູ້ປົດປ່ອຍພາກໃຕ້, ລວມປະເທດເປັນເອກະພາບໜຶ່ງດຽວ ສຳເລັດການປະຕິວັດຊາດປະຊາທິປະໄຕ ປະຊາຊົນໃນຂອບເຂດທົ່ວປະເທດ. ກອງປະຊຸມໃຫຍ່ຄັ້ງທີ III ຂອງພັກ(ປີ1960) ມີມະຕິເປັນເອກະສັນ ຮັບຮອງເອົາປະທານໂຮ່ຈີມິນ ເປັນປະທານຄະນະບໍລິຫານງານສູນກາງພັກແຮງງານຫວຽດນາມ, ສະພາແຫ່ງຊາດ ສະໄໝ II, III ໄດ້ເລືອກເອົາເພິ່ນເປັນປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ. ຮ່ວມກັບຄະນະບໍລິຫານງານສູນກາງພັກ, ປະທານໂຮ່ຈີມິນໄດ້ນຳພາຂະບວນການຕໍ່ສູ້ ຂອງປະຊາຊົນຜູ້ອົງອາດກ້າຫານຕໍ່ຕ້ານຄືນການຮຸກຮານຂອງຈັກກະພັດອະເມຣິກາ ເຊິ່ງເປັນປະເທດມະຫາອຳນາດເບີໜຶ່ງ ຂອງໂລກໃນເວລານັ້ນ, ໃນຂະນະດຽວກັນກໍ່ໄດ້ນຳພາປະຊາຊົນ ກໍ່ສ້າງສັງຄົມໃໝ່ ສັງຄົມນິຍົມ ສັງຄົມຄົນບໍ່ຂູດຮີດຄົນຢູ່ຫວຽດນາມເພື່ອເປັນການໝູນໃຊ້ທິດສະດີ ມາກ-ເລນິນ ຢ່າງມີຫົວຄິດປະດິດສ້າງ ເຂົ້າໃນສະພາບການຕົວຈິງຂອງປະເທດ ຫວຽດນາມ, ນຳເອົາແນວທາງອັນຖືກຕ້ອງສອດຄ່ອງກັບການປະຕິວັດ ຫວຽດນາມ ຈາກໄຊຊະນະນີ້ ໄປສູ່ໄຊຊະນະໃໝ່. ເພິ່ນເປັນຜູ້ສ້າງຕັ້ງປັບປຸງ ພັກມາກຊິດ-ເລນິນນິດ ຢູ່ຫວຽດນາມ, ສ້າງຕັ້ງແນວໂຮມເອກະພາບແຫ່ງຊາດ ຫວຽດນາມ, ສ້າງກຳລັງປະກອບອາວຸດປະຊາຊົນຫວຽດນາມ ແລະ ກໍ່ ສ້າງປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ. ປະກອບສ່ວນເຂົ້າໃນຂະບວນການຮັດແໜ້ນນ້ຳໃຈສາມັກຄີສາກົນ ເພິ່ນແມ່ນແວ່ນແຍງອັນໃສແຈ້ງແຫ່ງນ້ຳໃຈຂອງໝູ່ຄະນະ ເພິ່ນເປັນອາຈານຜູ້ຍິ່ງໃຫຍ່ ຂອງການປະຕິວັດຫວຽດນາມ, ຜູ້ນຳທີ່ແສນເຄົາລົບຮັກຂອງຊົນຊັ້ນກຳມະກອນ ແລະ ປະຊາຊົນຫວຽດນາມທຸກທົ່ວໜ້າ. ນອກນັ້ນເພິ່ນຍັງເປັນນັກຮົບຜູ້ດີເດັ່ນ ເປັນນັກເຄື່ອນໄຫວທີ່ເຕັມປ່ຽມດ້ວຍບົດຮຽນອັນອຸດົມສົມບູນ ຂອງຂະບວນການກອມມູນິດສາກົນ ແລະ ຂອງຂະບວນການປົດປ່ອຍບັນດາປະຊາຊາດທີ່ຖືກກົດຂີ່ຂູດຮີດ. ນີ້ເປັນພຽງສ່ວນນ້ອຍໆສ່ວນໜຶ່ງໃນຊີວິດການເຄື່ອນໄຫວອັນຫຍຸ້ງຍາກສັບສົນ ແຕ່ເຕັມໄປດ້ວຍສີສັນຂອງປະທານໂຮ່ຈີມິນ ນັກປະຕິວັດ ຜູ້ຍິ່ງໃຫຍ່ຂອງໂລກ.

ອ້າງອິງ

Tags:

ພາສາຫວຽດນາມຫວຽດນາມ

🔥 Trending searches on Wiki ລາວ:

ລິນຸກຊ໌ສັນຕິພາບຄ.ສ. 1927ວິສາຂະບູຊາປະເທດເຊັກກີວັນນະຄະດີຮ້ານອາຫານທາດຫຼວງຄຳໄຕ ສີພັນດອນຄົນຕ່າງດ້າວໂທລະຄົມມະນາຄົມຍຸກຄຣີເຕຊຽດວັນຈັນພັນຄຳ ວິພາວັນວຽງຈັນແຂວງສາລະວັນ28 ກັນຍາສີສະຫວາດ ແກ້ວບຸນພັນສະຖາປັດຕະຍະກຳປະເທດຟີລິບປິນລາຍຊື່ປະເທດ ດິນແດນ ແລະເມືອງຫລວງໄມໂຄຣຊອບ ວິນໂດປະເທດການາດາສາທາລະນະສົມບັດຄ.ສ. 2006ວິສະວະກຳການຮ່ວມເພດລົດໄຟຍີ່ປຸ່ນR/placeເມືອງປາກເຊເສັ້ນທາງ 13 (ປະເທດລາວ)ເງິນສະພານາງສາວລາວ 2019ໂຮ່ຈີ່ມິນພາສາໂຮນລັງNeymarໄມ້ດູ່ສັງຄົມນິຍົມເບຍລາວລະຫັດໂທລະສັບລະຫວ່າງປະເທດວິໄລລັກ ຈັນທະວົງອົງການໄອຍາການເຮລີກົບແຕພາສາຍີ່ປຸ່ນບຸນສົງການລົດຖີບ26 ພຶດສະພາການສູ່ຂວັນ31 ມັງກອນສາສະໜາພຸດປະເທດລາວແບ້ລາຍຊື່ປະເທດ ດິນແດນ ແລະ ເມືອງຫຼວງສຸຂະພາບໝາລ່າ.zwໝູກະທະປະເທດສະວິດເຊີແລນດ໌ຊອບແວເນມາໄທມິສລາວ 2009ວັດພູສະເຫຼົາກະຊວງສຶກສາສະປາຍ × ແຟມິລີເມືອງຫຼວງພະບາງປິໂກແມັດ🡆 More