ພັນຄຳ ວິພາວັນ

ທ່ານ ປອ.

ພັນຄຳ ວິພາວັນ ( ເກີດ ວັນທີ 14 ເມສາ ຄ.ສ. 1951) ອະດີດນາຍົກລັດຖະມົນຕີແຫ່ງ ສປປ ລາວ ທ່ານໄດ້ຮັບການແຕ່ງຕັ້ງເປັນນາຍົກລັດຖະມົນຕີ ຈາກການເລືອກຕັ້ງໃນການປະຊຸມຄັ້ງປະຖົມມະເລີກສະພາແຫ່ງຊາດລາວຊຸດທີ 9 ກ່ອນໜ້ານີ້ໄດ້ດຳລົງຕຳແໜ່ງຮອງປະທານປະເທດລາວໃນປີ ຄ.ສ. 2016 ແລະ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະນາຍົກສະມາຄົມມິດຕະພາບລາວ-ຫວຽດນາມ

ພັນຄຳ ວິພາວັນ
ພັນຄຳ ວິພາວັນ
ເກີດ14 ເມສາ ຄ.ສ. 1951 (71 ປີ)
ທີ່ ບ້ານກາງ, ເມືອງ ຊຳເໜືອ,ແຂວງຫົວພັນ.
ສັນຊາດພັນຄຳ ວິພາວັນ ລາວ
ການສຶກສາສຶກສາທີ່ອາດີດ ສະຫະພາບໂຊວຽດ
ເປັນທີ່ຮູ້ຈັກຈາກນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
ວາລະວັນທີ 22 ມີນາ ຄ.ສ. 2021 ຈົນເຖິງ 30 ທັນວາ ຄ.ສ. 2022
ຜູ້ດໍາລົງຕຳແໜ່ງກ່ອນທ່ານ ທອງລຸນ ສີສຸລິດ
ຜູ້ສືບຕຳແໜ່ງທ່ານ ສອນໄຊ ສີພັນດອນ

ປະຫວັດ

ທ່ານ ປອ. ພັນຄຳ ວິພາວັນ ເກີດວັນທີ 14 ເມສາ ຄ.ສ. 1951 ທີ່ ບ້ານກອງ ເມືອງຊຳເໜືອ ແຂວງຫົວພັນ ຊົນເຜົ່າໄຕ ເມື່ອວັນທີ 23 ມີນາ ຄ.ສ. 1968 ເພິ່ນໄດ້ເຂົ້າຮ່ວມພັກປະຊາຊົນປະຕິວັດລາວ ແລະໄດ້ຮັບເລືອກເປັນສະມາຊິກສົມບູນຢ່າງເປັນທາງການຂອງພັກປະຊາຊົນປະຕິວັດລາວເມື່ອວັນທີ 3 ມິຖຸນາ ຄ.ສ. 1976ເພິ່ນສຳເລັດການສຶກສາລະດັບມັດທະຍົມປີທີ 6 ເລື່ມເຂົ້າເປັນພະນັກງານຂອງກະຊວງສຶກສາທິການ - ກິລາ ແລະສຳເລັດການສຶກສາປະລິນຍາເອກສາຂາວິຊາທິດສະດີມາກ-ເລນິນ ວິທະຍາສາດ ເພິ່ນມີບົດບາດຢ່າງຫຼວງຫຼາຍໃນດ້ານການສຶກສາໂດຍໄດ້ດຳລົງຕຳແໜ່ງສຳຄັນໃນດ້ານການສຶກສາ ຈົນໄດ້ຮັບເລືອກຕັ້ງເປັນລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໃນລັດຖະບານຊຸດທີ 7 ພາຍໃຕ້ການນຳພາຂອງ ນາຍົກລັດຖະມົນຕີທອງສິງ ທຳມະວົງ ຫຼັງລັດຖະບານຊຸດທີ VII ໝົບວາລະລົງ ໃນວັນທີ 20 ເມສາ ຄ.ສ. 2016 ເພິ່ນໄດ້ຮັບເລືອກໃຫ້ເປັນຮອງປະທານປະເທດໃນສະໄໝກອງປະຊຸມສະພາແຫ່ງຊາດຊຸດທີ VIII ແລະເມື່ອວັນທີ 22 ມີນາ ຄ.ສ. 2021 ເພິ່ນໄດ້ຮັບການພິຈາລະນາຮັບຮອງຈາກກອງປະຊຸມຄົ້ງປະຖົມມະເລີກຂອງສະພາແຫ່ງຊາດຊຸດທີ IX ໃຫ້ດຳລົງຕຳແໜ່ງນາຍົກລັດຖະມົນຕີຄົນທີ 18 ໃນລັດຖະບານຊຸດທີ 9 ໃນໂອກາດເຂົ້າຮັບຕຳແໜ່ງນາຍົກລັດຖະມົນຕີ ທ່ານ ປອ. ພັນຄຳ ວິພາວັນ ໄດ້ກ່າວໃຫ້ຄຳໝັ້ນສັນຍາວ່າ

    ຈະເຊີດຊູມານະຈິດປະຕິວັດບຸກໃຫ້ສູງກວ່າເວລາໃດຫມົດ ເພື່ອຮ່ວມກັບສະມາຊິກລັດຖະບານ ຊຸດທີ IX ປະຕິບັດຫນ້າທີ່ຂອງຕົນໃຫ້ດີ ເທົ່າທີ່ຈະດີໄດ້ ພາຍໃຕ້ລັດຖະທໍາມະນູນ ແລະກົດຫມາຍ ຂອງ ສປປ ລາວ ແລະພ້ອມທີ່ຈະອຸທິດ ທຸກເຫື່ອເເຮງ, ສະຕິປັນຍາ ເເລະຄວາມຮູ້ຄວາມສາມາດຂອງຕົນ ເຂົ້າໃນການປະຕິບັດຫນ້າທີ່ດ້ວຍຄວາມຮັບຜິດຊອບສູງ ເເລະຈະບໍລິສຸດໃຈ ເພື່ອຮ່ວມກັບຄະນະນໍາຂອງພັກ ແລະ ລັດ ທັງສູນກາງແລະທ້ອງຖິ່ນ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XI, ແຜນພັດທະນາເສດຖະກິດ-ສັງຄົມເເຫ່ງຊາດ 5 ປີ ຄັ້ງທີ IX ເເລະບັນດາມະຕິຕົກລົງຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ປະສົບຜົນສໍາເລັດເປັນຢ່າງດີ.

ບົດບາດທາງດ້ານການເມືອງ

ພັນຄຳ ວິພາວັນ 
ທ່ານ ພັນຄຳ ວິພາວັນ ເຂົ້າຮ່ວມເວທີປາໄສເສດຖະກິດອາຊີ

ພາຍຫຼັງເຂົ້າຮັບຕຳແໜ່ງແລ້ວ ທ່ານ ພັນຄຳ ວິພາວັນ ກໍ່ໄດ້ຮັບຮອງເອົາ ແລະ ເຂົ້າຮ່ວມເປັນຄະນະບໍລິຫານງານຂອງປະທານປະເທດ ທ່ານ ທອງລຸນ ສີສຸລິດ

ໃນການຮັບຕໍາແໜ່ງຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ປະເທດລາວໄດ້ປະເຊີນກັບສະຖານະການການແຜ່ລະບາດຂອງພະຍາດໂຄວິດ-19 ​ເຖິງ​ແມ່ນ​ວ່າ​ລັດຖະບານ​ລາວ​ຈະ​ແກ້​ໄຂ​ບັນຫາ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ເປັນ​ຢ່າງ​ດີ​ເມື່ອ​ທຽບ​ໃສ່​ບັນດາ​ປະ​ເທດ​ອາ​ຊຽນ ​ແຕ່​ຜົນ​ກະທົບ​ຂອງ​ພະຍາດ​ດັ່ງກ່າວ​ໄດ້​ສົ່ງ​ຜົນ​ໃຫ້​ປະ​ເທດ​ລາວ​ປະສົບ​ກັບ​ວິ​ກິດ​ການ​ເສດຖະກິດ ໃນແງ່ຂອງອັດຕາເງິນເຟີ້ສູງ ເຮັດໃຫ້ຄ່າຄອງຊີບ ແລະຄ່າຈ້າງຕໍ່າ ມັນຍັງປະເຊີນກັບການຂາດແຄນນໍ້າມັນເຊື້ອໄຟ

ວັນທີ 30 ທັນວາ ຄ.ສ. 2022 ທີ່ສະພາແຫ່ງຊາດ ຊຸດທີ 9 ທ່ານ ພັນຄຳ ວິພາວັນ ໄດ້ຕັດສິນໃຈລາອອກຈາກຕຳແໜ່ງ ເພື່ອສະແດງຄວາມຮັບຜິດຊອບໃນການແກ້ໄຂບັນຫາເສດຖະກິດຂອງລາວ ໃນ​ນັ້ນ ທ່ານ​ໄດ້​ຂຶ້ນ​ກ່າວ​ຕໍ່​ກອງ​ປະຊຸມ​ສະພາ​ວ່າ ທ່ານ​ໄດ້​ລາ​ອອກ​ຈາກ​ຕຳ​ແໜ່​ງນາຍົກລັດຖະມົນຕີ ເນື່ອງຈາກບັນຫາສຸຂະພາບ ແລະ​ຢາກ​ສົ່ງ​ຕໍ່​ພາລະກິດ​ໃຫ້​ນາຍົກລັດຖະມົນຕີຄົນ​ໃໝ່ ສືບ​ຕໍ່​ແກ້​ໄຂ​ບັນ​ຫາ​ເສດ​ຖະ​ກິດ​ແຫ່ງ​ຊາດ

ກອງ​ປະ​ຊຸມ​ສະ​ມາ​ຊິກ​ສະ​ພາ​ໄດ້​ຜ່ານ​ມະ​ຕິ​ດ້ວຍ​ຄະ​ແນນ​ສຽງ​ສ່ວນ​ຫຼາຍ ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ດຳລົງຕຳແໜ່ງນາຍົກລັດຖະມົນຕີແທນ

ປະຫວັດການເຮັດວຽກແລະການສຶກສາ

  • ປີ ຄ.ສ. 1975 - 1977 : ເປັນພະນັກງານລັດຖະກອນປະຈຳກະຊວງສຶກສາ ກີລາ ແລະທຳມະການ
  • ປີ ຄ.ສ. 1977 - 1983 : ເຂົ້າຮັບການສຶກສາທີ່ມະຫາວິທະຍາໄລອະດີກສະຫະພາບໂຊຫວຽດ
  • ປີ ຄ.ສ. 1983 - 1985 : ເປັນຜູ້ອຳນວຍການໂຮງຮຽນບຳລຸງທິດສະດີການເມືອງສັງກັດກະຊວງສຶກສາທິການ ກິລາແລະທຳມະການ
  • ປີ ຄ.ສ. 1985 - 1988 : ສຶກສາປະລິນຍາເອກສາຂາວິຊາທິດສສະດີມາກ-ເລນິນທີ່ສະຫະພາບໂຊຫວຽດ
  • ປີ ຄ.ສ. 1988 - 1996 : ເປັນຮອງຜູ້ອຳນວຍການໂຮງຮຽນວິທະຍາໄລສ້າງຄູວຽງຈັນ
  • ປີ ຄ.ສ. 2001 - 2005 : ເປັນຮອງລັດຖະມົນຕີປະຈຳສຳນັກນາຍົກລັດຖະມົນຕີ
  • ປີ ຄ.ສ. 2005 - 2011 : ເປັນເຈົ້າແຂວງຫົວພັນ
  • ປີ ຄ.ສ. 2011 - 2015 : ເປັນຮອງນາຍົກລັດຖະມົນຕີແລະລັດຖະມົນຕີກະຊວງສຶກສາທິການແລະກິລາ
  • ປີ ຄ.ສ. 2016 - 2021 : ເປັນຮອງປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
  • ປີ ຄ.ສ. 2021 - 2022  : ເປັນນາຍົກລັດຖະມົນຕີແຫ່ງ ສປປ.ລາວ

ອ້າງອີງ

ແມ່ແບບ:รายการอ้างอิง

Tags:

ພັນຄຳ ວິພາວັນ ປະຫວັດພັນຄຳ ວິພາວັນ ປະຫວັດການເຮັດວຽກແລະການສຶກສາພັນຄຳ ວິພາວັນ ອ້າງອີງພັນຄຳ ວິພາວັນ

🔥 Trending searches on Wiki ລາວ:

23 ກັນຍາ17 ກໍລະກົດນະຄອນຫຼວງເບີເກີຄິງJean-Joseph Sanfourcheເມືອງຫຼວງພະບາງວັດຈະນານຸກົມຈິຕະນິຍົມທຸງຊາດລາວແຂວງອັດຕະປືຊົນເຜົ່າໃນລາວ2ເມືອງຍອດອູ12 ເມສາສະຕິບ ຈອບປະເທດເວລສ໌ປະໂຫຍກສະຖານີວິທະຍຸໂທລະພາບໄທທີວີສີຊ່ອງ 3ປະເທດໂປແລນດ໌ອະເທວະນິຍົມແຂວງຫຼວງນໍ້າທາສື່ບິກິນີ.zwລົດການສໍາເລັດຄວາມໃຄ່ດ້ວຍຕົນເອງອັກສອນລາວມະນຸດອຸດສາຫະກຳ12 ກັນຍາຄຳຂວັນປະຈຳຊາດວິລະຊົນ ສີທອງແຂວງອຸດົມໄຊຕຶກພາສາມົ້ງທາດດຳຄຳຂວັນປະຈຳແຂວງພິກັດພູມສາດ7 ມັງກອນແກງຈືດສະຫະລາຊະອານາຈັກເມືອງອາດສະພັງທອງນະຄອນນິວຢອກໂທລະຄົມມະນາຄົມເອແດມບວກຕາຕະລາງທາດສະພາວະເງິນເຟີ້13 ພຶດສະພາປະເທດຫວຽດນາມກີບ (ສະກຸນເງິນ)ຈະລິຍະທຳຜາສາດຫີນວັດພູເມືອງຫາດຊາຍຟອງສັນຕິພາບປະເທດພູຖານເກມຄອມພິວເຕີພັກປະຊາຊົນປະຕິວັດລາວລັດນິວຢອກ11 ກຸມພາກໍລະກົດຄວາມຮູ້ປະເທດຮົງກາລີຈຳນວນສົນພະເຈົ້າຟ້າງຸ່ມ2 ເມສາ🡆 More