ສົມເດັດ ພຣະບາດ ອັນຍາ ຟ້າ ລັດທຸຣັນຍາ ສຣີ ສັດຕະນາ ຄະນະຍຸດທາ ມະຫາຣາຊ໌ ພຣະບາດ ຣາຊະທໍຣະນາ ສຣີ ສັດຕະນະ ນະຄອນ ຫຼື ພະເຈົ້າຟ້າງຸ່ມ ກຳເນີດທີ່ນະຄອນຊຽງທອງ(ເມືອງ ຫຼວງພະບາງ ໃນປັດຈຸບັນ) ໃນປີ ຄ.ສ 1316 ແລະ ໄດ້ສິ້ນພະຊົນເມື່ອປີ ຄ.ສ 1373 ; ເປັນເຈົ້າຊີວິດ ອານາຈັກລ້ານຊ້າງ (ປົກຄອງໄດ້ ແຕ່ປີ 1353 ຈົນ ເຖິງ ປີ 1371) ພະອົງເປັນລາຊະບຸດຂອງເຈົ້າຟ້າງ້ຽວ (ຂຸນຜີຟ້າ) ເຊິ່ງແມ່ນເຊື້ອສາຍລາຊະວົງປົກຄອງນະຄອນຊຽງທອງທີ່ສືບທອດກັນມາຕັ້ງແຕ່ສະໄໝຂຸນລໍ ເປັນຕົ້ນມາ.
ພະອົງກຳເນີດ ແລະ ເຕີບໂຕຂຶ້ນທ່າມກາງສະພາບຄວາມຂັດແຍ່ງພາຍໃນຂອງນະຄອນຊຽງທອງ; ໂດຍສະເພາະແມ່ນການຍາດຊີງອຳນາດລາຊະບັນລັງນະຄອນຊຽງທອງ, ບັນດາເມືອງລາວບູຮານກໍພວມມີການປົກຄອງແບບລັດສັກດິນາທີ່ຍັງກະແຈກກະຈາຍ. ດັ່ງນັ້ນ, ເຈົ້າຟ້າງຸ່ມຈຶ່ງໄດ້ອອກຈາກນະຄອນຊຽງທອງ ພ້ອມດ້ວຍເສນາອາມາດ ແລະ ທະຫານທີ່ໃກ້ຊິດ ແລະ ໄວ້ວາງໃຈຈຳນວນ 33 ຄົນ ເດີນທາງອອກຈາກນະຄອນຊຽງທອງ ໂດຍການລ່ອງແພລົງຕາມແມ່ນ້ຳຂອງ ເພື່ອຊັກຊວນບັນດາເຈົ້າເມືອງຕ່າງໆ ເຂົ້າຮ່ວມໃນການເຕົ້າໂຮມແຜ່ນດິນລາວເຂົ້າເປັນອານາຈັກທີ່ເປັນປືກແຜ່ນແໜ່ນໜາ ໂດຍສະເພາະແມ່ນການກັບຄືນມາຍຶດເອົານະຄອນຊຽງທອງຈາກເຈົ້າຟ້າຄຳຮຽວຜູ້ເປັນອາວ ທີ່ຍຶດອຳນາດຈາກພະບິດາຂອງເພິ່ນເອງ.
ເຈົ້າຟ້າງຸ່ມ, ເສນາອາມາດ ແລະ ທະຫານໄດ້ໄປອາໄສຢູ່ວັດຂອງພະມະຫາປາສະມັມທີ່ຫົວຫາດຫຼີ່ຜີ( ເມືອງ ໂຂງ ແຂວງຈຳປາສັກໃນປັດຈຸບັນ ). ຢູ່ທີ່ນີ້, ພະອົງໄດ້ທຳການເຄື່ອນໄຫວສະສົມເຕົ້າໂຮມກຳລັງ, ເຝິກແອບສິລະປະຍຸດການສູ້ຮົບ ແລະ ທັງຕິດຕາມສະພາບການຂອງບັນດາເມືອງລາວບູຮານ ກໍຄືບັນດາອານາຈັກໃກ້ຄຽງ ເພື່ອກະກຽມໃຫ້ການເຄື່ອນທັບທ້ອນໂຮມບັນດາເມືອງລາວບູຮານເຂົ້າເປັນອານາຈັກລາວລ້ານຊ້າງເອກະພາບ.
ໃນປີ ຄ.ສ 1349 ເຈົ້າຟ້າງຸ່ມໄດ້ເລີ່ມຕົ້ນເຄື່ອນທັບທ້ອນໂຮມແຜ່ນດິນລາວ ໂດຍເລີ່ມຈາກພາກໃຕ້ຂຶ້ນພາກເໜືອ ແລະ ຕ່າວລົງມາຍຶດເອົານະຄອນຊຽງທອງສຳເລັດແລ້ວຂື້ນຄອງລາດໃນປີ ຄ.ສ 1353. ປີຕໍ່ມາພະອົງກໍສືບຕໍ່ນຳພາກອງທັບທ້ອນໂຮມເມືອງລາວບູຮານທາງພາກຕາເວັນຕົກສຽງເໜືອ ແລະ ດິນແດນຝັ່ງຂວາແມ່ນ້ຳຂອງ. ເມື່ອສຳເລັດແລ້ວກໍໄດ້ຈັດສະຫຼອງໄຊຄັ້ງໃຫຍ່ທີ່ເມືອງ ວຽງຈັນ ໃນປີ ຄ.ສ 1357. ຈາກນັ້ນ, ພະອົງກໍກັບຄືນຂື້ນມາຄອງລາດທີ່ນະຄອນຊຽງທອງຈົນເຖິງ ຄ.ສ 1371.
This article uses material from the Wikipedia ລາວ article ພະເຈົ້າຟ້າງຸ່ມ, which is released under the Creative Commons Attribution-ShareAlike 3.0 license ("CC BY-SA 3.0"); additional terms may apply (view authors). ເນື້ອໃນສາມາດໃຊ້ໄດ້ພາຍໃຕ້ CC BY-SA 4.0 ຖ້າບໍ່ແມ່ນຢ່າງອື່ນໃດທີ່ລະບຸໄວ້. Images, videos and audio are available under their respective licenses.
®Wikipedia is a registered trademark of the Wiki Foundation, Inc. Wiki ລາວ (DUHOCTRUNGQUOC.VN) is an independent company and has no affiliation with Wiki Foundation.