ເມືອງຫາດຊາຍຟອງ

ເມືອງຫາດຊາຍຟອງ (ພາສາອັງກິດ: Hatxayfong District) ມີປະຫວັດຄວາມເປັນມາອັນຍາວນານ ແລະ ຍືດເຍື້ອໃນໄລຍະກ່ອນປະເທດຊາດໄດ້ຮັບການປົດປ່ອຍ ແລະ ພັດທະນາຈົນມາຮອດປັດຈຸບັນນີ້.

ເມືອງຫາດຊາຍຟອງ
[[Image:{{{image_map}}}|250px|ແຜນທີ່ສະແດງທີ່ຕັ້ງຂອງປະເທດ{{{common_name}}}]]
ຄຳຂວັນ: {{{city_motto}}}
ຂໍ້ມູນທົ່ວໄປ
ຊື່ພາສາລາວ ເມືອງຫາດຊາຍຟອງ
ຂໍ້ມູນສະຖິຕິ
ເນື້ອທີ່ 258 km²
ປະຊາກອນ 75,763 ຄົນ
ຄວາມໜາແໜ້ນປະຊາກອນ 239.6 ຄົນ/km²
ລະຫັດໄປສະນີ {{{postal_code}}}
ລະຫັດໄປພູມິສາດ {{{land_code}}}

ເມືອງຫາດຊາຍຟອງໃນເມື່ອກ່ອນມີຊື່ເດິມວ່າ: ເມືອງຊາຍຟອງ ໂດຍມີ 5 ຕາແສງທີ່ຂຶ້ນກັບເມືອງນີ້ຄື ຕາແສງບໍ່ໂອ, ຕາແສງໂພສີ, ຕາແສງບ້ານຫ້ອມ, ຕາແສງສີຖານໃຕ້ ແລະ ຕາແສງສາລະຄໍາ ເຊິ່ງຜູ້ເປັນເຈົ້າເມືອງໃນໄລຍະນັ້ນແມ່ນທ່ານ ອຸນ ສີສັດຕະນະກຸນ ຕໍ່ມາໃນປີ ຄ.ສ 1975, ໄດ້ລວມເອົາເມືອງອຸທຸມພອນເຂົ້ານໍາ ໂດຍມີ 6 ຕາແສງ ຄື: ຕາແສງທ່າມ່ວງ, ຕາແສງທ່າເດື່ອ, ຕາແສງທ່າພະ, ຕາແສງສິມມະໂນ, ຕາແສງດົງກະລຶມ, ຕາແສງບ້ານໂດນ ຈຶ່ງໄດ້ປ່ຽນຊື່ໃໝ່ຈາກເມືອງຊາຍຟອງປ່ຽນມາເປັນເມືອງຫາດຊາຍຟອງຈົນມາເຖິງປັດຈຸບັນນີ້.

ຕໍ່ມາຮອດ ປີ ຄ.ສ 1994 ເມືອງປາກງື່ມກໍ່ໄດ້ຖືກສ້າງຂຶ້ນ, ເຊິ່ງເມືອງຫາດຊາຍຟອງໄດ້ມອບ 2 ຕາແສງໃຫ້ຂຶ້ນກັບເມືອງປາກງື່ມຄື: ຕາແສງດົງກະລຶມ ແລະ ຕາແສງບ້ານໂດນຈົນມາເຖິງປັດຈຸບັນ (ແຫຼ່ງຂໍ້ມູນຈາກ ຂໍ້ມູນແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V(2011-2015) ແລະ ວິໃສທັດແຕ່ນີ້ຮອດປີ 2020 ຂອງເມືອງຫາດຊາຍຟອງ)

ເມືອງຫາດຊາຍຟອງ ແມ່ນນອນໃນທົ່ງພຽງວຽງຈັນ, ລັກສະນະສ່ວນໃຫຍ່ເປັນທົ່ງພຽງ  ທາງທິດໃຕ້ມີຄວາມລາດອຽງລົງຫາແມ່ນໍ້າຂອງ ສ່ວນທິດເໜືອ ແລະ ທິດຕາເວັນອອກແມ່ນຂ້ອນຂ້າງມີລັກສະນະເປັນໂນນ, ຍ້ອນສະພາບພື້ນທີ່ທີ່ຕິດແມ່ນໍ້າຂອງ ເມືອງຫາດຊາຍຟອງຈຶ່ງມີໜອງນໍ້າຍັງຢາຍຢູ່ທົ່ວໄປ.

ເມືອງຫາດຊາຍຟອງ ຕັ້ງຢູ່ທິດຕາເວັນອອກສ່ຽງໃຕ້ຂອງນະຄອນຫຼວງວຽງຈັນ ເຊິ່ງຊາຍແດນຂອງແຕ່ລະທິດມີດັ່ງນີ້:

-   ທິດເໜືອ ຕິດກັບເມືອງໄຊທານີ ແລະ ເມືອງໄຊເສດຖາ.

-   ທິດໃຕ້ ຕິດກັບແມ່ນໍ້າຂອງ (50 ກິໂລແມັດ), ເຊິ່ງເປັນຊາຍແດນຂັ້ນລະຫວ່າງປະເທດລາວກັບປະເທດໄທ.

-   ທິດຕາເວັນອອກ ຕິດກັບເມືອງປາກງື່ມ.

-   ທິດຕາເວັນຕົກ ຕິດກັບເມືອງສີສັດຕະນາກ.

ເມືອງຫາດຊາຍຟອງ ປະກອບມີ 60 ບ້ານ

ບັນດາບ້ານ

  • ບ້ານທ່ານາ
  • ບ້ານດອນດູ່
  • ບ້ານບໍ່ໂອ
  • ບ້ານພ້າວ
  • ບ້ານກາງ
  • ບ້ານສົ້ມໂຮງ
  • ບ້ານແກ້ງຍາງ
  • ບ້ານດອນຂາຊ້າຍ
  • ບ້ານນາທາມ
  • ບ້ານແກ້ງປາຢ້າງ
  • ບ້ານຫາດດອກແກ້ວ
  • ບ້ານຫົວຫ້າ
  • ບ້ານຫາດກັນຊາ
  • ບ້ານດອນ
  • ບ້ານໂພເງິນ
  • ບ້ານໂພສີ
  • ບ້ານສະຫວ່າງ
  • ບ້ານປາຝາງ
  • ບ້ານຈອມທອງ
  • ບ້ານຫ້ອມໃຕ້
  • ບ້ານຈຽມປາງ
  • ບ້ານຖິ່ນເພັຍ
  • ບ້ານທ່າແຂກ
  • ບ້ານຊາຍຟອງເໜືອ
  • ບ້ານຊາຍຟອງໃຕ້
  • ບ້ານໂຄກຊາຍ
  • ບ້ານສີຖານໃຕ້
  • ບ້ານຫາດຊາຍຂາວ
  • ບ້ານສົມຫວັງເໜືອ
  • ບ້ານໜອງໄຮ
  • ບ້ານສົມສະໜຸກ
  • ບ້ານໜອງແວງ
  • ບ້ານສາລາຄຳເໜືອ
  • ບ້ານນາໄຫ
  • ບ້ານດົງຄຳຊ້າງ
  • ບ້ານນາໄຮ່
  • ບ້ານໜອງແຫ້ວ
  • ບ້ານດົງໂພສີ
  • ບ້ານທ່ານາແລ້ງ
  • ບ້ານທ່າມ່ວງ
  • ບ້ານດົງໂພນແຮ່
  • ບ້ານປ່າຫວ້າ
  • ບ້ານທ່າເດື່ອ
  • ບ້ານຖິ່ນຕົມ
  • ບ້ານຄຳຈະເລີນ
  • ບ້ານໜອງແປນເໜືອ
  • ບ້ານຊຽງຄວນ
  • ບ້ານໜອງແປນໃຕ້
  • ບ້ານທ່າພະ
  • ບ້ານປາກເປັ່ງ
  • ບ້ານໜອງພົງ
  • ບ້ານຖິ່ນແທ່ນ
  • ບ້ານຄວາຍແດງ
  • ບ້ານສິມມະໂນເໜືອ
  • ບ້ານສິມມະໂນໃຕ້
  • ບ້ານນາລ້ອງ
  • ບ້ານດອນຝ້າຍ
  • ບ້ານສາລາຄຳໃຕ້
  • ບ້ານດົງໂພນເລົາ

Tags:

ພາສາອັງກິດ

🔥 Trending searches on Wiki ລາວ:

Halo effectບໍລິການຂໍ້ຄວາມສັ້ນລາດເຕປະເທດອາກຊັງຕີນໄກສອນ ພົມວິຫານສັດ21 ມີນາຍີ່ປຸ່ນປະເທດເກຣັກສະໜວນກາຊາຄັງ ຊຶນ-ກີອາຫານລາວການແພ່ເຊື້ອພະຍາດທົ່ວຂອງໂຄວິດ-19ສາລານຸກົມ23 ພະຈິກນະຄອນຫຼວງວຽງຈັນອ້າຍ​ນ້ອງ​ໃນ​ພຣະ​ຄຣິດງານບຸນ ແລະ ງານປະເພນີຕ່າງໃນລາວຈຽນລຸຍຈິ ບູຟອນໂມງການສູ່ຂວັນທ່າແຂກທາດດຳປະເທດອົດສະຕຣາລີສະມາດໂຟນສາທາລະນະສົມບັດ15 ສິງຫາປະເທດຍີ່ປຸ່ນໄອໂຟນປະເທດກຳປູເຈຍປະເທດໂອຕຣິດເນມາປະເທດເອຢິບສິລະປິນແຫ່ງຊາດເມືອງປາກງື່ມພາສາທະມິນນະຄອນນິວຢອກສະຫະລັດເຂດການປົກຄອງຂອງປະເທດລາວແຂວງເຊກອງຮູບເງົາການທ່ອງທ່ຽວຄອມພິວເຕີຈໍາລອງທະນາຄານໂລກແຂວງຜົ້ງສາລີພູສີປະເທດແອັດສະປາຍວັນກຳມະກອນສາກົນນິເວດສາດ20 ກຸມພານະໂຍບາຍການເງິນເອກະລາດພາສາປາລີນາຍົກລັດຖະມົນຕີLao Airlines Flight 301ສະຫະພັນກຳມະບານວຽງທອງສາທາລະນະລັດທົ່ງໄຫຫີນສະພາວະເງິນເຟີ້29 ມີນາສຸພານຸວົງມິສເຕີລາວ2 ເມສາເມືອງນາຊາຍທອງNeymar🡆 More