ພາສາປາລີ

ພາສາປາລີ (ປາລີ: ປາລິ; ສັນສະກິດ: पाळि; ອັງກິດ: Pali) ແມ່ນພາສາເກົ່າແກ່ພາສາໜຶ່ງ ຈັດເປັນພາສາປຣາກຣິຕພາສາໜຶ່ງ ເຊິ່ງຢູ່ໃນກຸ່ມພາສາອິນເດຍ-ອີຣ່ານ ຂອງຕະກູລອິນເດຍ-ເອີຣົປ.

ໃຊ້ໃນຄັມພີຣ໌ຂອງພຣະພຸທທສາສນານິກາຍເຖຣວາທ (ເຊິ່ງມີ ພຣະໄຕປິດົກ ເປັນຕົ້ນ). ມີລັກສນະທາງໄວຍາກຣນ໌ ແລະ ສັພທ໌ທີ່ຄ້າຍກັບສັນສກຣິດ. ສ່ວນອັກສຣສຳລັບໃຊ້ຂຽນ ກໍບໍ່ມີໂດຍສເພາະ ອັກສຣທີ່ໃຊ້ຂຽນຈຶ່ງມີຫຼາຍແນວ ເຊັ່ນ: ອັກສອນພຣາຫມີ ເທວນາຄຣີ ລາວ ລ້ານນາ ຂອມ ໄທ ມອນ ແມ່ນແຕ່ໂຣມັງ ໂດຍອັກສຣເຫຼົ່ານີ້ ໄດ້ຕື່ມເຄື່ອງໝາຍເລັກນ້ອຍ ເພື່ອໃຫ້ຖອດສຽງພາສາປາລີໄດ້.

ກຳເນີດແລະພັດທະນາການ

ປາລິ (ອັກສອນໂລມັນ : Pāli) ແມ່ນຊື່ພາສາປາລີ ທີ່ບໍ່ປາກົດທີ່ມາຢ່າງຄັກແນ່ ເປັນທີ່ຖົກຖຽງເລື້ອຍມາຈຶ່ງບໍ່ມີຂໍ້ສະຫຼຸບ. ເດີມເປັນພາສາຂອງຊົນຊັ້ນຕ່ຳ ເຊິ່ງຊາວພຸດໂດຍທົ່ວໄປເຊື່ອວ່າ ມີກຳເນີດຈາກແຄວ້ນມະຄົດ ໃນຊົມພູທະວີບ ແລະເອີ້ນວ່າ ພາສາມະຄົດ, ພາສາມາຄະທີ ຫຼື ມາຄະທິກໂວຫານ. "ມາຄະທິກໂວຫານ" ນີ້ແມ່ນ ພະພຸດທະໂຄສາຈານ ພະອັດຖະກະຖາຈານ ນາມອຸໂຄດ ຜູ້ມີຊີວິດຢູ່ໃນພຸດທະສະຕະວັດທີ 10 ໄດ້ອະທິບາຍວ່າ ເປັນ "ສະການິລຸດ" ເຊິ່ງແມ່ນພາສາທີ່ພະພຸດທະເຈົ້າຊົງໃຊ້ຕັດ.

ນັກພາສາສາດບາງຄົນມີຄວາມເຫັນວ່າ ພາສາປາລີແມ່ນພາສາທາງພາກຕາເວັນຕົກຂອງອິນເດຍ ໂດຍນັກວິຊາການເຢຍລະມັນປັດຈຸບັນ ເຊິ່ງເປັນນັກສັນສະກິດ ແມ່ນ ສາດຕາຈານໄມເຄິນ ວິດເຊນແຫ່ງມະຫາວິທະຍາໄລຮາວາດ ສະຫະລັດອາເມລິກາ ຖືວ່າ ເປັນພາສາທາງພາກຕາເວັນຕົກຂອງອິນເດຍ ແລະເປັນຄົນລະພາສາກັບພາສາຈາລຶກຂອງ ພະເຈົ້າອະໂສກມະຫາລາດ.

ພາສາປາລີມີພັດທະນາການທີ່ຍາວນານ ມີການໃຊ້ເພື່ອບັນທຶກຄຳພີໃນພຸດທະສາສະໜາ (ເຖລະວາດ) ຢູ່ຫຼາຍ. ວິນເຮມ ໄກເກີ (Wilhem Geiger) ນັກປາດປາລີຊາວເຢຍລະມັນ ໄດ້ຂຽນໜັງສືທີ່ມີຊື່ສຽງໃນສະໄໝສະຕະວັດທີ 19 ແມ່ນ Pali Literatur und Sprache ໂດຍວາງທິດສະດີວ່າ ພາສາປາລີໃນພະໄຕປິດົກ ແບ່ງວິວັດທະນາການການແຕ່ງໄດ້ 4 ຍຸກ ຕາມລັກສະນະຂອງພາສາທີ່ໃຊ້ດັ່ງນີ້:

  • ຍຸກຄາຖາ ຫຼື ຍຸກຮ້ອຍກອງ ມີການໃຊ້ຄຳທີ່ຍັງກ່ຽວພັນກັບພາສາໄວທິກະ ເຊິ່ງໃຊ້ບັນທຶກຄຳພີພະເວດຢູ່ຫຼາຍ.
  • ຍຸກຮ້ອຍແກ້ວ ມີຮູບແບບເປັນພາສາອິນໂດອາລະຍັນສະໄໝກາງ ເຊິ່ງຕ່າງຈາກສັນສະກິດແບບພະເວດຢ່າງເດັ່ນຊັດ ແມ່ນຍຸກທີ່ຂຽນພະໄຕປິດົກ.
  • ຍຸກຮ້ອຍກອງໄລຍະຫຼັງ ແມ່ນໄລຍະຫຼັງພະໄຕປິດົກ ປາກົດໃນຄຳພີຍ່ອຍ ເຊັ່ນ ມິລິນທະບັນຫາ ວິສຸດທິມັກ.
  • ຍຸກຮ້ອຍກອງປະດິດ ແມ່ນການປະສົມປະສານ ລະຫວ່າງພາສາຍຸກເກົ່າແລະໃໝ່ ກ່າວເຖິງຄົນສ້າງຄຳປາລີໃໝ່ຂຶ້ນໃຊ້ຍ້ອນໃຫ້ເບິ່ງງາມ ເຊິ່ງບາງເທື່ອແມ່ນຄຳສະໝາດຍາວ ໆ ອັນບໍ່ປາກົດໃນພະໄຕປິດົກ ສະແດງໃຫ້ເຫັນວ່າ ຄຳເຫຼົ່ານີ້ແຕ່ງຂຶ້ນຫຼັງການຂຽນຄຳພີທີ່ແຜ່ຫຼາຍຢູ່ແລ້ວ.

ປັດຈຸບັນມີການສຶກສາພາສາປາລີຢ່າງກວ້າງຂວາງ ໃນປະເທດທີ່ນັບຖືພຸດທະສາສະໜາເຖລະວາດ ເຊັ່ນ ສີລັງກາ ພະມ້າ ໄທ ລາວ ກຳປູເຈຍ ແລະ ອິນເດຍ. ມີການສຶກສາແມ່ນແຕ່ໃນອັງກິດ ເຊິ່ງມີຜູ້ສົນໃຈສຶກສາພະພຸດທະສາສະໜາ. ຄົນກຸ່ມນີ້ ເມື່ອ ຄ.ສ. 1881 ໄດ້ຈັດຕັ້ງ ສະມາຄົມປາລີປະກອນ (Pali Text Society) ຂຶ້ນໃນນະຄອນຫຼວງລອນດອນຂອງອັງກິດ ເພື່ອສຶກສາພາສາປາລີ ແລະ ວັນນະຄະດີພາສາປາລີ ລວມເຖິງການແປ ແລະ ເຜີຍແຜ່. ປັດຈຸບັນສະມາຄົມປາລີປະກອນນີ້ ມີສຳນັກງານໃຫຍ່ຢູ່ເອດດິງຕັນ ໃນເມືອງອັອກຊະຟອດຂອງສະຫະລາຊະອານາຈັກ.

ອ້າງອີງ

Tags:

ຄຳພີພາສາພາສາສັນສະກິດພາສາອັງກິດອັກສອນມອນອັກສອນລາວອັກສອນໄທ

🔥 Trending searches on Wiki ລາວ:

ປະເທດມຽນມາສົມເດັດພະລາຊິນີນາດເອລີຊາແບັດທີ 2 ແຫ່ງສະຫະລາຊະອານາຈັກມິສແກຣນລາວ 2017ສຸພາບບຸລຸດຈຸທາເທບລອນດອນມິສໂວຣ໌ວປະຫວັດສາດພາສາລັດເຊຍໂລກແຂວງສະຫວັນນະເຂດອົງການຈັດຕັ້ງຊີແລນເຍຕິແອຣ໌ໄລນ໌ ຖ້ຽວບິນທີ 691ລາໂຊກົງການແພ່ເຊື້ອພະຍາດທົ່ວຂອງໂຄວິດ-19ວິນເຊັນ ແວນ ໂກະວັນເສຍອົງຄະ ແລະ ເສຍສະຫຼະ ຊີວິດເພື່ອປະເທດຊາດ17 ມິຖຸນາກຸ່ມຊາດພັນໄທ-ກະໄດດວງໃຈເທວະພົມທະວີບອັງຕາກຕິກສື່ສັງຄົມປະເທດເກົາຫຼີໄອລີນຜາສາດຫີນວັດພູຕາດນ້ຳດີປ້າຍຈາລະຈອນຂອງປະເທດລາວຮັກອ່ຳຫຼ່ຳປີແສງກະສວຍອາວະກາດມະຫາວິທະຍາໄລມະຫິດົນປະເທດອົດສະຕຣາລີການວາງແຜນຊັບພະຍາກອນຂອງອົງກອນບັນສັດແຜ່ພາບກະຈາຍສຽງອັງກິດ26 ຕຸລາສາລານຸກົມຜ່ອງສີ ວໍຣະນຸດບັນຊີລາວນ້ຳຕົກຕາດຫົວຄົນເມືອງວຽງພູຄາປາຣີຄ.ສ. 1583ປະເທດການານາຍົກລັດຖະມົນຕີໄທ25 ພຶດສະພາສະໜາມບິນສາກົນວັດໄຕທະນາຄານແຫ່ງ ສປປ ລາວມະຫາວິທະຍາໄລລັດນະຄອນ ສຸວັນນະໂຄມຄໍາໄຄຣເມຍຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດລາຍຊື່ລະຫັດພາສາ ISO 639-1ເພງຊາດປະເທດເຢຍລະມັນພາສາມົ້ງອົງການບໍລິຫານ31 ມັງກອນສາທາລະນະລັດ ອາຟຣິກາກາງວິທະຍາສາດສະຫະພາບໂຊວຽດ1949ລາຍຊື່ນາຍົກລັດຖະມົນຕີໄທ🡆 More