ທົ່ງໄຫຫີນ ເປັນແຫລ່ງທ່ອງທ່ຽວທີ່ສຳຄັນຂອງ ຊຽງຂວາງ ຊາວບ້ານໄປພົບເຂົ້າລະຫວ່າງໄປຫາເຄື່ອງປ່າ ແລະ ລ່າສັດ.
ຊຶ່ງມີຮູບຊົງຄ້າຍໄຫເຮັດດ້ວຍຫີນຊາຍນີ້ມີຂະໜາດນ້ອຍຈົນເຖິງຂະໜາດໃຫຍ່ ມີຂະໜາດເສັ້ນຜ່າສູນກາງ ແລະ ຄວາມສູງໂດຍສະເລ່ຍ 1.5 ແມັດ ນ້ຳໜັກຫລາຍທີ່ສຸດເຖິງ 15 ໂຕນ ແລະ ໜ່ວຍທີ່ນ້ອຍທີ່ສຸດໜັກປະມານ 40-50 ກິໂລກຣາມ ກະຈັດກະຈາຍ ຢູ່ໃນບໍລິເວນ ເຂດເມືອງໂພນສະຫວັນ ແລະ ຍັງມີບ່ອນອື່ນໆອີກ. ໃນແຂວງຊຽງຂວາງ ອີກຫລາຍແຫ່ງນຳກັນ ໄຫຫີນສ່ວນຫຼາຍສະກັດ ມາຈາກຫິນຊາຍ ທີ່ຫາງ່າຍໃນທ້ອງຖິ່ນ ແຕ່ມີຢູ່ຫລາຍໜ່ວຍ ທີ່ມີຮ່ອງຮອຍການເກືອກລາກມາຈາກບ່ອນອື່ນ ບາງໄຫ ມີລັກສະນະ ແກະສະຫຼັກຍັງບໍ່ສຳເລັດກໍມີ ນອກຈາກນີ້ຍັງຄົ້ນພົບໂຄງກະດູກມະນຸດໃນໄຫບາງໜ່ວຍ ຊຶ່ງເປັນເຄື່ອງຢືນຢັນການໃຊ້ຫີນໃນພິທີຝັງສົບໄດ້ຢ່າງດີສ່ວນແຜ່ນຫີນມົນໆ ຄ້າຍຝາປິດຊຶ່ງພົບຢູ່ໃກ້ໆ ກັບໄຫຫີນນັ້ນໜ້າຈະເປັນແຜ່ນຫີນທີ່ໃຊ້ປິດໄຫຫີນໃນຂະນະປະກອບພິທີ. ອ້ອມຮອບໄຫຫີນພົບລູກປັດຈາກຈີນ ເຄື່ອງປະດັບຂອງຊົນເຜົ່າໄທ ແລະ ຮູບສຳລິດຂອງວຽດນາມ ຈຶ່ງພໍຈະຄາດເດົາໄດ້ວ່າ ຊົນເຜົ່າ ທີ່ສ້າງໄຫຫີນຂຶ້ນມານີ້ ຈະຕ້ອງມີຄວາມຈະເລີນ ແລະ ອາລິຍະທຳສູງ ແລະ ມີການຕິດຕໍ່ຄ້າຂາຍໄປທົ່ວພູມີພາກແຖວນີ້ດ້ວຍ ນັກບູຮານຄະດີລຸ້ນຫລັງໆ ລົງຄວາມເຫັນວ່າ ເຈົ້າຂອງອາລິຍະທຳນີ້ ອາດຈະເປັນຝີມືຂອງພວກຈາມໃນຫວຽດນາມ ທີ່ຫລົ່ມສະຫລາຍໄປແລ້ວ ຫລື ເປັນຝີມືຂອງຊາວລາວເທີງ ທີ່ອາໄສຢູ່ໃນແຂວງອັດຕະປື ທາງທິດຕະເວັນອອກສຽງໃຕ້ ຂອງປະເທດລາວ ຕິດກັບຊາຍແດນປະເທດກຳປູເຈຍ ສຳລັບທົ່ງໄຫຫີນນີ້ ຖະໜົນເຂົ້າເຖິງສະດວກ ໃນເຂດໂພນສະຫວັນ ແຂວງຊຽງຂວາງ ຊຶ່ງທາງລັດຖະບານ ໄດ້ເກັບກູ້ລະເບີດອອກໝົດແລ້ວ ທຸ່ງໄຫຫີນ ມີຢູ່ສາມກຸ່ມນຳກັນຄື:
ສະຖານທີ່ຕັ້ງ ຫ່າງຈາກເມືອງໂພນສະຫະຫວັນເມືອງຫລວງໃໝ່ ຂອງແຂວງຊຽງຂວາງປະມານ 5 ກິໂລແມັດ.
This article uses material from the Wikipedia ລາວ article ທົ່ງໄຫຫີນ, which is released under the Creative Commons Attribution-ShareAlike 3.0 license ("CC BY-SA 3.0"); additional terms may apply (view authors). ເນື້ອໃນສາມາດໃຊ້ໄດ້ພາຍໃຕ້ CC BY-SA 4.0 ຖ້າບໍ່ແມ່ນຢ່າງອື່ນໃດທີ່ລະບຸໄວ້. Images, videos and audio are available under their respective licenses.
®Wikipedia is a registered trademark of the Wiki Foundation, Inc. Wiki ລາວ (DUHOCTRUNGQUOC.VN) is an independent company and has no affiliation with Wiki Foundation.