ປະເທດຫວຽດນາມ

ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຫລື ປະເທດຫວຽດນາມ (ຫວຽດນາມ: Cộng hòa xã hội chủ nghĩa Việt Nam ກົ່ງ ຫວ່າ ສາ ໂຫ່ຍ ຈູ໋ ຫງຽ ຫວຽດ ນາມ) ແມ່ນປະເທດໃນອາຊີຕາເວັນອອກສຽງໃຕ້ ຢູ່ຕາເວັນອອກສຸດຂອງແຫຼມອິນດູຈີນ ທາງທິດຕາເວັນຕົກ ມີພົມແດນຕິດປະເທດຈີນ ລາວ ແລະກໍາປູເຈຍ ແລະທາງທິດຕາເວັນອອກແລະໃຕ້ ມີພົມແດນຕິດອ່າວຕົງຈິງ ທະເລຈີນໃຕ້ ແລະອ່າວໄທ.

ມີປະຊາກອນປະມານ 99.3 ລ້ານຄົນໃນ ຄ.ສ. 2019 ເຊິ່ງມີປະຊາກອນຫຼາຍທີ່ສຸດເປັນອັນດັບ 13 ຂອງໂລກແລະຫຼາຍປັນອັນດັບ 9 ຂອງອາຊີ. ນະຄອນຫຼວງມີຊື່ວ່າຮ່າໂນ້ຍ ເຊິ່ງແຕ່ງຕັ້ງໃຫ້ເປັນນະຄອນຫຼວງ ຕັ້ງແຕ່ຫວຽດນາມເໜືອແລະໃຕ້ໂຮມກັນໃນ ຄ.ສ. 1976. ເມືອງໃຫຍ່ສຸດໃນປະເທດແມ່ນເມືອງໂຮ່ຈິມິນ.

ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ

Cộng hòa xã hội chủ nghĩa Việt Nam
ທຸງຊາດຫວຽດນາມ
ທຸງຊາດ
ເຄື່ອງໝາຍຊາດຂອງຫວຽດນາມ
ເຄື່ອງໝາຍຊາດ
ຄຳຂວັນĐộc lập - Tự do - Hạnh phúc
"ເອກະລາດ - ອິດສະຫຼະພາບ - ຄວາມຜາສຸກ"
ທີ່ຕັ້ງຂອງຫວຽດນາມ
ເມືອງຫຼວງຮ່າໂນ້ຍ
ເມືອງໃຫຍ່ທີ່ສຸດເມືອງໂຮ່ຈິມິນ
ພາສາລັດຖະການພາສາຫວຽດນາມ
ການປົກຄອງສາທາລະນະລັດສັງຄົມນິຍົມ
• ເລຂາທິການໃຫຍ່ພັກ
ທ່ານ ຫງວຽນຟູ້ຈ່ອງ
• ປະທານປະເທດ
ທ່ານ ຫງວຽນຊວນຟຸກ
• ນາຍົກລັດຖະມົນຕີ
ທ່ານ ຟາມ ມິນ ຈີ
ເອກະລາດ
1.3
ປະຊາກອນ
• ກາງ ປີ 2022 ປະມານ
99,327,643 (15)
• ສຳມະໂນປະຊາກອນ 1999
76,323,173
GDP (ອຳນາດຊື້)2020 (ປະມານ)
• ລວມ
$ 1278 ພັນລ້ານໂດລາສະຫະລັດ (24)
• ຕໍ່ຫົວ
12,881 ໂດລາສະຫະລັດ (111)
ຈີນີ (2020)36.8
ປານກາງ
HDI (2021)0.703
ສູງ · 115
ສະກຸນເງິນດົງ
ເຂດເວລາUTC+7
ລະຫັດໂທລະສັບ84
ລະຫັດອິນເຕີເນັດ.vn

ທາງເໜືອຂອງປະເທດເຄີຍເປັນສ່ວນນຶ່ງຂອງຈັກກະວັດຈີນກວ່າພັນປີ ຕັ້ງແຕ່ 111 ປີກ່ອນຄະລິດສະສັກກະຫຼາດເຖິງ ຄ.ສ. 938. ລັດຕົ້ນເດີມຂອງຫວຽດນາມກໍ່ຕັ້ງຂຶ້ນເມື່ອປະມານປີ 938 ຫຼັງຫວຽດນາມຜາບແພ້ຈີນໃນສົງຄາມທາງເຮືອຢູ່ແມ່ນ້ຳບັ່ກດັງ. ຈາກນັ້ນ ຫວຽດນາມແລະຈັກກະພັດຫວຽດນາມກໍຈະເລີນຮຸ່ງເຮືອງແລະເລີ່ມແຜ່ຜາຍອິດທິພົນເຂົ້າໄປໃນອາຊີອາຄະເນ, ແຕ່ພໍເຖິງໄລຍະກາງສະຕະວັດທີ 19 ຫວຽດນາມກໍຕົກເປັນອິນດູຈີນຂອງຝະລັ່ງ.

ຫຼັງການຍຶດຄອງຂອງຍີ່ປຸ່ນໃນ ຄ.ສ. 1940 ຫວຽດນາມສູ້ຮົບກັບຝະລັ່ງໃນສົງຄາມອິນດູຈີນຄັ້ງທີນຶ່ງ ເມື່ອວັນທີ 2 ກັນຍາ ໂຮ່ຈິມິນປ່າວຮ້ອງການແຕ່ງຕັ້ງສາທາລະນະລັດປະຊາທິປະໄຕຫວຽດນາມ. ໃນປີ ຄ.ສ. 1954 ຫວຽດນາມຜາບແພ້ຝະລັ່ງຢ່າງເດັດຂາດໃນການຮົບຢູ່ດຽນບຽນຟູ ແລະເຮັດໃຫ້ຫວຽດນາມແຍກເປັນສອງປະເທດ ແມ່ນ ຫວຽດນາມເໜືອ (ສາທາລະນະລັດປະຊາທິປະໄຕຫວຽດນາມ) ແລະ ຫວຽດນາມໃຕ້ (ສາທາລະນະລັດຫວຽດນາມ). ຕໍ່ມາຄວາມຂັດແຍ້ງລະຫວ່າງ 2 ປະເທດຕື່ມຄວາມຮຸນແຮງຈົນກາຍເປັນສົງຄາມຫວຽດນາມຕັ້ງແຕ່ ຄ.ສ. 1955-1975.

ພາຍລຸນມາ ຫວຽດນາມໂຮມປະເທດແລະຢູ່ພາຍໃຕ້ລັດຖະບານກອມມູນິດ ເຊິ່ງປະເທດຍັງມີຄວາມຍາກຈົນແລະໂດດດ່ຽວທາງການເມືອງ. ຢ່າງໃດກໍດີ ໃນ ຄ.ສ. 1986 ພັກຄອມມິວນິດຫວຽດນາມເລີ່ມສ້ອມແປງເສດຖະກິດແລະການເມືອງ ເຮັດໃຫ້ຫວຽດນາມເລີ່ມເຂົ້າຮ່ວມກັບເສດຖະກິດໂລກ. ໃນ ຄ.ສ. 2000 ໄດ້ສ້າງຄວາມພົວພັນທາງການທູດກັບທຸກປະເທດ ແລະຕັ້ງແຕ່ ຄ.ສ. 2000 ອັດຕາການເຕີບໂຕທາງເສດຖະກິດຂອງຫວຽດນາມ ກໍຖືວ່າແມ່ນປະເທດທີ່ມີອັດຕາການເຕີບໂຕສູງສຸດໃນໂລກ ແມ່ນ ການສ້ອມແປງເສດຖະກິດໄດ້ປະສົບຄວາມສຳເລັດ ຈຶ່ງເຮັດໃຫ້ສາມາດເຂົ້າຮ່ວມກັບອົງການການຄ້າໂລກໄດ້ໃນ ຄ.ສ. 2007 ແລະນອກຈາກນີ້ ຍັງໄດ້ເປັນສະມາຊິກຂອງຄວາມຮ່ວມມືທາງເສດຖະກິດອາຊີ-ປາຊີຟິກແລະອົງການລະຫວ່າງປະເທດຂອງກຸ່ມປະເທດທີ່ໃຊ້ພາສາຝະລັ່ງອີກນຳ.

Tags:

ທະເລຈີນໃຕ້ປະເທດກໍາປູເຈຍປະເທດຈີນປະເທດລາວພາສາຫວຽດນາມອາຊີອາຊີຕາເວັນອອກສຽງໃຕ້ອ່າວໄທຮ່າໂນ້ຍເມືອງໂຮ່ຈິມິນແຫຼມອິນດູຈີນ

🔥 Trending searches on Wiki ລາວ:

ຄ.ສ. 2009ມາຣິໂອ້ ເມົາເຣີ້ແຮ່ທາດຄິດຕະສາສະໜາການປະຕິວັດຝະລັ່ງອາຊີໃຕ້ສົມເດັດພະລາຊິນີນາດເອລີຊາແບັດທີ 2 ແຫ່ງສະຫະລາຊະອານາຈັກຈັກກະວັດໂອສະມັນອາຊີອາຕິກຄອມພິວເຕີຈໍາລອງອຸຍກູຣອາໂດນ ຮິດແລປະເທດຟີລິບປິນເມືອງຫ້ວຍຊາຍເມືອງລະມາມສາທາລະນະລັດ ອາຟຣິກາກາງຊຽງທຸງປີເອເທນສະຫະລາຊະອານາຈັກໂຕກຽວຜູ້ຊົມເມືອງໄກສອນ ພົມວິຫານແຂວງຫົວພັນລື້ແມ່ນ້ຳຂອງເວັບບຣາວເຊີມະຫາສະໝຸດອັດລັງຕິກວິກິພີເດຍຊີແລນທະນາຄານແຫ່ງ ສປປ ລາວທະວີບອາເມຣິກາໃຕ້ປະທານປະເທດ ແຫ່ງ ສປປ ລາວປະເທດມົງໂກລີສົງຄາມເກົາຫຼີເອເຄບີໂຟຕີ້ເອັດວອລອດືມືຣ໌ ແຊແລນສະກຶຍສົມເດັດພຣະເຈົ້າກຸງທົນບຸຣີຂົວມິດຕະພາບ ລາວ-ໄທ ແຫ່ງທີສອງກົບຄ.ສ. 1979ເສັ້ນທາງ 13 (ປະເທດລາວ)ພິຊາພາ ລິມສະນຸການຢີນ31 ມັງກອນປະເທດກົດດີວົວ25 ມີນາກະສວຍອາວະກາດຊອບແວການສູ່ຂວັນພະບາດສົມເດັດພະມະຫາພູມິພົນອະດຸນຍະເດດມະຫາລາດ ບໍຣົມມະນາດຖະບໍພິດສະໄໝກາງປະເທດເບນິນໂຮງງານສານປະຊາຊົນສູງສຸດ (ປະເທດລາວ)ປະເທດອັງກິດ🡆 More