ທາດຫຼວງ (ອັງກິດ: That Luang) ຫຼື ພຣະທາດຫຼວງ ປະຫວັດ ທາດຫຼວງ ທາດຫຼວງວຽງຈັນຕັ້ງຢູ່ສົ້ນສຸດທາງທິດຕາເວັນອອກຂອງຖະໜົນທາດຫຼວງ ບ້ານ ທາດຫຼວງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເປັນປູຊະນິຍະສະຖານບູຮານອັນເປັນສັນຍະລັກຂອງປະເທດລາວ ແລະ ເປັນມິ່ງຂວັນຂອງປະຊາຊົນລາວຊາວພຸດທັງສອງຟາກຝັ່ງແມ່ນ້ຳຂອງ.
ຕາມຕຳນານອຸຣັງຄະທາດ ທາດຫຼວງຖືກສ້າງຂຶ້ນເທື່ອທີໜຶ່ງໃນປີພສ 236 (ກ່ອນ ຄສ 307 ປີ) ສະໄໝສ້າງເມືອງວຽງຈັນໂດຍພຣະເຈົ້າຈັນທະບຸຣີປະສິດທິຈັກ ພ້ອມດ້ວຍພຣະອໍຣະຫັນຫ້າອົງ (ພຣະສົງລາວ) ທີ່ກັບມາຈາກການສຶກສາທຳມະ ແລະ ໄດ້ນຳເອົາພຣະບໍຣົມມະ ທາດ(ກະດູກ)ຂອງພຣະພຸດທະເຈົ້າມາຈາກຊົມພູທະວີບ ການສ້າງອົງທາດຫຼວງເທື່ອແຮກນັ້ນພຽງແຕ່ກໍ່ເປັນອຸມຸງຫິນກວມພຣະບໍຣົມມະທາດເທົ່ານັ້ນ ແລະ ມີຮູບສີ່ລ່ຽມ ກວ້າງດ້ານລະຫ້າວາ ໜາສອງວາ ແລະ ສູງສີ່ວາສາມສອກ.
ປີຄສ 1566 ພາຍຫຼັງການຍ້າຍນະຄອນຫຼວງຈາກຫຼວງພຣະບາງລົງມາຕັ້ງຢູ່ວຽງຈັນ(ຄສ 1560) ພຣະເຈົ້າໄຊຍະເສດຖາທິຣາດ ໄດ້ກໍ່ສ້າງອົງທາດຫຼວງເປັນເທື່ອທີສອງ ແລະ ໄດ້ສ້າງເປັນທາດໃຫຍ່ກວມອຸມຸງຫິນອັນເກົ່າ ເຊິ່ງມີທາດນ້ອຍສາມສິບອົງອ້ອມອົງທາດໃຫຍ່ ເປັນບໍຣິວານ ພ້ອມດ້ວຍກົມມະລຽນ ແລະ ຫໍໄຫວ້ທັງສີ່ທິດ ໃນທາດນ້ອຍແຕ່ລະອົງນັ້ນເພິ່ນໄດ້ເອົາຄຳໜັກສີ່ບາດຫຼໍ່ເປັນທາດນ້ອຍໆບັນຈຸໄວ້ເຊິ່ງມີໃບລານທີ່ເຮັດດ້ວຍຄຳຍາວສອກປາຍ(ສອກກຳ) ແລະ ຈາຣຶກພາສາບາລີດ້ວຍອັກສອນທຳຮອງໄວ້ທຸກອົງ ເມື່ອກໍ່ສ້າງສຳເຣັດເພິ່ນໄດ້ໃສ່ຊື່ອົງທາດວ່າ”ພຣະເຈດີໂລກະຈຸລາມະນີ” ແຕ່ຄົນສ່ວນຫຼາຍມັກເອິ້ນວ່າທາດຫຼວງ ເຊິ່ງມີ ຄວາມໝາຍວ່າທາດທີ່ໃຫຍ່ ພາຍຫຼັງສ້າງສຳເຣັດລົງໃນປີຄສ 1570 ຍັງບໍ່ທັນໄດ້ສະຫຼອງ ພຣະເຈົ້າໄຊຍະເສດຖາທິຣາດໄດ້ເດິນທາງລົງໄປເມືອງອັດຕະປືແລ້ວຫາຍສາບສູນໄປໃນປີຄສ 1571.
ປີຄສ 1827ສະໄໝຂອງພຣະເຈົ້າອະນຸວົງ(ວິຣະກະສັດ) ນະຄອນຫຼວງວຽງຈັນຖືກກອງທັບສຍາມ(ໄທຍ)ທຳລາຍລົງຢ່າງຮາບກ້ຽງ ກຳແພງນະຄອນຖືກມ້າງເພ ຫໍໂຮງ ແລະ ວັດວາອາຮາມ ນັບເປັນຮ້ອຍໆວັດຖືກຈູດເຜົາເປັນເທົ່າຖ່ານ ອົງທາດຫຼວງທີ່ສະຫງ່າງາມມາແຕ່ບູຮານນະ ການຈຶ່ງກາຍເປັນທາດຮ້າງຢູ່ກາງປ່າ.
ປີຄສ 1876 ໂຈນຫໍ້ໄດ້ມາມ້າງເພອົງທາດນ້ອຍອ້ອມອົງທາດໃຫຍ່ນັ້ນເພື່ອຊອກຫາເງິນຄຳແລະວັດຖຸມີຄ່າທີ່ຝັງຢູ່ໃນອົງທາດຈຶ່ງເຮັດໃຫ້ທາດຫຼວງທີ່ເປ່ເພຢູ່ແລ້ວນັ້ນຍິ່ງເປ່ເພລົງຕື່ມອີກ.
ປີຄສ 1900 ເມື່ອຝຣັ່ງໄດ້ເຂົ້າມາປົກຄອງດິນແດນລາວ ພວກຝຣັ່ງເສດໄດ້ເຮັດການສ້ອມແປງສ່ວນຍອດຂອງອົງທາດ ແຕ່ມີຮູບຊົງແຕກຕ່າງຈາກຮູບເກົ່າ ແລະ ໃນເທື່ອນີ້ມີຜູ້ເຖົ້າເລົ່າວ່າຜູ້ສ້ອມແປງໄດ້ເອົາຄຳຈາກຍອດອົງທາດໄປ.
ອີກຕໍ່ມາ ປີຄສ 1929 ຣັດຖະບານຝຣັ່ງໄດ້ມີການສ້ອມແປງຄັ້ງໃຫຍ່ຈົນຮອດປີຄສ 1935 ຈຶ່ງສຳເຣັດ ການສ້ອມແປງເທື່ອນີ້ແມ່ນໄດ້ສ້ອມແປງຍອດຂອງທາດ ສ້ອມແປງກົມມະລຽນ ຫໍໄຫວ້ທາງຕາເວັນຕົກ ແລະ ທາດນ້ອຍທີ່ເພພັງໃຫ້ມີຮູບຊົງຄືເກົ່າ.
ປີຄສ 1957 ເມື່ອພຣະຣາຊອານາຈັກລາວໄດ້ຮັບອິດສະຣະພາບເປັນເອກະຣາດສົມບູນ ຣັດຖະບານລາວພາຍໃຕ້ພຣະບໍຣົມມະຣາຊະອຸປະຖຳຂອງພຣະບາດສົມເດັດພຣະເຈົ້າມະຫາຊີວິດສີສະຫວ່າງວົງ ໄດ້ນຳພາປະຊາຊົນເຮັດບຸນສະເຫຼີມສະຫຼອງອາຍຸພຣະພຸດທະສາດສະໜາຄົບຮອບ 2500ປີ (ພສ 2500) ຈຶ່ງໄດ້ເຮັດການຟອກຄຳແຕ່ສ່ວນກາງຂຶ້ນໄປ ແລະ ໄດ້ປັ້ນພຣະບໍຣົມມະຮູບຂອງພຣະເຈົ້າໄຊຍະເສດຖາທິຣາດປະດິດສະຖານໄວ້ທາງດ້ານຕາເວັນຕົກຊື່ກັບປະຕູເຂົ້າກົມມະລຽນເພື່ອເປັນອະນຸສາວະຣີທີ່ພຣະອົງໄດ້ຊົງສ້າງທາດຫຼວງຂຶ້ນໃຫ້ເປັນທີ່ສັກກະຣະບູຊາຕໍ່ມາ.
ທາດຫຼວງສູງ 45 ແມັດ ມີໃບສີມາອ້ອມ 228ໃບ ມີບໍຣິວານ(ທາດນ້ອຍ) 30ອົງ ອ້ອມຮອບ ເອິ້ນວ່າປາຣະມີສາມສິບທັດ ຕີນທາດແຕ່ດ້ານຕາເວັນອອກຫາດ້ານຕາເວັນ ຕົກຍາວ 69 ແມັດ ແຕ່ດ້ານເໜືອເຖິງດ້ານໃຕ້ຍາວ 68 ແມັດ ແລະ ກົມມະລຽນດ້ານນອກອ້ອມທາດຫຼວງແຕ່ລະດ້ານຍາວ 91.75 ແມັດ.
This article uses material from the Wikipedia ລາວ article ທາດຫຼວງ, which is released under the Creative Commons Attribution-ShareAlike 3.0 license ("CC BY-SA 3.0"); additional terms may apply (view authors). ເນື້ອໃນສາມາດໃຊ້ໄດ້ພາຍໃຕ້ CC BY-SA 4.0 ຖ້າບໍ່ແມ່ນຢ່າງອື່ນໃດທີ່ລະບຸໄວ້. Images, videos and audio are available under their respective licenses.
®Wikipedia is a registered trademark of the Wiki Foundation, Inc. Wiki ລາວ (DUHOCTRUNGQUOC.VN) is an independent company and has no affiliation with Wiki Foundation.