ລັດ

ລັດ (ຄຳເຄົ້າ: ຣັຖ) ແມ່ນ ກົນໄກທາງການເມືອງໂດຍມີອຳນາດອະທິປະໄຕປົກຄອງດິນແດນທາງພູມິສາດທີ່ມີອານາເຂດແລະມີປະຊາກອນແນ່ນອນ ໂດຍອຳນາດດັງກ່າວເບັດເສັດທັງພາຍໃນແລະພາຍນອກລັດ ບໍ່ຂຶ້ນກັບລັດອື່ນຫຼືອຳນາດອື່ນຈາກພາຍນອກ ແລະອາດກ່າວໄດ້ວ່າ ລັດສາມາດຄົງຢູ່ໄດ້ແມ້ນຈະບໍ່ໄດ້ຮັບການຮັບຮອງຈາກລັດອື່ນ ພຽງແຕ່ລັດທີ່ບໍ່ໄດ້ຮັບການຮັບຮອງເຫຼົ່ານີ້ ມັກຈະພົບວ່າຕົນປະສົບອຸປະສັກໃນການເຈລະຈາສົນທິສັນຍາກັບຕ່າງປະເທດແລະດຳເນີນກິຈະການທາງການທູດກັບລັດອື່ນ.

ອົງປະກອບສຳຄັນຂອງລັດ ມີ 4 ປະການ ແມ່ນ:

1. ປະຊາກອນ: ລັດທຸກລັດຈະຕ້ອງມີປະຊາກອນຈຳນວນນຶ່ງເຊິ່ງເປັນກຸ່ມຄົນທີ່ມີຈຸດມຸ່ງໝາຍແລະມີປະໂຫຍດຮ່ວມກັນ. ຈຳນວນປະຊາກອນຂອງແຕ່ລະລັດອາດມີຫຼາຍໜ້ອຍແຕກຕ່າງກັນໄປ ທີ່ສຳຄັນແມ່ນ ຈະຕ້ອງມີປະຊາກອນດຳລົງຊີບຢູ່ພາຍໃນຂອບເຂດຂອງລັດນັ້ນ.

2. ດິນແດນ: ລັດຕ້ອງມີດິນແດນອັນແນ່ນອນຂອງລັດນັ້ນ ກ່າວແມ່ນ ມີເສັ້ນເຂດແດນເປັນທີ່ຍອມຮັບຂອງນານາປະເທດທັງໂດຍຂໍ້ເທັດຈິງແລະໂດຍສົນທິສັນຍາ ທັງນີ້ລວມເຖິງພື້ນດິນ ພື້ນນ້ຳແລະພື້ນອາກາດ.

3. ອຳນາດອະທິປະໄຕ: ອຳນາດອະທິປະໄຕ ແມ່ນ ອຳນາດລັດ ໝາຍເຖິງ ອຳນາດສູງສຸດໃນການປົກຄອງປະເທດ ເຮັດໃຫ້ລັດສາມາດດຳເນີນການທັງໃນສ່ວນທີ່ກ່ຽວກັບການປົກຄອງພາຍໃນແລະພາຍນອກ.

4. ລັດຖະບານ: ລັດຖະບານແມ່ນ ອົງກອນຫຼືໜ່ວຍງານທີ່ດຳເນີນງານຂອງລັດໃນການປົກຄອງປະເທດ. ລັດຖະບານແມ່ນຜູ້ເຮັດໜ້າທີ່ສາທາລະນະສະໜອງເຈຕະນາລົມຂອງສາທາລະນະຊົນໃນລັດ ເພື່ອຮັກສາຜົນປະໂຫຍດຂອງປະຊາຊົນແລະປ້ອງກັນການຮຸກຮານຈາກລັດອື່ນ. ລັດຖະບານເປັນອົງກອນທາງການເມືອງທີ່ຂາດບໍ່ໄດ້ຂອງລັດ.

Tags:

ການເມືອງ

🔥 Trending searches on Wiki ລາວ:

ສາທາລະນະລັດປະເທດເຢຍລະມັນໄຊເສດຖາຊ່ອງ 9 ເອັມຄັອດເອຊດີເມືອງຈັນທະບູລີຜົນກຳໄລພະບາງການສຶກສາປະເທດທີ່ບໍ່ມີທາງອອກສູ່ທະເລປີໃໝ່ລາວພັກ ຈີ-ຮໂຍສາສະໜາອີແມລລາວ 44ພຸດທະສາສະໜາການສໍາເລັດຄວາມໃຄ່ດ້ວຍຕົນເອງXMLເສືອອາເມລິກາການປະຕິວັດເດືອນຕຸລາໄມໂຄຣຊອບ ວິນໂດດັງປະເທດອົດສະຕຣາລີພິທີບາສີ-ສູ່ຂັວນຜົມລະດູປະເທດກຣົວຊີໂລກລະຫັດໂທລະສັບລະຫວ່າງປະເທດປະເທດບັງກລາເທດເຂົ້າຫລາມແຂວງສະຫວັນນະເຂດລັດປາແລັດສະໄຕຢູທູບ19 ພະຈິກສື່ສັງຄົມປະເທດຫວຽດນາມກັນຍາປະເທດອິຫຣ່ານໝາລັດແມສຊາຊູເຊຕສ໌ເມືອງສີໂຄດຕະບອງ8 ມີນາເຂດສະພານສູງລວມຍອດຜະລິດຕະພັນພາຍໃນບານເຕະໂລກ 2014ວິກິວັດຈະນານຸກົມປະເທດໂມນາໂກບຸນປີໃຫມ່ລາວອາລະຍະທຳຈັງຫວັດບຸລີລຳເດນເວີຫມາຍເລກໄອພີບລູ ອາຣໄຄຟເນື້ອທີ່ມາຣີໂອ ດຣາກີດວງໃຈເທວະພົມສາລີ້19 ສິງຫາ20 ພະຈິກປະເທດອິນໂດເນເຊຍ7 ມີນາໜູລ້າງນ້ຳປະເທດສະວິດຊື່ໂດເມນ28 ພຶດສະພາກິລາໂອແລມປິກເມືອງຄຳເກີດພາສາລາແຕງ🡆 More