ພາສາລາວ

ພາສາລາວ ແມ່ນພາສາຕະກຸນໄຕ-ກະໄດຂອງຄົນລາວ ໂດຍມີຄົນເວົ້າໃນປະເທດລາວ ເຊິ່ງເປັນພາສາລັດຖະການຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂອງປະຊາກອນປະມານ 7 ລ້ານຄົນ ແລະ ໃນພື້ນທີ່ພາກຕາເວັນອອກສຽງເໜືອຂອງປະເທດໄທທີ່ມີຄົນເວົ້າປະມານ 23 ລ້ານຄົນ ທາງລັດຖະບານປະເທດໄທມີການສະໜັບສະໜູນໃຫ້ເອີ້ນພາສາລາວຖິ່ນໄທວ່າ ພາສາລາວຖິ່ນອີສານ ນອກຈາກນີ້, ຢູ່ທາງພາກຕາເວັນອອກສຽງເໜືອຂອງປະເທດກຳປູເຈຍກໍມີຄົນເວົ້າພາສາລາວຄືກັນ.

ພາສາລາວເປັນແມ່ຂອງຄົນເຊື້ອຊາດລາວທັງຢູ່ພາຍໃນແລະຕ່າງປະເທດ ທັງເປັນພາສາກາງຂອງພົນລະເມືອງໃນປະເທດລາວທີ່ມີພາສາອື່ນອີກຫຼາຍພາສາ ເຊິ່ງບາງພາສາບໍ່ມີຄວາມກ່ຽວຂ້ອງກັບພາສານີ້ .

ພາສາລາວ
ພາສາລາວ
ອອກສຽງpʰáːsǎː láːw
ປະເທດທີ່ມີການເວົ້າລາວ
ໄທ (ພາກອີສານ)
ກຳປູເຈຍ (ສະຕຶງແຕຣງ (ຊຽງແຕງ), ພຣະວິຫານ ແລະຣັດຕະນະຄີຣີ)
ຊົນເຜົ່າຊາວລາວ
ຊາວອີສານ
ຈຳນວນຜູ້ເວົ້າ30 ລ້ານຄົນ  (ບໍ່ພົບວັນທີ)
ຕະກຸນພາສາ
ກະ-ໄຕ
  • ໄຕ
    • ພາສາໄຕຕາເວັນຕົກສຽງໃຕ້
      • ລາວ–ຜູ້ໄທ
        • ພາສາລາວ
ພາສາຖິ່ນ
ລາວເໜືອ (ລາວຫຼວງພະບາງ)
ລາວຕາເວັນຕົກສຽງເໜືອ
ລາວກາງ (ພວນ)
ລາວໃຕ້
ລາວຕາເວັນຕົກ
ລະບົບການຂຽນອັກສອນລາວໃນປະເທດລາວ
ອັກສອນໄທໃນປະເທດໄທ
ອັກສອນນູນລາວ ແລະ ໄທ
ສະຖານະພາບທາງການ
ພາສາທາງການທຸງຊາດຂອງປະເທດລາວ ລາວ
ທຸງຊາດຂອງສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ ອາຊຽນ
ພາສາຊົນກຸ່ມນ້ອຍທີ່ຮັບຮອງໃນທຸງຊາດຂອງໄທ ໄທ
ທຸງຊາດຂອງປະເທດກຳປູເຈຍ ກຳປູເຈຍ
ຜູ້ວາງລະບຽບສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການແລະກິລາ
ແລະ
ສະຖາບັນວິທະຍາສາດສັງຄົມ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ
ລະຫັດພາສາ
ISO 639-1lo
ISO 639-2lao
ISO 639-3la
ພາສາລາວ
ຜູ້ເວົ້າພາສາລາວ

ພາສາລາວເປັນພາສາທີ່ມີວັນນະຍຸດແລະແຍກໜ່ວຍຄໍາຄືກັບພາສາຕະກຸນໄຕ-ກະໄດອື່ນ ໆ ແລະພາສາຈີນກັບພາສາຫວຽດນາມ ພາສານີ້ສາມາດເຂົ້າໃຈກັນລະຫວ່າງກັບພາສາລາວ ແລະ ພາສາໄທ ເຊິ່ງຢູ່ໃນພາສາໄຕຕາເວັນຕົກສຽງໃຕ້ຄືກັນ ພາສາເຫຼົ່ານີ້ຂຽນດ້ວຍຕົວອັກສອນທີ່ຄ້າຍຄືກັນ ພ້ອມກັບພາສາກໍມີຄວາມໃກ້ຄຽງກັນ ແລະ ກໍ່ໃຫ້ເກີດຄວາມຕໍ່ເນື່ອງຂອງພາສາ

ພາສາລາວສືບທອດມາຈາກພາສາຕະກຸນໄຕ-ກະໄດ ຢູ່ພາກໃຕ້ຂອງປະເທດຈີນ ​ເຊິ່ງເປັນຈຸດເດີມຂອງຫຼາຍພາສາໃນຕະກຸນນີ້ທີ່ຍັງຖືກໃຊ້ ແລະ ຖືກເວົ້າຢູ່ໂດຍຫຼາຍຊົນເຜົ່າໃນປັດຈຸບັນ. ເນື່ອງຈາກຖືກຄວາມກົດດັນຈາກການຂະຫຍາຍຕົວຂອງອານາຈັກຈີນ, ການບຸກຮຸກຮານຂອງຊາວມົງໂກລີ ແລະ ການປູກຝັງທຳມາຫາກິນ, ຄົນໄຕ (ໄທ) ໄດ້ຍົກຍ້າຍລົງມາທາງໃຕ້ກະຈາຍໄປຕາມແຫຼ່ງທໍາມາຫາກິນທີ່ເໝາະສົມກັບຕົນ. ການອົບພະຍົບຂອງຊາວໄຕກໍໄດ້ມີກ່າວໄວ້ໃນພື້ນຂຸນບູຣົມ.

ເຖິງແມ່ນວ່າພາສາລາວຍັງບໍ່ມີສໍານຽງມາຕະຖານຢ່າງເປັນທາງການກໍຕາມ ແຕ່ໃນຊ່ວງຫຼັງຂອງຄຣິດສະຕະວັດທີ 20 ສໍານຽງວຽງຈັນກາຍເປັນສໍານຽງມາຕະຖານເນື່ອງຈາກຄົນທົ່ວໄປມັກໃຊ້ໃນການເວົ້າລົມປະຈຳວັນແລະຊາວລາວກໍສາມາດສື່ສານ ແລະ ເຂົ້າໃຈໄດ້.

ສໍານຽງທ້ອງຖິ່ນ

ສໍານຽງທ້ອງຖິ່ນຂອງພາສາລາວສາມາດແບ່ງໄດ້ 6 ສຳນຽງໃຫຍ່ ຄື

ສໍານຽງ ຂອບເຂດທີ່ມີການນໍາໃຊ້
ລາວວຽງຈັນ ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ແຂວງບໍລິຄຳໄຊ; ຈັງຫວັດໄຊຍະພູມ, ຈັງຫວັດໜອງຄາຍ, ຈັງຫວັດບຶງການ, ຈັງຫວັດໜອງບົວລຳພູ ແລະບາງສ່ວນຂອງຈັງຫວັດຂອນແກ່ນ, ຈັງຫວັດອຸດອນທານີ, ຈັງຫວັດກາລະສິນ
ລາວເໜືອ ແຂວງຫຼວງພະບາງ, ແຂວງໄຊຍະບູລີ, ແຂວງອຸດົມໄຊ, ແຂວງຫຼວງນໍ້າທາ, ແຂວງບໍ່ແກ້ວ; ຈັງຫວັດເລີຍ ແລະບາງສ່ວນຂອງຈັງຫວັດອຸຕະລະດິດ, ຈັງຫວັດພິສະນຸໂລກ , ຈັງຫວັດເພັດຊະບູນ, ຈັງຫວັດຂອນແກ່ນ, ຈັງຫວັດໄຊຍະພູມ, ຈັງຫວັດໜອງຄາຍ, ຈັງຫວັດອຸດອນທານີ
ລາວຕາເວັນອອກສຽງເໜືອ ແຂວງຊຽງຂວາງ, ແຂວງຫົວພັນ; ບາງສ່ວນຂອງຈັງຫວັດອຸດອນທານີ, ຈັງຫວັດສະກົນນະຄອນ
ລາວກາງ ແຂວງຄໍາມ່ວນ, ແຂວງສະຫວັນນະເຂດ; ຈັງຫວັດສະກົນນະຄອນ, ຈັງຫວັດນະຄອນພະນົມ, ຈັງຫວັດມຸກດາຫານ ແລະບາງສ່ວນຂອງຈັງຫວັດບຶງການ
ລາວໃຕ້ ແຂວງຈຳປາສັກ, ແຂວງສາລະວັນ, ແຂວງເຊກອງ, ແຂວງອັດຕະປື; ຈັງຫວັດອຸບົນລາຊະທານີ, ຈັງຫວັດສີສະເກດ, ຈັງຫວັດຍະໂສທອນ, ຈັງຫວັດອຳນາດຈະເຣີນ ແລະບາງສ່ວນຂອງຈັງຫວັດສຸຣິນ)
ລາວຮ້ອຍເອັດ (ບໍ່ມີໃຊ້ໃນລາວ); ຈັງຫວັດຮ້ອຍເອັດ, ຈັງຫວັດຂອນແກ່ນ, ຈັງຫວັດມະຫາສາຣະຄາມ, ຈັງຫວັດກາລະສິນ, ຈັງຫວັດອຸດອນທານີ, ຈັງຫວັດບຸຣີຣຳ ແລະບາງສ່ວນຂອງຈັງຫວັດໜອງຄາຍ, ຈັງຫວັດສຸຣິນ, ຈັງຫວັດນະຄອນຣາຊະສີມາ

ລະບົບສຽງ

ເບິ່ງຕື່ມຢູ່ ລະບົບສຽງພາສາລາວ

ພະຍັນຊະນະ

ສຽງສັດທະອັກສອນພະຍັນຊະນະໃນພາສາລາວ (ສຽງແປ) ມີຢູ່ນຳກັນ 21 ສຽງ

  ຮິມປາກ
ທັງສອງ
ຮິມປາກລຸ່ມ
-ແຂ້ວເທິງ
ປຸ່ມເຫງືອກ ປຸ່ມເຫງືອກ
-ເພດານແຂງ
ເພດານແຂງ ເພດານອ່ອນ ຜະໜັງຄໍ
ສຽງກັກ /p/
/pʰ/
ຜ, ພ
/b/
/t/
/tʰ/
ຖ, ທ
/d/
/k/
/kʰ/
ຂ, ຄ
/ʔ/
*
ສຽງນາສິກ /m/
ໝ, ມ
/n/
ໜ, ນ
/ɲ/
ຫຍ, ຍ
/ŋ/
ຫງ, ງ
ສຽງສຽດແຊກ /f/
ຝ, ຟ
/s/
ສ, ຊ
/h/
ຫ, ຮ
ສຽງປະສົມສຽດແຊກ /t͡ɕ/
ສຽງລົວລີ້ນ /r/
ສຽງເປີດ /j/
/w/
ຫວ, ວ
ສຽງຂ້າງລີ້ນ /l/
ຫຼ, ລ
    * ສຽງ /ʔ/ ມີປາກົດຢູ່ໃນຄຳທີ່ມີສະຫຼະສຽງສັ້ນແລະບໍ່ມີພະຍັນຊະນະສະກົດ

ສະຫຼະ

ສຽງສະຫຼະໃນພາສາລາວແບ່ງອອກເປັນ 3 ຊະນິດແມ່ນ ສະຫຼະດ່ຽວ ສະຫຼະປະສົມ ແລະສະຫຼະເກີນ. ສະກົດດ້ວຍຮູບສະຫຼະພື້ນຖານນຶ່ງໂຕຫຼືຫຼາຍໂຕຮ່ວມກັນ ສະຫຼະດ່ຽວ ຫຼື ສະຫຼະແທ້ ແມ່ນສະຫຼະທີ່ເກີດຈາກຖານພຽງຖານດຽວ ມີທັງໝົດ 18 ສຽງ.

ສະຫຼະດ່ຽວ

  ລີ້ນສ່ວນໜ້າ ລີ້ນສ່ວນຫຼັງ
ປາກຢຽດ ປາກຢຽດ ປາກຫໍ່
ສັ້ນ ຍາວ ສັ້ນ ຍາວ ສັ້ນ ຍາວ
ລີ້ນຍໍສູງ /i/
xິ
/iː/
xີ
/ɯ/
xຶ
/ɯː/
xື
/u/
xຸ
/uː/
xູ
ລີ້ນເຄິ່ງສູງ /e/
ເxະ, ເxັx
/eː/
ເx
/ɤ/
ເxິ
/ɤː/
ເxີ
/o/
ໂxະ, xົx
/oː/
ໂx
ລີ້ນເຄິ່ງຕ່ຳ /ɛ/
ແxະ, ແxັx
/ɛː/
ແx
/ɔ/
ເxາະ, xັອx
/ɔː/
xໍ, xອx
ລີ້ນຫຼຸດຕ່ຳ /a/
xະ, xັx
/aː/
xາ

ສະຫຼະປະສົມ

ສະຫຼະປະສົມ ແມ່ນສະຫຼະທີ່ເກີດຈາກສະຫຼະດ່ຽວສອງສຽງມາປະສົມກັນ. ເກີດການປ່ຽນບ່ອນຂອງລີ້ນໃນລະດັບສູງຫຼຸດລົງສູ່ລະດັບຕ່ຳ. ດັ່ງນັ້ນຈຶ່ງສາມາດເອີ້ນອີກຊື່ນຶ່ງວ່າ "ສະຫຼະປ່ຽນບ່ອນ" ມີ 3 ສຽງດັ່ງນີ້.

  • ເxຍ /iːa/ (ມີຕົວສະກົດ: xຽx) ປະສົມຈາກສະຫຼະ ອີ ແລະ ອາ
  • ເxືອ /ɯːa/ ປະສົມຈາກສະຫຼະ ອື ແລະ ອາ
  • xົວ /uːa/ (ມີຕົວສະກົດ: xວx) ປະສົມຈາກສະຫຼະ ອູ ແລະ ອາ

ວັນນະຍຸດ

ພາສາລາວມີວັນນະຍຸດ 6 ສຽງ ສະແດງໃນຕາລາງດັ່ງຕໍ່ໄປນີ້. ໃນຄໍລັມເສັ້ນສະແດງຮູບຮ່າງສຽງວັນນະຍຸດ 1 ໝາຍເຖິງລະດັບສຽງຕ່ຳ, 3 ໝາຍເຖິງລະດັບສຽງກາງ, ແລະ 5 ໝາຍເຖິງລະດັບສຽງສູງ.

ຊື່ ສັນຍະລັກໃຊ້ນຳ /e/ ເສັ້ນສະແດງຮູບຮ່າງສຽງວັນນະຍຸດ ໂຕຢ່າງ
ອັກສອນລາວ ສັດທະອັກສອນສາກົນ
ຈາກຕ່ຳໄປສູງ ě 24 ຫຼື 214 ຂາ /kʰǎː/
ສູງ é 4 ຄາ /kʰáː/
ຈາກສູງໄປຕ່ຳ ê 53 ຄ້າ /kʰâː/
ກາງ ē 3 ຄ່າ, ຂ່າ /kʰāː/
ຕ່ຳ è 1 ກາ /kàː/
ຈາກກາງໄປຕ່ຳ e᷆ 31 ຂ້າ /kʰa᷆ː/

ໄວຍາກອນ

ໄວຍາກອນພາສາລາວມີລັກສະນະຄ້າຍຄືກັບພາສາໄຕອື່ນໆ ເຊັ່ນ

  • ໃນປະໂຫຍກທຳມະດາ ກັດຕຸວາຈົກ ລຳດັບຄຳຈະລຽນເປັນ ຄຳໂຕຕັ້ງ-ຄຳກຳມະ-ຄຳປະກອບ (subject-verb-object) ເຊັ່ນ: ຂ້ອຍເວົ້າພາສາລາວ ໂດຍ ຂ້ອຍ ເປັນ ຄຳໂຕຕັ້ງ, ເວົ້າ ເປັນຄຳກຳມະ, ແລະ ພາສາລາວ ເປັນຄຳປະກອບ. ສະນັ້ນຕາມຫຼັກໄວຍາກອນລາວ ຈະບໍ່ສາມາດເວົ້າວ່າ ພາສາລາວເວົ້າຂ້ອຍ ຫຼື ເວົ້າຂ້ອຍພາສາລາວ ເພື່ອທີ່ຈະໃຫ້ມີຄວາມໝາຍດຽວກັນ.
  • ບໍ່ມີການບົ່ງບອກການ (tense) ຢ່າງຊັດເຈນຄືພາສາເອີລົບທັງຫຼາຍ ເຊັ່ນ ໃນພາສາອັງກິດ go ມີຫຼາຍການ: I go (ຂ້ອຍໄປ), I went (ຂ້ອຍໄປແລ້ວ), I have gone (ຂ້ອຍໄດ້ໄປແລ້ວ).
  • ບໍ່ມີເພດໄວຍາກອນ (grammatical gender) ເຊັ່ນ ພາສາຝະຫຼັ່ງ le chien (ໝາຜູ້), la chienne (ໝາແມ່).

ລະບົບການຂຽນ

ພາສາລາວ 
ປື້ມແບບຮຽນກ່ຽວກັບຕົວອັກສອນລາວ

ອັກສອນລາວ ແມ່ນອັກສອນທີ່ລັດຖະບານລາວຮັບຮອງໃຫ້ໃຊ້ຂຽນພາສາລາວ ເຊິ່ງໃຊ້ເປັນພາສາລາຊະການໃນປັດຈຸບັນ.

ຄຳສັບ

ຄຳສັບພາສາລາວມີຮາກເຫງົ້າຈາກຫຼາຍບ່ອນ. ຄຳສັບລາວເດີມ ຫຼື ຄຳສັບລາວແທ້ ໄດ້ພັດທະນາມາຈາກພາສາໄຕບູຮານ (proto-Tai language) ໂດຍພັດທະນາພ້ອມໆ ກັບພາສາໃນຕະກູນພາສາໄຕ (Tai languages) ອື່ນໆ ອັນມີພາສາໄທ ພາສາໂຍນ ພາສາພວນ ພາສາໄທລື້ ຯລຯ ເຊິ່ງບັນດາພາສາເຫຼົ່ານີ້ເຄີຍເປັນພາສາດຽວກັນມາກ່ອນກັບພາສາລາວໃນອະດີດ. ຍ້ອນມີຊົນຊາດອື່ນໆ ທີ່ເວົ້າພາສາຕະກູນມອນ-ຂະເໝນ (Mon-Khmer languages) ຢູ່ລ້ອມຮອບຊົນຊາດລາວ ກໍໄດ້ມີຄຳສັບຈາກພາສາເຫຼົ່ານີ້ອີກ ເຊັ່ນພາສາຂະເໝນບູຮານ. ນອກຈາກນັ້ນ ຍ້ອນພຸດທະສາສະໜາ ພາສາລາວຍັງມີຄຳສັບຈາກພາສາບາລີ ແລະ ພາສາສັນສະກິດອີກ. ຕອນຍຸກສະໄໝປະເທດລາວເປັນຫົວເມືອງຂອງຝະລັ່ງ ກໍໄດ້ມີການຢືມຄຳສັບຝະລັ່ງມາຫຼາຍ. ປັດຈຸບັນ ພາສາລາວມີຄຳສັບຈາກພາສາອັງກິດ ແລະ ພາສາໄທ ຜ່ານສື່ຕ່າງໆ ເຊັ່ນ ຈາກໂທລະພາບ ຮູບເງົາ ປຶ້ມ ຯລຯ.

ຕົວຢ່າງ ແຫຼ່ງຢືມ
ນ້ຳ (ຄຳລາວແທ້) < ລາວບູຮານ *nam.C
ຟ້າ (ຄຳລາວແທ້) < ລາວບູຮານ *va.C
ສາສະໜາ < ພາສາບາລີ sāsanā
ພາສາ < ພາສາບາລີ bhāsā
ສະຫຼາມ < ພາສາຂະເໝນບູຮານ chlaam
ຊຳນານ < ພາສາຂະເໝນບູຮານ jamnaan
ກະແລັມ < ພາສາຝະລັ່ງ crème glacée
ແວງ < ພາສາຝະລັ່ງ vin
ຄຸກກີ້ < ພາສາອັງກິດ cookie

ອ້າງອີງ

ອ່ານຕື່ມ

  • ANSI Z39.35-1979, System for the Romanization of Lao, Khmer, and Pali; ISBN 0-88738-968-6.
  • Hoshino, Tatsuo and Marcus, Russel. (1989). Lao for Beginners: An Introduction to the Spoken and Written Language of Laos. Tuttle Publishing. ISBN 0-8048-1629-8.
  • Enfield, N. J. (2007). A Grammar of Lao. Mouton de Gruyter Publishers. ISBN 3-11-018588-1.
  • Cummings, Joe. (2002). Lao Phrasebook: A Language Survival Kit. Lonely Planet. ISBN 1-74059-168-2.
  • Mollerup, Asger. Thai–Isan–Lao Phrasebook. White Lotus, Bangkok, 2001. ISBN 974-7534-88-6.
  • Kerr, Allen. (1994). Lao–English Dictionary. White Lotus. ISBN 974-8495-69-8.
  • Simmala, Buasawan and Benjawan Poomsan Becker (2003), Lao for Beginners. Paiboon Publishing. ISBN 1-887521-28-3

ແຫຼ່ງຂໍ້ມູນອື່ນ

Tags:

ພາສາລາວ ສໍານຽງທ້ອງຖິ່ນພາສາລາວ ລະບົບສຽງພາສາລາວ ໄວຍາກອນພາສາລາວ ລະບົບການຂຽນພາສາລາວ ຄຳສັບພາສາລາວ ອ້າງອີງພາສາລາວ ອ່ານຕື່ມພາສາລາວ ແຫຼ່ງຂໍ້ມູນອື່ນພາສາລາວກຸ່ມພາສາໄຕປະເທດລາວປະເທດໄທ

🔥 Trending searches on Wiki ລາວ:

ເພງຊາດລາວທຸລະກິດການສໍາເລັດຄວາມໃຄ່ດ້ວຍຕົນເອງມ້າສະປາຍ × ແຟມິລີປະຫວັດພຣະທາດຫລວງບລັອກສະຖານີຄຳສະຫວາດສົງຄາມເຢັນພາສາໂຮນລັງສີສະຫວາດ ແກ້ວບຸນພັນສາສະໜາພຸດປະເທດພິຊຊ່າສະໂມສອນ Al Nassrຕຶກທອງສິງ ທຳມະວົງອັກສອນທໍາລ້ານນາແຮ່ໄພໄຣພາສາອັງກິດຫມາຍເລກໄອພີປະເທດເຊັກກີອະນິເມະເສດຖະກິດຕະຫລາດອົງການໄອຍາການປະເທດມາເລເຊຍການເມືອງອຸຕະມະ ຈຸນລະມະນີປະເທດໂກມໍຣົດສະພັນຈ໌ບັອບ ສະແຄວຣ໌ແພນສ໌ອາຍາສິດສຸຂະພາບນ້ຳຕົກຕາດຫົວຄົນໂອເຊອານີໝາລ່າກູເກິລ ແປພາສາສົງຄາມໂລກຄັ້ງທີສອງພະເຈົ້າຟ້າງຸ່ມ23 ກຸມພາລະບົບປະຕິບັດການMinecraftດວງພະໄທ ເມກສີທອງລະຫັດໂທລະສັບລະຫວ່າງປະເທດພາສາລັດຖະການ.joຄວາຍລະບົບມາດຕະຖານຄຳ7 ກຸມພາເມືອງສີສັດຕະນາກນາງສາວລາວ 2018ໜັງສືພິມວັນສຸກທິດາລັດ ວົງສິລິກຸມພາທຸງຊາດໄທ6 ພະຈິກລວມຍອດຜະລິດຕະພັນພາຍໃນບຸນບັ້ງໄຟສະຫະພາບໂຊວຽດສະຖາປັດຕະຍະກຳປະເທດຟີລິບປິນໝູກະທະນາງສາວລາວ 2016ລົດໄຟລາວ-ຈີນພຣະພຸດທະເຈົ້າເມືອງໄຊທານີ🡆 More