ນ້ຳຕົກຕາດຫົວຄົນ

ສະບາຍດີ ທ່ານທັງຫຼາຍ ແລະ ຜູ້ທີ່ສົນໃຈໃນ ນ້ຳຕົກຕາດຫົວຄົນ

ໃນນາມຂ້າພະເຈົ້າ ໃນຮູ້ປະຫວັດຄວາມເປັນມາ ຂອງນ້ຳຕົກຕາດຫົວຄົນແຫ່ງນີ້ມາ ກໍ່ບໍ່ຫຼາຍປານໄດ ແຕ່ຂໍເລົ່າສູ່ ພີ່ນ້ອງພັງ ເລັກນ້ອຍ

ນ້ຳຕົກຕາດຫົວຄົນ ແມ່ນເປັນນ້ຳຕົກທີ່ສວຍງາມ ເກີດຂື້ນຢູ່ໃນສາຍນ້ຳເຊນ້ອຍ (ເຊນ້ຳນ້ອຍ ) ຝຣັ່ງຂວາ ຂື້ນກັບແຂວງ ອັດຕະປື ຝຣັ່ງຊ້າຍ ຂື້ນກັບ ແຂວງ ເຊກອງ ມີສະພານ ຂ້າມ ເຊື່ອມຕໍ່ລະຫວ່າງ ອັດຕະປື-ເຊກອງ

ນ້ຳຕົກຕາດຫົວຄົນ ແມ່ນມີປະຫວັດຄວາມເປັນມາທັງສອງດ້ານ ຄືດ້ານ ປະຫວັດສາດແລະ ດ້ານ ຕຳນານ ພື້ນບ້ານ ແຕ່ຈະຂໍເລົ່າສະເພາະນິທານພື້ບ້ານ ທີ່ກ່ຽວກັບຕາດຫົວຄົນ.

ໃນສະໄໝ໋ກ່ອນ ມີພະຍາເມືອງລຸ່ມ ປົກຄອງເມືອງຢູ່ໂດຍມີ ລູກສາວທັງ7ຄົນແລະມີລູກສາວຫຼ້າ ທີ່ຍັງບໍ່ໄດ້ ອະພິເສກສົມລົດດັ່ງນັ້ນພໍ່ອ ຈີ່ງໃຊ້ວິທີ ເລືອກຄູ່ ໃຫ້ນາງເລືອກເອົາຄົນທີ່ພໍໃຈ ແລະໃນທີ່ສຸດ ນາງ ໄດ້ເລືອກເອົາຄົນທີ່ມີຮູບຮ່າງ ຜູ້ຮ້າຍ ບ້ານນອກ ບ້ານນາ ບໍ່ມີພໍ່ ບໍ່ມີແມ່ ເອີ້ນວ່າ ທ້າວກຳພ້າ ດັ່ງນັ້ນປະຊາຊົນ ໄຜ່ພ້າລາດຊະດອນ ທັງ ເອື້ອຍທັງຫຼາຍຈີ່ງຍໍ່ພໍໃຈພໍ່ພະຍາ ກໍ່ບໍ່ພໍໃຈ ແລະ ໄດ້ຂັບອອກຈາກເມືອງໃຫ້ໄປຢູ່ກາງປ່າແຄມນ້ຳ ຫຼັງຈາກນັ້ນທັງສອງ ຈິ່ງໄດ້ເຮັດໄຮ່ ປູກພຶດ ມີ ເຂົ້າ ໝາກອຶ ແຕງ ໃນນັນມີພະຍາລີງໂຕໜື່ງມາລັກກີນໝາກອຶ ແ້ວທ້າວ ກໍ່າພ້າຈີ່ງໄດ້ຈອບເບີ່ງແລ້ວເຫັນຄວາມເປັນຈິງແລ້ວເຮັດ ຫ່າວ (ກັບຫຼັກ)ໄວ້ ເພື່ອຈັບລີງໂຕນັນແລ້ວພະຍາລີງຈີ່ງໃດ້ຮ້ອງຂໍຊີວິດແລ້ວມອບຄ້ອງໃຫ້ໜື່ງໜ່ວຍ ສາມາດ ຕີໄດ້ ສາມຄັ້ງ ຈະສົມປາຖາໜາ ຫຼັງຈາກນັ້ນທ້າວຈີ່ງ ອະທິຖານ 3 ຄັ້ງ ຄັ້ງທິ 1 ອະຖິຖານ ຂໍ ບ້ານ ເມືອງໃຫ້ເກີດ ມີຂື້ນມາໃນທີ່ນີ້ ຄັ້ງທີ2 ອະຖິຖານວ່າ ຂໍ ໄຜ່ຟ້າ ລາດຊະດອນ ບ່າວໄຜ່ເສນາ ຈົ່ງບັງເກີດມີ ນະທີ່ນີ້ ຄັ້ງທີ 3 ອະຖີຖານ ຄວາມຈະເລີນຮູ່ງເຮືອງ ເຄື່ອງເງີນຂອງຄຳ ອູ່ເຂົ້າອູ່ປາ ແກ້ວແຫວນ ເງີນຄຳ ເພັດພອນ ໃຫ້ກອງເປັນໜ່ວຍພູ ໄວ້ນະທີ່ນີ້ ແລ້ວດັ່ນຄ້ອງ ແລ້ວທັງໝົດຈີ່ງເກີດມີໃນທີ່ນັ້ນ (ການປົກຄອງແລະຄວາມໂດ່ງດັງຮອດພໍ່ພະຍາ ຈະບໍ່ກ່າວ) ກ່ອນທ້າວຈະ ມໍລະນະກຳ ທ້າວໄດ້ນຳເອົາຄ້ອງນັ້ນ ໄປໄວ້ໃນ ໄຕ້ຜາແຫ່ງໜື່ງ ເປັນສາຍນ້ຳ ຕໍ່ມາຄ້ອງນັ້ນໄດ້ຊິກຕົວອອກມາ ກະທົບກັບນ້ຳທີ່ຕົກລົງມາ ຈີ່ງເຮັດໃຫ້ນ້ຳຕົກຕາດນັ້ນມີສຽງດັງແຮງກ້ອງໄປທົ່ວປ່າ ຄົນທັງຫຼາຍຈີ່ງພາກັນມາ ຂຸດ ມາກົ່ນເອົາຄ້ອງແຕ່ບໍ່ໄດ້ ສຸດທ້າຍ ໄດ້ຖືກສັງເວີຍ ຊີວິດໄວ້ນະທີ່ນີ້ ສເລື່ອງລາວໄດ້ໂດ່ງດັງ ຮອດ ພວກ ເມືອງແກວ ໄດ້ມາ ຂຸດກົ່ນແຕ່ບໍ່ໄດ້ກໍ່ຕາຍໄປເປັນຈຳນວນຫຼາຍ ສຸດທ້າຍໄດ້ ເອົາໄມ້ແຄນ ທັງຕົ້ນ ງັດເອົາກ້ອນຫີນໄຫຍ່ ລົງທັງໜ້າຜາ ນັ້ນ ໄວ້ ສຸດທ້າຍນັ້ນ ນ້ຳຕົກຕາດເຊນ້ອຍ ຈີ່ງໄດ້ເອີ້ນວ່າ ຕາດຫົວຄົນ ນັ້ນເອງ ( ຖ້າສົນໃຈເລື່ອງຕໍ່ໄປ ແອດມາ ໄດ້ ທີ່facebook : khampasong pakse ຖ້າຫາກວ່າ ເນື້ອໃນທີ່ຂຽນບໍ່ຖືກຕ້ອງກໍຂໍອະໄພນຳທ່ານຜູ້ຮູ້ທັງຫຼາຍ)

Tags:

🔥 Trending searches on Wiki ລາວ:

ສັດປີກທຸລະກິດ22 ມິຖຸນາທະນາຄານພັດທະນາອາຊີແຂວງໄຊສົມບູນວັນນະຄະດີດັດຊະນີການພັດທະນາມະນຸດພຣະພຸດທະເຈົ້າ6 ພະຈິກບາຣັກ ໂອບາມາປະເທດເຢຍລະມັນໂດລາສະຫະລັດແມ່ນ້ຳຂອງບັນຊີລາວ7 ກຸມພາໄພລິນດາ ພິລາວັນເຊື້ອໄຟຄ.ສ. 1914ວັດພູສະເຫຼົາຫນູຮັກ ພູມສະຫວັນໂທລະຄົມມະນາຄົມນາຍົກລັດຖະມົນຕີອະນາຄົດສຶກສາສີຂົວມິດຕະພາບ ລາວ-ໄທ ແຫ່ງທີສອງກາບກອນກຸມພາອາຍາສິດລາວໂທລະຄົມຫ່ານຢິ່ງຢີ້ແຂວງອຸດົມໄຊປ້າຍຈາລະຈອນຂອງປະເທດລາວລົດຖີບປັດຊະຍາຂົນອະໄວຍະວະເພດວັດຊຽງທອງສະປາຍ × ແຟມິລີສຸຂະພາບມາໄລທິບ ສິງສະຫະນາດໂຕກຽວວິສາຂະບູຊາປະທານປະເທດ ແຫ່ງ ສປປ ລາວປະເທດຈີເລສະຖານີວິທະຍຸໂທລະພາບໄທທີວີສີຊ່ອງ 3ພັກກ້າວໄກປາຣີເມືອງສອງຄອນປະເທດຈີນ1 ສິງຫາກູເກິລສິນລະປະຍານພາຫະນະຍູເວນຕູສ F.Cລາຍຊຶ່ໂຕລະຄອນໃນລະເບີດເຖິດເທິງມອສໂກການປະກວດຄວາມງາມປະເທດຕີມໍແລັດສະເຕອິນເຕີເນັດ ມູວີເດຕາເບສທຸງຊາດລາວເກມສີສະຫວາດ ແກ້ວບຸນພັນກົດໝາຍພາສາເກົາຫຼີຊັງຕີແມັດໂອເຊອານີສະພາສົມເດັດພະສັນຕະປາປາເບເນດິກທີ່ 16ນາງສາວລາວ 2010ສາລານຸກົມ🡆 More