ປະທານປະເທດ ແຫ່ງ ສປປ ລາວ

ຄຳວ່າ ປະທານປະເທດ ໃນພາສາລາວໝາຍເຖິງ ຕຳແໜ່ງປະທານາທິບໍດີ ເຊິ່ງໃຊ້ທົ່ວໄປ ປະທານປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເລີ່ມມີຜູ້ດຳລົງຕຳແໜ່ງດັ່ງກ່າວ ແຕ່ ຄ.ສ 1975 ເປັນຕົ້ນມາ

ປະທານປະເທດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ປະທານປະເທດ ແຫ່ງ ສປປ ລາວ
ເຄື່ອງໝາຍຊາດ
ປະທານປະເທດ ແຫ່ງ ສປປ ລາວ
ຜູ້ດຳລົງຕຳແໜ່ງຄົນປັດຈຸບັນ​​​
ທອງລຸນ ສີສຸລິດ

ຕັ້ງແຕ່ 22 ມີນາ ຄ.ສ. 2021
ການຮຽກຂານພະນະທ່ານ
ທ່ານປະທານປະເທດ
ສະມາຊິກຂອງພັກປະຊາຊົນປະຕິວັດລາວ
ທີ່ພຳນັກຫໍຄຳ
ຜູ້ສະເໜີຊື່ພັກປະຊາຊົນປະຕິວັດລາວ
ຜູ້ແຕ່ງຕັ້ງສະພາແຫ່ງຊາດ
ວາລະ5 ປີ
(ບໍ່ຈຳກັດຈຳນວນສະໄໝ)
ກາສານແຕ່ງຕັ້ງລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ຕຳແໜ່ງກ່ອນໜ້າພະມະຫາກະສັດລາວ
ຜູ້ປະເດີມຕຳແໜ່ງສຸພານຸວົງ
ສ້າງຕັ້ງ3 ທັນວາ ຄ.ສ. 1975
ຮອງຮອງປະທານປະເທດ ແຫ່ງ ສປປ ລາວ
ເງິນເດືອນ​1,170,000 ກີບ

ຕາມລັດຖະທຳມະນູນແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໝວດ 6 ມາດຕາ 65 ບັນຍັດໄວ້ວ່າ "ປະທານປະເທດເປັນປະມຸກລັດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຕາງໜ້າໃຫ້ ປະຊາຊົນລາວບັນດາເຜົ່າທັງຢູ່ພາຍໃນ ແລະ ຕ່າງປະເທດ"

ທີ່ມາ ແລະ ວາລະດຳລົງຕຳແໜ່ງ

ປະທານປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ມາຈາກການເລືອກຕັ້ງຂອງສະມາຊິກສະພາແຫ່ງຊາດ ໂດຍໄດ້ຮັບຄະແນນສຽງຫຼາຍກວ່າ 2 ໃນ 3 ຂອງຈຳນວນສະມາຊິກສະພາແຫ່ງຊາດທີ່ເຂົ້າຮ່ວມ ການປະຊຸມ ແລະ ມີວາລະການດຳລົງຕຳແໜ່ງເທົ່າກັບວາລະຂອງສະພາແຫ່ງຊາດ (ສະພາແຫ່ງຊາດມີວາລະ 5 ປີ)

ສິດ ແລະ ໜ້າທີ່

ໜ້າທີ່ຂອງປະທານປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕາມທີ່ກຳນົດໄວ້ໃນລັດຖະທຳມະນູນແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມາດຕາ 67ມີດັ່ງນີ້:

  1. ປະກາດໃຊ້ລັດຖະທຳມະນູນ ແລະ ກົດໝາຍທີ່ສະພາແຫ່ງຊາດໄດ້ຮັບຮອງແລ້ວ
  2. ອອກລັດຖະດຳລັດ ແລະ ລັດຖະບັນຍັດຕາມຄຳສະເໜີຂອງຄະນະປະຈຳສະພາແຫ່ງຊາດ
  3. ແຕ່ງຕັ້ງ ຫຼື ປົດຕຳແໜ່ງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ແລ້ວສະເໜີຕໍ່ສະພາແຫ່ງຊາດພິຈາລະນາຮັບຮອງ
  4. ແຕ່ງຕັ້ງນາຍົກ ຫຼື ປົດຕຳແໜ່ງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ຕາມການສະເໜີຂອງນາຍົກລັດຖະມົນຕີ
  5. ຕົກລົງເລື່ອນຊັ້ນ ຫຼື ປົດຊັ້ນນາຍພົນຢູ່ໃນກຳລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຕາມການສະເໜີຂອງນາຍົກລັດຖະມົນຕີ
  6. ເປັນແມ່ທັບກຳລັງປະກອບອາວຸດປະຊາຊົນ
  7. ເປັນປະທານກອງປະຊຸມລັດຖະບານໃນເມື່ອເຫັນວ່າມີຄວາມຈຳເປັນ
  8. ຕົກລົງປະດັບຫຼຽນຄຳແຫ່ງຊາດ, ຫຼຽນກຽດຕິຄຸນ, ຫຼຽນໄຊ ແລະ ນາມມະຍົດສູງສູດແຫ່ງລັດ
  9. ຕົກລົງອະໄພຍະໂທດ

ຕຳແໜ່ງຮອງປະທານປະເທດ

ຮອງປະທານປະເທດລາວເປັນຜູ້ປະຕິບັດໜ້າທີ່ຕາມທີ່ໄດ້ຮັບມອບໝາຍຈາກປະທານປະເທດ ແລະ ປະຕິບັດໜ້າທີ່ແທນປະທານປະເທດໃນກໍລະນີປະທານປະເທດບໍ່ສາມາດເຮັດໜ້າທີ່ໄດ້ ທີ່ມີມາຈາກການເລືອກຕັ້ງຂອງ ສະມາຊິກສະພາແຫ່ງຊາດ ໂດຍໄດ້ຮັບຄະແນນສຽງ ຫຼາຍກວ່າເຄິ່ງໜຶ່ງຂອງຈຳນວນສະມາຊິກສະພາແຫ່ງຊາດທ່ີເຂົ້າຮ່ວມການປະຊຸມ.

ລາຍຊື່ປະທານປະເທດລາວ

ລາຍຊື່ ວາລະການດຳລົງຕຳແໜ່ງ
ທ່ານ ສຸພານຸວົງ 3 ທັນວາ ຄ.ສ 1975 - 15 ສິງຫາ ຄ.ສ 1991
ທ່ານ ພູມີ ວົງວິຈິດ 31 ຕຸລາ ຄ.ສ 1986 - 15 ສິງຫາ ຄ.ສ 1991 (ຮັກສາການແທນ ທ່ານ ສຸພານຸວົງ)
ທ່ານ ໄກສອນ ພົມວິຫານ 15 ສິງຫາ ຄ.ສ 1991 - 21 ພະຈິກ ຄ.ສ 1992
ທ່ານ ໜູຮັກ ພູມສະຫວັນ 25 ພະຈິກ ຄ.ສ 1992 - 24 ກຸມພາ ຄ.ສ 1998
ທ່ານ ຄຳໄຕ ສີພັນດອນ 24 ກຸມພາ ຄ.ສ 1998 - 8 ມິຖຸນາ ຄ.ສ 2006
ທ່ານ ຈູມມະລີ ໄຊຍະສອນ 8 ມິຖຸນາ ຄ.ສ 2006 - 20 ເມສາ ຄ.ສ 2016
ທ່ານ ບຸນຍັງ ວໍລະຈິດ 20 ເມສາ ຄ.ສ 2016 - 22 ມິນາ ຄ.ສ 2021
ທ່ານ ທອງລຸນ ສີສຸລິດ 22 ມີນາ ຄ.ສ 2021 - ປັດຈຸບັນ

Tags:

ປະທານປະເທດ ແຫ່ງ ສປປ ລາວ ທີ່ມາ ແລະ ວາລະດຳລົງຕຳແໜ່ງປະທານປະເທດ ແຫ່ງ ສປປ ລາວ ສິດ ແລະ ໜ້າທີ່ປະທານປະເທດ ແຫ່ງ ສປປ ລາວ ຕຳແໜ່ງຮອງປະທານປະເທດປະທານປະເທດ ແຫ່ງ ສປປ ລາວ ລາຍຊື່ປະທານປະເທດລາວປະທານປະເທດ ແຫ່ງ ສປປ ລາວປະທານປະເທດ

🔥 Trending searches on Wiki ລາວ:

ປະເທດເມັກຊິໂກໂມງລາຍຊື່ປະເທດ ດິນແດນ ແລະ ເມືອງຫຼວງກຸ່ມພາສາໄຕ28 ມີນາ28 ພຶດສະພາປະເທດອົດສະຕຣາລີມິສເຕີລາວການບິນລາວ31 ມີນາອິນເຕີເນັດມະຫາຍານອານາຈັກອະຍຸດທະຍາ23 ພະຈິກຄ.ສ. 1984ປາແດກ23 ພຶດສະພາທະວີບຈັກກະວັດຮູດີສສຳປະສິດຈິນີໂທລະຄົມມະນາຄົມເບດບອນມາຕຣິກສະມາທິເຟດບຸກປະໂຫຍກອົງການໄອຍາການການາດາແຂວງສາລະວັນພະມະຫາກະສັດລາວບົວສອນ ບຸບຜາວັນການສໍາເລັດຄວາມໃຄ່ດ້ວຍຕົນເອງສະຫະລັດອາເມລິກາດອນໂຂງອີໂລຕິກກະວັງວຽງປະເທດມຽນມາ24 ເມສາເມືອງສຳພັນປະເທດແອນຊານວາດໍຢູທູບເກນະຄອນຫຼວງພາສາແປກຊົນເຜົ່າໃນລາວ2ປະເທດກົວເຕມາລາ15 ມັງກອນຄຳກຳມະເອແດມບວກວະລີພະມະຫາກະສັດໄທບັນທັດຖານວັດແທກ ລາຍໄດ້ ແລະ ຜົນຜະລິດ ແຫ່ງຊາດ26 ມີນາຈິຕະນິຍົມປະເທດອິນເດຍການບໍລິການອິນເຕີຣ໌ເນັຕ ໂປຣໂຕໂຄລຫໍພະແກ້ວ.zwປະເທດຍີ່ປຸ່ນໂຈ ໄບເດັນວິລະຊົນ ສີທອງປະເທດອາກເມນີຕາດເຍືອງ🡆 More