ຢູທູບ

ຢູທູບ ຕາມສຳນຽງອາເມຣິກາ ຫຼື ຢູທິບ ຕາມສຳນຽງອັງກິດ (ອັງກິດ: YouTube; ˈjuːˌtjuːb (ສຳນຽງອັງກິດ), /-tuːb (ສຳນຽງອາເມຣິກາ)) ເປັນເວັບໄຊເຜີຍແຜ່ວິດີໂອໂດຍມີສຳນັກງານຢູ່ທີ່ຊານບຣູໂນ ແຄລິຟໍເນຍ, ສະຫະລັດອາເມຣິກາ ຜູ້ສ້າງເວັບໄຊດັ່ງກ່າວຄືອະດີດພະນັກງານ 3 ຄົນໃນບໍລິສັດເພພາລ ອັນປະກອບດ້ວຍແຊດ ເຮີລີ, ສະຕີບ ເຊນ ແລະ ຍາວິດ ຄາຣິມ ໂດຍສ້າງໃນເດືອນກຸມພາປີ 2005 ໃນເດືອນພະຈິກ 2006 ກູໂກລຊື້ຢູທູບຊື້ໄປໃນລາຄາ 1.65 ຕື້ໂດລາສະຫະລັດ ຢູທູບເປັນໜຶ່ງໃນບໍລິສັດຍ່ອຍຂອງກູໂກລ ເວັບໄຊຍັງສາມາດອະນຸຍາດໃຫ້ຜູ້ໃຊ້ງານສາມາດອັບໂຫຼດ, ເບິ່ງ ຫຼື ແບ່ງປັນວິດີໂອໄດ້

ຢູທູບ
ປະເພດVideo hosting service
ວັນທີກໍ່ຕັ້ງ14 ກຸມພາ 2005; 19 ປີກ່ອນ (2005-02-14)
ສຳນັກງານໃຫຍ່901 ເຊີຣີ ແອວວີນິວສ໌, ຊານບຣູໂນ, ແຄລິຟໍເນຍ, ສະຫະລັດອາເມຣິກາ
ພື້ນທີ່ໃຫ້ບໍລິການທົ່ວໂລກ (ຍົກເວັ້ນປະເທດທີ່ຖືກບລັອກ)
ຜູ້ກໍ່ຕັ້ງ
  • ສະຕີບ ເຊນ
  • ແຊດ ເຮີລີ
  • ຍາວິດ ຄາຣິມ
ຊີອີໂອຊູຊານ ເວີເຈັດກີ (CEO)
ອຸດສາຫະກໍາອິນເຕີເນັດ
Video hosting service
ເຈົ້າຂອງແອວຟາເບັດ
ບໍລິສັດແມ່ກູໂກລ (2006–ປັດຈຸບັນ)
ເວັບໄຊYouTube.com
(see list of localized domain names)
ອັນດັບອາເລັກຊາSteady 2 (Global, October 2017)
ການໂຄສະນາກູໂກລ ແອດເຊນສ໌
ສະຖານະປັດຈຸບັນເປີດໃຫ້ບໍລິການ

ປະຫວັດ

ຍູທູບຖືກສ້າງຕັ້ງຂຶ້ນໂດຍພະນັກງານຂອງເພຍ໌ພາລເຊິ່ງເປັນເວັບໄຊທ໌ສໍາລັບການແບ່ງປັນວິດີໂອ ໂດຍທີ່ສະມາຊິກຂອງຍູທູບສາມາດອັບໂຫຼດ ແລະ ສຳຫຼວດວິດີໂອໄດ້ ໂດເມນເນມຂອງຍູທູບມີວ່າ "www.youtube.com" ເຊິ່ງເຜີຍແຜ່ມາຄັ້ງທຳອິດໃນ ວັນຈັນ ທີ 14 ກຸມພາ 2005 ເວລາ 9:13 ໂມງ

ຍູທູບກໍ່ຕັ້ງໂດນແຊດ ເຮີລີ, ສະຕີບ ເຊນ ແລະຍາວິດ ຄາຣິມ ໂດຍທັງໝົດເປັນພະນັກງານຝຶກຫັດທີ່ບໍລິສັດເພຍ໌ພາລ ເພື່ອທີ່ຈະເຂົ້າເປັນບຸກຄະລາກອນຂອງບໍລິສັດເພຍ໌ພາລໂດຍເຮີລີໄດ້ເຂົ້າມະຫາວິທະຍາໄລອິນເດຍດາຂອງເພນຊິນເວເນຍດ້ານການອອກ​ແບບ ເຊນ ແລະ ຄາຣິມໄດ້ສຶກສາຢູ່ທີ່ມະຫາວິທະຍາໄລ ອິລລີໂນຍ ຢູຣ໌ບານາ-ແຊມເປນ ດ້ານວິທະຍາສາດຄອມພິວເຕີ ໂດຍສຳນັກງານແຫ່ງທຳອິດຂອງຍູທູບຢູ່ຂ້າງເທິງຮ້ານພິຊຊ່າ ແລະ ຮ້ານອາຫານຍີ່ປຸ່ນ ໃນ ຊານ ເມເທວ

ໂດເມນເນມເປີດໃຊ້ງານຄັ້ງທຳອິດເມື່ອວັນທີ 14 ກຸມພາ 2005 ພ້ອມກັບການລວມວິດີໂອຄັ້ງທຳອິດເມື່ອວັນທີ 23 ເມສາ 2005 ເປັນການເລີ່ມຕົ້ນຄລິບວິດີໂອແຫ່ງທຳອິດໃນຍູທູບ ຊື່ວິດິໂອ: Me at the zoo ເມື່ອວັນທີ 23 ເມສາ 2005 ໂດຍມີຜູ້ຮ່ວມກໍ່ຕັ້ງເວັບໄຊຕ໌ ຍາວິດ ຄາຣິມ ຖ່າຍຢູ່ທີ່ສວນສັດ ຊານ​ ດີ​ເອໂກ

ຂໍ້ມູນດ້ານວິຊາການ

ຮູບແບບວິດີໂອ

ຍູທູບຖືກນໍາໃຊ້ເພື່ອສະແດງຮູບພາບວິດີໂອໃນຮູບແບບຂອງ Adobe Flash ແລະ ໃຊ້ການຖອດລະຫັດແບບ Sorenson Spark H.263 ແຟຣັດຊ໌ເປັນໂປແກມທີ່ຕ້ອງຕິດຕັ້ງເພີ້ມສຳລັບເວັບບຣາວເຊີທົ່ວໄປ ໂດຍສະແດງຜົນທີ່ຂະໜາດຄວາມກວ້າງ ແລະ ສູງ 320 ແລະ 240 ພິກເຊວ ທີ່ 25 ເຟຣມຕໍ່ວິນາທີ ໂດຍມີການສົ່ງຂໍ້ມູນສູງສຸດທີ່ 300 ກິໂລບິດຕໍ່ວິນາທີ ເຊິ່ງການສະແດງຜົນສາມາດເບິ່ງໄດ້ທີ່ຂະໜາດປົກກະຕິ ຫຼື ຂະໜາດທີ່ສະແດງຜົນເຕັມໜ້າຈໍ

ຍູທູບປ່ຽນໄຟລ໌ວິດີໂອເປັນໄຟລ໌ໃນລັກສະນະແຟຣັດຊ໌ວິດີໂອ ໃນນາມສະກຸນ .FLV ພາຍຫຼັງຈາກຜູ້ໃຊ້ໄດ້ອັບໂຫຼດເຂົ້າໄປ ບໍ່ວ່າຜູ້ອັບໂຫຼດຈະໂຫຼດໃນລັກສະນະ .WMV .AVI .MOV .3GP MPEG ຫຼື .MP4

ຮູບແບບສຽງ

ໄຟລ໌ຍູທູບເກັບໄວ້ໃນລັກສະນະສະຕຣີມໄຟລ໌MP3 ໂດຍມີການເຂົ້າລະຫັດແບບໂມໂນທີ່ 65 ກິໂລບິດ/ວິນາທີ ທີ່ 22050 ເຮຼີດຊ໌ ແນວໃດກໍ່ຕາມຍູທູບສາມາດເກັບຮັກສາໄຟລ໌ສຽງໃນລັກສະນະສະເຕີຣິໂອຖ້າວ່າມີການປ່ຽນແປງເປັນໄຟລ໌ FLV ກ່ອນທີ່ຈະອັບໂຫຼດ

ການສະແດງຜົນ

ວິ​ດີ​ໂອຍູທູບສາ​ມາດ​ເບິ່ງ​ໄດ້​ໂດຍ​ກົງ​ໂດຍ​ຜ່ານ​ເວັບ​ໄຊ​ທ​໌ຍູທູບໂດຍ​ຜ່ານ​ຊອບ​ແວແຟຣັດຊ໌ທີ່​ກ່າວ​ມາ​ ເບິ່ງໄດ້ຜ່ານຄອມພິວເຕີ, ສະມາດໂຟນ ຫຼືແທັບເລັດທີ່ມີການເຊື່ອມຕໍ່ອິນເຕີເນັດໄດ້ ເຊິ່ງນອກຈາກນີ້ຍູທູບສາມາດເບິ່ງໄດ້ຈາກເວັບໄຊທ໌ທົ່ວໄປທີ່ມີການນຳລະຫັດໄປໃສ່ການເຊື່ອມຕໍ່ກັບຄືນໄປບ່ອນເວັບໄຊທ໌ຍູທູບເອງ ເຫັນໄດ້ຕາມກະດານສົນທະນາ ບລັອກ ຫຼື ເວັບໄຊທ໌ຕ່າງໆ

ນອກຈາກນີ້ສາມາດບັນທຶກໄຟລ໌ຍູທູບເກັບໄວ້ໃນເຄື່ອງຂອງຕົນເອງໄດ້ໂດຍໃຊ້ງານຊອບແວຂອງບໍລິສັດອື່ນ ເຊັ່ນ Keepvid ຫຼື ຜ່ານສະຄລິບຈາກ Greasemonkey ໂດຍຈະມີໄຟບ໌ເປັນນາມສະກຸນ .flv

ໂດຍມີ​ຄວາມ​ລະ​ອຽດ​ທີ່​ແຕກ​ຕ່າງ​ກັນ​ໄປ ໂດຍມີຄວາມລະອຽດເລີ່ມຕົ້ນທີ່ 144P ຫາ 480P ແລະ ໃນຄວາມລະອຽດ HD ທີ່ 720P ຫາ 8K ທີ່ 4320P

ອ້າງອີງ

    ບັນນານຸກົມ
  • "Google buys YouTube for $1.65 billion". NBC News.
  • Graham, Jefferson (November 21, 2005). "Video websites pop up, invite postings". USA Today. Retrieved July 28, 2006.
  • Hopkins, Jim (October 11, 2006). "Surprise! There's a third YouTube co-founder". USA Today. Retrieved November 29, 2008.
  • Lextrait, Vincent (July 2010). "YouTube runs on Python". Archived from the original on 2012-05-30. Retrieved 5 September 2010.
  • Weber, Tim (March 2, 2007). "BBC strikes Google-YouTube deal". BBC. Retrieved January 17, 2009.
  • "YouTube language versions". Retrieved January 15, 2012.
  • "Youtube.com Site Info". Alexa Internet. Retrieved 2013-08-21.

ອ່ານຕື່ມ

  • Kelsey, Todd (2010). Social Networking Spaces: From Facebook to Twitter and Everything In Between. Springer-Verlag. ISBN 978-1-4302-2596-6.
  • Lacy, Sarah (2008). The Stories of Facebook, YouTube and MySpace: The People, the Hype and the Deals Behind the Giants of Web 2.0. Richmond: Crimson. ISBN 978-1-85458-453-3.
  • "On YouTube, Amateur Is the New Pro". New York Times. 2012-06-28.

ແຫຼ່ງຂໍ້ມູນອື່ນ

Tags:

ຢູທູບ ປະຫວັດຢູທູບ ຂໍ້ມູນດ້ານວິຊາການຢູທູບ ອ້າງອີງຢູທູບ ອ່ານຕື່ມຢູທູບ ແຫຼ່ງຂໍ້ມູນອື່ນຢູທູບກູໂກລພາສາອັງກິດສະຫະລັດອາເມຣິກາເວັບໄຊ

🔥 Trending searches on Wiki ລາວ:

ຄິດຕະສະຕະວັດທີ່ 1928 ມິຖຸນາພາສາເຈໂລກີການສໍາເລັດຄວາມໃຄ່ດ້ວຍຕົນເອງລົດໄຟລະລິສາ ມະໂນບານສາທາລະນະລັດພະບາດສົມເດັດພະມົງກຸດເກົ້າເຈົ້າຢູ່ຫົວບານເຕະໂລກ 2014ຢ່າຮັກສາຫນິ້ວດາວຢູລານຸດພະບາງກະສິກຳກຸ່ມພາສາໄຕການເສຍກຸງສີອະຍຸດທະຍາຄັ້ງທຳອິດ.be9 ກັນຍາເງິນພິກັດພູມສາດແຂວງສະຫວັນນະເຂດປະເທດອັງໂກລາໂທລະຄົມມະນາຄົມກະເທີຍເສດຖາ ທະວີສິນເຂດດອນເມືອງປະຍຸດ ຈັນໂອຊາວະລາດີມີຣ໌ ປູຕິນຊີວະສາດເລໂອນາໂດ ດາ ວິນຊີອີຕາລີໝາກກ້ຽງໃຫຍ່ອະພິສິດ ເວດຊາຊີວະຄຳອາລາທະນາລັດວິສາຫະກິດແຂວງຊົນບູຣີສາທາລະນະລັດ ປະຊາທິປະໄຕ ກົງໂກສົມເດັດພະສີນະຄະຣິນທາບໍລົມລາຊະຊົນນະນີ1 ມິຖຸນາເບຍລາວທະວີບປະເທດຈີນດູໄບຄອມພິວເຕີພາສາສາດຕາດຜາສ້ວມຂັນ5ລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວປະເທດລັດເວຍລາຄາປ່າສະຫງວນແຫ່ງຊາດພູເຂົາຄວາຍພັນຄຳ ວິພາວັນພາສາອັງກິດຢູທູບຈັງຫວັດການຈະນະບຸລີສະຫະປະຊາຊາດປະເທດເກົາຫຼີທອງຄຳຫໍພະແກ້ວແຂວງໄຊຍະບູລີລາຍຊື່ປະເທດ ແລະ ເຂດການປົກຄອງຮຽງຕາມຂະໜາດຂອງພື້ນທີ່ຊື່ໂດເມນແຂວງເຊກອງປະເທດອິນໂດເນເຊຍປະເທດໄອຣ໌ແລນດ໌ອັກສອນໄທລະບອບປະຊາທິປະໄຕປ້າຍຈາລະຈອນຂອງປະເທດລາວໂມງ🡆 More