ປະເທດມຽນມາ: ປະເທດໃນອາຊີຕາເວັນອອກສຽງໃຕ້

ມຽນມາຣ໌ ຫຼື ພະມ້າ (ອັງກິດ: Myanmar, ພະມ້າ: မြန်မာ ເມຍໝ້າ) ມີຊື່ທາງການວ່າ ສາທາລະນະລັດແຫ່ງສະຫະພາບມຽນມາຣ໌ ຫຼື ສາທາລະນະລັດແຫ່ງສະຫະພາບພະມ້າ (ອັງກິດ: Republic of the Union of Myanmar; ພະມ້າ: ပြည်ထောင်စု သမ္မတ မြန်မာနိုင်ငံတော် ປີ່ເດົ່າງ໌ຊຸ ຕຳມະດະ ມຍະໝ້າ ໄໜ້ຫງັ້ນດໍ່) ແມ່ນລັດເອກະລາດໃນອາຊີຕາເວັນອອກສຽງໃຕ້.

ມີພົມແດນຕິດກັບອິນເດຍ ບັງກະລາເທດ ຈີນ ລາວ ແລະໄທ. ໜຶ່ງໃນສາມຂອງພົມແດນພະມ້າທີ່ມີຄວາມຍາວ 1,930 ກິໂລແມັດເປັນແນວຊາຍຝັ່ງຕາມອ່າວເບງກອນແລະທະເລອັນດາມັນ ດ້ວຍພື້ນທີ່ 676,578 ຕາລາງກິໂລແມັດ. ປະເທດມຽນມາແມ່ນປະເທດທີ່ໃຫຍ່ເປັນອັນດັບທີ 40 ຂອງໂລກ ແລະໃຫຍ່ເປັນອັນດັບທີ 2 ໃນອາຊີຕາເວັນອອກສຽງໃຕ້. ມຽນມາຍັງເປັນປະເທດທີ່ມີປະຊາກອນຫຼາຍເປັນອັນດັບທີ 24 ຂອງໂລກ ໂດຍມີປະຊາກອນກວ່າ 60.28 ລ້ານຄົນ. ນັບແຕ່ໄດ້ຮັບເອກະລາດໃນ ຄ.ສ. 1948 ປະເທດມຽນມາຜະເຊີນກັບໜຶ່ງໃນສົງຄາມກາງເມືອງທີ່ຍືດເຍື້ອທີ່ສຸດທ່າມກາງກຸ່ມຊາຕິພັນທີ່ມີຢູ່ຫຼາຍຫຼວງເຊິ່ງຍັງແກ້ບໍ່ຕົກ. ຕັ້ງແຕ່ ຄ.ສ. 1962 ຫາ 2011 ປະເທດມຽນມາຢູ່ພາຍໃຕ້ລະບອບຜະເດັດການທະຫານ. ຄະນະຜູ້ຍຶດອຳນາດການປົກຄອງຖືກຍຸບຢ່າງເປັນທາງການໃນ ຄ.ສ. 2011 ຫຼັງການເລືອກຕັ້ງທົ່ວໄປໃນ ຄ.ສ. 2010 ແລະມີການຕັ້ງລັດຖະບານພົນລະເຮືອນໃນນາມແທນ ແຕ່ທະຫານຍັງມີອິດທິພົນຢູ່ຫຼາຍ.

ပြည်ထောင်စု သမ္မတ မြန်မာနိုင်ငံတော်

ສາທາລະນະລັດແຫ່ງສະຫະພາບມຽນມາ
ທຸງຊາດມຽນມາ
ທຸງຊາດ
State sealຂອງມຽນມາ
State seal
ເພງຊາດຄາບາ ມາ ຈີ
Location of Burma (green) and within ASEAN (dark grey)
Location of Burma (green) and within ASEAN (dark grey)
ເມືອງຫຼວງເນປິດໍ
ເມືອງໃຫຍ່ທີ່ສຸດຢ່າງກຸ້ງ (Rangoon)
ພາສາລັດຖະການພາສາພະມ້າ
Jingpho, Kayah, Karen, Chin, Mon, Rakhine, Shan
Official scriptsBurmese script
ເດມະນິມBurmese/Myanma
ການປົກຄອງລະບອບປະທານປະເທດ
ທ່ານ ທີນຈໍ
• ຮອງປະທານປະເທດ
ທ່ານ ຕຽນ ອອງ ມິນ
ຈາຍໝອກຄຳ(ຄົນໄທໃຫຍ່)
ສະພານິຕິບັນຍັດPyidaungsu Hluttaw
Amyotha Hluttaw
• ສະພາລຸ່ມ
Pyithu Hluttaw
ການລວມຕົວ
• ຣາຊະວົງປະກັນ
23 ທັນວາ ຄ.ສ 849
• ຣາຊະວົງຕອງອູ
16 ຕຸລາ ຄ.ສ 1510
• ຣາຊະວົງກອງບອງ
21 ມີນາ ຄ.ສ 1752
• ປະກາດເອກະລາດ
4 ມັງກອນ ຄ.ສ 1948 (ຈາກ ອັງກິດ)
• coup d'état
2 ມີນາ ຄ.ສ 1962
3.06
ປະຊາກອນ
• 2010 ປະມານ
60,280,000 (24)
• ສຳມະໂນປະຊາກອນ 1983
33,234,000
GDP (ອຳນາດຊື້)2010 (ປະມານ)
• ລວມ
$76.473 ຕື້ (59)
• ຕໍ່ຫົວ
$1,250
GDP (ລາຄາຕະຫຼາດ)2010 (ປະມານ)
• ລວມ
$42.953 billion
• ຕໍ່ຫົວ
$702
HDI (2012)0.498
ຕ່ຳ · 149
ສະກຸນເງິນຈຽດ (K) (MMK)
ເຂດເວລາUTC+6:30 (MST)
ຂັບລົດດ້ານຂວາ
ລະຫັດໂທລະສັບ95
ລະຫັດອິນເຕີເນັດ.mm
  1. Some governments recognise Rangoon as the national capital.
ປະເທດມຽນມາ: ປະຫວັດສາດ, ອ້າງອີງ ບົດຄວາມນີ້ມີອັກສອນພະມ້າປາກົດຢູ່ ທ່ານອາດເຫັນເຄື່ອງໝາຍຄຳຖາມຫຼືສັນຍາລັກອື່ນແທນຕົວອັກສອນ ຫາກຄອມພິວເຕີຂອງທ່ານບໍ່ສາມາດສະແດງຜົນອັກສອນພະມ້າໄດ້ຢ່າງຖືກຕ້ອງ

ອາລະຍະທຳຊ່ວງຕົ້ນຂອງປະເທດພະມ້າມີນະຄອນລັດປະຍູທີ່ເວົ້າພາສາຕະກູນທິເບດ-ພະມ້າໃນພະມ້າຕອນເທິງ ແລະລາຊະອານາຈັກມອນໃນພະມ້າຕອນລຸ່ມ ໃນຄິດສະຕະວັດທີ 9 ຊາວພະມ້າໄດ້ເຂົ້າຄອບຄອງບໍລິເວນລຸ່ມແມ່ນ້ຳອິຣະວະດີຕອນເທິງ ແລະສະຖາປະນາລາຊະອານາຈັກພຸກາມໃນຊ່ວງຄິດທົດສະວັດທີ 1050 ພາສາແລະວັດທະນະທຳພະມ້າພ້ອມດ້ວຍສາສະໜາພຸດນິການເຖຣະວາດຄ່ອຍໆ ຄອບງຳໃນປະເທດ ອານາຈັກພຸກາມລົ່ມສະຫຼາຍເພາະການບຸກຄອງຂອງມອງໂກລແລະລັດຫຼາຍລັດເກີດຂຶ້ນ ໃນຄິດສະຕະວັດທີ 16 ລາຊະວົງຕອງອູສ້າງເອກະພາບອີກຄັ້ງ ແລະຊ່ວງສັ້ນໆ ເປັນຈັກກະວັດໃຫຍ່ສຸດໃນປະຫວັດສາດອາຊີຕາເວັນອອກສຽງໃຕ້ ຕົ້ນສະຕະວັດທີ 19 ລາຊະວົງຄອງບອງໄດ້ປົກຄອງພື້ນທີ່ປະເທດພະມ້າແລະຄວບຄຸມມະນີປຸຣະແລະອັດສັມໃນຊ່ວງສັ້ນໆ ດ້ວຍ ອັງກິດພິຊິດພະມ້າຫຼັງສົງຄາມອັງກິດ-ພະມ້າທັງສາມຄັ້ງໃນຄິດສະຕະວັດທີ 19 ແລະປະເທດກາຍເປັນອານານິຄົມບິຕິດ ປະເທດພະມ້າໄດ້ຮັບເອກະລາດໃນ ຄ.ສ. 1948 ຊ່ວງປົກຄອງແບບຊາດປະຊາທິປະໄຕ ແລະຫຼັງລັດຖະປະຫານໃນ ຄ.ສ. 1962 ເປັນການປົກຄອງແບບຜະເດັດການທະຫານ ແມ້ນຜະເດັດການທະຫານສິ້ນສຸດລົງຢ່າງເປັນທາງການໃນ ຄ.ສ. 2011 ແຕ່ຜູ້ນຳພັກການເມືອງສ່ວນໃຫຍ່ຍັງເປັນອະດີດນາຍທະຫານ

ປະເທດພະມ້າຢູ່ພາຍໃຕ້ການຕໍ່ສູ້ຊາດພັນທີ່ຮຸນແຮງ ກຸ່ມຊາດພັນມາກມາຍຂອງພະມ້າກ່ຽວກັບສົງຄາມກາງເມືອງທີ່ດຳເນິນຍາວທີ່ສຸດສົງຄາມໜຶ່ງຂອງໂລກ ລະຫວ່າງຊ່ວງນີ້ ສະຫະປະຊາຊາດແລະອີກຫຼາຍອົງການລາຍງານລະເມີດສິດທິມະນຸດສະຍະຊົນຢ່າງຕໍ່ເນື່ອງພາຍໃນປະເທດ ໃນ ຄ.ສ. 2011 ມີການຍຸບຄະນະທະຫານຜູ້ຍຶດອຳນາດການປົກຄອງຢ່າງເປັນທາງການຫຼັງການເລືອກຕັ້ງທົ່ວໄປ ຄ.ສ. 2010 ແລະມີການຕັ້ງລັດຖະບານໃນນາມພົນລະເຮືອນ ແຕ່ອະດີດຜູ້ນຳທະຫານຍັງມີອຳນາດພາຍໃນປະເທດ ກອງທັບພະມ້າດຳເນິນການສະລະການຄວບຄຸມລັດຖະບານ ລວມເຖິງການປ່ອຍຕົວອອງ ຊານ ຊູຈີແລະນັກໂທດທາງການເມືອງ ມີການປັບປຸງສິດທິມະນຸດສະຍະຊົນແລະຄວາມສັມພັນລະຫວ່າງປະເທດ ຈົນນຳໄປສູ່ການຜ່ອນປົນການລົງໂທດທາງການຄ້າແລະເສດຖະກິດອື່ນໆ ແຕ່ຍັງມີການວິຈານການປະຕິບັດຕໍ່ຊຸມຊົນກຸ່ມນ້ອຍໂຣຮິງຍາຂອງລັດຖະບານແລະການສະໜອງຕໍ່ການປະທະກັນທາງສາສະໜາ

ປະເທດພະມ້າອຸດົມດ້ວຍຫຍົກ ອັນຍະມະນີ ນ້ຳມັນ ແກ໊ສທຳມະຊາດແລະຊັບພະຍາກອນແຣ່ອື່ນໆ ໃນ ຄ.ສ. 2013 ຈີດີພີ (ລາຄາຕະຫຼາດ) ຢູ່ທີ່ 56,700 ລ້ານດອລລາຣ໌ສະຫະລັດ ແລະຈີດີພີ (ອຳນາດຊື້) ຢູ່ທີ່ 221,500 ລ້ານດອລລາຣ໌ສະຫະລັດ. ຊ່ອງວ່າງຮາຍໄດ້ຂອງປະເທດພະມ້າກວ້າງທີ່ສຸດປະເທດໜຶ່ງໃນໂລກ ເພາະເສດຖະກິດສັດສ່ວນໃຫຍ່ຖືກຜູ້ສະໜັບສະໜຸນອະດີດລັດຖະບານທະຫານຄວບຄຸມ ໃນ ຄ.ສ. 2014 ຈາກດັດຊະນີການພັດທະນາມະນຸດ (HDI) ປະເທດພະມ້າມີລະດັບການພັດທະນາມະນຸດຕ່ຳ ໂດຍຈັດອັນດັບຢູ່ທີ່ 148 ຈາກ 188 ປະເທດ

ປະຫວັດສາດ

ປະຫວັດສາດຂອງພະມ້ານັ້ນມີຄວາມຍາວນານແລະຊັບຊ້ອນ ມີປະຊາຊົນຫຼາຍເຜົ່າພັນເຄີຍອາໄສຢູ່ໃນດິນແດນແຫ່ງນີ້ ເຜົ່າພັນເກົ່າແກ່ທີ່ສຸດທີ່ປາກົດໄດ້ແກ່ຊາວມອນ ຕໍ່ມາຮາວພຸດສະຕະວັດທີ 13 ຊາວພະມ້າໄດ້ອົບພະຍົບລົງມາຈາກບໍລິເວນພົມແດນລະຫວ່າງຈີນແລະທິເບດ ເຂົ້າສູ່ທີ່ຣາບລຸ່ມແມ່ນ້ຳອິຣະວະດີ ແລະໄດ້ກາຍເປັນຊົນເຜົ່າເປັນຊົນເຜົ່າສ່ວນໃຫຍ່ທີ່ປົກຄອງປະເທດໃນເວລາຕໍ່ມາ ຄວາມຊັບຊ້ອນຂອງປະຫວັດສາດພະມ້າບໍ່ໄດ້ເກີດຂຶ້ນຈາກກຸ່ມຊົນທີ່ອາໄສຢູ່ໃນດິນແດນພະມ້າເທົ່ານັ້ນ ແຕ່ເກີດຈາກຄວາມສັມພັນກັບເພື່ອນບ້ານໄດ້ແກ່ ຈີນ ອິນເດຍ ບັງກະລາເທດ ລາວ ແລະໄທ

ມອນ

ເບິ່ງຕື່ມຢູ່ ອານາຈັກມອນ

ມະນຸດໄດ້ເຂົ້າມາອາໄສຢູ່ໃນດິນແດນຂອງປະເທດພະມ້າເມື່ອຮາວ 11,000 ປີມາແລ້ວ ແຕ່ມະນຸດທີ່ສາມາດສ້າງອາລະຍະທຳຂຶ້ນເປັນເອກະລັກຂອຝຕົນໄດກໍຄືຊາວມອນ ຊາວມອນໄດ້ອົບພະຍົບເຂົ້າມາອາໄສຢູ່ໃນດິນແດນແຫ່ງນີ້ເມື່ອຮາວ 2,400 ປີກ່ອນພຸດທະການ ແລະສະຖາປະນາອານາຈັກສຸທຳວະດີ ອັນເປັນອານາຈັກແຫ່ງທຳອິດຂຶ້ນໃນຮາວພຸດສະຕະວັດທີ 2 ນະ ບໍລິເວນໄກ້ເມືອງທ່າຕອນ (Thaton) ຊາວມອນໄດ້ຮັບອິດທິພົນຂອງສາສະໜາພຸດຜ່ານທາງອິນເດຍໃນຮາວພຸດສະຕະວັດທີ 2 ເຊິ່ງເຊື່ອວ່າມາຈາກການເຜີຍແຜ່ພະພຸດທະສາສະໜາໃນລັດຊະສະໄໝຂອງພະເຈົ້າອະໂສກມະຫາລາດ ບັນທຶກຂອງຊາວມອນສ່ວນໃຫຍ່ຖືກທຳລາຍໃນລະຫວ່າງສົງຄາມ ວັດທະນະທຳຂອງຊາວມອນເກີດຂຶ້ນຈາກການຜະສົມເອົາວັດທະນະທຳຈາກອິນເດຍເຂົ້າກັບວັດທະນະທຳອັນເປັນເອກະລັກຂອງຕົນເອງຈົນກາຍເປັນວັດທະນະທຳລັກສະນະລູກຜະສົມ ໃນຮາວພຸດສະຕະວັດທີ 14 ຊາວມອນໄດ້ເຂົ້າຄອບຄອງແລະມີອິດທິພົນໃນດິນແດນຕອນໃຕ້ຂອງພະມ້າ

ປະຍູ

ຊາວປະຍູເຂົ້າມາອາໄສຢູ່ໃນດິນແດນປະເທດພະມ້າຕັ້ງແຕ່ຮາວພຸດສະຕະວັດທີ 4 ແລະໄດ້ສະຖາປະນານະຄອນລັດຂຶ້ນຫຼາຍແຫ່ງ ເຊັ່ນທີ່ ພິນນາຄາ (Binnaka) ມອງກະໂມ້ (Mongamo) ອານາຈັກສີກະເສດ (Sri Ksetra) ເປຍທະໂນມະໂຍ (Peikthanomyo) ແລະຮະລີນຈີ (Halingyi) ໃນຊ່ວງເວລາດັງກ່າວ ດິນແດນພະມ້າເປັນສ່ວນໜຶ່ງຂອງເສັ້ນທາງການຄ້າລະຫວ່າງຈີນກັບອິນເດຍ ຈາກເອກະສານຂອງຈີນພົບວ່າ ມີເມືອງຢູ່ພາຍໃຕ້ອຳນາດປົກຄອງຂອງຊາວປະຍູ 18 ເມືອງ ແລະຊາວປະຍູເປັນຊົນເຜົ່າທີ່ຮັກສະຫງົບ ບໍ່ປາກົດວ່າມີສົງຄາມເກີດຂຶ້ນລະຫວ່າງຊົນເຜົ່າປະຍູ ຂໍ້ຂັດແຍ້ງມັກຍຸດຕິດ້ວຍການຄັດເລືອກຕົວແທນໃຫ້ເຂົ້າປະລອງຄວາມສາມາດກັນ ຊາວປະຍູສວມໃສ່ເຄື່ອງແຕ່ງກາຍທີ່ເຮັດຈາກຝ້າຍ ອາດຊະຍາກອນມັກຖືກລົງໂທດດ້ວຍການໂບຍຫຼືຈຳຂັງ ເວັ້ນແຕ່ໄດ້ກະທຳຄວາມຜິດອັນຮ້າຍແຮງຈຶ່ງຕ້ອງໂທດປະຫານຊີວິດ ຊາວປະຍູນັບຖືພະພຸດທະສາສະໜານິກາຍເຖຣະວາດ ເດັກໆ ໄດ້ຮັບການສຶກສາທີ່ວັດຕັ້ງແຕ່ອາຍຸ 7 ຂວບຈົນເຖິງ 20 ປີ

ນະຄອນລັດຂອງຊາວປະຍູບໍ່ເຄີຍຮວມຕົວເປັນອັນໜຶ່ງອັນດຽວກັນ ແຕ່ນະຄອນລັດຂະໜາດໃຫຍ່ມັກມີອິດທິພົນເໜືອນະຄອນລັດຂະໜາດນ້ອຍເຊິ່ງສະແດງອອກໂດຍການສົ່ງເຄື່ອງບັນນາການໃຫ້ ນະຄອນລັດທີ່ມີອິດທິພົນຫຼາຍທີ່ສູດໄດ້ແກ່ສີກະເສດ ເຊິ່ງມີຫຼັກຖານເຊື່ອໄດ້ວ່າ ເປັນເມືອງໂບຮານທີ່ມີຂະໜາດໃຫຍ່ທີ່ສຸດໃນປະເທດພະມ້າ ບໍ່ປາກົດຫຼັກຖານວ່າອານາຈັກສີກະເສດຖືກສະຖາປະນາຂຶ້ນເມື່ອໃດ ແຕ່ມີການກ່າວເຖິງໃນພົງສາວະດານວ່າມີການປ່ຽນລາຊະວົງເກີດຂຶ້ນໃນປີພຸດສັກກະຫຼາດ 637 ເຊິ່ງສະແດງໃຫ້ເຫັນວ່າອານາຈັກສີກະເສດຕ້ອງໄດ້ຮັບການສະຖາປະນາຂຶ້ນກ່ອນໜ້ານັ້ນ ມີຄວາມຊັດເຈນວ່າ ອານາຈັກສີກະເສດຖືກລະທິ້ງໄປໃນປີພຸດສັກກະຫຼາດ 1199 ເພື່ອອົບພະຍົບຍ້າຍຂຶ້ນໄປສະຖາປະນານະຄອນຫຼວງໃໝ່ທາງຕອນເໜືອ ແຕ່ຍັງບໍ່ຊາບຢ່າງແນ່ຊັດວ່າເມືອງດັງກ່າວຄືເມືອງໃດ ນັກປະຫວັດສາດບາງທ່ານເຊື່ອວ່າເມືອງດັງກ່າວຄືເມືອງຮະລີນຈີ ຢ່າງໃດກໍຕາມເມືອງດັງກ່າວຖືກຮຸກຮານຈາກອານາຈັກນ່ານເຈົ້າໃນຮາວພຸດສະຕະວັດທີ 15 ຈາກກະບໍ່ປາກົດຫຼັກຖານກ່າວເຖິງຊາວປະຍູອີກ

ອານາຈັກພຸກາມ

ເບິ່ງບົດຄວາມຫຼັກທີ່: ອານາຈັກພຸກາມ
ປະເທດມຽນມາ: ປະຫວັດສາດ, ອ້າງອີງ 
ແຜນທີ່ທະວີບອາຊີໃນ ຄ.ສ. 1200 ສະແດງເຖິງຂອບເຂດອານາຈັກຕ່າງໆ (ພຸກາມຢູ່ໄກ້ກັບເລກທີ່ 34 ທາງຂວາ)

ອ້າງອີງ

Tags:

ປະເທດມຽນມາ ປະຫວັດສາດປະເທດມຽນມາ ອ້າງອີງປະເທດມຽນມາປະເທດຈີນປະເທດລາວປະເທດອິນເດຍປະເທດໄທພາສາພະມ້າພາສາອັງກິດອາຊີຕາເວັນອອກສຽງໃຕ້ເອກະລາດ

🔥 Trending searches on Wiki ລາວ:

ບີເອັນເຄໂຟຕີເອັດເຮືອນISO 4217ຊອບແວໂລກເມືອງຫາດຊາຍຟອງລັດວິສາຫະກິດລາຍຊື່ປະເທດ ແລະ ເຂດການປົກຄອງຮຽງຕາມຂະໜາດຂອງພື້ນທີ່ປະຕິທິນພະມ້າປະເທດແຟງລັງອະນັນ ສຸກສັນໂຣບົດສົມເດັດພະລາຊິນີນາດເອລີຊາແບັດທີ 2 ແຫ່ງສະຫະລາຊະອານາຈັກປະເທດບອສເນຍແລະເຮີເຊໂກວີນາ3 ມີນາປະເທດລາວສົມເດັດພະລາຊິນີນາດມາເກຣເທີທີ 2 ແຫ່ງດານມາກ210 ອິຊາເບລລາແພດສາດໄກ່ແຂວງບໍ່ແກ້ວຫ້ວຍຊາຍຕາດຜາສ້ວມມິສລາວການສໍາເລັດຄວາມໃຄ່ດ້ວຍຕົນເອງໂທລະສັບຄຳນາມປະເທດຈີນລະລິສາ ມະໂນບານຄອມພິວເຕີຈໍາລອງລັດແມສຊາຊູເຊຕສ໌ປະເທດເອກົດພາສາເຢຍລະມັນປະເທດອິດສະຣາເອນຢິວອາຫຼັບປະເທດແຊັກບີພະບາດສົມເດັດພະວະຊິຣະເກົ້າເຈົ້າຢູ່ຫົວອັກສອນລາວເຄື່ອງດື່ມປະເທດເອຢິບຂັນ5ວັດຈະນານຸກົມພາສາປອກຕຸຍການຈັງຫວັດພູເກັດສະຫະລັດສັດລ້ຽງລູກດ້ວຍນ້ຳນົມເສັ້ນທາງ 13 (ປະເທດລາວ)ເດວິດ ວູດາດແຂວງຫົວພັນເຂດດອນເມືອງຈັກກະວັດໂອສະມັນຄວາມຮູ້ສະຫະປະຊາຊາດນິເວດວິທະຍາການເມືອງ (Political ecology)ອານາຈັກທົນບຸຣີເວັບໄຊກະຊວງອຸດສາຫະກຳແລະການຄ້າທະວີບກີບ (ສະກຸນເງິນ)ຈັງຫວັດອຸຕະຣະດິດປະເທດເກົາຫຼີພຣະບາດສົມເດັດພຣະເຈົ້າມະຫາຊີວິດສີສວ່າງວັທະນາປະເທດອິນເດຍສົມບູລະນາຍາສິດທິລາດປະເທດໂອຕຣິດໄອຍາການເພັດດີ ສີເຣີກອະພິສິດ ເວດຊາຊີວະ🡆 More