ບາຣັກ ໂອບາມາ

ທ່ານບາຣັກ ໂອບາມາ (ອັງກິດ: Barack Obama) ມີຊື່ເຕັມວ່າ ບາຣັກ ຮຸສເຊນ ໂອບາມາ ທີ່ 2 (Barack Hussein Obama II).

ເກີດເມື່ອວັນທີ່ 4 ສິງຫາ ຄ.ສ. 1961. ເປັນປະທານາທິບະດີສະຫະລັດອະເມລິກາ ຄົນທີ່ 44 ແລະ ເປັນຄົນແອຟະລິກັນອະເມລິກັນຜູ້ທຳອິດ ຮວມເຖິງຍັງເປັນຊາວອະເມລິກັນຜູ້ທຳອິດຜູ້ເກີດໃນທົດສະວັດທີ່ 60 ຜູ້ໄດ້ຮັບເລືອກຕັ້ງເປັນປະທານາທິບະດີ. ທ່ານເຄີຍດຳລົງຕຳແໜ່ງສະມາຊິກວຸທິສະພາແຕ່ລັດອັລລິນອຍສ໌ ໃນປີ 2005 ກະທັ່ງຮອດວັນທີ່ 16 ພະຈິກ 2008. ຫຼັງຈາກປະກາດລົງສະມັກການເລືອກຕັ້ງປະທານາທິບະດີສະຫະລັດອະເມລິກາ ຄ.ສ. 2008, ທ່ານເຂົ້າດຳລົງຕຳແໜ່ງໃນວັນທີ່ 20 ມັງກອນ ຄ.ສ. 2009 ຢູ່ຕືກຢູເອສແຄປິຕອລ ວໍຊິງຕັນ ດີ.ຊີ.

ບາຣັກ ໂອບາມາ
Barack Obama
ບາຣັກ ໂອບາມາ
ບາຣັກ ໂອບາມາ
ເກີດ21 ມີນາ ຄ.ສ. 1954 (55ປີ)
ໂຮໂນລູລູ ລັດຮາວາຍ ສະຫະລັດອາເມລິກາ
ສັນຊາດອາເມລິກັນ
ເປັນທີ່ຮູ້ຈັກຈາກປະທານາທິບະດີຄົນທີ່ 44 ແຫ່ງສະຫະລັດອາເມລິກາ
ສາດສະໜາສາສະໜາຄິດ
ຄູ່ສົມລົດມິເຊລ ໂອບາມາ
ບຸດMalia Ann Obama (n. 1998)
Natasha Obama (n. 2001)
ລາຍເຊັນ
ບາຣັກ ໂອບາມາ

ໂອບາມາເກີດໃນໂຮໂນລູລູ ລັດຮາວາຍ ສຳເລັດການສຶກສາຈາກມະຫາວິທະຍາໄລໂຄລຳເບຍແລະໂຮງຮຽນກົດໝາຍຮາຣ໌ວາດ ທີ່ເຊິ່ງເຂົາໄດ້ເປັນປະທານວາລະສານHarvard Law Review ເຂົາເຄີຍຜູ້ຈັດການຊຸມຊົນໃນຊິຄາໂກກ່ອນສຳເລັດປະລິນຍາດ້ານກົດໝາຍ ເຂົາເຮັດວຽກເປັນໄອຍະການສິດທິມະນຸດສະຍະຊົນໃນຊິຄາໂກແລະສອນກົດໝາຍລັດຖະທຳມະນູນທີ່ໂຮງຮຽນກົດໝາຍຂອງມະຫາວິທະຍາໄລຊິຄາໂກຕັ້ງແຕ່ ຄ.ສ. 1992 ເຖິງ 2004 ເປັນຜູ້ແທນເຂດ 13 ສາມສະໄໝໃນລັດຖະສະພາອັລລິນອຍສ໌ ຕັ້ງແຕ່ ຄ.ສ. 1997 ເຖິງ 2004

ຫຼັງບໍ່ໄດ້ຮັບການເລືອກຕັ້ງເຂົ້າໄປໃນສະພາຜູ້ແທນລາຊະດອນແຫ່ງສະຫະລັດອາເມລິກາໃນນາມຂອງພັກເດໂມແຄຕໃນ ຄ.ສ. 2000 ໂອບາມາໄດ້ລົງຮັບສະມັກເລືອກຕັ້ງເປັນສະພາວຸທິສະພາສະຫະລັດໃນ ຄ.ສ. 2004 ຫຼາຍເຫດການໄດ້ນຳເຂົາໄປສູ່ຄວາມສົນໃຈໃນລະດັບຊາດລະຫວ່າງການລົນລະລົງຫາສຽງ ຮວມທັງໄຊຊະນະຂອງເຂົາໃນການຄັດເລືອກຜູ້ແທນພັກດີໂມແຄຣຕໃນເດືອນມີນາ ຄ.ສ. 2004 ແລະຄຳປາໄສສຳຄັນລະຫວ່າງການປະຊຸມຕົວແທນພັກດີໂມແຄຣຕໃນເດືອນກໍລະກົດ ຄ.ສ. 2004 ເຂົາຊະນະການເລືອກຕັ້ງເປັນວຸທິສະມາຊິກສະພາລັດອິລລິນອຍສ໌ໃນເດືອນພະຈິກ ຄ.ສ. 2004 ການລົນນະລົງເລືອກຕັ້ງປະທານາທິບະດີຂອງເຂົາເລິ່ມຂຶ້ນໃນເດືອນກຸມພາ ຄ.ສ. 2007 ແລະຫຼັງການລົນນະລົງໄລຍະສັ້ນໆ ໃນການຄັດເລືອກຜູ້ສະມັກຜູ້ສະມັກປະທານາທິບະດີສະຫະລັດພັກເດໂມແຄຕ ຄ.ສ. 2008 ແຂ່ງກັບຮິລລາລີ ຄລິນຕັນເຂົາໄດ້ຮັບການສະເໜີຊື່ຈາກພັກ ໃນການເລືອກຕັ້ງປະທານາທິບະດີ ຄ.ສ. 2008 ເຂົາເອົາຊະນະຜູ້ສະມັກຈອນ ແມກເຄນຈາກພັກຣີພັບລິກັນ ແລະເຂົ້າຮັບຕຳແໜ່ງປະທານາທິບະດີຢ່າງເປັນທາງການເມື່ອວັນທີ່ 20 ມັງກອນ ຄ.ສ. 2009 ຫຼັງຈາກນັ້ນບໍ່ດົນກໍໄດ້ຮັບຮາງວັນໂນເບລສາຂາສັນຕິພາບປະຈຳ ຄ.ສ. 2009

ໃນລະຫວ່າງການເຮັດໜ້າທີ່ໃນສະພາຄອງເກຣສທີ່ 109 ນັ້ນ ໂອບາມາໄດ້ຮຽກຮ້ອງໃຫ້ມີການຄວບຄຸມການໃຊ້ອາວຸດແລະຮຽກຮ້ອງໃຫ້ມີການຖະແຫຼງການເລື່ອງການໃຊ້ຈ່າຍເງິນທອງຂອງລັດຖະບານໃຫ້ສາທາລະນະຊົນໃຫ້ຊາບນຳ ນອກຈາກນັ້ນໃນຊ່ວງນີ້ ເຂົາຍັງເຄີຍໄປເຍືອນເອີລົບຕາເວັນອອກ ຕາເວັນອອກກາງແລະແອຟິກາຢ່າງເປັນທາງການນຳໃນສະພາຄອງເກຣສທີ່ 110 ເຂົາກໍໄດ້ຮຽກຮ້ອງໃຫ້ມີການດູແລບັນຫາອາຊະຍາກຳທາງອິເລັກທໍນິກສ໌ ສະພາວະອາກາດປ່ຽນແປງຫຼືພາວະໂລກຮ້ອນ ການກໍ່ການຮ້າຍດ້ວຍອາວຸດນິວເຄຍ ແລະໃຫ້ການດູແລທະຫານຜ່ານສຶກສົງຄາມອິຣັກແລະສົງຄາມອັຟການິດສະຖານ

ຊີວິດໃນວັຍເດັກຈົນຮອດວັຍເຮັດວຽກ

ບາຣັກ ໂອບາມາ 
ສູຕິບັດຂອງບາຣັກ ໂອບາມາ

ໂອບາມາເກີດເມື່ອວັນທີ່ 4 ສິງຫາ ຄ.ສ. 1961 ທີ່ເມືອງໂຮໂນລູລູ ລັດຮາວາຍ ເປັນບຸດຊາຍຂອງນາຍບາຣັກ ໂອບາມາ ຊີເນຍ ຊາວຈັງຫວັດເຊຍຍາ ປະເທດເຄນຍາ ແລະນາງແອນ ດັນແຮມ ຊາວເມືອງວິຊິທໍ ລັດແຄນຊັສ ເຊິ່ງແມ່ຂອງເຂົາມີເຊື້ອສາຍວົງຕະກູນມາຈາກອັງກິດ ໄອແລນ ສະກັອດແລນ ເວລສ໌ ເຢຍລະມັນ ແລະ ສະວິດເຊີແລນ

ອ້າງອີງ

Tags:

20 ມັງກອນ4 ສິງຫາຄ.ສ. 2009ພາສາອັງກິດວໍຊິງຕັນ ດີ.ຊີ.

🔥 Trending searches on Wiki ລາວ:

ສາທາລະນະສົມບັດຈິຕະກຳການສໍາເລັດຄວາມໃຄ່ດ້ວຍຕົນເອງກາເຟເປັດລິງລົມຄິມ ແທ-ຍອນລາຍຊື່ປະເທດ ດິນແດນ ແລະ ເມືອງຫຼວງໜື່ງປາດອກຈຳປາ28 ພຶດສະພາສຸຂະອະນາໄມ (Hygiene)ເສດຖະກິດປະເທດລາວເຂດເວລາຊົນເຜົ່າໃນລາວປະເທດທີ່ບໍ່ມີທາງອອກສູ່ທະເລກົດໝາຍຈັງຫວັດຂອນແກ່ນປະເທດໄທຜົນກຳໄລເຈົ້າຊາຍ ສຸລິວົງ ສະຫວ່າງທະວີບອາຊີRussiaແຂວງຊຽງຂວາງໄດໂນເສົາພາສາລາແຕງປະເທດມາເລເຊຍຂ່າວເງິນ (ໂລຫະ)ແຂວງຜົ້ງສາລີປະເທດໂມນາໂກປະເທດຈີນເມືອງສີໂຄດຕະບອງປະເທດອັງໂດລາປະເທດຊູແອດທະວີບເອີຣົບພະບາດສົມເດັດພະມະຫາພູມິພົນອະດຸນຍະເດດມະຫາລາດ ບໍຣົມມະນາດຖະບໍພິດເນີຍແຂງລົກຟອກວິນໂດມີລົດໄຟລາວ-ຈີນພະເຈົ້າຟ້າງຸ່ມລັດແມສຊາຊູເຊຕສ໌ໄມໂຄຣຊອບ ວິນໂດພິກັດພູມສາດພາສາຈີນພຸດທະສາສະໜາມິສແກຣນໄທແລນວຽງຈັນ7 ເມສາສາລີ້ສະໜວນກາຊາອຳນາດຕຸລາການສິ່ງແວດລ້ອມປະເທດເບລາຣຸດຊີເມືອງນະຄອນຫຼວງວຽງຈັນສຸພາພອນ ສົມວິຈິດວິກິວັດຈະນານຸກົມອັກສອນລາວພາສາກະເລັກເຂົ້າຈີ່ປາເຕພັກ ຈີ-ຮໂຍເອເທນສະຫະພາບໂຊວຽດຄຳຂວັນປະຈຳຊາດBaskin-Robbinsປະທານປະເທດ ແຫ່ງ ສປປ ລາວທອງຄຳປະເທດໂອຕະລີດຊ່ອງ 9 ເອັມຄັອດເອຊດີວິກິພີເດຍພາສາອັງກິດ🡆 More