ພຣະພຸດທະສາສະໜາ (ຄຳເຄົ້າ: ພຣະພຸທທສາສນາ) ເປັນສາສະໜາເຊິ່ງຖືກຄົ້ນພົບໂດຍພຣະໂຄດົມສຳມາສຳພຸດທະເຈົ້າ ກ່ອນຄຣິດຕະສັກກະລາດ ໕໔໓ ປີ ຢູ່ປະເທດອິນເດຍ.
ພຣະນາມເດີມຂອງພະພຸດທະເຈົ້າມີພະນາມວ່າ ສິດທັດຖະ ແປວ່າ ຜູ້ມີຄວາມສຳເລັດທຸກປະການ. ພຣະອົງເປັນພະລາຊະໂອລົດຂອງພຣະເຈົ້າສຸດໂທທະນະ ແລະພຣະມະເຫສີມີນາມວ່າ ສີລິມະຫາມາຍາແຫ່ງກຸງກະບີນລະພັດ(ປັດຈຸບັນເປັນດິນແດນປະເທດເນປານ).
ສາສະໜາພຸດແມ່ນສາສະໜາຂອງທ່ານຜູ້ຮູ້ ຄຳວ່າພຸດທະສາສະໜາ ມາຈາກຄຳວ່າ "ພຸດທະ" ແປວ່າ ຮູ້, ຕື່ນ, ເບີກບານ. ສະນັ້ນ, ພຣະພຸດທະສາສະໜາຈຶ່ງເປັນສາສະໜາຂອງຜູ້ຮູ້, ຜູ້ຕື່ນ, ຜູ້ເບີກບານ.
ຈຸດສູງສຸດຂອງພຣະພຸດທະສາສະໜາແມ່ນ "ຄວາມດັບບໍ່ເຫຼືອແຫ່ງເຊື້ອ" ຄວາມສິ້ນໄປເຊິ່ງອາສະວະ ຄືກິເລດທີ່ໝັກດອງຢູ່ໃນຂັນທະສັນດານຂອງປຸຖຸະຊົນທັງຫຼາຍ ບໍ່ວຽນວ່າຍຕາຍເກີດໃນໂລກທັງສາມອີກ ເພິ່ນເອີ້ນວ່ານິບພານ.
ການຈະເຂົ້າເຖິງເຊິ່ງຄວາມດັບບໍ່ເຫຼືອແຫ່ງເຊື້ອນີ້ ແມ່ນນິບພານນີ້ ຕ້ອງເປັນໄປຕາມຫຼັກແຫ່ງ ສີນ ສະມາທິ ປັນຍາທີ່ອົງສົມເດັດພະສຳມາສຳພຸດທະເຈົ້າ ໄດ້ຊົງຄົ້ນພົບ ແລະນຳມາເຜີຍແຜ່ໃຫ້ກັບເຫຼົ່າສັດທັງຫຼາຍເຊິ່ງວຽນວ່າຍຕາເກີດໃນສັງສາລະວັດ
ຫຼັກທຳຄຳສອນທາງພຸດທະສາສະໜາ ໄດ້ຖືກບັນທຶກຮວບຮວມໄວ້ໃນຄຳພີຊື່ ພຣະໄຕປິດົກ ອັນປະກອບໄປດ້ວຍ “ພຣະສູດ” ຄື ຄວາມຮູ້ໃນສັດຈະທຳຕ່າງໆ ເຊິ່ງພະພຸດທະເຈົ້າຊົງໄດ້ຕັດສະຮູ້ໄດ້ດ້ວຍພະອົງເອງ ແລ້ວນຳມາສະແດງແກ່ຊາວໂລກ ກັບ “ພຣະວິໄນ” ຄືຂໍ້ບັງຄັບຕ່າງໆ ທີ່ຊົງບັນຍັດໄວ້ສຳລັບຜູ້ທີ່ບວດເປັນສາວົກໃນສາສະໜານີ້ ຜູ້ຖືກເອີ້ນວ່າ ພຣະພິກສຸສົງ (ຊາຍ) ແລະ ພຣະພິກສຸນີສົງ (ຍິງ) ແລະ ພະອະພິທຳ.
ພະພຸດທະເຈົ້າ ໄດ້ລິເລີ່ມອອກເຜີຍແຜ່ຄຳສອນດັງກ່າວໃນພາກພື້ນທີ່ເປັນປະເທດອິນເດຍໃນປັດຈຸບັນ ຕັ້ງແຕ່ເມື່ອ 45 ປີກ່ອນພຸດທະສັກກະລາດ. ປັດຈຸບັນ ສາສະໜາພຸດໄດ້ມີການຖືກເຜີຍແຜ່ທົ່ວໄປໃນທົ່ວ ໂລກ.,,
This article uses material from the Wikipedia ລາວ article ພຸດທະສາສະໜາ, which is released under the Creative Commons Attribution-ShareAlike 3.0 license ("CC BY-SA 3.0"); additional terms may apply (view authors). ເນື້ອໃນສາມາດໃຊ້ໄດ້ພາຍໃຕ້ CC BY-SA 4.0 ຖ້າບໍ່ແມ່ນຢ່າງອື່ນໃດທີ່ລະບຸໄວ້. Images, videos and audio are available under their respective licenses.
®Wikipedia is a registered trademark of the Wiki Foundation, Inc. Wiki ລາວ (DUHOCTRUNGQUOC.VN) is an independent company and has no affiliation with Wiki Foundation.