ແຂວງສາລະວັນເປັນແຂວງໜຶ່ງ ທີ່ມີຫຼາຍຊົນເຜົ່າມີຫຼາກຫຼາຍ ທາງດ້ານຮີດຄອງປະເພນີ ແລະ ວັດທະ ນະທຳມີທຳນອງ ການເສບ , ການຮ້ອງ ແລະ ການຂັບລຳຫຼາຍຢ່າງເປັນຕົ້ນແມ່ນ: ລຳສາລະວັນ, ລຳຄົງເຊໂດນ,ລຳຜູ້ໄທ,ລຳຕາລີມອນ, ລຳກະເລີ້ຍ ແລະ ອື່ນໆ ໃນການຂັບລຳຕ່າງໆ ກໍມີຄວາມມ່ວນຊື່ນອອນຊອນແຕກຕ່າງກັນ ໄປຕາມຈຸດພິເສດຂອງແຕ່ລະເຜົ່າ ແຕ່ຂັບລຳທີ່ໂດດເດັ່ນກ່ອນໝູ່, ມີຄ່ານິຍົມສູງ ແລະ ແຜ່ກວ້າງໃນທົ່ວແຂວງ, ທົ່ວປະເທດ ແລະ ຕ່າງປະເທດກໍແມ່ນຂັບລຳ: ສາລະວັນ
ແຂວງສາລະວັນ ເປັນແຂວງທີ່ຢູ່ທາງພາກໃຕ້ຂອງປະເທດລາວ ເປັນແຂວງທີ່ມີເສດຖະກິດພວມຂະຫຍາຍຕົວ, ມີຫຼາຍຊົນຊາດຊົນເຜົ່າດຳລົງຊີວິດຢູ່ດ້ວຍກັນ. ເມືອງເອກຂອງແຂວງ ແມ່ນ ເມືອງ ສາລະວັນ.
ປະຫວັດຄວາມເປັນມາສາລະວັນ
ມີຊາຍແດນຕິດກັບ 3 ແຂວງ ແລະ 2 ປະເທດຄື:
ສາລະວັນ ປະກອບມີຫລາຍຊົນເຜົ່າດຳລົງຊີວິດຢູ່ລວມແລ້ວທັງຫມົດ 14 ຊົນເຜົ່າ ທີ່ມີພາສາປາກເວົ້າແຕກຕ່າງກັນ ລວມເຖິງຂະນົບທຳນຽມ, ຮີດຄອງປະເພນີ, ຄວາມເຊື່ອຖື ຂອງບັນດາເຜົ່າທີ່ບໍ່ຄືກັນ ຫາຍາກທີ່ຈະໄດ້ສຳຜັດກັບຄວາມຫລາກຫລາຍຂອງແຕ່ລະຊົນເຜົ່າ ເຊິ່ງສາມາດຖ່າຍທອດປະສົບການທາງດ້ານວັດທະນະທຳ ທີ່ນ້ອຍຫນັກນ້ອຍຫນາທີ່ຈະໄດ້ພົບເຫັນ. ປະກອບດ້ວຍລາວລຸ່ມ, ຂະໝຸ, ອາລັກ, ກະຕາງ, ກະຕູ, ແງະ,ຜູ້ໄທ, ຕະໂອ້ຍ, ປະໂກະ, ຕົງ, ຊ່ວຍ ຯລຯ. ເຊິ່ງແຕ່ລະຊົນເຜົ່າເຫລົ່ານັ້ນ ລ້ວນແຕ່ຕັ້ງບ້ານເຮືອນຢູ່ແບບກະແຈກກະຈາຍ ແລະ ຢຶດຖືອາຊີຍເຮັດນາເປັນຕົ້ນຕໍ, ພ້ອມກັນນັ້ນ ດ້ານການເຊື່ອຖືກແຕກຕ່າງກັນໂດຍສະ້າະຊົນເຜົ່າຕະໂອ້ຍມີວັດະຮທຳນັບຖືເທບເທວະດາຜູດຜີຍ່າງເຄັ່ງຄັດ
ແຂວງສາລະວັນ ມີທັງໝົດ 8 ເມືອງຄື:
This article uses material from the Wikipedia ລາວ article ແຂວງສາລະວັນ, which is released under the Creative Commons Attribution-ShareAlike 3.0 license ("CC BY-SA 3.0"); additional terms may apply (view authors). ເນື້ອໃນສາມາດໃຊ້ໄດ້ພາຍໃຕ້ CC BY-SA 4.0 ຖ້າບໍ່ແມ່ນຢ່າງອື່ນໃດທີ່ລະບຸໄວ້. Images, videos and audio are available under their respective licenses.
®Wikipedia is a registered trademark of the Wiki Foundation, Inc. Wiki ລາວ (DUHOCTRUNGQUOC.VN) is an independent company and has no affiliation with Wiki Foundation.