ປະເທດມາເລເຊຍ: ປະເທດໃນອາຊີຕາເວັນອອກສຽງໃຕ້

ມາເລເຊຍ (ມາເລ: Malaysia) ເປັນປະເທດຕັ້ງຢູ່ໃນພາກພື້ນອາຊີຕາເວັນອອກສຽງໃຕ້ ປະກອບດ້ວຍລັດ 13 ລັດ ແລະ ດິນແດນສະຫະພັນ 3 ດິນແດນ ແລະ ມີເນື້ອທີ່ລວມ 330,803 ຕາລາງກິໂລແມັດ (127,720 ຕາລາງໄມລ໌) ໂດຍມີທະເລຈີນໃຕ້ແບ່ງພື້ນທີ່ອອກເປັນ 2 ສ່ວນເຊິ່ງມີຂະໜາດໃກ້ຄຽງກັນ ເຊັ່ນ ມາເລເຊຍຕາເວັນຕົກ ແລະ ມາເລເຊຍຕາເວັນອອກ ມາເລເຊຍຕາເວັນຕົກມີຊາຍແດນທາງບົກ ແລະ ທາງທະເລຮ່ວມກັບໄທ ແລະ ມີຊາຍແດນທາງທະເລຮ່ວມກັບສິງກະໂປ, ຫວຽດນາມ ແລະ ອິນໂດເນເຊຍ ມາເລເຊຍຕາເວັນອອກມີຊາຍແດນທາງບົກ ແລະ ທາງທະເລຮ່ວມກັບບຣູໄນ ແລະ ອິນໂດເນເຊຍ ແລະ ມີຊາຍແດນທາງທະເລຮ່ວມກັບຟີລິບປິນ ແລະ ຫວຽດນາມ ເມືອງຫຼວງຂອງປະເທດແມ່ນກົວລາລຳເປີ ໃນຂະນະທີ່ປູຕາຈາຢາເປັນທີ່ຕັ້ງຂອງລັດຖະບານກາງ ໂດຍປະຊາກອນຈຳນວນຫຼາຍກວ່າ 30 ລ້ານຄົນ ມາເລເຊຍຈຶ່ງເປັນປະເທດທີ່ມີປະຊາກອນຫຼາຍທີ່ສຸດເປັນອັນດັບທີ 42 ຂອງໂລກ ຕັນຈຸງ ປິໄຢ (Tanjung Piai) ຈຸດໃຕ້ທີ່ສຸດຂອງແຜ່ນດິນໃຫຍ່ທະວີບເອີຣາຊີຢູ່ໃນມາເລເຊຍ ມາເລເຊຍເປັນປະເທດໃນເຂດຮ້ອນ ແລະ ເປັນໜຶ່ງໃນ 17 ປະເທດຂອງໂລກທີ່ມີຄວາມຫຼາກຫຼາຍທາງຊີວະພາບຢ່າງຍິ່ງ (megadiverse country) ໂດຍມີຊະນິດພັນສະເພາະທ້ອງຖິ່ນເປັນຈຳນວນຫຼາຍ

ມາເລເຊຍ

Malaysia (ມາເລ)
ທຸງຊາດມາເລເຊຍ
ທຸງຊາດ
ກາແຜ່ນດິນຂອງມາເລເຊຍ
ກາແຜ່ນດິນ
ຄຳຂວັນ"ຄວາມເປັນເອກະພາບຄືພະລັງ"
(ມາເລ: Bersekutu Bertambah Mutu)
ເພງຊາດ"ເນີກາຣາກູ"
ປະເທດມາເລເຊຍ: ປະເທດໃນອາຊີຕາເວັນອອກສຽງໃຕ້
ປະເທດມາເລເຊຍ: ປະເທດໃນອາຊີຕາເວັນອອກສຽງໃຕ້
ທີ່ຕັ້ງຂອງ ປະເທດມາເລເຊຍ  (ຂຽວເຂັ້ມ)
ເມືອງຫຼວງ
ເມືອງໃຫຍ່ທີ່ສຸດກົວລາລຳເປີ
ພາສາລາຊະການ
ແລະ ພາສາປະຈຳຊາດ
ພາສາມາເລ
ພາສາທີ່ໄດ້ຮັບການຍອມຮັບອັງກິດ
ກຸ່ມຊົນເຜົ່າ
(2020)
  • 68.8% ພູມິບຸດ
    (ມາລາຢູ, ໂອຣັງ ອັດຊະລີ, ຊົນພື້ນເມືອງໃນລັດ​ຊາ​ບາກັບລັດຊາຣາວັກ)
  • 22.6% ຈີນ
  • 6.8% ອິນເດຍ
  • 1.0% ອື່ນໆ
ສາສະໜາ
(2010)
  • 61.3% ອິດສະລາມ (ທາງການ)
  • 19.8% ພຸດ
  • 9.2% ຄຣິດ
  • 6.3% ຮິນດູ
  • 3.4% ພື້ນເມືອງຈີນ
  • 0.7% ບໍ່ຊາບ
  • 0.5% ອື່ນໆ
ເດມະນິມຊາວມາເລເຊຍ
ການປົກຄອງສະຫະພັນ ລະບົບລັດຖະສະພາ ລາຊາທິປະໄຕໂດຍເລືອກຕັ້ງ
• ຢັງດິເປີຕວນອາກົງ (ກະສັດ)
ສົມເດັດພຣະລາຊາທິບໍດີ ອັບດູລລາ ຊາຫ໌
• ນາຍົກລັດຖະມົນຕີ
ອັນວາ ອິບຣາຮິມ
ສະພານິຕິບັນຍັດລັດຖະສະພາ
ເດວັນ ເນີກາຣາ (ວຸດທິສະພາ)
• ສະພາລຸ່ມ
ເດວັນ ຣັກຢາດ (ສະພາຜູ້ແທນລາຊະດອນ)
ເອກະລາດ 
• ສະຫະພັນທະລັດມາລາຢາ
31 ສິງຫາ 1957
• ການປົກຄອງຕົນເອງຂອງລັດຊາຣາວັກ
22 ກໍລະກົດ 1963
• ການປົກຄອງຕົນເອງຂອງບໍນຽວເໜືອ
31 ສິງຫາ 1963
• ຄຳປະກາດຂອງມາເລເຊຍ
16 ກັນຍາ 1963
ພື້ນທີ່
• ລວມ
330,803 ຕາລາງກິໂລແມັດ (127,724 ຕາລາງໄມລ໌) (ອັນດັບທີ 67)
0.3
ປະຊາກອນ
• 2022 ປະມານ
33,871,431 (ອັນດັບທີ 43)
• ສຳມະໂນປະຊາກອນ 2020
32,447,385
98 ຕໍ່ຕາລາງກິໂລແມັດ (253.8 ຕໍ່ຕາລາງໄມລ໌) (ອັນດັບທີ 116)
GDP (ອຳນາດຊື້)2022 (ປະມານ)
• ລວມ
Increase 1.089 ພັນຕື້ໂດລາສະຫະລັດ (ອັນດັບທີ 31)
• ຕໍ່ຫົວ
Increase 32,901 ໂດລາສະຫະລັດ (ອັນດັບທີ 54)
GDP (ລາຄາຕະຫຼາດ)2022 (ປະມານ)
• ລວມ
Increase 439.373 ຕື້ໂດລາສະຫະລັດ (ອັນດັບທີ 34)
• ຕໍ່ຫົວ
Increase 13,268 ໂດລາສະຫະລັດ (ອັນດັບທີ 66)
ຈີນີ (2015)positive decrease 41
ປານກາງ
HDI (2021)Decrease 0.803
ສູງຫຼາຍ · ອັນດັບທີ 62
ສະກຸນເງິນຣິງກິດ (RM) (MYR)
ເຂດເວລາUTC+8 (ເວລາມາດຕະຖານມາເລເຊຍ)
ຮູບແບບວັນທີວວ-ດດ-ປປປປ
ໄຟບ້ານ240 ໂວລຕ໌, 50 ເຮີຣ໌ຊ
ຂັບລົດດ້ານຊ້າຍ
ລະຫັດໂທລະສັບ+60
ລະຫັດອິນເຕີເນັດ.my

ມາເລເຊຍມີຕົ້ນກຳເນີດມາຈາກອານາຈັກມາລາຢູຫຼາຍອານາຈັກທີ່ປາກົດໃນແຜນທີ່ ຕັ້ງແຕ່ພຸດທະສັກກະລາດທີ 24 ເປັນຕົ້ນມາ ອານາຈັກເຫຼົ່ານັ້ນກໍຄ່ອຍໆຂຶ້ນກົງຕໍ່ຈັກກະພັດບຣິເຕນ ໂດຍອານານິຄົມກຸ່ມທຳອິດຂອງບຣິເຕນມີຊື່ເອີ້ນລວມກັນວ່ານິຄົມຊ່ອງແຄບ ສ່ວນອານາຈັກມາລາຢູທີ່ເຫຼືອກາຍເປັນລັດໃນອາລັກຂາຂອງບຣິເຕນໃນເວລາຕໍ່ມາ ດິນແດນທັງໝົດໃນມາເລເຊຍຕາເວັນຕົກລວມຕົວກັນເປັນຄັ້ງທຳອິດໃນຖານະສະຫະພາບມາລາຢາໃນປີ 1946 ມາລາຢາຖືກປັບໂຄງສ້າງເປັນສະຫະພັນທະລັດມາລາຢາໃນປີ 1948 ແລະ ໄດ້ຮັບເອກະລາດເມຶ່ອວັນທີ 31 ສິງຫາ 1957 ມາລາຢາລວມກັບບໍນຽວເໜືອ, ຊາຣາວັກ ແລະ ສິງກະໂປເປັນມາເລເຊຍເມື່ອວັນທີ 16 ກັນຍາ 1963 ແຕ່ບໍ່ເຖິງສອງປີຖັດມາ ແມ່ນໃນປີ 1965 ສິງກະໂປກໍຖືກຂັບອອກຈາກສະຫະພັນ

ມາເລເຊຍເປັນປະເທດທີ່ມີຫຼາຍຊົນເຜົ່າ ແລະ ຫຼາກຫຼາຍວັດທະນະທຳເຊິ່ງມີບົດບາດຢ່າງຫຼາຍໃນດ້ານການເມືອງ ປະມານເຄິ່ງໜຶ່ງຂອງປະຊາກອນທັງໝົດເຊື້ອສາຍມາລາຢູ ໂດຍມີຊົນກຸ່ມນ້ອຍກຸ່ມຄຳຄັນແມ່ນ: ຊາວມາເລເຊຍເຊື້ອສາຍຈີນ, ຊາວມາເລເຊຍເຊື້ອສາຍອິນເດຍ ແລະ ຊົນພື້ນເມືອງດັ້ງເດີມກຸ່ມຕ່າງໆ ລັດຖະທຳມະນູນປະກາດໃຫ້ສາສະໜາອິດສະລາມເປັນສາສະໜາປະຈຳຊາດ ແຕ່ກໍຍັງໃຫ້ເສລີພາບໃນການນັບຖືສາສະໜາສໍາລັບຄົນທີ່ບໍ່ແມ່ນຊາວມຸດສະລິມ ລະບົບລັດຖະບານມີຮູບແບບຄ້າຍຄືກັນກັບລະບົບລັດຖະສະພາເວດມິນສະເຕີ ລະບົບກົດໝາຍມີພື້ນຖານຢູ່ໃນລະບົບຄອມມອນລໍວ໌ ປະມຸກແຫ່ງລັດເປັນພະມະຫາກະສັດ ຫຼື ທີ່ຮຽກກັນວ່າຢັງດິເປີຕວນອາກົງ ຊົງໄດ້ຮັບເລືອກຈາກບັນດາເຈົ້າຜູ້ຄອງລັດໃນມາເລເຊຍຕາເວັນຕົກ 9 ລັດ ໂດຍຊົງດຳລົງຕໍາແໜ່ງແຕ່ລະໄລຍະ 5 ປີ ສ່ວນຫົວໜ້າລັດຖະບານແມ່ນນາຍົກລັດຖະມົນຕີ

ນັບຕັ້ງແຕ່ໄດ້ຮັບເອກະລາດ ມາເລເຊຍເປັນປະເທດທີ່ມີປະຫວັດທາງເສດຖະກິດທີ່ດີທີ່ສຸດປະເທດໜຶ່ງໃນອາຊີ ໂດຍມີຄ່າລວມຍອດຜະລິດຕະພັນພາຍໃນເຕີບໂຕຂຶ້ນສະເລ່ຍຮ້ອຍລະ 6.5 ຕໍ່ປີເປັນເວລາເກືອບ 50 ປີ ລະບົບເສດຖະກິດແຕ່ເດີມໄດ້ຮັບການຂັບເຄື່ອນດ້ວຍຊັບພະຍາກອນທຳມະຊາດທີ່ມີຢູ່ ແຕ່ກໍກຳລັງຂະຫຍາຍຕົວໃນພາກວິທະຍາສາດ ການທ່ອງທ່ຽວ ການຄ້າ ແລະ ການທ່ອງທ່ຽວເຊີງສຸຂະພາບ ທຸກມື້ນີ້ ມາເລເຊຍເປັນປະເທດອຸດສາຫະກຳໃໝ່ທີ່ໃຊ້ລະບົບເສດຖະກິດແບບຕະຫຼາດເສລີ ເຊິ່ງມີຂະໜາດໃຫຍ່ທີ່ສຸດເປັນອັນດັບທີ 3 ໃນອາຊີຕາເວັນອອກສຽງໃຕ້ (ຮອງຈາກອິນໂດເນເຊຍ ແລະ ໄທ) ເປັນສາມາຊິກຈັດຕັ້ງສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ ການປະຊຸມສຸດຍອດອາຊີຕາເວັນອອກ ແລະ ອົງການການຮ່ວມມືອິດສະລາມ ແລະ ເປັນສະມາຊິກຂອງການຮ່ວມມືທາງດ້ານເສດຖະກິດແຫ່ງອາຊີ-ປາຊີຟິກ ເຄືອຈັກກະພົບແຫ່ງຊາດ ແລະ ຂະບວນການທີ່ບໍ່ສອດຄ່ອງ

ອ້າງອີງ

Tags:

ທະເລຈີນໃຕ້ບຣູໄນພາສາມາເລຟີລິບປິນລາຍຊື່ປະເທດຮຽງຕາມຈຳນວນປະຊາກອນສິງກະໂປຫວຽດນາມອາຊີຕາເວັນອອກສຽງໃຕ້ອິນໂດເນເຊຍໄທ

🔥 Trending searches on Wiki ລາວ:

ຂົວມິດຕະພາບລາວ - ໄທ ແຫ່ງທີ 4ພະເຈົ້າຮົງລີທີ 8 ແຫ່ງອັງກິດໂທໂຮໂປຣເຈັກຮູບເງົາເສັ້ນທາງ 13 (ປະເທດລາວ)ຄອມພິວເຕີຈໍາລອງປະເທດອາເຊີຣ໌ໄບຈານປະເທດບອສເນຍແລະເຮີເຊໂກວີນາປະຕູໄຊວິດນີ້ ຮິວສຕັນປ້າຍຈາລະຈອນຂອງປະເທດລາວສັດລ້ຽງລູກດ້ວຍນ້ຳນົມສົມເດັດພະລາຊິນີນາດມາເກຣເທີທີ 2 ແຫ່ງດານມາກໄອຍາການປະເທດຫວຽດນາມການຮຸກຮານຢູ​ເຄຣນຂອງລັດເຊຍ 2022ຫນູຮັກ ພູມສະຫວັນຈັງຫວັດອຸຕະຣະດິດອານາຈັກຣັດຕະນະໂກສິນກີບ (ສະກຸນເງິນ)ໂທລະຄົມມະນາຄົມລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວເຄື່ອງດື່ມທະວີບໂລກລັດວິສາຫະກິດອານາຈັກອະຍຸດທະຍາທາດຫຼວງເນີຍຄຳນາມປະເທດລັດເຊຍປະເທດອາກເມນີຫຼວງພະບາງເສດຖະສາດສະຫະລາຊະອານາຈັກຫມາຍເລກໄອພີສາສະໜາຄິດເມືອງຄຳເກີດສາວລືມແວ່ນແສນລະມຸນຮັກສີ ຈິ້ນຜິງມອສໂກພາສາເຈໂລກີສະຕໍເບີລີພລິນຊ໌ໂຣດຣີ​ໂກ ດູ​ເຕີ​ເຕຂັ້ນຕອນວິທີສົງຄາມເຢັນວັດພຣະສຣີຣັຕນະສາສດາຣາມເຟດບຸກເງິນຈະລິຍະທຳເພັດດີ ສີເຣີກປາຣີສາລານຸກົມສາສະໜາອິສະລາມສົງຄາມສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ຈັນທະບູລີນັກການເມືອງບານເຕະໂລກ 2014ແມນເຊສເຕີ ຍູໄນເຕດ F.Cພະບາດສົມເດັດພະປໍຣະເມນທະຣະມະຫາອານັນທະມະຫິດົນ ພະອັດຖະມະຣາມາທິບໍດິນແຂວງວຽງຈັນບຸນບັ້ງໄຟພະທາດສີໂຄດຕະບອງ🡆 More