ພາສາໄທ (ໄທ: ภาษาไทย) ເປັນພາສາໃນກຸ່ມພາສາໄຕ ເຊິ່ງເປັນກຸ່ມຍ່ອຍຂອງຕະກຸນພາສາກະ-ໄຕ ແລະ ເປັນພາສາລາຊະການ ແລະ ພາສາປະຈຳຊາດຂອງປະເທດໄທ ມີການສົມມຸດຕິຖານວ່າພາສາໃນຕະກຸນນີ້ມີຖິ່ນກຳເນີດມາຈາກທາງພາກໃຕ້ຂອງປະເທດຈີນ ແລະ ນັກພາສາສາດບາງສ່ວນສະເໜີວ່າ ພາສາໄທໜ້າຈະມີຄວາມເຊື່ອມໂຍງກັບຕະກຸນພາສາອົດສະໂຕຣ-ອາຊີຕິກ ຕະກຸນພາສາອົດສະໂຕນີຊຽນ ແລະ ຕະກຸນພາສາຈີນ-ຕິເບດ.
ບົດຄວາມນີ້ຍັງຕ້ອງການເພີ່ມແຫຼ່ງອ້າງອີງເພື່ອພິສູດຄວາມຖືກຕ້ອງ. ທ່ານສາມາດພັດທະນາບົດຄວາມນີ້ໄດ້ໂດຍເພີ່ມຕື່ມແຫຼ່ງອ້າງອີງຕາມສົມຄວນ. ເນື້ອຫາເຊິ່ງຂາດແຫຼ່ງອ້າງອີງອາດຖືກລຶບອອກ |
ພາສາໄທ ມີລັກສະນະການອອກສຽງຄ້າຍຄື ກັບ ພາສາລາວ.
ພາສາໄທ | |
---|---|
ภาษาไทย | |
ອອກສຽງ | /pʰāːsǎːtʰāj/ |
ພາກພື້ນ | |
ຊົນເຜົ່າ | ຊາວໄທ, ຈີນ, ມາລາຢູ |
ຈຳນວນຜູ້ເວົ້າ | 70 ລ້ານຄົນ (2023) ຜູ້ເວົ້າພາສາທີສອງ 20 ລ້ານຄົນ ເຊິ່ງລວມຄຳເມືອງ, ອີສານ, ໄທຖິ່ນໃຕ້, ຂະແມເໜືອ |
ຕະກຸນພາສາ | ກະ-ໄຕ
|
ລະບົບການຂຽນ |
|
ສະຖານະພາບທາງການ | |
ພາສາທາງການ | ໄທ ອາຊຽນ |
ພາສາຊົນກຸ່ມນ້ອຍທີ່ຮັບຮອງໃນ | ກຳປູເຈຍ (ເກາະກົງ) ມາເລເຊຍ (ລັດເກີດາ, ລັດເປີລິສ, ລັດເຄລັນຕັນ ແລະ ເມືອງຮູລູເປຣັກ) ມຽນມາ (ຕະນາວສີ) |
ຜູ້ວາງລະບຽບ | ສຳນັກງານລາຊະບັນດິດສະພາ |
ລະຫັດພາສາ | |
ISO 639-1 | th |
ISO 639-2 | tha |
ISO 639-3 | tha |
Linguasphere | 47-AAA-b |
ພາສາໄທເປັນພາສາທີ່ມີລະດັບສຽງຂອງຄຳແນ່ນອນ ຫຼື ວັນນະຍຸດເຊັ່ນດຽວກັບພາສາຈີນ ແລະ ອອກສຽງແຍກຄຳຕໍ່ຄຳ.
ພາສາໄທເປັນພາສາທີ່ພັດທະນາມາຈາກພາສາໄທບູຮານ (ຫຼື ໄຕບູຮານ) ພ້ອມກັບພາສາໄຕອື່ນໆ ເຊັ່ນ ພາສາລາວ ຯລຯ.ອ້າງອີງ
ສຽງສັດທະອັກສອນພະຍັນຊະນະໃນພາສາໄທ (ສຽງແປງ) ມີຢູ່ນຳກັນ 21 ສຽງດັ່ງຕໍ່ໄປນີ້:
ຮິມຝີປາກ ທັງສອງ | ຮິມຝີປາກລຸ່ມ -ແຂ້ວເທິງ | ປຸ່ມເຫງືອກ | ຫຼັງປຸ່ມເຫງືອກ | ເພດານແຂັງ | ເພດານອ່ອນ | ຜະໜັງຄໍ | |||||||||
---|---|---|---|---|---|---|---|---|---|---|---|---|---|---|---|
ສຽງກັກ | /p/ ป | /pʰ/ ผ, พ, ภ | /b/ บ | /t/ ฏ, ต | /tʰ/ ฐ, ฑ*, ฒ, ถ, ท, ธ | /d/ ฎ, ฑ*, ด | /k/ ก | /kʰ/ ข, ฃ, ค, ฅ, ฆ | /ʔ/ อ** | ||||||
ສຽງນາສິກ | /m/ ม | /n/ ณ, น | /ŋ/ ง | ||||||||||||
ສຽງສຽດແຊກ | /f/ ฝ, ฟ | /s/ ซ, ศ, ษ, ส | /h/ ห, ฮ | ||||||||||||
ສຽງປະສົມສຽດແຊກ | /t͡ɕ/ จ | /t͡ɕʰ/ ฉ, ช, ฌ | |||||||||||||
ສຽງລົວລີ້ນ | /r/ ร | ||||||||||||||
ສຽງເປີດ | /j/ ญ, ย | /w/ ว | |||||||||||||
ສຽງຂ້າງລິ້ນ | /l/ ล, ฬ |
ພາສາໄທມີສະຫຼະ 9 ໂຕ ໂດຍໃນນີ້ສາມາກແບ່ງອອກເປັນສະຫຼະສັ້ນ ແລະ ສະຫຼະຍາວ
ສັ້ນ | ໂຕຢ່າງ | ລາວ | ຍາວ | ໂຕຢ່າງ | ລາວ |
---|---|---|---|---|---|
a | กะ | ກະ | aː | กา | ກາ |
o | โต๊ะ | ໂຕະ | oː | โต | ໂຕ |
ɤ | เงิน | ເງິນ | ɤː | เชิญ | ເຊີນ |
ɔ | เกาะ | ເກາະ | ɔː | ก่อ | ກໍ່ |
u | สุก | ສຸກ | uː | อยู่ | ຢູ່ |
ɯ | อึ | ອຶ (ຂີ້) | ɯː | คือ | ຄື |
i | คิด | ຄິດ | iː | ขีด | ຂີດ |
e | เข็น | ເຂັນ | eː | เขต | ເຂດ |
ɛ | แกะ | ແກະ | ɛː | แก้ | ແກ້ |
ໄວຍາກອນພາສາໄທມີລັກສະນະຄ້າຍຄືກັບພາສາໄຕອື່ນໆ. ການລຽນປະໂຫຍກໃນພາສາໄທແມ່ນ ຄຳປະທານ-ຄຳກຳມະ-ຄຳປະກອບ (subject-verb-object). ບໍ່ມີການ (tense) ຢ່າງແນ່ນອນຄືບັນດາພາສາເອີລົບ.
ອັກສອນໄທແມ່ນອັກສອນທີ່ໃຊ້ຂຽນພາສາໄທ ແລະພາສາກຸ່ມນ້ອຍອື່ນໆ ໃນປະເທດໄທ. ມີພະຍັນຊະນະ 44 ຮູບ ສະຫຼະ 21 ຮູບ ວັນນະຍຸດ 4 ຮູບ ແລະເຄື່ອງໝາຍອື່ນໆ ອີກຈຳນວນໜຶ່ງ. ພະຍັນຊະນະໄທຈະລຽນໂຕໄປຕາມແນວນອນ ແຕ່ຊ້າຍຫາຂວາ. ສ່ວນສະຫຼະຈະຢູ່ໜ້າ ເທິງ ລຸ່ມ ແລະຫຼັງພະຍັນຊະນະປະກອບຄຳແລ້ວແຕ່ຊະນິດຂອງສະຫຼະ.ໃສ່ແຫຼ້ງອ້າງອີງ
This article uses material from the Wikipedia ລາວ article ພາສາໄທ, which is released under the Creative Commons Attribution-ShareAlike 3.0 license ("CC BY-SA 3.0"); additional terms may apply (view authors). ເນື້ອໃນສາມາດໃຊ້ໄດ້ພາຍໃຕ້ CC BY-SA 4.0 ຖ້າບໍ່ແມ່ນຢ່າງອື່ນໃດທີ່ລະບຸໄວ້. Images, videos and audio are available under their respective licenses.
®Wikipedia is a registered trademark of the Wiki Foundation, Inc. Wiki ລາວ (DUHOCTRUNGQUOC.VN) is an independent company and has no affiliation with Wiki Foundation.