ວິກິພີເດຍ

ວິກິພີເດຍ (/ˌwɪkɪˈpiːdiə/ ( ຟັງສຽງ) wik-ih-PEE-dee-ə ຫຼື /ˌwɪki-/ ( ຟັງສຽງ) wik-ee--) ເປັນສາລານຸກົມເນື້ອຫາເສລີຫຼາຍພາສາໃນເວັບໄຊ ເຊິ່ງໄດ້ຮັບການສະໜັບສະໜູນຈາກມູນນິທິວິກິມີເດຍ ອົງກອນບໍ່ສະແຫວງຫາຜົນກຳໄລ ເນື້ອຫາກວ່າ 35 ລ້ານບົດຄວາມ (ສະເພາະວິກິພີເດຍພາສາອັງກິດມີເນື້ອຫາກວ່າ 4.9 ລ້ານບົດຄວາມ) ເກີດຂຶ້ນຈາກການຮ່ວມຂຽນຂອງອາສາສະໝັກທົ່ວໂລກ ທຸກຄົນທີ່ສາມາດເຂົ້າເຖິງວິກິພີເດຍສາມາດຮ່ວມແກ້ໄຂເກືອບທຸກບົດຄວາມໄດ້ຢ່າງເສລີ ໂດຍມີຜູ້ຂຽນປະມານ 100,000 ຄົນ ຈົນເຖິງເດືອນເມສາ ຄ.ສ.

2013 ວິກິພີເດຍມີ 286 ຮຸ່ນພາສາ ແລະ ໄດ້ກາຍມາເປັນງານອ້າງອີງທົ່ວໄປທີ່ໃຫຍ່ທີ່ສຸດ ແລະ ໄດ້ຮັບຄວາມນິຍົມຫຼາຍທີ່ສຸດຢູ່ອິນເຕີເນັດ ຈົນຖືກຈັດເປັນເວັບໄຊ ອັນດັບທີ 6 ທີ່ມີຜູ້ເຂົ້າເບິ່ງຫຼາຍທີ່ສຸດໃນໂລກ ຕາມການຈັດອັນດັບຂອງອາເລັກຊ້າ ດ້ວຍຈຳນວນຜູ້ອ່ານກວ່າ 365 ລ້ານຄົນ ມີການປະເມີນວ່າວິກິພີເດຍມີການຄົ້ນຫາຂໍ້ມູນໃນວິກິພີເດຍກວ່າ 2,700 ລ້ານເທື່ອຕໍ່ເດືອນໃນສະຫະລັດອາເມຣິກາ

ວິກິພີເດຍ
ວິກິພີເດຍ
ຈັບ​ພາບ​ໜ້າ​ຈໍ
ໜ້າລວມໂຄງການທຸກພາສາໃນວິກິພີເດຍ
(ເທິງ) ໂລໂກ້ຂອງວິກິພີເດຍ ເປັນຮູບລູກໂລກທີ່ມີອັກຂະຫຼະຈາກລະບົບການຂຽນຕ່າງໆ
(ລຸ່ມ) ໜ້າຈໍເວັບໄຊລວມທຸກພາສາ
ປະເພດສາລານຸກົມອິນເຕີເນັດ
ພາສາທີ່ໃຊ້ໄດ້339 ພາສາ
ປະເທດຕົ້ນທາງສະຫະລັດອາເມຣິກາ
ເຈົ້າຂອງ
ສ້າງໂດຍ
  • ຈິມມີ ເວລສ໌
  • ແລຣີ ແຊນເຈີ
ຍູອາຣ໌ແອລwikipedia.org
ການ​ຄ້າບໍ່ແມ່ນ
ລົງທະບຽນບໍ່ຈຳເປັນ
ເປີດໂຕ15 ມັງກອນ 2001
(22 ປີກ່ອນ)
ສະຖານະປັດຈຸບັນເປີດໃຫ້ບໍລິການ
ລິຂະສິດເນື້ອຫາCC Attribution / Share-Alike 3.0
Most text is also dual-licensed under GFDL; media licensing varies
ຂຽນດ້ວຍແລມປ໌
ໝາຍເລກ OCLC52075003

ວິກິພີເດຍໄດ້ຮັບການຍ້ອງຍໍສໍາລັບການເຮັດໃຫ້ຄວາມຮູ້ທາງດ້ານປະຊາທິປະໄຕ ຂອບເຂດຂອງການຄຸ້ມຄອງ ໂຄງສ້າງທີ່ເປັນເອກະລັກ ວັດທະນະທໍາ ແລະ ການຫຼຸດຜ່ອນຄວາມລໍາອຽງທາງການຄ້າ ແຕ່ການວິພາກວິຈານສໍາລັບການສະແດງຄວາມລໍາອຽງທາງດ້ານລະບົບ ໂດຍສະເພາະແມ່ນຄວາມລໍາອຽງທາງເພດຕໍ່ແມ່ຍິງແລະຄວາມລໍາອຽງທາງດ້ານອຸດົມການທີ່ຖືກກ່າວຫາ ຄວາມໜ້າເຊື່ອຖືຂອງມັນໄດ້ຖືກວິພາກວິຈານເລື້ອຍໆໃນປີ 2000 ແຕ່ໄດ້ປັບປຸງໃນໄລຍະເວລາ ແລະ ໄດ້ຮັບການຍ້ອງຍໍໂດຍທົ່ວໄປໃນທ້າຍປີ 2010 ແລະ ຕົ້ນປີ 2020 ການຄຸ້ມຄອງຫົວຂໍ້ທີ່ມີການໂຕ້ແຍ້ງຂອງມັນເຊັ່ນ: ການເມືອງອາເມຣິກາ ແລະ ເຫດການໃຫຍ່ເຊັ່ນ: ພະຍາດລະບາດ COVID-19 ໄດ້ຮັບຄວາມສົນໃຈຈາກສື່ມວນຊົນຢ່າງຫຼວງຫຼາຍ ມັນໄດ້ຖືກ censored ໂດຍລັດຖະບານໂລກ ຕັ້ງແຕ່ໜ້າສະເພາະໄປຫາເວັບໄຊທັງໝົດ ມັນໄດ້ກາຍເປັນອົງປະກອບຂອງວັດທະນະທໍາທີ່ນິຍົມ ມີການອ້າງອີງໃນໜັງສື ຮູບເງົາ ແລະ ການສຶກສາທາງວິຊາການ ໃນປີ 2018 ເຟສບຸກ ແລະ ຢູທູບໄດ້ປະກາດວ່າພວກເຂົາຈະຊ່ວຍໃຫ້ຜູ້ໃຊ້ກວດພົບຂ່າວປອມໂດຍການແນະນໍາການເຊື່ອມຕໍ່ການກວດສອບຄວາມຈິງກັບບົດຄວາມວິກິພີເດຍທີ່ກ່ຽວຂ້ອງ

ປະຫວັດ

ວິກິພີເດຍເປີດຕົວໃນ ຄ.ສ. 2001 ໂດຍ ຈິມມີ ເວວ ແລະ ແລຣີ ແຊງເຈີ ຄຳວ່າ "ວິກິພີເດຍ" ເປັນຄຳທີ່ສ້າງຂຶ້ນໂດຍ ແລຣີ ແຊງເຈີ ມາຈາກການປະສົມຄຳວ່າ "ວິກິ" (wiki) ເຊິ່ງເປັນລັກສະນະຂອງການສ້າງເວັບໄຊທີ່ແບບມີສ່ວນຮ່ວມ ເປັນຄຳໃນພາສາຮາວາຍທີ່ແປວ່າ "ໄວ" ແລະ ຄຳວ່າ ເອນໄຊໂຄລພີເດຍ" (encyclopedia) ທີ່ແປວ່າ ສາລານຸກົມ

ມີການກ່າວເຖິງວິກິພີເດຍຢູ່ຕະຫຼອດຫຼາຍເມື່ອ ໃນແງ່ຄວາມຄວາມແຕກຕ່າງກັບຮູບແບບການຈັດທຳສາລານຸກົມແບບເກົ່າທີ່ມີສະເພາະຜູ້ຊ່ຽວຊານເປັນຜູ້ຈັດທຳຂຶ້ນ ແລະ ການລວບລວມເນື້ອຫາທີ່ບໍ່ເປັນວິຊາການໄວ້ເປັນຈຳນວນຫຼາຍ ເມື່ອຕອນທີ່ວາລະສານທາມ ຈັດໃຫ້ ຄຸນ(You) ເປັນບຸກຄົນແຫ່ງປີຂອງວາລະສານທາມປີ ຄ.ສ. 2006 ທີ່ເປັນການຍອມຮັບຄວາມສຳເລັດທີ່ເກີດຂຶ້ນຢ່າງວ່ອງໄວຈາກຄວາມຮ່ວມມື ແລະ ປະຊາສຳພັນອອນລາຍຂອງຜູ້ໃຊ້ຫຼາຍລ້ານຄົນທົ່ວໂລກ ກໍໄດ້ອ້າງອີງເຖິງວິກິພີເດຍວ່າເປັນຕົວຢ່າງໜຶ່ງຂອງບໍລິການ ເວັບ 2.0 ເຊັ່ນດຽວກັບຢູທູບ, ມາຍສ໌ເປສ ແລະ ເຟສບຸກ ບາງຄົນລົງຄວາມເຫັນວ່າວິກິພີເດຍບໍ່ໄດ້ມີຄວາມສຳຄັນແຕ່ພຽງສາລານຸກົມອ້າງອີງເທົ່ານັ້ນ ແຕ່ຍັງເປັນແຫຼ່ງຂ່າວທີ່ອັບເດດຢ່າງວ່ອງໄວອີກດ້ວຍ ເພາະມັກພົບເຫດການປັດຈຸບັນທີ່ຖືກສ້າງເປັນບົດຄວາມໃນວິກິພີເດຍຢ່າງວ່ອງໄວ ນັກຮຽນ-ນັກສຶກສາຍັງໄດ້ຮັບຄຳສັ່ງໃຫ້ຂຽນບົດຄວາມວິກິພີເດຍເພື່ອເຝິກຝົນໃນການອະທິບາຍແນວຄິດທີ່ເຂົ້າໃຈຍ ຢາກໃຫ້ຜູ້ອ່ານທີ່ບໍ່ເຄີຍສຶກສາມາກ່ອນເຂົ້າໃຈໄດ້ຊັດເຈນ

ເຖິງວ່າວິກິພີເດຍສິມີນະໂຍບາຍຄືການພິສູດຢືນຢັນໄດ້ຂອງຂໍ້ມູນ ແລະ ມຸມມອງທີ່ເປັນກາງ ແຕ່ກໍ່ຍັງຖືກວິຈານຢູ່ຕະຫຼອດ ທັງໃນດ້ານຄວາມລຳອຽງຢ່າງເປັນລະບົບ ແລະ ຄວາມບໍ່ສອດຄ່ອງກັນຂອງບົດຄວາມ ທັງການໃຫ້ນ້ຳໜັກແກ່ວັດທະນະທຳສະໄໝນິຍົມຫຼາຍເກີນໄປຈົນບໍ່ເໝາະສົມ ແລະ ລະບຸວ່າ ວິກິພີເດຍມັກໃຊ້ໃນຂະບວນການມະຕິເອກະສັນໃນການປັບປຸງ ຄວາມໜ້າເຊື່ອຖື ແລະ ຄວາມຖືກຕ້ອງຂອງຂໍ້ມູນກໍຕົກເປັນເລື່ອງທີ່ວິຈານຢ່າງຕໍ່ເນື່ອງ ນອກຈາກນີ້ ການວິຈານຍັງໃສ່ປະເດັນໄປຍັງການກໍ່ກວນ ແລະ ການເພີ່ມຂໍ້ມູນທີ່ບໍ່ເປັນຄວາມຈິງ, ຫຼວກລວງ ຫຼື ພິສູດບໍ່ໄດ້ ເຖິງຈະເປັນຈັ່ງໃດກໍ່ຕາມ ຜົນງານວິຊາການສະເໜີວ່າການກໍ່ກວນໃນວິກິພີເດຍເກີດຂຶ້ນໃນເວລາສັ້ນໆເທົ່ານັ້ນ ແລະ ຈາກການວິໄຈຂອງວາລະສານເນເຈີໃນປີ ຄ.ສ. 2005 ພົບວ່າ ບົດຄວາມວິທະຍາມາຈາກວິກິພີເດຍທີ່ນຳມາປຽບທຽບນັ້ນມີລະດັບຄວາມຖືກຕ້ອງໃກ້ຄຽງກັບສາລານຸກົມບິຕານິກາ ແລະ ທັງສອງມີອັດຕາ "ຂໍ້ຜິດພາດຮ້າຍແຮງ" ໃກ້ຄຽງກັນ

ວິກິພີເດຍເຮັດວຽກດ້ວຍຊອບແວຊື່ມີເດຍວິກິ ແລະ ຈັດເກັບໃນເຊີບເວີສາມແຫ່ງທົ່ວໂລກ ໂດຍມີເຊີບເວີໃຫຍ່ຢູ່ທີ່ຟຼໍ່ລີດ້າສະຫະລັດອາເມຣິກາ ແລະ ເຊີບເວີຍ່ອຍຕັ້ງຢູ່ໃນອຳສະເຕີດຳ,ປະເທດໂຮນລັງ ແລະ ເມືອງໂຊລ,ປະເທດເກົາຫຼີໃຕ້ ໃນຂະນະທີ່ມູນນິທິສຳນັກງານໃຫຍ່ຕັ້ງຢູ່ຊານຟຣານຊິດໂກ ແຄລິຟໍຣ໌ເນຍ

ອ້າງອີງ

Tags:

En-uk-Wikipedia.oggEn-us-Wikipedia.oggກ່ຽວກັບສຽງນີ້ມູນນິທິວິກິມີເດຍວິກິພີເດຍພາສາອັງກິດສະຫະລັດອາເມຣິກາສັດທະອັກສອນສາກົນອິນເຕີເນັດເນື້ອຫາເສລີເມສາເວັບໄຊ

🔥 Trending searches on Wiki ລາວ:

1 ພະຈິກແຂວງບໍລິຄຳໄຊແລະບັນດາກຸ່ມບ້ານຕ່າງໆສາຍການບິນທະວີບອາເມຣິກາໃຕ້ແບກມູດລາຍຊື່ລະຫັດພາສາ ISO 639-1ພາສາເຢຍລະມັນການສູ່ຂວັນມາດາກັສກາ (ເກມຫຼິ້ນ)ຊີແລນປະຖົມມະການປະເທດໂບລີວີກະສວຍອາວະກາດພາສາຫວຽດນາມການເມືອງຈັງຫວັດໜອງບົວລຳພູປະເທດອິນເດຍອຸດສາຫະກຳນະຄອນດາວິດຣານີ ແຄມເປນການບິນລາວປີໃໝ່ລາວພາສາລັດເຊຍຄ.ສ. 2015ສະຫວັດດີການລະບອບການເມືອງປະຍຸດ ຈັນໂອຊາສະໂມສອນ ສົ່ງເສີມ ສິລະປະ ແລະ ວັດທະນະທຳລາວ ບັນດາເຜົ່າລົດໄຟຟ້າສົມຊາຍ ວົງສະຫວັດປະເທດເຢຍລະມັນເອເທນປານີ ຍາທໍ່ຕູ້ສະຕາບັກຊ໌VoIPພະສຸນທອນໂວຫານ (ພູ່)ມິສແກຣນໄທແລນການຜະລິດຕີເບດ9 ມັງກອນການປະຕິວັດຝະລັ່ງປະເທດເກົາຫຼີໃຕ້ວະລີເມືອງເຊໂປນສະໜາມບິນດົງເຮີຍຮົງກົງສຸຣີທອນ ລີອະຣ່າມວັທເມືອງສັງທອງສີອາພາ ເລືອນນາກດວງໃຈເທວະພົມພະເຈົ້າຟ້າງຸ່ມເສັ້ນຂະໜານBaskin-Robbinsພາສາລູມານີ🡆 More