ການອ້າງອີງແຫຼ່ງທີ່ມາ

ການອ້າງອີງ ໝາຍເຖິງ ການບອກແຫຼ່ງທີ່ມາຂອງຂໍ້ຄວາມທີ່ໃຊ້ອ້າງອີງ ໂຕຢ່າງເຊັ່ນ:

ເມື່ອໃດຄວນອ້າງອີງ: ນະໂຍບາຍແຫ່ງການອ້າງອີງ ແມ່ນ ການພິສູດຢັ້ງຢືນໄດ້ຂອງຂໍ້ມູນ ເຊິ່ງຂໍ້ຄວາມໃດ ໆ ທີ່ແມ່ນຂໍ້ຂັດແຍ້ງຫຼືຄາດວ່າຈະເປັນຂໍ້ຂັດແຍ້ງຈະຕ້ອງມີການອ້າງອີງແຊກໃນເນື້ອຫາ (inline citation). ເຊັ່ນດຽວກັບການອ້າງຄຳເວົ້າຈາກບຸກຄົນອື່ນ. ນະໂຍບາຍນີ້ມີຜົນບັງຄັບໃຊ້ກັບຂໍ້ຄວາມໃດ ໆ ໃນເມນສະເປດ — ບົດຄວາມ ລາຍຊື່ ຄຳອະທິບາຍ ພາບ ແລະເນື້ອຫາແຕ່ລະສ່ວນຂອງບົດຄວາມ — ໂດບບໍ່ມີຂໍ້ຍົກເວ້ນ. ໃນກໍລະນີທີ່ເກີດຄວາມຂັດແຍ້ງຫວ່າງໜ້ານີ້ກັບນະໂຍບາຍການອ້າງອີງ ໃຫ້ຖືວ່ານະໂຍບາຍດັ່ງກ່າວມາກ່ອນສະເໝີ ແລະໜ້ານີ້ຄວນຈະໄດ້ຮັບການປັບປຸງໃຫ້ເຂົ້າກັນກັບນະໂຍບາຍດັ່ງກ່າວນຳ. ການອ້າງອີງຍັງມີຜົນສຳລັບພາບນຳຄືກັນ ກ່າວຄື ຄັນອັບໂຫຼດພາບ ຜູ້ອັບໂຫຼດຈະຕ້ອງລະບຸແຫຼ່ງທີ່ມາຂອງພາບແລະລະບຸບ່ອນພາບລິຂະສິດຂອງພາບ.

ຂຽນອ້າງອີງແນວໃດ: ແຕ່ລະບົດຄວາມຄວນຈະໃຊ້ຮູບແບບການອ້າງອີງແບບດຽວກັນທັງໝົດ. ຄັນບົດຄວາມນັ້ນມີການອ້າງອີງແລ້ວ ກໍຄວຣຍຶດຮູບແບບນັ້ນໃນການອ້າງອີງຫຼືປ່ຽນຮູູບແບບການອ້າງອີງໃຫ້ເປັນຮູບແບບໃໝ່ທັງໝົດ ອັນຄວນຈະໄດ້ຮັບການເຫັນຊອບຈາກຜູ້ຮ່ວມພັດທະນາກ່ອນ. ໃນການອ້າງອີງໃຫ້ຖືກວິທີ ສິ່ງສຳຄັນແມ່ນທ່ານຈະຕ້ອງມີຂໍ້ມູນພຽງພໍທີ່ຈະລະບຸແຫຼ່ງຂໍ້ມູລ ສຳລັບຂໍ້ຜິດພາດອື່ນ ໆ ຈະມີຜູ້ເຂົ້າມາຈັດການໃນພາຍຫຼັງໄດ້.

ວິທີລະບຸວ່າບັນຫາອ້າງອີງ

ຄຳສັ່ງທີ່ພິມ ໂອກາດທີ່ໃຊ້ ຜົນລັບ
  • {{ຕ້ອງການອ້າງອີງ}}
  • {{ຂາດອ້າງອີງ}}
  • {{unreferenced}}
ໃສ່ໄວ້ເທິງສຸດຂອງບົດຄວາມ ຫຼືໃສ່ພາຍໃນຫົວຂໍ້ທີ່ຕ້ອງການອ້າງອີງໂດຍສະເພາະ.
  • {{ຕື່ມອ້າງອີງ}}
ໃສ່ໄວ້ເທິງສຸດຂອງບົດຄວາມ ທີ່ມີແຫຼ່ງອ້າງອີງຢ່າງນ້ອຍນຶ່ງແຫຼ່ງ ແຕ່ຍັງບໍ່ພຽງພໍ.
  • {{ຕ້ອງການອ້າງອີງສະເພາະພາກ}}
  • {{ຕ້ອງການອ້າງອີງກົງນີ້}}
  • {{ອ້າງອີງ}}
  • {{citation needed}}
  • {{fact}}
ໃສ່ທ້າຍວະລີຫຼືປະໂຫຍກທີ່ຕ້ອງການແຫຼ່ງອ້າງອີງ ໃນຈຸດທີ່ເປັນຂໍ້ກັງຂາ. [ຕ້ອງການອ້າງອີງ]
  • {{ຕ້ອງການອ້າງອີງເຕັມ}}
ໃສ່ຕໍ່ຈາກແຫຼ່ງອ້າງອີງ ເພື່ອລະບຸວ່າແຫຼ່ງອ້າງອີງນັ້ນຍັງຂາດຂໍ້ມູນທີ່ຄວນລະບຸ . [ຕ້ອງການອ້າງອີງເຕັມ]
  • {{ໃຜກ່າວ}}
  • {{ຜູ້ໃດກ່າວ}}
ໃສ່ທ້າຍວະລີຫຼືປະໂຫຍກທີ່ຕ້ອງການແຫຼ່ງອ້າງອີງ ແລະເປັນຖ້ອຍຄຳຄຸມເຄືອ. [ຜູ້ໃດກ່າວ?]

ຢ່າງໃດກໍດີ ຄັນຂໍ້ມູນນັ້ນເຄືອບແຄງແລະເປັນໂທດ ໃຫ້ລຶບອອກທັນທີໂດຍບໍ່ຕ້ອງຕິດປ້າຍ. ທ່ານອາດນຳໄປໄວ້ໃນໜ້າສົນທະນາແທນ

ເບິ່ງຕື່ມ

  • ວິກິພີເດຍ:ແຫຼ່ງຂໍ້ມູນອື່ນ ສຳລັບການຕື່ມລິງກ໌ໃຫ້ຜູ້ອ່ານເຂົ້າໄປອ່ານຕື່ມ

Tags:

🔥 Trending searches on Wiki ລາວ:

ການສູ່ຂວັນທ່າແຂກປະຊາກອນສາດຂອງປະເທດລາວພະຊະຣະ ຈິຣາທິວັດໜັງສືພິມ ວຽງຈັນທາມສປະເທດສະໂລເວນີແຂວງບໍ່ແກ້ວປະເທດແຊັກບີສາທາລະນະສົມບັດປະເທດຊາດເມືອງນາຊາຍທອງຄ້າຍກັກກັນເອົາສວິທສ໌ (Auschwitz)ພາສາຝຣັ່ງຟີຊິກສ໌ສື່ສັງຄົມສິນລະປະເບຍລາວການກິນສະຫະພາບໂຊວຽດບລູ ອາຣໄຄຟທະເລມື້ປະເທດອັງກິດປະເທດໂຮນລັງປະເທດຕຸຣກີສົງຄາມການໃຫ້ທານພາສາເຮົາຊາພຣະບາດສົມເດັດພຣະເຈົ້າມະຫາຊີວິດສີສວ່າງວົງສ໌ປະເທດມອນເຕເນໂກຣພາສາອັງກິດປະເທດສັດປີກພາສາລາແຕງພາສາພະມ້າທໍລະບົບສຸລິຍະເອກະພົບຮົງກົງພາສາກະເລັກປະຫວັດສາດປະເທດສິງກະໂປເມືອງປາກງື່ມປະເທດອົດສະຕຣາລີກູເກິລການສໍາເລັດຄວາມໃຄ່ດ້ວຍຕົນເອງປະເທດລິທູເອເນຍເຈົ້າຊາຍ ເພັດຊະຣາດ ຣັດຕະນະວົງສາແອ້ມ ຊົນທິຊາກຸມພາວົງເຫງັນຮູບເງົາລາມົກISO 4217ພຶດສະພາ2 ມັງກອນກະລູຊິດປະລິມານເງິນເຕະບານພາສາເຊັກລວມຍອດຜະລິດຕະພັນພາຍໃນສະຫະລັດເມສາມິຖຸນາເມືອງປາກເຊແຂວງບໍລິຄຳໄຊສະໄໝກາງແຂວງວຽງຈັນພາສາລັດເຊຍປະເທດຊີເລ🡆 More