ພາສາທາງການ ຫຼື ພາສາລັດຖະການ (ຄຳເຄົ້າ: ພາສາທາງກາຣ ຫຼື ພາສາຣາຊກາຣ) ແມ່ນພາສາທີ່ມີກຳນົດໃຫ້ເປັນພາສາຫຼັກໃນການຕິດຕໍ່ສື່ສານພາຍໃນປະເທດ ແລະ ເຂດແດນທີ່ຕິດຕໍ່ກັນກັບປະເທດນັ້ນ ບາງຄັ້ງພາສາທ້ອງຖິ່ນຖືກເຂົ້າໃຈຜິດວ່າເປັນພາສາທາງການ ເພາະມີການໃຊ້ຕິດຕໍ່ກັບທາງສ່ວນການປົກຄອງຂອງທ້ອງຖິ່ນນັ້ນ ໃນຂະນະທີ່ປະເທດສ່ວນຫຼາຍມີພາສາທາງການ 1 ພາສາ ບາງປະເທດມີພາສາທາງການ 2 ພາສາຂື້ນໄປເຊັ່ນ: ການາດາ,ສິງກະໂປ...
ຂະຄະດຽວກັນບາງປະເທດບໍ່ມີພາສາທາງການເຊັ່ນ: ສະຫະລັດອາເມຣິກາ, ສະວີເດນ... ພາສາທາງການບາງປະເທດທີ່ຢູ່ພາຍໃຕ້ອານານິຄົມ ເຊັ່ນ: ພາສາອັງກິດ ແລະ ພາສາຝຣັ່ງ ຖືກໃຊ້ເປັນພາສາທາງການ ເຖິງແມ່ນວ່າບໍ່ແມ່ນພາສາທີ່ມີການໃຊ້ເປັນຫຼັກໃນປະເທດນັ້ນໆ. ໃນປະເທດໄອແລນ ພາສາໄອແລນ(ໄອລິຊ) ເປັນພາສາທາງການ ແລະ ເປັນພາສາປະຈຳຊາດຂອງປະເທດ ແຕ່ມີຜູ້ໃຊ້ພາສາໄອແລນ ໜ້ອຍກວ່າ 1 ໃນ 3 ຂອງປະຊາກອນປະເທດ ຂະນະທີ່ປະຊາຊົນສ່ວນໃຫຍ່ ໃຊ້ພາສາ ອັງກິດເປັນຫຼັກ. ສຳລັບປະເທດລາວນັ້ນໄດ້ໃຊ້ພາສາລາວເປັນພາສາທາງການ ໂດຍບໍ່ໄດ້ກຳນົດ ເອົາສຳນຽງໃດເປັນສຳນຽງກາງ ແຕ່ປະຊາຊົນກໍ່ສາມາດ ຕິດຕໍ່ສື່ສານກັນໂດຍໃຊ້ສຳນຽງ ທັງ ພາກເໜືອ, ພາກກາງ ແລະ ພາກໃຕ້ໄດ້ ຢ່າງບໍ່ມີບັນຫາ.
This article uses material from the Wikipedia ລາວ article ພາສາລັດຖະການ, which is released under the Creative Commons Attribution-ShareAlike 3.0 license ("CC BY-SA 3.0"); additional terms may apply (view authors). ເນື້ອໃນສາມາດໃຊ້ໄດ້ພາຍໃຕ້ CC BY-SA 4.0 ຖ້າບໍ່ແມ່ນຢ່າງອື່ນໃດທີ່ລະບຸໄວ້. Images, videos and audio are available under their respective licenses.
®Wikipedia is a registered trademark of the Wiki Foundation, Inc. Wiki ລາວ (DUHOCTRUNGQUOC.VN) is an independent company and has no affiliation with Wiki Foundation.