ໄມເຄິ້ນ ແຈັກຊັ້ນ

ໄມເຄິ້ນ ແຈັກຊັ້ນ (ມີຊື່ເຕັມວ່າ ໄມເຄິ້ນ ໂຈເຊັບ ແຈັກຊັ້ນ; ອັງກິດ: Michael Joseph Jackson; 29 ສິງຫາ ຄ.ສ.

1958 – 25 ມິຖຸນາ ຄ.ສ. 2009) ໄດ້ຮັບການຂະໜານນາມວ່າເປັນ ລາຊາເພງປັອບ (King of Pop).

ໄມເຄິ້ນ ແຈັກຊັ້ນ
ແຈັກສັນໃນ​ປີ 1984​

ລາວເປັນລູກຄນທີ 7 ຂອງຄອບຄົວແຈັກຊັ້ນ ປາກົດໂຕເທື່ອທຳອິດໃນລະດັບອາຊີບດ້ານດົນຕີຕັ້ງແຕ່ອາຍຸ 11 ປີ ໂດຍເປັນໜຶ່ງໃນສະມາຊິກວົງເດິແຈັກຊັ້ນຟາຍ ໃນປີ 1969. ລາວເລີ່ມມີຜົນງານດ່ຽວໃນປີ 1971 ຂະນະທີ່ຍັງຄົງເປັນສະມາຊິກຂອງວົງຢູ່ ໃນປີ 1982 ມີຜົນງານອະລະບ້ຳທີ່ຊື່ Thriller ເຊິ່ງຖືເປັນອະລະບ້ຳທີຂາຍດີທີ່ສຸດຕະຫຼອດການແລະສີ່ອະລະບ້ຳດ່ຽວທີ່ເຫຼືອກໍຍັງຖືວ່າແມ່ນອະລະບ້ຳທີ່ຂາຍດີທີ່ສຸດອະລະບ້ຳໜຶ່ງ ອັນປະກອບດ້ວຍຊຸດ Off the Wall (1979), Bad (1987), Dangerous (1991) ແລະ HIStory (1995).

ຕົ້ນຄິດທົດສະວັດ 1980 ລາວເລີ່ມມີຄວາມໂດດເດັ່ນໃນວົງການເພງປັອບ ແລະຖືເປັນຊາວອາຟິກັນ-ອາເມລິກັນ ຄົນທຳອິດທີ່ມີແຟນເພງຫຼາຍຫຼວງຜ່ານທາງຊ່ອງເອັມທີວີ. ຄວາມນິຍົມຊົມຊື່ນຂອງລາວມາຈາກການອອກອາກາດມິວສິກວິດີໂອທາງຊ່ອງເອັມທີວີ ຢ່າງເຊັ່ນເພງ "Beat It ", "Billie Jean " ແລະ "Thriller—ເພງນີ້ໄດ້ຮັບເອີ່ຍເຖິງວ່າແມ່ນການປ່ຽນແປງຮູບແບບມິວສິກວິດີໂອຈາກອຸປະກອນການປະຊາສຳພັນໄປເປັນຮູບແບບຂອງສິລະປະ— ມິວສິກວິດີໂອເຫຼົ່ານີ້ໄດ້ຊ່ອຍໃຫ້ຊ່ອງທີ່ຫາກໍເປີດໃໝ່ນີ້ມີຊື່ສຽງເພີ່ມຂຶ້ນ. ວິດີໂອເພງ "Black or White " ແລະ "Scream " ກໍຍັງຄົງເປີດບ່ອຍທາງຊ່ອງເອັມທີວີໃນຄິດທົດສະວັດ 1990 ດ້ວຍ ລີລາເທິງເວທີຂອງແຈັກຊັ້ນແລະມິວສິກວິດີໂອ. ແຈັກຊັ້ນສ້າງຄວາມໂດ່ງດັງກັບທ່າເຕັ້ນຊັບຊ້ອນໂດຍໃຊ້ຮ່າງກາຍຫຼາຍຫຼວງຫຼາຍ ໆ ທ່າ ຢ່າງເຊັ່ນທ່າເຕັ້ນໂຣບົດແລະທ່າເຕັ້ນມູນວອກ. ສ່ວນເອກະລັກດ້ານດົນຕີແລະສຽງຮ້ອງຂອງລາວຍັງເປັນອິດທິພົນໃຫ້ກັບສິລະປິນແນວຮິບຮັອບ ປັອບ ແລະອາແອນບີ ໃຫ້ອີກຫຼາຍຄົນ. ອິດທິພົນເພງຂອງລາວມີແພ່ກະຈາຍໄປສູ່ຄົນຫຼາຍລຸ້ນ.

ແຈັກຊັ້ນຫາເງິນຫຼາຍລ້ານໂດລາເພື່ອມູລະນິທິການກຸສົນຂອງລາວ. ມີຊິງເກິ້ນການກຸສົນຫຼາຍຫຼວງທີສະໜັບສະໜຸນໃຫ້ກັບ 39 ອົງກອນ. ຊີວິດສ່ວນໂຕຂອງລາວມັກປາກົດໂຕໂດຍການປັບປ່ຽນເສື້ອຜ້າແລະພຶດຕິກຳໃຫ້ຄົນອື່ນຈື່ບໍ່ໄດ້ ແຕ່ນີ້ກໍແມ່ນສິ່ງທີ່ທຳລາຍພາບລັກທີ່ດີຂອງລາວດ້ວຍເຊັ່ນກັນ. ລາວຍັງຖືກຂໍ້ກ່າວຫາລວນລາມທາງເພດເດັກໃນປີ 1993 ແຕ່ກໍປິດລົງໂດຍລາວບໍ່ມີຄວາມຜິດເນື່ອງຈາກມີຫຼັກຖານບໍ່ພຽງພໍ. ແຈັກຊັ້ນມີບັນຫາກ່ຽວກັບສຸຂະພາບຕັ້ງແຕ່ຕົ້ນຄິດທົດສະວັດ 1990 ແລະຍັງມີຂໍ້ມູນລາຍງານຂັດແຍ້ງໃນເລື່ອງຖານະການເງິນຂອງລາວຕັ້ງແຕ່ປາຍຄິດທົດສະວັດ 1990. ແຈັກຊັ້ນແຕ່ງງານມາແລ້ວສອງເທື່ອ ມີລູກສາມຄົນ. ຕໍ່ມາໃນປີ 2005 ລາວມີຂໍ້ພິພາດອີກເທື່ອເລື່ອງລ່ວງລະເມີດທາງເພດແລະອີກຫຼາຍຄະດີ ແຕ່ລາວກໍບໍ່ມີຄວາມຜິດ (ເຊິ່ງໃນພາຍຫຼັງຄູ່ກໍລະນີຫຼາຍລາຍໄດ້ອອກມາຍອມຮັບວ່າ ແຈັກຊັ້ນ ບໍ່ໄດ້ເຮັດ ແລະທີ່ກ່າວຫາ ຍ້ອນເປັນເດັກ ແລະຖືກຜູ້ປົກຄອງບັງຄັບ ໂດຍຫວັງທີ່ຈະໄດ້ຮັບເງິນຄ່າເສຍຫາຍ.)

ລາວເປັນໜຶ່ງໃນບໍ່ຈັກສິລະປິນທີ່ມີຊື່ຢູ່ໃນ ລັອກແອນໂລນຮອນອອບເຟມ ເຖິງສອງເທື່ອ ຜົນງານຂອງລາວປະສົບຄວາມສຳເລັດໄດ້ຮັບສະຖິຕິຫຼາຍເທື່ອຈາກກິນເນສບຸກ ລວມເຖິງໃນຫົວຂໍ້ ເປັນໜຶ່ງໃນ "ສິລະປິນບັນເທີງທີ່ປະສົບຄວາມສຳເລັດທີ່ສຸດຕະຫຼອດການ." ລາວໄດ້ຮັບຮາງວັນແກມມີ້ 13 ເທື່ອ. ມີ 13 ຊິງເກິ້ນທີ່ຂຶ້ນອັນດັບ 1 ໃນຖານະນັກຮ້ອງດ່ຽວ ແລະມີຍອດຂາຍລວມກວ່າ 750 ລ້ານຊຸດທົ່ວໂລກ.ລາວຖືເປັນສ່ວນສຳຄັນໃນວັດທະນະທຳເພງປັອບຫຼາຍວ່າ 4 ທົດສະວັດ. ໄມເຄິ້ນ ແຈັກຊັ້ນເສຍຊີວິດເມື່ອວັນທີ 25 ມິຖຸນາ ຄ.ສ. 2009 ອາຍຸໄດ້ 50 ປີ.

ອ້າງອີງ

Tags:

25 ມິຖຸນາ29 ສິງຫາຄ.ສ. 2009ພາສາອັງກິດ

🔥 Trending searches on Wiki ລາວ:

Kabbalahປະເທດລັດເວຍວັນນະຄະດີເບຍລາວແມ່ນ້ຳຂອງແອລປ໌ປະເທດມຽນມາອິນເຕີເນັດປ້າຍຈາລະຈອນຂອງປະເທດລາວວັດຊຽງທອງທະວີບອານາຈັກອະຍຸດທະຍາເມືອງຫາດຊາຍຟອງໝາກໄມ້ຈັງຫວັດນ່ານBaskin-Robbinsດອນຄອນ/ດອນເດດເຂດດອນເມືອງວິກິພີເດຍພາສາລາວອາຊີຕາເວັນອອກສຽງໃຕ້ສົງຄາມບູຮານວິທະຍານະໂຍບາຍເງິນຕາການເສຍກຸງສີອະຍຸດທະຍາຄັ້ງທີ່ສອງສົມບູລະນາຍາສິດທິລາດກິ໊ບ ໂຄກຄູນສານປະຊາຊົນສູງສຸດພຣະຣາຊອານາຈັກລາວປະເທດມາເລເຊຍປະເທດຟີລິບປິນຂົວມິດຕະພາບລາວ - ໄທ ແຫ່ງທີ 4ມື້ເຄື່ອງດື່ມອັກສອນໄທແຂວງບໍລິຄຳໄຊພັກປະຊາຊົນປະຕິວັດລາວຜຸຍ ຊະນະນິກອນການເມືອງສາລານຸກົມເວັບໄຊພາສາເຈໂລກີຈັງຫວັດຊຽງຮາຍປະເທດໄທສົມເດັດພະລາຊິນີນາດມາເກຣເທີທີ 2 ແຫ່ງດານມາກອາຫານເຂດການປົກຄອງຂອງປະເທດລາວໄດໂນເສົາປີໃໝ່ລາວປະຕູໄຊປະເທດໂບລີວີລື້ພູມສາດສີ ຈິ້ນຜິງພາສາຍີ່ປຸ່ນທົ່ງໄຫຫີນສະຫະລັດເອັນຣິໂຄ ເລັດຕາຊອລລີ່ປະເທດຈີນກະສິກຳປະຕິທິນພະມ້າເອີລົບ🡆 More