ແຂວງຫຼວງພະບາງ

ແຂວງຫຼວງພະບາງ (ຄຳເວົ້າ: ແຂວງຫຼວງພຣະບາງ, ອັງກິດ: Luangprabang) ເປັນແຂວງໜຶ່ງຂອງ ປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕັ້ງຢູ່ທາງພາກເໜືອຂອງປະເທດ ບໍລິເວນແຄມຝັ່ງແມ່ນ້ຳຂອງ ແລະ ແມ່ນ້ຳຄານ ຊຶ່ງໄຫຼມາປ່ອງໃສ່ກັນ ແລະ ມີເມືອງເອກ ແມ່ນ ເມືອງຫຼວງພະບາງທີ່ເປັນມໍລະດົກໂລກອີກດ້ວຍ.

ແຂວງຫຼວງພະບາງ
ແຂວງ
ແຂວງຫຼວງພະບາງ
ແຜນທີ່ແຂວງຫຼວງພະບາງ
ແຜນທີ່ແຂວງຫຼວງພະບາງ
ແຜນທີ່ປະເທດລາວເນັ້ນແຂວງຫຼວງພະບາງ
ແຜນທີ່ປະເທດລາວເນັ້ນແຂວງຫຼວງພະບາງ
ພິກັດ: 20°13′N 102°37′E / 20.21°N 102.62°E / 20.21; 102.62 102°37′E / 20.21°N 102.62°E / 20.21; 102.62
ປະເທດທຸງຊາດຂອງປະເທດລາວ ລາວ
ເມືອງເອກຫຼວງພະບາງ
ພື້ນທີ່
 • ທັງໝົດ16,875 ຕລ.ກມ. (Bad rounding here6,500 ຕລ.ໄມລ໌)
ປະຊາກອນ
 (ສຳມະໂນເດືອນມີນາ ປີ 2018)
 • ທັງໝົດ407,012 ຄົນ
 • ຄວາມໜາແໜ້ນ24 ຄົນ/ຕລ.ກມ. (62 ຄົນ/ຕລ.ໄມລ໌)
ເຂດເວລາUTC+07
ລະຫັດ ISO 3166LA-XI

ປະຫວັດແຂວງຫຼວງພະບາງ

ເບິ່ງບົດຄວາມຫຼັກທີ່: ເມືອງຫຼວງພະບາງ

ເມືອງຫຼວງພະບາງ ແມ່ນ ເມືອງເອກຂອງແຂວງຫຼວງພະບາງ ໄດ້ຮັບການຍົກຍ້ອງໃຫ້ເປັນມໍລະດົກໂລກຈາກອົງການຢູເນສໂກ ປະເທດຍີ່ປຸ່ນ ໃນວັນທີ 9 ເດືອນ 12 ປີ 1995

ທີ່ຕັ້ງ

  • ທິດເໜືອຕິດກັບ ແຂວງຜົ້ງສາລີ
  • ທິດໃຕ້ຕິດກັບ ແຂວງວຽງຈັນ
  • ທິດຕາເວັນອອກຕິດກັບ ແຂວງຫົວພັນ, ແຂວງຊຽງຂວາງ ແລະ ສ.ສ ຫວຽດນາມ
  • ທິດຕາເວັນຕົກຕິດກັບ ແຂວງອຸດົມໄຊ ແລະ ແຂວງໄຊຍະບູລີ

ປະຊາກອນ

ແຂວງຫຼວງພະບາງ ມີປະຊາກອນທັງໝົດ 431,439 ຄົນ ເປັນຜູ້ຊາຍ 215,999 ຄົນ, ຍິງ 215,440 ຄົນ ມີຄວາມໜາແໜ້ນ 26 ຄົນຕໍ່ກິໂລຕາແມັດ. ປະກອບດ້ວຍ: ລາວລຸ່ມ,ລື້,ຜູ້ໄທ,ກຶມ​ມຸ,ເຜົ່າມົ້ງ,ເຜົ່າຢ້າວ,ເຜົ່າອີກໍ້...

ສະພາບເສດຖະກິດ-ສັງຄົມ

ການປູກ ຢາງພາລາ ທົ່ວແຂວງມີ ເນື້ອທີ່ 1 ລ້ານ 2 ແສນກວ່າ ເຮັກຕາ, ປູກຖົ່ວແຮປ່ອຍຄັ່ງ 2 ພັນກວ່າເຮັກຕາ,ໄມ້ສັກ 22 ພັນກວ່າເຮັກຕາ, ຫມາກນຳ້ມັນ 3.900 ກ່ວາເຮັກຕາ, ຊາແກ່ 8 ຮ້ອຍເຮັກຕາ,ເປືອກເມືອກ 27 ເຮັກຕາ, ປໍສາ 170 ກວ່າເຮັກຕາ ແລະ ໄດ້ຢຸດຕິການຖາງ ປ່າເຮັດໄຮ່ປູກເຂົ້າໄດ້ 113 ບ້ານ ມີ 10.742 ຄອບຄົວ, ປະຈຸບັນທົ່ວແຂວງຍັງມີບ້ານ ທີ່ຍັງເຮັດໄຮ່ທັງຫມົດ 425 ບ້ານ, ມີ 20.650 ຄອບຄົວ, ໃນເນື້ອທີ່ 13.511 ເຮັກຕາ, ລົບລ້າງບ້ານທຸກຍາກໄດ້613 ບ້ານ, ມີ 62.722 ຄອບຄົວ, ກວມ 75% ແລະ ໃນໄລຍະຜ່ານມາໄດ້ມີຂະບວນຂຸດ ທາງເຂົ້າບ້ານມີ 125 ບ້ານ, ທົ່ວແຂວງມີບ້ານທີ່ມີທາງລົດ ເຂົ້າເຖິງ 625 ບ້ານ, ມີໄຟ ຟ້າເຂົ້າເຖິງ 11 ເມືອງທົ່ວ ແຂວງ, ພ້ອມນີ້ຍັງໄດ້ຍົກໃຫ້ ເຫັນວຽກງານທ່ອງທ່ຽວຂອງ ແຂວງ ເຊິ່ງໃນແຕ່ລະປີມີນັກ ທ່ອງທ່ຽວເຂົ້າມາຫລວງພະບາງ ປະມານ 3 ແສນຫາ 4 ແສນຄົນ ສາມາດສ້າງລາຍຮັບ ແຕ່ລະປີຈາກການທ່ອງທ່ຽວ ໄດ້ປະມານ 72 ລ້ານໂດລາ ສະຫະລັດ.

ບັນດາເມືອງ

ແຂວງຫລວງພະບາງປະກອບດ້ວຍ 12 ເມືອງຄື:

  1. 06-01 ເມືອງຫຼວງພະບາງ
  2. 06-02 ເມືອງຊຽງເງິນ
  3. 06-03 ເມືອງນານ
  4. 06-04 ເມືອງປາກອູ
  5. 06-05 ເມືອງນ້ຳບາກ
  6. 06-06 ເມືອງງອຍ
  7. 06-07 ເມືອງປາກແຊງ
  8. 06-08 ເມືອງໂພນໄຊ
  9. 06-09 ເມືອງຈອມເພັດ
  10. 06-10 ເມືອງວຽງຄຳ
  11. 06-11 ເມືອງພູຄູນ
  12. 06-12 ເມືອງໂພນທອງ

ສະຖານທີ່ທ່ອງທ່ຽວ

ອາຫານປະຈຳແຂວງຫຼວງພະບາງ

  • ແຈ່ວບອງ
  • ໄຄແຜ່ນ
  • ໝົກປາ
  • ຍຳສະລັດຫຼວງພະບາງ
  • ເອາະຫຼາມ
  • ຂະໜົມຂີ້ໜູ
  • ເຂົ້າໜົມປ່ານ
  • ໜັງຍຳ
  • ແກງປານໍ້າຂອງ

ແຫຼ່ງຂໍ້ມູນອື່ນ

Tags:

ແຂວງຫຼວງພະບາງ ປະຫວັດແຂວງຫຼວງພະບາງ ທີ່ຕັ້ງແຂວງຫຼວງພະບາງ ປະຊາກອນແຂວງຫຼວງພະບາງ ສະພາບເສດຖະກິດ-ສັງຄົມແຂວງຫຼວງພະບາງ ບັນດາເມືອງແຂວງຫຼວງພະບາງ ສະຖານທີ່ທ່ອງທ່ຽວແຂວງຫຼວງພະບາງ ອາຫານປະຈຳແຂວງຫຼວງພະບາງ ແຫຼ່ງຂໍ້ມູນອື່ນແຂວງຫຼວງພະບາງປະເທດພາສາອັງກິດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວເມືອງຫຼວງພະບາງແມ່ນ້ຳຂອງ

🔥 Trending searches on Wiki ລາວ:

ປະເທດເອກົດຈັງຫວັດຊຽງໃໝ່ນາງສາວລາວ 2011ປ້າຍຈາລະຈອນຂອງປະເທດລາວວັດທະນະທຳເຮືອນຫີນປະເທດລັດເຊຍຄ.ສ. 2006ສຸດທິດາ ອະນຸສິນສິລາ ວີຣະວົງສ໌ການຮ່ວມເພດລະຫັດໂທລະສັບລະຫວ່າງປະເທດມິສລາວ 2011ອົງການຈັດຕັ້ງປະເທດໂຄລັມເບຍແມວແຮ່ໄພໄຣຄ.ສ. 1927ສີສະຫວາດ ແກ້ວບຸນພັນປະເທດກຳປູເຈຍສົງຄາມໂລກຄັ້ງທີສອງແຂວງຫຼວງນໍ້າທາສະໂມສອນຍູດິເນເຊປະເທດເອທິໂອປີເມືອງນາຊາຍທອງວິກິພີເດຍທະວີບເອີຣົບເງິນກະແລມວັດສີສະເກດວຽງຈັນເມືອງປາກງື່ມອິນເຕີເນັດພາສາລາວໄມໂຄຣຊອບ ວິນໂດລອນດອນBoeing 737ສະພັນຈ໌ບັອບ ສະແຄວຣ໌ແພນສ໌Pro Evolution Soccerມິສລາວແບ້ເມືອງປາກເຊພາສາໂຮນລັງແຂວງໄຊສົມບູນລາຍຊຶ່ໂຕລະຄອນໃນລະເບີດເຖິດເທິງ14 ເມສາປາຣີທໍລະນີສາດໂທວໂຮວໂປຣເຈັກປະເທດອົດສະຕຣາລີສັນຕິພາບສີສະຫະລາຊະອານາຈັກວັດຊຽງທອງຄຳນາມຊີວະປະຫວັດປະເທດຟິຈີ1 ສິງຫາຍູເວນຕູສ F.Cລັດວິສາຫະກິດລວມຍອດຜະລິດຕະພັນພາຍໃນພະຈິກອຳນາດຕຸລາການ.joເມືອງສີສັດຕະນາກພິຊຊ່າມິດ ໄຊບັນຊາໄກສອນ ພົມວິຫານISO 4217ອຳນາດບໍລິຫານ🡆 More