ວັດສີພຸດທະບາດ ໃນປະຈຸບັນປະກອບດ້ວຍວັດໃນບໍລິເວນດຽວກັນ 3 ແຫ່ງຄື ວັດປ່າແຄ, ວັດປ່າຝາງຫລື ວັດຊຽງງາມ ແລະ ວັດພະບາດເຫນືອ ມີຈຸດເດັ່ນຢູ່ທີ່ ຮອຍພະພຸທົດບາດເທິງເນີນພູກ່ອນເຖິງຍອດພູສີ ຖືເປັນວັດຄູ່ກັບ ວັດພະບາດໃຕ້ ໃກ້ ກັບຮອຍພະພຸດທະບາດ ມີສາລາຊົມວິວ ສາມາດເບິ່ງເຫັນວິວທິວທັດຂອງແມ່ນ້ຳຄານ ແລະ ພູເຂົາທີ່ອ້ອມຮອບທາງທິດຕະເວັນອອກສຽງໃຕ້ ໄດ້ກວ້າງໄກສຸດສາຍຕາ ບໍລິເວນຂັ້ນໄດທາງຂຶ້ນພູສີມີພະທາດ 3 ອົງຕັ້ງຍັ້ງຍາຍ ເຊື່ອກັນວ່າພະທາດອົງທີ່ຫຸ້ມດ້ວຍແຜ່ນທອງແດງ ແລະ ປະດັບດ້ວຍຊໍ່ຟ້າ 7 ຊັ້ນພາຍໃນບັນຈຸອັດຖິ ພຣະເຈົ້າຈັນຊາດ ພຣະອຸໂປສົດມີລັກສະນະສິລະປະ ແບບລັດຕະນະໂກສິນ ຕອນຕົ້ນ ປະຈຸບັນພາຍໃນວັດມີໂຮງຮຽນມັດຍົມປະຣິຍັດຕິທຳສົງ ສ່ວນວັດປ່າຝາງ ຫລື ວັດຊຽງງາມ ສ້າງໃນສະໄໝພະເຈົ້າອະນຸລຸດ (ຄ.ສ.1779-1718)ເປັນວັດສິລະປະ ແບບລ້ານຊ້າງທີ່ຊັດເຈນຫລາຍ ປະຈຸບັນໄດ້ຮັບການບູລະນະຂຶ້ນໃໝ່ໂດຍການສະໜັບສະໜູນຂອງ ອົງການມໍລະດົກໂລກ” ວັດປ່າແຄ ສ້າງໂດຍພະເຈົ້ານັນທະຣາດ ໃນ ຄ.ສ 1853ຕົວສິມເປັນສິລະປະແບບວຽງຈັນ ປະຈຸບັນວັດທັງ 2 ເປັນວັດຮ້າງ ບໍ່ມີພະສົງ ແລະ ສາມະເນນຈຳພັນສາ.
This article uses material from the Wikipedia ລາວ article ວັດສີພຸດທະບາດທິພາຣາມ, which is released under the Creative Commons Attribution-ShareAlike 3.0 license ("CC BY-SA 3.0"); additional terms may apply (view authors). ເນື້ອໃນສາມາດໃຊ້ໄດ້ພາຍໃຕ້ CC BY-SA 4.0 ຖ້າບໍ່ແມ່ນຢ່າງອື່ນໃດທີ່ລະບຸໄວ້. Images, videos and audio are available under their respective licenses.
®Wikipedia is a registered trademark of the Wiki Foundation, Inc. Wiki ລາວ (DUHOCTRUNGQUOC.VN) is an independent company and has no affiliation with Wiki Foundation.