ພຣະຍອດແກ້ວມະຫາງອນ ດຳຣົງບຸນມະຫາເຖຣະເຈົ້າ ພາສາອັງກິດ: His Holiness Phra Yotkeo Mahāsaṇgha Sudhammādhipati (Mahāngon Damrongboun) ຫຼື ຮູ້ຈັກກັນໃນນາມ ຍາທ່ານໃຫຍ່ມະຫາງອນ ດຳຣົງບຸນມະຫາເຖຣະ ອາຍຸ 90 ປີ 69 ພັນສາ ຕຳແໜ່ງ ພຣະຍອດແກ້ວມະຫາສັງຄະສຸທັມມາທິບໍດີ (ມະຫາງອນ ດຳຣົງບຸນມະຫາເຖຣະ) ຣັດຕະນະມະຫາສັງຄະປາໂມກ ແຫ່ງຄະນະສົງລາວ ຫຼື ປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ສະຖິດພຳນັກຢູ່ ວັດພຣະທາດຫຼວງເໜືອ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ
ຂໍ້ມູນເບື້ອງຕົ້ນ | ||
---|---|---|
ນາມເຕັມ | ພຣະຍອດແກ້ວມະຫາສັງຄະສຸທັມມາທິບໍດີ ປັນຈະສີວິສຸດອຸດຕະມະໂພທິຄຸນ ວິບູນທັມມະ ຣັດຕະນະຍານນາຍົກ ຕຣີປິດົກໂກສົນວິລາດ ພຸດທະບໍຣິສັດຄາຣະວະສະຖານ (ມະຫາງອນ ດຳຣົງບຸນມະຫາເຖຣະເຈົ້າ) ຣັດຕະນະມະຫາ ສັງຄະປາໂມກ | |
ແຕ່ງຕັ້ງເປັນ ປະມຸກສົງ | ປະທານ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ | |
17 ທັນວາ ພ.ສ. 2558 (ຄ.ສ.2015) | ||
ຊື່ເດີມ | ງອນ | |
ນາມສະກຸນ | ດຳຣົງບຸນ | |
ສາຍາ | ........ | |
ພັນສາ | 69 ພັນສາ | |
ເກີດ | 10 ກຸມພາ ພ.ສ. 2573 (ຄ.ສ. 1930) | |
ອາຍຸ | 90 ປີ | |
ບັນພະຊາ | (ອາຍຸ 13 ປີ) ຂຶ້ນ 7 ຄ່ຳ ເດືອນ 6 ພ.ສ. 2486 | |
ທີ່ ວັດບ້ານນາກະລາ ຕາແສງນາກະລາ ເມືອງສອງຄອນ ແຂວງສະຫວັນນະເຂດ ຍາທ່ານຈີ ກັນຕະສີໂລ ເຈົ້າອະທິການວັດສີພິມພາຣາມເປັນ ພຣະອຸປັດຊາ | ||
ອຸປະສົມບົດ | 14 ມັງກອນ ພ.ສ. 2493 (ຄ.ສ. 1950) | |
ທີ່ ພັດທະສີມາ ວັດອຸບມຸງ ບ້ານລະຫາໂຄກ ເມືອງສອງຄອນ ແຂວງສະຫວັນນະເຂດ
| ||
ພຳນັກ | ວັດພຣະທາດຫຼວງເໜືອ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ | |
ການສຶກສາ |
ສຶກສາອັກສອນທັມ ອັກສອນຂອມໃນໃບລານ ທ່ອງບົດ
ຈົບນັກທັມເອກ ແລະ ພາສາຝຣັ່ງເສດ
ຈົບການສຶກສາອຸດົມຊັ້ນຕີ ແລະ ມະຫາປະຣຽນ 7 ປະໂຫຍກ | |
ຜົນງານດ້ານໜັງສື | ||
| ||
ກຽດຕິຄຸນທີ່ໄດ້ຮັບ | ||
| ||
ຄະຕິທັມປະຈຳໃຈ | ||
ສ້າງນ້ຳບໍ່ ກໍ່ສາລາ ແຕ່ງມັກຄາໄຕ່ເຕົ້າ ປັ້ນເບົ້າຫຼໍ່ຫຼອມຄົນ |
ສະຖານະເດີມ ມີຊື່ວ່າ ງອນ ນາມສະກຸນ ດຳຣົງບຸນ ເກີດວັນທີ 10 ກຸມພາ ພ.ສ. 2473 (ຄ.ສ. 1930) ທີ່ບ້ານນາກະລາ ຕາແສງນາກະລາ ເມືອງສອງຄອນ ແຂວງສະຫວັນນະເຂດ ຖືກຳເນີດໃນຄອບຄົວ ຊົນເຜົ່າລາວຜູ່ໄທ ບິດາຊື່ ເມກ (ເສຍຊີວິດປີ 1942) ມານດາຊື່ ສຸ້ຍ (ເສຍຊີວິດ ປີ 1964) ມີອ້າຍເອື້ອຍນ້ອງ ຮ່ວມແມ່ດຽວກັນ 11 ຄົນ ອ້າຍເອື້ອຍນ້ອງຕ່າງບິດາ 8 ຄົນ ຍາທ່ານເປັນບຸດຄົນທີ 2 ຂອງ ຄອບຄົວ ດຳຣົງບຸນ
ໃນປີ ພຸດທະສັງກາດ 2486 (ຄ.ສ. 1943) ຍາທ່ານບັນພະຊາເປັນ ສາມະເນນ ເມື່ອາຍຸ 13 ປີ ໃນມື້ ຂຶ້ນ ຄ່ຳ ເດືອນ 6 ປີ ພ.ສ. 2486 ທີ່ວັດບ້ານນາກະລາ ຕາແສງນາກະລາ ເມືອງສອງຄອນ ແຂວງສະຫວັນນະເຂດ ໂດຍມີ ຍາທ່ານຈີ ກັນຕະສີໂລ ເຈົ້າອະທິການວັດສີພິມພາຣາມ ບ້ານນາກະລາ ເມືອງສອງຄອນ ເປັນພຣະອຸປັດຊາ
ພຣະຍອດແກ້ວ ອາຍຸໄດ້ 20 ປີ ກໍໄດ້ເຂົ້າຮັບການອຸປະສົມບົດ ເປັນພຣະພິກຂຸໃນພຣະພຸດທະສາສະໜາ ໃນວັນທີ 14 ມັງກອນ ພຸດທະສັກກະຣາດ 2493 (ຄ.ສ. 1950) ທີ່ ພັດທະສີມາ ວັດອຸບມຸງ ບ້ານລະຫາໂຄກ ເມືອງສອງຄອນ ແຂວງສະຫວັນນະເຂດ ໂດຍມີ ທ່ານຕາແສງຈັນ ເປັນເຈົ້າພາບເຈົ້າສັດທາ ອຸປະຖັມການອຸປະສົມບົດ ມີຍາທ່ານເຄນ ເຈົ້າຄະນະເມືອງຈຳພອນ ເປັນພຣະອຸປັດຊາ ຍາທ່ານຈີ ກັນຕະສີໂລ ເປັນ ພຣະກັມມະວາຈາເບື້ອງຂວາ ຍາຄູຮຸຍ ເປັນພຣະກັມມະວາຈາເບື້ອງຊ້າຍ ອຸປະສົມບົດສຳເລັດໃນເວລາ 10:34 ນາທີ ມີ ພຣະສົງນັ່ງຫັດຖະບາດ 24 ອົງ
ນັບແຕ່ສອບເສັງໄດ້ນັກທັມເອກ ເປັນຈົວມະຫາ 3 ປະໂຫຍດເປັນຕົ້ນມາ ຍາທ່ານອາດ ສຸພັທໂທ ໄດ້ແຕ່ງຕັ້ງວຽກໃຫ້ເປັນຄູສອນໜັງສືແທນ ໂດຍໄດ້ສອນຢູ່ບ້ານລໍາເທນເປັນເວລາ 4 ປີ ດັ່ງນັ້ນ ວຽກງານການສຶກສາ ຂອງພຣະເດດພຣະຄຸນຍາທ່ານໃຫຍ່ ຈຶ່ງເລີ່ມຕົ້ນຕັ້ງແຕ່ເພິງຫາກໍເຂົ້າມາສູ່ທັມວິນັຍນີ້ຄືໄດ້ເປັນຄູສອນໜັງສືແຕ່ຍັງເປັນສາມາເນນຈົນເປັນຍາທ່ານເມື່ອຍ້າຍມາຢູວັດໄຊຍະພູມຄັ້ງທໍາອິດກໍ່ເປັນຄູສອນຢູ່ 2 ປີ ກ່ອນເດີ່ນທາງໄປຮຽນຕໍ່ທີ ນະຄອນຫຼວງວຽງຈັນ ຄືສອນແຕ່ປີ ຄ.ສ. 1954-1956 ແລ້ວໄປຮຽນຕໍ່ຫຼັງຈາກນັ້ນໄດ້ຢຸດການຮຽນ ກັບມາຈາກວຽງຈັນໃນປີ ຄ.ສ. 1958 ສູ່ສະຫວັນນະເຂດ ແລະ ເປັນອາຈານສອນຕັ້ງແຕ່ນັ້ນມາຈົນເຖິງປີ ພ.ສ 2518 (1975 ) ຈຶ່ງໄດ້ລາອອກ ເພື່ອມາເຮັດວຽກທາງການບໍລິຫານຄະນະສົງ ລວມປີ ການທີ່ເປັນຄູ ແລະ ອາຈານສອນໜັງສືທັງໝົດ 23 ປີ.
ວຽກງານການສ້າງສາສະນະວັດຖຸນີ້ ພຣະເດດພຣະຄຸນຍາທ່ານ ກໍໄດ້ໃຫ້ເປັນທີ່ພົ້ນເດັ່ນຫຼາຍ ເຫັນໄດ້ຕັ້ງແຕ່ຍາທ່ານຍ້າຍມາຢູ່ວັດຢຊຍະພູມ ນໍາຍາທ່າຍນາດ ສຸພັທໂທ ເພິ່ນເຮັດວຽກຊ່ວຍຄູບາອາຈານທຸກຢ່າງ ລວມທັງວຽກງານກໍ່ສ້າງດ້ວຍ ມີຫຼາຍຢ່າງທີ່ຍາທ່ານໃຫຍ່ລົງມື້ເຮັດເອງ ເຊຶ່ງຖ້າຍົກມາໃຫ້ເຫັນລະອຽດຖີ່ຖ້ວນແລ້ວ ກໍຄົງຈະຍືດຍາວເກີນໄປ ຈະຂໍຍົກມາສະແດງໃນບາງສ່ວນ ທີ່ເຫັນວ່າວ່າສໍາຄັນແລະພົ້ນເດັ່ນເທົ່ານັ້ນ. ງານທີ່ພຣະເດດພຣະຄຸນຍາທ່ານໃຫຍ່ ໄດ້ສ້າງໄວ້ມີຫຼາຍຢ່າງ ສ້າງສາວັດໃໝ່ກໍມີຫຼາຍວັດ ງານການສ້າງສາພັດທະນາພາຍໃນວັດ ກໍມີຫຼາຍຢ່າງ ທັງການສ້າງສິມກໍມີຫຼາຍຫຼັງ ການນໍາພາພຣະສົງສາມະເນນ ອອກຕົນຍາດໂຍມສ້າງສາວັດວາພຣະສາສະນາ ກໍມີທົ່ວໄປໃນແຂວງ ບໍ່ວ່າຈະເປັນພັທທະສີມາກໍດີ ກຸຕິວິຫານກໍຕາມ ມີໃນຫຼາຍເຂດໝູ່ບ້ານ ທີ່ໄດ້ໄວ້ໃນແຕ່ລະວັດ ພ້ອມນັ້ນກູຕິວິຫານ ພັທສີມາທີ່ເພິ່ນສ້າງ ກໍແມ່ນພຣະເດດພຣະຄຸນຍາທ່ານເອງເປັນຜູ້ອອກແບບ ໃນແບບວາດຊົງ ຕະຫຼອດເຖິງສີລະປະລວດລາຍຕ່າງໆ ເຊັ່ນຈະຍົກມາໃຫ້ເຫັນບາງອັນທີ່ສ້າງແລ້ວ ແລະຍັງຢູ່ໃນຄວາມຮັບຜິດຊອບຂອງຍາທ່ານໃຫຍ່
ນອກຈາກນັ້ນ ຍັງມີການບູຣະນະສ້ອມແປ່ງຂອງເກົ່າອີກ ເຊັ່ນ
ສິ່ງທີ່ສໍາຄັນ ທັງເປັນວຽກງານທີ່ຍິງໃຫຍ່ອີກກໍ່ຄື ການສ້າງສະຖານທີ່ສຶກສາ ຂອງພຮະສົງ-ສາມາເນນ ໄດ້ແກ່ການສ້າງໂຮງຮຽນມັດທະຍົມສົງ ວັດໄຊຍະພູມ ຄືນໃໝ່ ເນື່ອງຈາກວ່າ ໂຮງຮຽນສົງຫຼັງເກົາ ໄດ້ຊຸດໂຊມເປເພລົງເພາະການເວລາ ຄືໂຮງຮຽນມັດທະຍົມສົງຫຼັງເກົ່ານັ້ນໄດ້ສ້າງຂຶ້ນຕັ້ງແຕ່ປີ ຄ.ສ. 1940 ແລະ ສໍາເລັດລົງໃນປີ ຄ.ສ. 1958-1959 ເຊິ່ງນໍາພາໃນການກໍ່ສ້າງໂດຍຍາທ່ານໃຫຍ່ ເຫລື້ອມ ອິນສີຊຽງໃໝ່ ໄດ້ໃຊ້ງານມາຫຼາຍປີແລ້ວ ຈຶ່ງເຮັດໃຫ້ໂຮງຮຽນດັ່ງກ່າວຊຸດໂຊມເປເພລົງ. ນອກຈາກນັ້ນ ຍາທ່ານໃຫຍ່ສ້າງໂຮວຮຽນ ສໍາຫຼັບລູກຫຼານເຍົາວະຊົນ ທີ່ເປັນອະນາຄົດ ແລະຄວາມຫວັງຂອງຊາດອີກ ດ້ວຍເຊັ່ນ ໂຮງຮຽນມັດທະຍົມສົມບູນທີ່ບ້ານຫົວນໍາສ້າງ ເມືອງ ຈໍາພອນ ແຂວງສະຫວັນນະເຂດ ແລະ ກໍ່ສ້າງໃນນາມສູນກາງ ອພສ ຄື ໂຮງຮຽນວົງວິຈິດບັນດິດວິທະຍາ ທີ ແຂວງຊຽງຂວາງ.
ພຣະເດດພຣະຄຸນຍາທ່ານໃຫຍ່ ນອກຈາກເພິ່ນຈະສ້າງ ແລະບູຣະນະພັທທະສີມາ ຫໍແຈກ ກຸຕິວິຫານ ພາຍໃນວັດໄຊຍະພູມແລ້ວ ຍາທ່ານໃຫຍ່ກໍຍັງດໍາເນີນການກໍ່ສ້າງຢູ່ຕາມເມືອງ ຕ່າງໆອີກ ເຊັ່ນ:
ສໍາຫຼັບກຸຕິ ທີ່ຢູ່ວັດພຣະທາດໂພນນັ້ນ ເຖຶງວ່າຍາທ່ານໃຫຍ່ ບໍ່ໄດ້ຫາງົບປະມານມາສ້າງເອງກໍຕາມ ແຕ່ເພິ່ນໄດ້ເປັນຜູ້ອອກແບບແຜນ ທັງໍີ້ນໍາໃນການກໍ່ສ້າງທັງໝົດ ງົບປະມານກໍ່ສ້າງ ຂອງວັດພຣະທາດໂພນເອງ ສ້າງປີ ພ.ສ. 2551 ອີກທັງສິ່ງກໍາລັງກໍ່ສ້າງພາຍໃນວັດພຣະທາດໂພນ.
ຍາທ່ານໃຫຍ່ ໄດ້ຖືກເອົາພຣະພຸດທະພົດ ທີທົງຕັດວ່າ ການສ້າງວິຫາຣະທານນັ້ນ ເປັນຍອດຂອງອາມິດສະທານທັງຫຼາຍ ດັ່ງນັ້ນ ເພິ່ນຈຶ່ງຕັ້ງໃຈສ້າງສາວັດວາອາຣາມ ໄວ້ເປັນບ່ອນພໍານັກຢູ່ປະພຶດທັມ ຂອງພຣະສົງເຈົ້າທັງຫຼາຍ ເປັນຕົ້ນວ່າສ້ງກຸຕິວິຫານ ເຊັ່ນ:
ສິ່ງກໍ່ສ້າງສາລາໂຮງທັມ ຫຼື ຫໍແຈກ ທີ່ຢູ່ໃນຄວາມຮັບຜິດຊອບ ທັງທາງດ້ານສີລະປະລວດລາຍ ແລະ ດ້ານເຕັກນິກ ຕະຫຼອດເຖິງການລະດົມທຶນຮອນເປັນສ່ວນຫຼາຍ ເຊັ່ນ:
ນອກຈາກການນໍາພາສ້າງເສນາສະນະ ທີ່ເປັນສາສະນາວັດຖຸຕ່າງໆ ດັ່ງທີ່ໄດ້ກ່າວມາຂ້າງເທຶງແລ້ວ ພຣະເດດພຣະຄຸນຍາທ່ານໃຫຍ່ ຍັງໄດ້ນໍາພາສ້າງສິງທີ່ເປັນສັນຍາລັກ ແລະສູນລວມຄວາາມສັດທາ ຂອງພຸດທະສາສະນິກະຊົນອີກຄື ການສ້າງພຣະພຸດທະຮູບເຈົ້າ ໄວ້ເປັນທີ່ສັກກະຣະບູຊາ ໂດຍໄດ້ເລີ່ມສ້າງມາຕັ້ງແຕ່ ພ.ສ. 2543 (2000) ເປັນຕົ້ນມາ ໄດ້ນໍາພາພຣະສົງສາມາເນນ ອອກຕົນຍາດໂຍມ ຜູ້ມີສັດທາທັງຫຼາຍ ຫຼໍ່ພຣະພຸດທະຮູບ ສີລະປະລ້ານສ້າງ ເພື່ອປະດິດສະຖານໄວ້ທີ່ກົມມະລຽນພຣະທາດອີງຮັງ ນອກຈາກນັ້ນ ຍັງໄດ້ຫຼໍ່ພຣະພຸດທະຮູບ ຂະນາດຕ່າງໆ ແລະນໍາໄປປະດິດສະຖານໄວໃນຫົວວັດຕ່າງໆເພື່ອເອົາໄວ້ເປັນທີ່ສັກກະຣະບູຊາຂອງສາທຸຊົນ. ໃນປີ ພ.ສ. 2554 (2011) ພຣະເດດພຣະຄຸນຍາທ່ານໃຫຍ່ ໄດ້ສ້າງພຣະເຈົ້າອົງຕື້ຈໍາລອງຂຶ້ນ ໂດຍໄດ້ຮ່ວມກັບອໍານາດການປົກຄອງ ແຂວງສະຫວັນນະເຂດອັນມີ ທ່ານ ວິໄລ ວັນພົມເຂ ເປັນເຈົ້າ ແຂວງສະຫວັນນະເຂດ ໃນສະໄໝນັ້ນ ໄດ້ຮ່ວມຈັດຕັ້ງນໍາພາລະດົມສັດທານໍາພຸດທະສາສະນິກະຊົນ ຄົນໃຈບຸນທັງຫຼາຍ ທັງພາຍໃນ ແລະຕ່າງປະເທດ ຫຼໍ່ພຣະເຈົ້າອົງຕື້ຈໍາລອງ ຂຶ້ນມາພ້ອມດ້ວຍພຣະອົງແສນທີ່ເປັນບໍຣິວານອີກຈໍານວນ 15 ອົງ ພຣະພຸດທະຮູບເຈົ້າດັ່ງກ່າວ ຖືເປັນສັນຍາລັກ ແຫ່ງຄວາມສັດທາ ແລະຄວາມສາມັກຄີຂອງຊາວພຸດ ໂດຍສະເພາະປະຊາຊົນ ລາວບັນດາເຜົ່າ ແຂວງສະຫວັນນະເຂດ ແລະ ໃນປີ 2016 ໄດ້ເປັນປະທານໃນການສ້າງພຣະພຸດທະຮູບທີ່ໃຫຍ່ທີ່ສຸດໃນປະເທດລາວ. ໃນປີ ພ.ສ. 2561 (2018) ໄດ້ນໍາພາສັ້າງມະຫາສາສະນະສະຖານ 3 ອາຄານ ຂອງສູນກາງອົງການພຸດທະສາສະນາສັມພັນ ແຫ່ງ ສປປ ລາວ(ອພສ) ຄື ອາຄານສໍານັກງານສູນກາງ ອພສ, ອາຄານສໍານັກງານກຸຕິປະທານສົງ ສູນກາງ ອພສ ແລະ ອາຄານອາຄັນຕຸກະ (ຫໍປະຊຸມໃຫຍ່) ອະນຸສອນສູນກາງ ອພສ ເຊິ່ງໃນປັດຈຸບັນ ກໍາລັງດໍາເນີນການກໍ່ສ້າງຢູ່ຄື ອາຄານສໍານັກງານ ກຸຕິປະທານສົງສູນກາງ ອພສ.
ຄຸນນະພາບຊີວິດຂຶ້ນກັບຜົນງານ ຄຸນນະພາບຂອງຜົນງານ ຂຶ້ນຢູກັບການເສຍສະຫຼະ ຄຸນນະພາບຂອງການເສຍສະຫຼະ ຂຶ້ນຢູ່ກັບປັນຍາ ຄຸນນະພາບຂອງປັນຍາ ຂຶ້ນຢູກັບການສຶກສາ ສ້າງນໍ້າບໍ່ກໍ່ສາລາ ແຕ່ງມັກຄາໄຕ່ເຕົ້າປັ້ນເບົ້າຫຼໍ່ຫຼອມຄົນ ສ້າງກຸສົນປົ່ວພະຍາດ ສ້າງນັກປຣາດສັ່ງສອນສີນທັມ
This article uses material from the Wikipedia ລາວ article ພຣະຍອດແກ້ວມະຫາສັງຄະສຸທັມມາທິບໍດີ (ມະຫາງອນ ດຳຣົງບຸນມະຫາເຖຣະເຈົ້າ), which is released under the Creative Commons Attribution-ShareAlike 3.0 license ("CC BY-SA 3.0"); additional terms may apply (view authors). ເນື້ອໃນສາມາດໃຊ້ໄດ້ພາຍໃຕ້ CC BY-SA 4.0 ຖ້າບໍ່ແມ່ນຢ່າງອື່ນໃດທີ່ລະບຸໄວ້. Images, videos and audio are available under their respective licenses.
®Wikipedia is a registered trademark of the Wiki Foundation, Inc. Wiki ລາວ (DUHOCTRUNGQUOC.VN) is an independent company and has no affiliation with Wiki Foundation.