ຖ້ຳນົກແອ່ນຖ້ຳນາງແອ່ນ

ຖ້ຳນາງແອ່ນເປັນຖ້ຳທີ່ເກົ່າແກ່ທີ່ທຳມະຊາດສັນສ້າງຂື້ນຢ່າງສວຍສົດງົດງາມ ແລະເປັນທີ່ໜ້າອັດສະຈັັນ.ເປັນເວລາຫລາຍລ້ານປີແລ້ວ ຈົນມາຮອດໃນສະໃໝລາວຕົກເປັນຫົວເມືອງຂື້ນຂອງຟຮັ່ງ .ທ່ານ ໂຟຣມາເຊ ຄົນຟຮັ່ງ ໄດ້ເປັນຄົນຄົ້ນພົບ ແລະທ່ານກໍ່ໄດ້ລົງສໍາຫລວດສະພາບພາຍໃນຖ້ຳເປັນຄົນທຳອິດໃນປີ ຄ.ສ 1927 ໂດຍ ທ່ານ ໂຟຼຣມາເຊ ໄດ້ມີການແຕ້ມແຜນທີ່ການສໍາຫລວດຈາກທິດຕາເວັນອອອກຫາທິດຕາເວັນຕົກອີກດ້ວຍ.ຄົນຍັງເອີ້ນອີກຊື່ໜື່ງວ່າ ຖ້ຳນົກແອ່ນ ຍ້ອນ 20 ກ່ວາປີ ທີ່ຜ່ານມາມີນົກແອ່ນອາໃສຢູ່ຢ່າງຫລວງຫລາຍ.ແຕ່ລັດຖະບານລາວໄດ້ຈັດເອົາຖ້ຳນາງແອ່ນເປັນສະຖານທ່ອງທ່ຽວທີ່ສຳຄັນ.ຈື່ງໄດ້ທຳການເປີດເປັນສະຖານທີ່ທ່ອງທ່ຽວໂດຍມີການສຳປະທານຈາກເອກະຊົນ.ໄລຍະຂອງເວລາການສຳປະທານແມ່ນ 50 ປີ.ໂດຍແມ່ນ ທ່ານ ເຂັມເພັດ ແກ້ວເພຍຈັນເປັນຜູ້ຮັບສຳປະທານຈາກລັດຖະບານ .

 1.ປະຫວັດຄວາມເປັນມາຂອງຖໍ້ານາງແອ່ນ 

ເມື່ອມີການເປີດນໍາໃຊ້ຖໍ້າ.ນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດມາເປັນຈຳນວນຫລວງຫລາຍເຮັດໃຫ້ນົກແອ່ນທີ່ເຄີຍອາໃສຢູ່ ໄດ້ຄ່ອຍໆ ຍ້າຍອອກໄປ.ເຊີ່ງໃນປັດຈຸບັນບໍ່ພົບເຫັນແລ້ວ.ອີກດ້ານໜື່ງຍັງມີນິທານທີ່ເລົ່າຂານກັນກ່ຽວກັບຖ້ຳນາງແອ່ນແຫ່ງນີ້ວ່າ ບໍລິເວນຖ້ຳນາງແອ່ນແມ່ນສະຖານທີ່ ທີ່ທ້າວ ຊຽງ ຊິ່ງເປັນລູກຊາຍຂອງເຈົ້າພະຍາ ໄດ້ມາລົມກັບນາງ ສຸທາວະດີ .ລູກບຸນທໍາທີ່ພະລືສີ ອົງໜື່ງ ໄດ້ລຽ້ງດູມາແຕ່ເກີດໂດຍ ປະຈຸບັນຍັງຄົງເຫລືອຮ່ອງຮອຍຢູ່ ເຊັ່ນ ຫີນທີ່ມີຮູບຮ່າງຄືພະລືສີ ,ຫີນພະຊິວະຂອງທ້າວ ຊຽງ, ຫີນພະໂຍນີ ແລະ ຮອຍຕີນຂອງນາງສຸທາວະດີ ທັງໝົດນີ້ລ້ວນເປັນສີ່ງທີ່ສາມາດສ້າງຄວາມປະທັບໃຈໃຫ້ກັບຜູ້ທີ່ມາທ່ຽວຊົມຫລາຍສົມຄວນ.ຖໍ້ານາງແອ່ນຍັງມີນັກທ່ອງທ່ຽວຄົນສຳຄັນຈາກຕ່າງປະເທດທີ່ເຮົາຮູ້ຈັກເປັນຢ່າງດີຄື ສົມເດັດພະເທບ ລັດຕະນະລາດສຸດາສະຫຍາມບໍລົມລາດສະກູມາລີ ແຫ່ງລາດຊະອານາຈັກໄທ ພະອົງມາທ່ອງທ່ຽວຊົມ,ຜັກຜ່ອນຢູ່ສະຖານທີ່ແຫ່ງນີ້ວັນທີ 13-17/1993 ເພິ່ນຍັງໃຫ້ທຶນບາງສ່ວນໃນການປັບປຸງບູລະນະຖໍ້ານາງແອ່ນອີກດ້ວຍ.







 ຮູບທີ່ 2 ປາກຖໍ້ານາງແອ່ນດ້ານຕາເວັນອອກ 


 2. ສະພາບການນໍາໃຊ້ຖໍ້ານາງແອ່ນໃນປັດຈຸບັນ  2.1 ພາກສ່ວນທີ່ຮັບຜິດຊອບ: ແມ່ນວິສາຫະກິດພັດທະນາຖໍ້ານາງແອ່ນເຊິ່ງໄດ້ຮັບສຳປະທານຈາກລັດຖະບານເປັນເວລາ 50ປີ. ໂດຍແມ່ນທ່ານເຂັມເພັດ ແກ້ວເພຍຈັນເປັນຜູ້ອຳນວຍການວິສາຫະກິດດັ່ງກ່າວ.  2.2 ຂໍ້ມູນຕິດຕ່ໍ່ຫາພະນັກງານທີ່ກ່ຽວຂ້ອງ: ສາມາດຕິດຕໍ່ຫາພະນັກງານປະຈຳຖໍ້ານາງແອ່ນໄດ້ທີ່ 

ເບີ 020 91172077 .

 2.3 ຄ່າທໍານຽມໃນການເຂົ້າຊົມ: ຖ້ຳນາງແອ່ນເປີດບໍລິການເວລາ 7:00 ໂມງເຊົ້າ ຫາ 17:00 ທຸກວັນ ສຳລັບຄ່າທໍານຽມໃນການເຂົ້າຊົມນັ້ນໄດ້ມີການຍົກເວັ້ນກັບເດັກນ້ອຍທີ່ມາກັບຜູ້ປົກຄອງ. ໂດຍທົ່ວໄປຈະເກັບຄ່າທຳນຽມເຂົ້າຊົມຄັ້ງໜື່ງໂດຍບໍ່ຈຳກັດຊົ່ວໂມງຄົນລະ10000ກີບ/ຄັ້ງ(ສຳລັບຄົນລາວ)ແຕ່ສຳລັບຄົນຕ່າງປະເທດນັ້ນແມ່ນ20000ກີບ/ຄັ້ງ ນອກຈາກນີ້ຍັງມີຄ່າຟາກຍານພາຫະນະອີກດ້ວຍ ລົດຈັກ 2000 ກີບ ລົດໃຫຍ່ແມ່ນ5000 ກີບ , ພິເສດຄ່າບໍລິການເພີ່ມເຕີມສຳຫຼັບຂີ່ເຮືອພາທ່ຽວຊົມສຳລັບຜູ້ທີ່ສົນໃຈຢາກລ່ອງເຮື່ອທ່ຽວຊົມຈົນສຸດຖ້ຳ 2-3ຊົ່ວໂມງ/ຄັ້ງຄ່າບໍລິການ50000ກີບ/ຄັ້ງ ທັງຄົນລາວແລະຕ່າງປະເທດ.  2.4 ສະເລ່ຍນັກທ່ອງທ່ຽວທີ່ເຂົ້າຊົມ 

ນັບມີ້ນັກທ່ອງທ່ຽວກໍ່ນັບວ່າໄດ້ຍິນແລະຮູ້ຈັກໃນຄວາມງາມຖ້ຳນາງແອ່ນຫລາຍຂື້ນເລື້ອຍໆແລະໄດ້ເຂົາມາທ່ຽວຊົມຢ່າງບໍ່ຂາດສາຍ ຈາກທັງພາຍໃນແລະຕ່າງປະເທດ ປັດຈຸບັນນີ້ ໂດຍປົກກະຕິແລ້ວວັນຈັນ-ວັນສຸກຈະມີນັກທ່ອງທ່ຽວປະມານ20-50ຄົນ/ມື້.ສ່ວນວັນພັກແລະວັນເສົາອາທິດໂດຍລວມປະມານ50-100ຄົນ/ມື້.ໃນນັ້ນອັດຕານັກທ່ອງທ່ຽວຕ່າງປະເທດແມ່ນປະມານ 10-30% ໃນຈຳນວນນັກທອ່ງທ່ຽວທັງໝົດ.

 2.5 ຜົນປະໂຫຍດຂອງຖໍ້ານາງແອ່ນ 

ຍ້ອນຖ້ຳນາງແອ່ນມີຄວາມສວຍງາມ ແລະ ເປັນຖ້ຳທີ່ໃຫ່ຍທີ່ສຸດໃນບັນດາຖ້ຳທີ່ມີໃນແຂວງຄຳມ່ວນ ມີປາກົດການທາງທຳມະຊາດທີ່ໜ້າສົນໃຈຫຼາຍຢ່າງ ອີກພ້ອມຍັງເປັນອີກໜື່ງສະຖານທີ່ທ່ອງທ່ຽວທີ່ເປັນເອກະລັກ.ສະນັ້ນມັນຈື່ງມີຄຸນປະໂຫຍດຫລາຍໆ ດ້ານຕໍ່ ແຂວງຄໍາມ່ວນໂດຍກົງແລະທາງອ້ອມເຊິ່ງຜົນປະໂຫຍດຫລັກໆມີດັ່ງນີ້: •ດືງດູດນັກທ່ອງທ່ຽວພາຍໃນແຂວງ ແລະ ຕ່າງແຂວງລວມທັງນັກທ່ອງທ່ຽວຈາກຕ່າງປະເທດອີກດ້ວຍ. •ສ້າງລາຍຮັບໃຫ້ວິສາຫະກິດທີ່ຄຸ້ມຄອງເຊັ່ນ:ຈາກຄ່າເຂົ້າຊົມ,ຄ່າຂີ່ເຮື່ອທ່ຽວຊົມແລະຄ່າບໍລິການອື່ນໆເປັນຈຳນວນມະຫາສານ ໃນແຕ່ລະເດືອນລາຍຮັບຫລາຍກ່ວາ 40 ລ້ານກີບ. •ສ້າງລາຍຮັບໃຫ້ແກ່ທຸລະກິດທີ່ກ່ຽວຂ້ອງເຊັ່ນ: ໂຮງແຮມ , ບ້ານພັກ ,ຮ້ານອາຫານ ,ການຄົມມະນາຄົມ ລວມໄປເຖິງບັນດາຮ້ານຄ້າຂະໜາດນ້ອຍຂອງຊາວບ້ານທີ່ກຳເນີດຂື້ນບໍລິເວນເຂດຖ້ຳນາງແອ່ນອີກດ້ວຍ. ໂດຍລວມແລ້ວຖ້ຳນາງແອ່ນເປັນອີກໜື່ງກຳລັງທີ່ມີສ່ວນຊຸກຍູ້ໃຫ້ການພັດທະນາເສດຖະກິດບໍລິເວນບ້ານພີນເມືອງທ່າແຂກແຂວງຄຳມ່ວນໃຫ້ຂະຫຍາຍຕົວອີກດ້ວຍ.











              ຮູບທີ່ 3 ບັນດາຮ້ານຄ້າຕັ້ງຢູ່ໜ້າປາກຖໍ້າທີ່ໄດ້ປະໂຫຍດໂດຍກົງຈາກຖ້ຳນາງແອ່ນ  3. ຂອບເຂດທີ່ຕັ້ງຂອງຖໍ້ານາງແອ່ນ  

ຖ້ຳນາງແອ່ນຕັ້ງຢູ່ບ້ານພີນເຂດສາຍພູຫີນປູນເມືອງທ່າແຂກແຂວງຄຳມ່ວນໂດຍຫ່າງຈາກທ່າແຂກໄປຕາມທາງເລກທີ12 ປະມານ18 Km ,ກ່ອນຈະຮອດບ້ານພີນປະມານ300mກໍ່ຈະມີທາງແວ່ເຂົ້າໄປຖ້ຳນາງແອ່ນປະມານ 600-700m. ຖ້ຳນາງແອ່ນກົງກັບຈຸດພິກັດຂອງເສັ້ນຂະໜານແລະເສັ້ນແວງດັ່ງນີ້ 17° 26' 38.50" N 104° 56' 52.80" E








 ຮູບທີ່ 4 ພາບຖ່າຍດາວທຽມສະແດງທີ່ຕັ້ງຂອງຖໍ້ານາງແອ່ນ 
 4. ລັກສະນະພູມສັນຖານ     ບໍລິເວນທີ່ຖໍ້ານາງແອ່ນຕັ້ງຢູ່ນັ້ນເປັນລັກສະນະຂອງສາຍພູສູງຄົດໂຄ້ງຂອງແຂວງຄໍາມ່ວນພ້ອມມີທົ່ງພຽງລຽບຍາວຕິດກັບຕີນພູຢູ່ທິດຕາເວັນອອກມີສາຍນໍ້າຂະໜາດນ້ອຍໄຫຼອອກຈາກພື້ນຂອງປາກຖໍ້ານາງແອ່ນ.ໂດຍຖໍ້ານາງແອ່ນຕັ້ງຢູ່ຕີນພູສູງປາກຂອງຖໍ້າຢູ່ສູງຈາກພື້ນດີນປະມານ 3m ສ່ວນລັກສະນະພູມສັນຖານພາຍໃນຖໍ້າແມ່ນມີລັກສະນະຊັບຊ້ອນ,ລຽງລາຍດ້ວຍຫີນໜາມໜໍ່ຈາກເທິງຖໍ້າແລະພຶ້ນຖໍ້າ,ມີສາຍນໍ້າໄຫຼຊອດປາກຖໍ້າຈາກຕາເວັນຕົກທິດທາງຕາເວັນຕົກອອກໂດຍໄຫຼລອດພື້ນປາກຖໍ້າຝາກຕາເວັນອອກພົ້ນອອກໄປ.ສາຍນໍ້າຍັງມີຂະໜາດໃຫ່ຍພໍທີ່ຈະສາມາດຂີ່ເຮຶອທ່ຽວຊົມພາຍໃນດ້ວຍຄວາມສູງໂດຍສະເລ່ຍຂອງຖໍ້າແມ່ນ30m.ຄວາມຍາວຂອງຖໍ້າຈາກທິດຕາເວັນຕົກຫາທິດຕາເວັນອອກແມ່ນປະມານ1200m. 







                            ຮູບທີ່ 5 ແຜນທີ່ສະແດງສັນຖານພາຍໃນຂອງຖໍ້ານາງແອ່ນ  5. ລັກສະນະທາງທໍລະນີ  5.1 ລັກສະນະການກໍາເນີດ 

ຖໍ້ານາງແອ່ນເປັນຖໍ້າຂະໜາດໃຫຍ່, ເກົ່າແກ່ ແລະ ເປັນຖໍ້າເລິກຊອດໜ່ວຍພູສູງພ້ອມທັງມີສາຍນໍ້າໄຫຼຜ່ານເຊີ່ງຍັງເຫຼືອຮ່ອງຮອຍຂອງການສຽດເຊາະຂອງນໍ້າມີຢູ່. ມັນເກີດເລີ່ມກໍ່ໂຕຈາກຮ່ອງແຕກຫີນປູນຂະໜາດນ້ອຍທີ່ມີໃນໜ່ວຍພູນັ້ນ ເວລາຝົນຕົກນ້ຳຝົນຈະປົນກັບ ກາກບອນດີອົກຊິດ ໃນອາກາດ ພາໃຫ້ຝົນເປັນອາຊິດອ່ອນໆ ມີລັກສະນະລະລາຍຫີນປູນໄດ້ດີ ນ້ຳຝົນດັ່ງກ່າວຕົກໃສ່ພື້ນດີນແລະຫນ່ວຍພູ ພາໃຫ້ມີປະລິມານນໍ້າຝົນຊືມຜ່ານລົງມາຕາມຊ່ອງຮອຍແຕກຂະນາດນ້ອຍໆຂອງ ຫີນປູນ ຈາກທິດຕາເວັນຕົກຫາທິດຕາເວັນອອກ ແລະຈາກເທິງພູລົງລຸ່ມ ແລະເລິ່ມລະລາຍຫີນປູນຢ່າງຊ້າໆຈາກເຄີຍເປັນຮອຍແຕກຂະໜາດນ້ອຍຈົນໃຫຍ່ຂື້ນເລື້ອຍຕາມປະລິມາຂອງນ້ຳເຮັດໃຫ້ເກີດເປັນທາງຜ່ານຂອງສາຍນໍ້າໃນທີ່ສຸດ ແລະເກີດການຖະຫຼົ່ມຂອງເພດານຖ້ຳ ຍ້ອນຫີນປູນຊືມນໍ້າໃນປະລິມານຫຼາຍແລະຂະບວນການສຽດເຊາະກໍ່ດຳເນີນໄປຈົນເຮັດໃຫ້ເກີດເປັນຖໍ້າຂະໜາດໃຫຍ່ທີ່ເຫັນໃນປັດຈຸບັນນີ້ .









                                     ຮູບທີ່ 6 ແຜນວາດຂະບວນການກໍາເນີດຖໍ້າ  5.2 ລັກສະນະຂອງຫີນ 

ຫີນທີ່ມີໃນຖໍ້ານາງແອ່ນເປັນຊະນິດໜື່ງຂອງຫີນອັກຄະນີທີ່ເປັນຫີນປູນ, ອ່ອນ,ຜຸຜັງໄດ້ງ່າຍຈາກການສຽດເຊາະຂອງນໍ້າ,ຮູບຮ່າງຂອງຫີນພາຍໃນຖໍ້າມີຄວາມສວຍສົດງົດງາມເຊີ່ງມີຫຼາຍລັກສະນະດັ່ງນີ້: •ລັກສະນະຫີນຍ້ອຍຈາກເທິງເພດານຖໍ້າ: ເປັນປາກົດການທີ່ໜ້າອັດສະຈັນເພາະວ່າຫີນຍ້ອຍລຽນກັນເປັນແທ່ງມີຄວາມສັ້ນຍາວແຕກຕ່າງກັນຕາມລັກສະນະ ແລະ ໄລຍະເວລາການເກີດ. ຫີນຍ້ອຍດັ່ງກ່າວກໍາເນີດຂື້ນໄດ້ກໍ່ຍ້ອນວ່ານ້ຳທີ່ຊືມຜ່ານຫີນປູນຂອງໜ່ວຍພູນັ້ນມາຈາກນ້ຳຝົນທີມີກາກບອນດີອົກຊິດ(CO2)ທີ່ລະລາຍໃນນ້ຳຝົນກາຍເປັນເປັນອາຊິດກາກໂບນິກ(H2CO3)ມີຄຸນສົມບັດລະລາຍຫີນຫີນປູນ.ແລ້ວມັນຄ່ອຍໆຊືມຜ່ານລົງນຳຫີນປູນຢູ່ເທິງຖ້ຳພ້ອມກັບທຳປະຕິກິລິຍາກັບກາກໂບນັດການຊີ(CaCO3)ທີເປັນສ່ວນຫຼັກໆຂອງຫີນປູນ ກາຍເປັັນສານລະລາຍ ການຊີຮີໂດແຊນກາກໂບນັດ(Ca(HCO3)2 ແລ້ວໄຫຼໄປຕາມພື້ນເພດານຖໍ້າພ້ອມກັບຍ້ອຍເປັນໂຢດຊ້າໆພໍທີຈະເຮັດໃຫ້ທາດຫີນປູນທີ່ຕິດມາກັບນ້ຳນັ້ນແຂງຕົວທັນ ເທື່ອລະໜ້ອຍ ພໍເວລາຜ່ານຫຼາຍພັນປີ ຫີນທີ່ກໍ່ໂຕເທື່ອລະໜ້ອຍນັ້ນມີຂະໜາດຍາວຂືຶ້ນເລື້ອຍໆລຽງລາຍກັນຢ່າງສ່ວຍສົດງົດງາມ.ສ່ວນຫີນບາງແທ່ງກໍ່ບໍ່ມີນ້ຳໂຢດລົງແລ້ວ ແຕ່ກໍ່ມີບາງແທ່ງຍັງມີນໍ້າໂຢດລົງມາຢູ່.





                                   ຮູບທີ່ 7 ຫີນຍ້ອຍທີເກີດຂື້ນຢູ່ຖໍ້ານາງແອ່ນ 

•ລັກສະນະຫີນງອກເປັນໜາມໜໍ່ທີ່ກໍ່ຂຶ້ນຈາກພື້ນຖໍ້າ: ຈະມີລັກສະນະໃຫຍ່ກວ່າຫີນທີ່ກໍ່ໂຕຢູ່ເທິງຖໍ້າເຖິ່ງວ່າລັກສະນະການເກີດແມ່ນຄ້າຍຄືກັນໂດຍໂດຍມີນໍ້າເປັນໂຕນໍາທາດຫີນປູນມາ ຫີນທີ່ກໍ່ໂຕຈາກຢົດນໍ້າຢູ່ພື້ນຖ້ຳຈະມີຂະໜາດໃຫຍ່ກວ່າຫີນທີ່ເກີດຂຶ້ນຢູ່ເທິງຖ້ຳກໍ່ຍ້ອນວ່ານ້ຳທີ່ຕົກລົງມາຈາກປາກຖ້ຳທີ່ມີຄວາມສູງພໍສົມຄວນເຮັດໃຫ້ຢາດນ້ຳກະຈາຍເປັນວົງກ້ວາງ ຈຶ່ງມີການເລິ່ມຕົ້ນກໍ່ໂຕເປັນຫີນຈາກວົງກວ້າງແລະນອກຈາກນີ້ຫີນທີ່ເກີດຢູ່ພື້ນຖໍ້າມັນກໍ່ຕົວມາຈາກການຍ້ອຍຂອງນໍ້າຫຼາຍໆບ່ອນເຮັດໃຫ້ຫີນບາງກ້ອນມີຂະໜາດໃຫຍ່,ເສັ້ນຜ່າໃຈກາງຫຼາຍແມັດ.






                                  ຮູບທີ່ 8 ຫີນງອກທີ່ເກີດຂື້ນໃນຖໍ້ານາງແອ່ນ 

•ລັັກສະນະຂອງຫີນຊັ້ນທີ່ພົບເຫັນພາຍໃນຖ້ຳ:ໂດຍທົ່ວໄປແລ້ວຫີນທີ່ຖືກທັບຖົມເປັນເວລາດົນນານຈະລຽງຕົວກັນເປັນຫີນຊັ້ນພ້ອມກັນນັ້ນຍັງມີຄວາມແໜ້ນແລະຫຍາບເປັນພິເສດອີກດ້ວຍ.







                                ຮູບທີ່ 9 ຫີນຊັ້ນທີປາກົດພາຍໃນຖໍ້ານາງແອ່ນ 

ນອກນີ້ແລ້ວຍັງມີອີກຫຼາຍລັກສະນະຂອງຫີນທີ່ຊັບຊ້ອນປາກົດຢູ່ພາຍໃນຖໍ້ານາງແອ່ນຍ້ອນຖືກນ້ຳສຽດເຊາະ.ສ່ວນຫີນທີ່ພົບເຫັນຢູ່ນອກຖ້ຳຈະມີຄວາມແຂງຫຼາຍຍ້ອນໄດ້ຮັບອິດທິພົນຈາກແສງແດດ.







                    ຮູບທີ່ 10 ແຜນວາດຂະບວນການທາງເຄມີຂອງການເກີດຫີນຍ້ອຍຫີນງອກ 
 5.3 ລັກສະນະຂອງດິນ 

ສຳຫຼັບດິນທີ່ພົບເຫັນຢູ່ພາຍໃນຖ້ຳນາງແອ່ນນັ້ນສ່ວນຫຼາຍແມ່ນດິນຕະກອນຊຶ່ງເກີດມາຈາກການຜຸພັງຂອງຫີນແລະເສດຫີນຕ່າງໆພາຍໃນຖ້ຳເປັນຫຼັກໆ.ນອກຈາກນີ້ດີນທີ່ພົບເຫັນພາຍໃນຖ້ຳນັ້ນຍັງມາຈາກພາກສ່ວນອື່ນໆອີກເຊັ່ນ:ມາຈາກມູນສັດທີ່ເຄີຍອາໃສຢູ່ທີ່ນັ້ນມາກ່ອນ ເປັນຕົ້ນແມ່ນນົກຊະນິດຕ່າງໆແລະເຈຍ,ດິນທີ່ມາຈາກການພັດພາຂອງລົມ,ສາຍນ້ຳພາຍໃນຖ້ຳແລະພາກສ່ວນອື່ນໆ. ສ່ວນດິນທີ່ຢູ່ບໍລິເວນພາຍນອກເຂດຖ້ຳນາງແອ່ນນັ້ນ ແມ່ນຖືວ່າມີຄວາມ ອຸດົມສົມບູນສົມຄວນ,ມີແຮ່ທາດພຽງພໍລໍ່ລ້ຽງພືດພັນທີ່ເກີດຂື້ນໃນບໍລິເວນນັ້ນຢ່າງໜາແໜ້ນ,ເປັນດິນທີ່ມີຄວາມຊຸ່ມສູງເພາະເຂດດັ່ງກ່າວໄດ້ຮັບປະລິມານນ້ຳຝົນຫຼາຍໃນແຕ່ລະປີ.

 5.4 ລັກສະນະຂອງນໍ້າ ນໍ້າທີ່ປາກົດໃນຖ້ຳນາງແອ່ນນັ້ນມີລັກສະນະທົ່ວໄປຄ້າຍຄືກັບຖໍ້າຫຼາຍໆຖໍ້າທີ່ມີສາຍນໍ້າໄຫຼຜ່ານໂດຍມີລັກສະນະເດັ່ນໆດັ່ງນີ້: 

•ລັກສະນະສາຍນ້ຳທີໄຫຼຜ່ານຖ້ຳ: ຖ້ຳນາງແອ່ນເປັນຖ້ຳທີ່ມີສາຍນ້ຳໄຫຼຜ່ານຈາກທິດຕາເວັນຕົກຫາທິດຕາເວັນອອກ ປະມານ 1.2 Km,ຂະໜາດຂອງສາຍນ້ຳຢູ່ທາງຝາກຖ້ຳເບື້ອງຕາເວັນຕົກຈະມີຄວາມກວ້າງກວ່າຫຼາຍແລະຈະຄ່ອຍໆແຄບເຂົ້າມາທາງທິດຕາເວັນອອກແຕ່ກໍ່ຍັງສາມາດລ່ອງເຮືອຂະໜາດນ້ອຍທ່ຽວຊົມຖ້ຳຈາກທິດຕາເວັນອອກຫາທິດຕາເວັນຕົກໄດ້.ສາຍນ້ຳດັ່ງກ່າວມີນ້ຳບັນຈຸແລະໄຫຼຢູ່ຕະຫຼອດປີ ໃນລະດູແລ້ງເຖິງຈະມີປະລິມານຂອງນ້ຳທີ່ໄຫຼຄ່ອຍແຕ່ພາຍໃນຖ້ຳຍັງຄົງເລິກຢູ່ແລະຍັງສາມາດນຳໃຊ້ເຮືອຂະໜາດນ້ອຍລ່ອງໄດ້ປົກກະຕິ.ສາຍນ້ຳດັ່ງກ່າວໄຫຼລອດພື້ນປາກຖ້ຳມາຕາມຕີນພູດ້ານຊ້າຍມືຂອງປາກຖ້ຳດ້ານຕາເວັນອອກກາຍມາເປັນຫ້ວຍຮ່ອງຂະໜາດນ້ອຍແຕ່ມີປະລິມານນ້ຳໃສ,ເຢັນໄຫຼຕະລອດປີເໝາະສົມແກ່ການໃຊ້ດຳລົງຊີວິດຂອງສັດຫຼາຍຊະນິດ. •ລັກສະນະຂອງນ້ຳທີ່ຍ້ອຍມາຈາກເພດານຖ້ຳ: ເວລາມີຝົນຕົກໃນລະດູຝົນ ປະລິມານນນໍ້າຝົນທີ່ໜ່ວຍພູໄດ້ຮັບຢູ່ເລື້ອຍໆນັ້ນຈະຄ່ອຍໆຊືມຜ່ານຫີນ,ດີນ ຢ່າງຊ້າໆຢູ່ໜ່ວຍພູຈາກເທິງລົງລຸ່ມ,ຕົ້ນໄມ້ເປັນພາກສ່ວນທີ່ດູດຊືມ,ກັກເກັບນໍ້ຳຈາກຝົນໄດ້ເປັນຢ່າງດີ,ດັ່ງນັ້ນພາຍໃນໜ່ວຍພູຈື່ງມີປະລິມານນ້ຳຊືມຢູ່ຕະຫຼອດປີ,ນ້ຳທີຍ້ອຍອອກມາຈາກເພດານຖ້ຳຈື່ງມາຈາກພາກສ່ວນດັ່ງກ່າວ.ນ້ຳທີຍ້ອຍອອກມາຈາກເພດານຖ້ຳນັ້ນຈະມີຄວາມໃສສະອາດເປັນພິເສດຍ້ອນໄດ້ຮັບການກັ່ນຕອງຢ່າງດົນນານຈາກການຊືມຜ່ານຫີນຫຼາຍໆຊັ້ນ,ລັກສະນະເຊັ່ນດຽວກັນກັບທີ່ມາອັນດຽວຂອງນ້ຳທີ່ໄຫຼຊືມອອກມາທາງຂ້າງຂອງຖ້ຳ.







                       ຮູບທີ່ 11 ສາຍນ້ຳທີໄຫຼຜ່ານຖ້ຳນາງແອ່ນທາງພາຍໃນຖ້ຳແລະພາຍນອກ 








   ຮູບທີ່ 12 ນໍ້າທີ່ຊືມອອກມາຈາກຜະໜັງທາງຂ້າງຂອງຖໍ້ານາງແອ່ນ 


  5.5 ລັກສະນະພູມອາກາດ 

ຢູ່ພາຍໃນຖ້ຳອາກາດເຢັນດີມີຄວາມຊຸ່ມຊື່ນ ພ້ອມທັງມີຄວາມກົດດັນສູງແລະມີລົມພັດຜ່ານຢູ່ຕະຫຼອດເວລາ. ຢູ່ປາກຖໍ້າດ້ານຕາເວັນອອກມີລົມເຢັນພັດອອກຢ່າງແຮງຕະຫຼອດເວລາສາເຫດທີ່ພາໃຫ້ເກີດປາກົດການດັ່ງກ່າວມີສອງປັດໃຈຫຼັກໆຄື: •ຖ້ຳນາງແອ່ນເປັນຖ້ຳຊອດລະຫວ່າງປາກຖ້ຳດ້ານຕາເວັນອອກແລະປາກຖ້ຳດ້ານຕາເວັນຕົກ ປາກຖໍ້າດ້ານຕາເວັນຕົກເປັນປາກຖ້ຳທີ່ມີຄວາມກວ້າງໃຫຍ່ຫຼາຍ ຕ່າງຈາກປາກຖໍ້າດ້ານຕາເວັນອອກເຊີ່ງມີຂະໜາດນ້ອຍ ລົມທີ່ມາກະທົບໃສ່ເຈີ້ຍພູດ້ານຕາເວັນຕົກທີ່ເປັນປາກຖ້ຳກວ້າງເມື່ອລົມພັດຜ່ານມາຮອດປາກຖ້ຳດ້ານຕາເວັນອອກທີ່ເປັນປາກຖ້ຳທີ່ແຄບລົມຈະມີຄວາມແຮງຂື້ນເລືື້ອຍໆຈື່ງເຮັດໃຫ້ຄວາມແຮງຂອງລົມເພີ້ມຂຶ້ນ •ຍ້ອນຢູ່ບໍລິເວນພາຍໃນຖ້ຳມີຄວາມກົດດັນອາກາດສູງກວ່າບໍລິເວນນອກຖ້ຳທີ່ມີຄວາມກົດດັນອາກາດຕ່ຳກວ່າ ສະນັ້ນເວລາໃດອາກາດກໍ່ຈະເຄຶ່ອນທີ່ຈາກບ່ອນທີ່ມີຄວາມກົດດັນອາກາດສູງພາຍໃນຖ້ຳອອກມາສູ່ພາຍນອກຖ້ຳເຊີ່ງມີຄວາມກົດດັນອາກາດຕ່ຳກວ່າ.

ສຳລັບພູມອາກາດຢູ່ບໍລິເວນເຂດອ້ອມແອ້ມຖ້ຳນາງແອ່ນເປັນພູມອາກາດຮ້ອນຊຸ່ມມີປະລີມານນ້ຳຝົນຕົກຫຼາຍໃນແຕ່ລະປີ.ມີສອງລະດູຄືລະດູແລ້ງແລະລະດູຝົນ.   5.6 ຂະບວນວິວັດທາງທໍລະນີວິທະຍາ 

•ພະລັງແປຮູບພາຍນອກ: ຖໍ້ານາງແອ່ນເວລາໃດກໍ່ຖືກກະທົບຈາກແສງແດດ,ລົມ,ອຸນຫະພູມແລະຖືກການສຽດເຊາະຈາກນ້ຳຝົນຢູ່ເລື້ອຍໆເຮັດໃຫ້ສະພາບຂອງຖ້ຳນາງແອ່ນປ່ຽນແປງໄປຕາມເວລາຢ່າງຊ້າໆໂດຍສະເພາະການສຽດເຊາະຫຼັກໆແມ່ນເກີດຈາກນ້ຳທີ່ເຮັດໃຫ້ຖ້ຳແປປ່ຽນໄປຕາມສະພາບຢ່າງເຫັນໄດ້ຊັດເຈນເຊັ່ນການໄຫຼຂອງນ້ຳແລະການຍ້ອຍຂອງນ້ຳ ນອກນີ້ການພັດຂອງລົມທີ່ພັດລ່ວງຖໍ້າຕະຫຼອດເວລາໄດ້ກະທົບພູມສັນຖານຂອງຖ້ຳເຮັດໃຫ້ພູມສັນຖານຂອງຖ້ຳຄ່ອຍໆຜຸພັງລົງມາເພື່ອລະນ້ອຍໄດ້ເຊັ່ນກັນ ສະນັ້ນການເກີດເປັນຖ້ຳຂອງຖ້ຳນາງແອ່ນທີ່ເຮັດເຫັນປັດຈຸບັນແມ່ນເກີດມາຈາກຂະບວນການດັ່ງກ່າວສ່ວນໜື່ງອີກດ້ວຍ. •ພະລັງແປຮູບພາຍໃນ: ຈາກການເຄື່ອນເໜັງທີ່ມາຈາກແຮງດັນໃນຂະນະທີ່ເກີດການປ່ຽນແປງລັກສະນະໂຄງສ້າງຂອງແຜ່ນເປືອກໂລກເກີດການເຄື່ອນເຂົ້າປະທະກັນຂອງແຜ່ນເປືອກໂລກຫຼືການມຸດຕົວຂອງແຜ່ນເປືອກໂລກເຊີ່ງເຫດການລັກສະນະນີ້ສົ່ງຜົນໃຫ້ເກີດມີຫີນປູນໃຫຍ່ພົ້ນຂື້້ນບໍລິເວນດັ່ງກ່າວແລະກາຍເປັນພູຫີນທີ່ມີຄວາມສູງແລະໃຫຍ່ໂດຍສະເພາະພູທີ່ຖ້ຳນາງແອ່ນຕັ້ງຢູ່ນັ້ນແມ່ນເກີດຂື້ນມາດົນນານກ່ອນທີ່ຈະມີຂະບວນການກຳເນີດຖ້ຳ ໝາຍຄວາມວ່າປັດຈຸບັນເປືອກໂລກສ່ວນນີ້ໄດ້ມີການຢຸດການເຄື່ອນເໜັງແລ້ວເຮັດໃຫ້ພະລັງແປຮູບພາຍໃນບໍ່ມີຜົນກະທົບໂດຍກົງຕໍ່ການຜຸພັງຂອງຖ້ຳນາງແອ່ນແລ້ວໃນປັດຈຸບັນ. •ພະລັງນອກໂລກ: ເຂດບໍລິເວນຖໍ້ານາງແອ່ນຍັງບໍ່ມີນັກວິທະຍາສາດຫຼືນັກສໍາລວດຄົ້ນພົບການຕົກຂອງອຸກະບາດ,ດາວຫາງຕ່າງໆທີ່ມາຈາກກະວານນອກໂລກ ດັ່ງນັ້ນຂະບວນການກຳເນີດແລະການຄົງຕົວຂອງຖ້ຳນາງແອ່ນໃນປັດຈຸບັນບໍ່ມີສ່ວນກ່ຽວຂ້ອງກັບພະລັງງານນອກໂລກເລີຍ. 5.7 ລັກສະນະການສຽດເຊາະຂອງຫີນແລະດິນ ຈາການລົງພາກສະໜາມພາຍໃນຖ້ຳນາງແອ່ນເຊີ່ງເປັນໂຜ້ງຫີນຢູ່ພື້ນພູເຂົາຫີນແລະມີສາຍນ້ຳໄຫຼຜ່ານນັ້ນແມ່ນເຕັມໄປດ້ວຍການສຽດເຊາະຂອງຫີນແລະດີນຈາກການກະທົບ,ການໄຫຼຂອງນ້ຳແລະສະພາບແວດລ້ອມຕ່າງໆບໍ່ວ່າຈະເປັນລົມ,ນ້ຳແລະສາຍນ້ຳ,ຮ່ອງຮອຍທີ່ຍັງປາກົດໃຫ້ເຫັນຢູ່ໃນປັດຈຸບັນເຮັດໃຫ້ເຮົາຮູ້ໄດ້ວ່າໃນອະດິດກ່ອນໜ້ານີ້ຫຼາຍແສນປີແລ້ວສາຍນ້ຳຢູ່ສູງກວ່າລະດັບປັດຈຸບັນກວ່າ 10 m ພາຍໃນຖ້ຳທັງນີ້ກໍ່ຍ້ອນວ່າມີຮ່ອງຮອຍການສຽດເຊາະຂອງນ້ຳກະທົບໃສ່ຫີນແລະຮ່ອງຮອຍທາງສາຍນ້ຳຜ່ານຢູ່ສູງກວ່າລະດັບທີ່ເຮົາເຫັນໃນປັດຈຸບັນຫຼາຍ ໝາຍຄວາມວ່າຍິ່ງເວລາດົນຫຼາຍເທົ່າໃດນ້ຳແລະສາຍນ້ຳດັ່ງກ່າວກໍ່ຍິ່ງສຽດເຊາະຫີນແລະດິນລົງເປັນວົງກວ້າງແລະເລິກລົງເລື້ອຍໆຢ່າງຊ້າໆຕາມສະພາບແວດລ້ອມ,ຕາມເວລາຂອງການສຽດເຊາະ,ຄວາມແຮງແລະປະລິມານຂອງນ້ຳທີ່ໄຫຼຢູ່,ດິນທີ່ປະປົນຢູ່ກັບຫີນບາງສ່ວນກໍ່ລະລາຍໃນນ້ຳເປັນແຮ່ທາດຖືກສາຍນ້ຳພັດພາໄປ,ພາກສ່ວນທີ່ເປັນຟຸ່ນລະອອງທີ່ເກາະຢູ່ຕາມຫີນກໍ່ຖືກສາຍລົມພັດພາໄປເຊັ່ນດຽວກັນ.




      ຮູບທີ່ 13 ຮ່ອງຮອຍຫີນທີ່ຖືກສຽດເຊາະຈາກນໍ້າໃນອະດີດຂອງຖໍ້ານາງແອ່ນ   5.8 ລັກສະນະການຜຸພັງຂອງຫີນ 

ຄຽງຄູ່ກັບຂະບວນການກຳເນີດຖ້ຳນັ້ນກໍ່ພ້ອມໆເກີດມີປາກົດການໜື່ງຄືຂະບວນການຜຸພັງຂອງຫີນທີ່ມີການປ່ຽນແປງໄປສະພາບແວດລ້ອມແລະການເວລາເລື້ອຍໆເລີ່ມຈາກຮອຍແຕກຮອຍແຍກຂອງຫີນປູນຂະຫຍາຍຂື້ນເລື້ອຍໆຈົນກາຍມາເປັນຖ້ຳຂະໜາດໃຫຍ່ການທີ່ເກີດເຊັ່ນນີ້ກໍ່ຍ້ອນວ່າການເຊື່ອມສະຫຼາຍແລະການຫລຸ້ຍຫ້ຽນຂອງຫີນເຊີ່ງເປັນຫີນປູນ(Caco3)ມີຄຸນສົມບັດລະລາຍໃນນ້ຳໄດ້ດີ ຫີນປູນທີ່ຖືກຜຸພັງຈະຖືກນ້ຳພັດພາໄປໃນລັກສະນະຂອງທາດລະລາຍເທື່ອລະນ້ອຍແລະໃນປັດຈຸບັນຂະບວນການດັ່ງກ່າວກໍ່ຍັງຄົງດຳເນີນຢູ່ຕະຫຼອດເວລາ ຂະບວນການດັ່ງກ່າວສາມາດເຂົ້າໃຈໄດ້ໃນຮູບທີ່ 6 ຂະບວນການກໍາເນີດຖໍ້າໃນຂໍ້ 4.1

 5.9 ລັກສະນະຂອງພືດພັນທີ່ກໍາເນີດ 

ຂອບເຂດບໍລິເວນພາຍນອກຂອງຖໍ້ານາງແອ່ນປົກຄຸມໄປດ້ວຍປ່າປະສົມທີ່ເກີດຂື້ນຢ່າງໜາແໜ້ນຕາມໜ່ວບພູແລະບໍລີເວນອ້ອມແອ້ມໜ່ວຍພູເປັນວົງກວ້າງພືດເຫຼົ່ານັ້ນເປັນພືດເຂດຮ້ອນຊຸ່ມທີ່ເກີດຂື້ນເອງຕາມທຳມະຊາດ ສ່ວນຫຼາຍເປັນພືດທີ່ບໍ່ໃຫ້ໝາກພືດຕົ້ນສູງ,ຈາກຄວາມອຸດົມສົົົົົມບູນຂອງຊັບພະຍາກອນທຳມະຊາດໂດຍສະເພາະຊັບພະຍາກອນປ່າໄມ້ຈື່ງເໝາະແກ່ການດຳລົງຊີວິດຂອງສັດປ່າ, ສັດທີ່ດຳລົງຊີວິດຢູ່ເຂດນັ້ນສ່ວນຫຼາຍເປັນສັດທີ່່ນ້ອຍເຊັ່ນ: ກະຈ້ອນ,ກະແຕ,ໜູ,ນົກ...ປ່າໄມ້ດັ່່ງກ່າວຍັງເອື້ອເຟື້ອໃຫ້ເຂດບໍລິເວນອ້ອມຮອບຖ້ຳໂດຍສະເພາະທາງໜ້າປາກຖ້ຳດ້ານຕາເວັນອອກເປັນສະຖານທີ່ພັກຜ່ອນຂອງນັກທ່ອງທ່ຽວຍ້ອນເຂດນີ້ເປັນເຂດອາກາດເຢັນບໍລິສຸດທັງນີ້ກໍ່ຍ້ອນປ່າໄມ້ທີ່ຕຶບໜາບໍລິເວນດັ່ງກ່າວຄາຍອົົກຊີແຊນອອກມາໃນປະລີມານຫຼາຍພໍສົມຄວນເຊິ່ງເຮັດໜ້າທີ່ເປັນເຄື່ອງປັບອາກາດໃນເຂດບໍລິເວນຖ້ຳນາງແອ່ນໄດ້ເປັນຢ່າງດີ.







 ຮູບທີ 14 ພືດພັນທີ່ເກີດຂື້ນບໍລິເວນຖໍ້າ 

ຂຽນໂດຍ: 1. ທ. ທັດສະນີ ຊານຸບານ

Tags:

🔥 Trending searches on Wiki ລາວ:

ປະເທດເກົາຫຼີມິສເຕີອິນເຕີຣ໌ເນຊັນແນລລາວລະບົບປະຕິບັດການແອນດຣອຍດ໌ອິນເຕີເນັດ14 ມີນາເນື້ອຫາເສລີຫງວຽນກວາງຮ່ວາຍ (ນັກເຕະບານ, ເກີດປີ 1997)ປີໃໝ່ລາວລາຍຊື່ປະເທດຮຽງຕາມຈຳນວນປະຊາກອນງານບຸນ ແລະ ງານປະເພນີຕ່າງໃນລາວຄວາມລົ້ມເຫຼວຂອງຕະຫຼາດ.bs11 ກຸມພາເຕະບານການສຶກສາມິສເຕີໂກລໂບ້ວລາວ ພຣີເມຍລີກສາສະໜາອິສະລາມພາສາທະມິນຫໍພິພິທະພັນແຫ່ງຊາດຫຼວງພະບາງເຄື່ອງໝາຍຊາດລາວຣີໂອເດຈາເນໂຣHalo effectທະນາຄານແຫ່ງ ສປປ ລາວອາຊີຕາເວັນອອກສຽງໃຕ້ສຳປະສິດຈິນີສະຫະປະຊາຊາດເສດຖະກິດສັງຄົມພາສາແປກວັນນະຄະດີມະຫາສະໝຸດກຸ່ມປະເທດລາວປະເທດຊາດເຮືອນປ່າ​ສະ­ຫງວນ​ແຫ່ງ​ຊາດພູ​ຫີນ​ປູນປະເທດເມັກຊິໂກບາຣັກ ໂອບາມາພາສາຫວຽດນາມປະຫວັດພຣະທາດຫລວງສະໄໝກາງອຳນາດນິຕິບັນຍັດປະເທດການພຽງພອນເໝັນຊີວິດເຕັກໂນໂລຊີຂໍ້ມູນຂ່າວສານວາລາດິເມຍ ເລນິນຄອມພິວເຕີຈໍາລອງເລເຈບ ໄຕຢິບ ແອໂດກັນ26 ມີນາ.glພາສາໄທຫີປະເທດກຳບີເມືອງສີສັດຕະນາກເມືອງຫົງສາບາງກອກສະຫະລັດອາເມຣິກາເອກະລາດສົມເດັດພະລາຊາທິບໍດີມູຮຳມັດທີ່ 6 ແຫ່ງໂມຣັອກໂຄສັດລ້ຽງລູກດ້ວຍນ້ຳນົມISO 4217ໜ້າຫຼັກLao Airlines Flight 30113 ພຶດສະພາຈູມມະລີ ໄຊຍະສອນ🡆 More