ແຂວງໜອງບົວລຳພູ (ໄທ: จังหวัดหนองบัวลำภู, ໄທນ້ອຍ: , ທຳອີສານ: , ອັງກິດ: Nongbua Lamphu Province, ຈີນ: 農磨喃普府 Nóng mó nán pǔ fǔ) ເປັນແຂວງໃນພາກຕາເວັນອອກສຽງເໜືອຕອນເທີງຂອງປະເທດໄທ ເປັນໜຶ່ງໃນສາມແຂວງທີ່ແຍກຕົວອອກມາຈາກແຂວງອຸດອນທານີ ພ.ສ.
໒໕໓໖ ພ້ອມກັນກັບແຂວງອຳນາດຈະເລີນແລະແຂວງສະແກ້ວ
ໜອງບົວລຳພູ ໜອງບົວລຸ່ມພູ, ກະມຸດທາໄສບຸລີລົມ, ນະຄອນເຂື່ອນຂັນກາບແກ້ວບົວບານ | |
---|---|
ແຂວງ | |
ແຜນທີ່ໜອງບົວລຳພູ | |
ປະເທດ | ປະເທດໄທ |
ພູມິພາກ | ຕາເວັນອອກສຽງເໜືອ |
ກໍ່ຕັ້ງ | ພ.ສ. 2302 |
ຈັດຕັ້ງ (ແຂວງ) | 1 ທັນວາ ພ.ສ. 2536 |
ຫ້ອງການແຂວງ | ຫ້ອງການແຂວງໜອງບົວລຳພູ ຖະໜົນໜອງບົວລຳພູ-ເລີຍ ຕຳບົນລຳພູ ເມືອງໜອງບົວລຳພູ ແຂວງໜອງບົວລຳພູ 39000 |
ການປົກຄອງ | |
• ປະເພດ | ແຂວງ |
• ເຈົ້າແຂວງ | ສິວະພອນ ສິ່ວສະຫວັດ |
ພື້ນທີ່ | |
• ແຂວງ | 3,859.086 ຕລ.ກມ. ( | 1,500 ຕລ.ໄມລ໌)
• ລວມຂອບເຂດ | 7,761.6 ຕລ.ກມ. ( | 3,000 ຕລ.ໄມລ໌)
ຄວາມສູງ | 200 ແມັດ ( | 660 ຟຸດ)
ປະຊາກອນ (ພ.ສ. 2562) | |
• ແຂວງ | 512,780 ຄົນ |
• ຄວາມໜາແໜ້ນ | 344.1 ຄົນ/ຕລ.ກມ. (132.87 ຄົນ/ຕລ.ໄມລ໌) |
• ລວມເຂດ | 21,819 ຄົນ |
• ຄວາມໜາແໜ້ນລວມຂອບເຂດ | 552.38 ຄົນ/ຕລ.ກມ. (213.275 ຄົນ/ຕລ.ໄມລ໌) |
ເຂດເວລາ | UTC+7 (Thailand) |
ລະຫັດໄປສະນີ | 39000 |
ລະຫັດພື້ນທີ່ | 042 |
ໂທລະສັບ | (+66) 0 4231 6680-1 |
ເວັບໄຊ | http://www.nongbualamphu.go.th/ |
1. ທ່ານປຣະພາ ຍຸວະນົນ | 1 ທັນວາ ພ.ສ. 2536 - 30 ມິຖຸນາ ພ.ສ. 2537 |
2. ທ່ານຂວັນໄຊ ວະສະວົງ | 1 ຕຸລາ ພ.ສ. 2537 - 30 ເມສາ ພ.ສ. 2540 |
3. ທ່ານນິຄົມ ບູລະນະພັນສີ | 1 ພຶດສະພາ ພ.ສ. 2540 - 16 ເມສາ ພ.ສ. 2541 |
4. ທ່ານນິຣັດ ວັດຈະນະພູມ | 17 ເມສາ ພ.ສ. 2541 - 30 ກັນຍາ ພ.ສ. 2542 |
5. ທ່ານປັນຍາຣັດ ປານທອງ | 1 ຕຸລາ ພ.ສ. 2542 - 30 ກັນຍາ ພ.ສ. 2544 |
6. ທ່ານສຸຂຸມຣັດ ສາຣິບຸດ | 1 ຕຸລາ ພ.ສ. 2544 - 30 ກັນຍາ ພ.ສ. 2546 |
7. ທ່ານຈາລຶກ ປະລິນຍາພົນ | 1 ຕຸລາ ພ.ສ. 2546 - 30 ກັນຍາ ພ.ສ. 2547 |
8. ທ່ານຕໍ່ພົງ ອ່ຳພັນ | 1 ຕຸລາ ພ.ສ. 2547 - 4 ມິຖຸນາ ພ.ສ. 2549 |
9. ທ່ານໄພຣັດ ສະກົນພັນ | 5 ມິຖຸນາ ພ.ສ. 2549 - 30 ກັນຍາ ພ.ສ. 2550 |
10. ທ່ານເດຊາ ຕັນຕິຍະວະຣົງ | 1 ຕຸລາ ພ.ສ. 2550 - 5 ພຶດສະພາ ພ.ສ. 2551 |
11. ທ່ານອະທິພົງ ສຸວັນນະພົງ | 6 ພຶດສະພາ ພ.ສ. 2551 - 30 ກັນຍາ ພ.ສ. 2552 |
12. ທ່ານສົມສັກ ສຸວັນນະສຸດຈະຫຼິດ | 1 ຕຸລາ ພ.ສ. 2552 - 30 ກັນຍາ ພ.ສ. 2553 |
13. ທ່ານວິໄນ ບົວປຣະດິດ | 1 ຕຸລາ ພ.ສ. 2553 - 27 ພຶດສະຈິກ ພ.ສ. 2554 |
14. ທ່ານຣະພີ ຜ່ອງບຸບພະກີດ | 28 ພຶດສະຈິກ ພ.ສ. 2554 - 30 ກັນຍາ ພ.ສ. 2556 |
15. ທ່ານຊະຍະພົນ ທິຕິສັກ | 1 ຕຸລາ ພ.ສ. 2556 - 1 ກຸມພາ ພ.ສ. 2558 |
16. ທ່ານອຳນວຍ ຕັ້ງຈະເລີນໄຊ | 2 ກຸມພາ ພ.ສ. 2558 - 30 ກັນຍາ ພ.ສ. 2558 |
17. ທ່ານພະສິນ ໂກມົນວິດ | 1 ຕຸລາ ພ.ສ. 2558 - 30 ກັນຍາ ພ.ສ. 2559 |
18. ທ່ານທະນາກອນ ອຶ້ງຈິດໄພສານ | 1 ຕຸລາ ພ.ສ. 2559 - 30 ກັນຍາ ພ.ສ. 2561 |
19. ທ່ານໄຊທະວັດ ນຽມສິຣິ | 1 ຕຸລາ ພ.ສ. 2561 - 30 ກັນຍາ ພ.ສ. 2562 |
20. ທ່ານສົມເຈດ ຈົງສຸພະວິສານກິດ | 1 ຕຸລາ ພ.ສ. 2562 - 30 ກັນຍາ ພ.ສ. 2563 |
21. ທ່ານສິວະພອນ ສົ່ວສະຫວັດ | 1 ຕຸລາ ພ.ສ. 2563 - 30 ກັນຍາ ພ.ສ. 2565 |
22. ທ່ານສຸວິດ ຈັນຫວນ | 2 ທັນວາ ພ.ສ. 2565 - 30 ປັດຈຸບັນ |
ແຂວງໜອງບົວລຳພູ ມີອານາເຂດຕິດຕໍ່ດັງນີ້
ແຂວງໜອງບົວລຳພູ ເຄີຍເປັນທີ່ຢູ່ຂອງມະນຸດຕັ້ງແຕ່ສະໄໝກ່ອນປະຫວັດສາດ ຈາກຫຼັກຖານການຂຸດພໍ້ໃນແຫຼ່ງບູຮານຄະດີກຸດກວາງສ້ອຍ-ກຸດຄໍ້ເມີຍ ຂຸດພໍ້ໂຄງກະດູກມະນຸດ ກຳໄລສຳລິດ ກຳໄລຫີນ ແມ່ພິມເຮັດມາຈາກຫີນຊາຍເອົາໄວ້ຜະລິດຫົວຂວານສຳລິດ ເຄື່ອງມືເຫຼັກ ລູກປັດແກ້ວ ເປັນຕົ້ນ ອາຍຸປະມານ 2500 ປີ ບ່ອນຂຸດພໍ້ຢູ່ບ້ານກຸດກວາງສ້ອຍແລະບ້ານກູດຄໍ້ເມີຍ ເມືອງໂນນສັງ ໃກ້ກັບຕີນພູພານດ້ານທິດຕາເວັນຕົກແລະຕີນພູເກົ້າດ້ານທິດຕາເວັນອອກ ເຊີ່ງແຫຼ່ງບູຮານຄະດີທັ້ງສອງນີ້ມີອາຍຸໃກ້ຄຽງກັບວັດທະນະທຳບ້ານຊຽງ ອຸດອນທານີ
ປະມານ ພ.ສ. 1100 - ພ.ສ. 1500 ໃນບໍລິເວນແຂວງໜອງບົວລຳພູໄດ້ພໍ້ວັດຖຸບູຮານສະໄໝທະວານວາດີ ເຊັ່ນ ໃບສີມາຢູ່ພູນ້ອຍ ວັດພະທາດເມືອງພິນ ເມືອງນາກາງ ແລະວັດປ່າໂນນຄຳວິເວກ ເມືອງສຸວັນນະຄູຫາ
ປະມານ ພ.ສ. 1500 - ພ.ສ. 1700 ໃນບໍລິເວນແຂວງໜອງບົວລຳພູໄດ້ຮັບວັດທະນະທຳຂະແມ ພໍ້ບູຮານສະຖານແລະບູຮານວັດຖຸທີ່ເປັນສິນລະປະຂະແມ ເຊັ່ນ ຖານສິມທີ່ເປັນສິລາແລງ ສິລາຈາເລກວັດພະທາດເມືອງພິນ ເມືອງນາກາງ ແລະຕົວໜັງສືຂະແມບູຮານທີ່ວັດປ່າໂນນຄຳວິເວກ ເມືອງສຸວັນນະຄູຫາ
ພ.ສ. 1796 - ພ.ສ. 1961 ໃນສະໄໝສຸໂຂໄທ ເປັນສະໄໝອານາຈັກລ້ານຊ້າງສ້າງຕັ້ງໃນບໍລິເວນນ້ຳຂອງ ເຊີ່ງກົງກັບສະໄໝພະເຈົ້າຟ້າງຸ້ມແລະພະເຈົ້າສາມແສນໄທ ພື້ນທີ່ສ່ວນຫຼາຍຂອງພາກຕາເວັນອອກສຽງເໜືອໄດ້ຮັບອິດທິພົນແລະຢູ່ໃນຂົງເຂດອານາຈັກລ້ານຊ້າງຄອບຄຸມພາກຕາເວັນອອກສຽງເໜືອຕອນເທີງໄປຫາແອ່ງໂຄຣາຊ ແລະກະຈາຍຊຸມຊົນຫາແອ່ງສະກົນນະຄອນຮອດບໍລິເວນພຣະທາດພະນົມແລະຕອນເທີງຂອງເຂດແດນຂະເໝນ ປັດຈຸບັນເອີ້ນວ່າ ອີສານໃຕ້ (ອີສານ ແປວ່າ ຕະເວັນອອກສຽງເໜືອ ຕາມຄວາມຫມາຍຂອງພາສາໄທ) ພື້ນທີ່ໃນແຂວງໜອງບົວລຳພູໄດ້ຮັບອິດທິພົນລ້ານຊ້າງເຊີ່ງແພ່ຫຼາຍບໍລິເວນແອ່ງສະກົນນະຄອນ ແລະຮັບສາດສະໜາພຸດລັດທິລັງກາວົງ ຫຼືນິກາຍເຖລະວາດ ເປັນສາດສະໜາປະຈຳເມືອງຕາມຜູ້ປົກຄອງອານາຈັກ
ປະມານ ພ.ສ. 2016 ພະເຈົ້າໄຊຍະເສດຖາ ຜູ້ປົກຄອງເມືອງສີສັດຕະນາຄະນະຫຸດ (ศรีสัตนาคนหุต) ຫຼືເມືອງວຽງຈັນ ໄດ້ນຳລາດສະດອນອົບພະຍົບຈາກເມືອງຫຼວງພະບາງແລະວຽງຈັນມາຊອກບ່ອນອາໄສໃນບໍລິເວນແຂວງໜອງບົວລຳພູ ເຊີ່ງຢູ່ໃນລະຫວ່າງຊ່ວງສ້າງພຣະທາດສີສອງຮັກກໍ່ແມ່ນຍັງຢູ່ໃນຂົງເຂດອານາຈັກລ້ານຊ້າງ ແມ່ນມີຫຼັກຖານປາກົດໃນຫຼັກສິລາຈາເລກແລະໄດ້ສ້າງພະພຸດທະຮູບໄວ້ໃນຖ້ຳສຸຫວັນນະຄູຫາ ເມືອງສຸວັນນະຄູຫາ ແລະພາລາດສະດອນມາສ້າງຕັ້ງນະຄອນໜອງບົວລຳພູຂຶ້ນໃໝ່ໃກ້ແຄມໜອງບົວ ຫຼືໜອງຊຳຊ້າງ ເຊີ່ງເປັນເມືອງເກົ່າໃນສະໄໝຂະແນຍັງມີອິດທິພົນໃນບໍລິເວນນີ້ ພະເຈົ້າໄຊຍະເສດຖາ ໄດ້ສ້າງພະພຸດທະຮູບ ສິມ ແລະກຸດນ້ຳບໍລິເວນວັດສີຄູນເມືອງ (ປັດຈຸບັນຕັ້ງຢູ່ໃນເຂດເທດສະບານເມືອງໜອງບົວລຳພູ ໃກ້ກັບຕະຫຼາດແມ່ສຳນຽງ) ແລະປ່ຽນຊື່ໃໝ່ເປັນ "ເມືອງວຽງຈຳປານະຄອນກາບແກ້ວບົວບານ" ມີຖານະເປັນເມືອງເອກໜ້າດ່ານຂອງເມືອງວຽງຈັນດ້ານທິດຕາເວັນຕົກ ຄົນສ່ວນຫຼາຍມັກເອີ້ນ "ໜອງບົວລຸ່ມພູ"
ພ.ສ. 2117 ສະໄໝກຸງສີອະຍຸດທະຍາ ຊ່ວງໄທເສຍເອກະລາດເທື່ອທີ່ 1 ໃຫ້ພະມ້າສະໄໝພະເຈົ້າຫົງສາວະດີ ສົມເດັດພະມະຫາທຳມະຣາຊາທິຣາຊໄດ້ຊ່ວຍພະມ່າລົບກັບວຽງຈັນ ເຊີ່ງມີສົມເດັດພະນະເຣສວນມານຳພະບິດາ ເຊິ່ງໃນໄລຍະເວລານັ້ນພະເຈົ້າໄຊຍະເສດຖາໄດ້ສູນຫາຍໄປໃນລະຫວ່າງເຮັດສົງຄາມລົບກັບຍວນ ວຽງຈັນກໍ່ໄດ້ເກີດການຍາດແຍ່ງສົມບັດ ກອງທັບພະມ່າຈຶງສັ່ງໃຫ້ກອງທັບໄທໄປຊ່ວຍລົບກັບວຽງຈັນ ກອງທັບຂອງສົມເດັດພະມະຫາທຳມະຣາຊາທິຣາຊແລະສົມເດັດພະນະເຣສວນໄດ້ແວພັກນອນຢູ່ບໍລິເວນແຄມໜອງບົວ ເພາະມີທັດສະນີຍະພາບທີ່ງາມແລະມີໜອງນ້ຳເອົາໄວ້ໃຊ້ ແຕ່ລະຫວ່າງນັ້ນສົມເດັດພະນະເຣສວນໄດ້ເກີດປ່ວຍຍ້ອນໄຂ້ປ່າ ພະເຈົ້າຫົງສາວະດີໄດ້ຮັບຂ່າວຈຶງສັ່ງໃຫ້ສົມເດັດພະນະເຣສວນກັບມາປິ່ນປົວຕົວເອງ
ປະມານ ພ.ສ. 2302 ກົງກັບສະໄໝພະເຈົ້າເອກະທັດກະສັດອົງສຸດທ້າຍຂອງກຸງສີອະຍຸດທະຍາ ພະເຈົ້າສຸວັນປາງຄຳປາຫຼັງພ້ອມເສນາບະດີຈາກເມືອງຊຽງຮຸ້ງແລະພະວໍມີຖານະເປັນພະວໍຣະຣາຊພັກດີ ແລະພະຕາ ຊາວບ້ານຫີນໂງມ ຖານະເສນາບະດີຂອງພະເຈົ້າກຸງວຽງຈັນມາຕັ້ງແຕ່ສະໄໝພະເຈົ້າອະນຸວົງ ພະວໍພະຕາໄດ້ອົບພະຍົບລາດສະດອນຂ້າມຂອງມາສ້າງຕັ້ງຊຸມຊົນຢູ່ "ເມືອງວຽງຈຳປານະຄອນກາບແກ້ວບົວບານ" ໃຫ້ເປັນເມືອງໃໝ່ແລະປ່ຽນຊື່ເປັນ "ວຽງໃໝ່ນະຄອນເຂື່ອນຂັນກາບແກ້ວບົວບານ" ເຊີ່ງບໍ່ຂຶ້ນຕໍ່ເມືອງໃດ ມີຮີດຄອງປະເພນີ ມີກະສັດປົກຄອງ ມີກຳແພງຄູນ້ຳອ້ອມເມືອງພ້ອມກັບປະຕູເມືອງ ມີແມ່ນ້ຳແມ່ພະນຽງເປັນສາຍຫຼັກ ມີເມືອງໜ້າດ່ານເປັນຂອງຕັວເອງ ໄດ້ແກ່ ເມືອງນາດ້ວງ ພູວຽງ ຜາຂາວ ພັນນາ ລາດສະດອນແລະຊ້າງດ່ອນຄູ່ວຽງ
ປະມານ ພ.ສ. 2310 ກົງກັບຕົ້ນສະໄໝສົມເດັດພະເຈົ້າຕາກສິນ ເຈົ້າເມືອງວຽງຈັນຍົກທັບມາຕີພະວໍພະຕາທີ່ເມືອງ "ນະຄອນເຂື່ອນຂັນກາບແກ້ວບົວບານ" ໄດ້ສູ້ລົບກັນຢູ່ຊ່ອງນ້ຳຈັ່ນ ຫຼືຕາດເຖົ້າໂຕ້ ເທີງພູພານຄຳ ໃຊ້ເວລາປະມານ ໓ ປີ ຝ່າຍວຽງຈັນຂໍກຳລັງທະຫານຈາກພະມ່າມາຊ່ວຍລົບ ຈຶງສາມາດຕີເມືອງແຕກໄດ້ ພະຕາຖືກກອງທັບວຽງຈັນຂ້າຕາຍໃນເດີ່ນລົບ ແລ້ວພະວໍໄດ້ອົບພະຍົບລາດສະດອນໄປຂໍເພີ່ງບາລະມີເຈົ້າເມືອງຈຳປາສັກ ແລະເຈົ້າເມືອງຈຳປາສັກໄດ້ໃຫ້ດີນສ້າງບ້ານແປງເມືອງຢູ່ດອນມົດແດງ (ປັດຈຸບັນແມ່ນແຂວງອຸບົນຣາຊທານີ) ແລະຂໍເພີ່ງບາລະມີພະເຈົ້າກຸງທົນບຸຣີ
ພ.ສ. 2321 ເຈົ້າເມືອງວຽງຈັນໄດ້ຍົກທັບມາຮຸກຮານພະວໍອີກ ແລະປາບພະວໍໄດ້ ພະເຈົ້າກຸງທົນບຸຣີຮູ້ ຈຶງສັ່ງໃຫ້ເຈົ້າພະຍາຈັກກຣີຍົກທັບໄປຊ່ວຍພະວໍ ແລະໄດ້ຕິດຕາມໄປຕີເມືອງວຽງຈັນຈົນໄດ້ຮັບໄຊຊະນະ ແລະໄດ້ຕົກເປັນປະເທສຮາຊຂອງອານາຈັກທົນບຸຣີ ແລະ"ເມືອງນະຄອນເຂື່ອນຂັນກາບແກ້ວບົວບານ" ຈຶງໄດ້ຂຶ້ນກັບອານາຈັກສະຫຍາມແຕ່ບັດນັ້ນເປັນຕົ້ນມາ
ພ.ສ. 2433 ໃນຣັຊການທີ່ 5 ໄດ້ໃຫ້ມີການຈັດລະບຽບການປົກຄອງເມືອງຕ່າງໆໃນແຖບແມ່ນ້ຳຂອງໃໝ່ ເຊີ່ງໃຫ້ອຳນາດແກ່ເຈົ້າເມືອງໜອງຄາຍ ໂດຍມີເມືອງໜອງບົວລຳພູຂຶ້ນກົງກັບເມືອງໜອງຄາຍ ຕໍ່ມາໃຫ້ແຕ່ງຕັ້ງຂ້າຫຼວງໃຫຍ່ທີ່ເປັນພະເຈົ້ານ້ອງຍາເທີ ປະຈຳພາກຕາເວັນອອກສຽງເໜືອ ໓ ພະອົງ ປີ ພ.ສ. 2434 ກົມມະຫຼວງພິຊິດປຣີຊາກອນ ເອີ້ນວ່າ "ຂ້າຫຼວງເມືອງລາວກາວ" ເປັນຂ້າຫຼວງປະທັບຢູ່ເມືອງອຸບົນຣາຊທານີ ປີ ພ.ສ. 2436 ກົມມະຫຼວງປຣະຈັກສິນລະປະຄົມ ເປັນຂ້າຫຼວງໃຫຍ່ປະທັບຢູ່ເມືອງອຸດອນທານີ ເອີ້ນວ່າ "ຂ້າຫຼວງເມືອງລາວພວນ" ແລະຕໍ່ມາໄດ້ມີຮັບສັ່ງໃຫ້ກົມມະຫຼວງສັບພະສິດປະສົງ ເປັນຂ້າຫຼວງໃຫຍ່ປະທັບເມືອງອຸບົນຣາຊທານີ ເອີ້ນວ່າ "ຂ້າຫຼວງເມືອງລາວກາວ" ເມືອງໜອງບົວລຳພູໄດ້ຂຶ້ນກົງຕໍ່ເມືອງລາວພວນ ແລະແຕ່ງຕັ້ງໃຫ້ "ພະວິຊະດະຍະດົມກະມຸດທະເຂດ" ມາປົກຄອງເມືອງນະຄອນເຂື່ອນຂັນກາບແກ້ວບົວບານ ເຊີ່ງມີຖານະເປັນເມືອງເອກຂອງມົນທົນລາວພວນແລະປ່ຽນຊື່ໃໝ່ວ່າ "ເມືອງກະມຸດທາໄສບຸຣີຣົມ" ແລະເປັນຂ້າຫຼວງຄົນສຸດທ້າຍຂອງເມືອງ
ພ.ສ. 2447 ໃນຣັຊການທີ່ 5 ໄດ້ປ່ຽນຊື່ມົນທົນຝ່າຍເໜືອເປັນມົນທົນອຸດອນແລະຮວມຜັງແປງເມືອງຕ່າງໆ ໃນມົນທົນອຸດອນເປັນ 5 ບໍລິເວນ ໄດ້ແກ່ ບໍລິເວນບ້ານໝາກແຂ້ງ ບໍລິເວນທາດພະນົມ ບໍລິເວນສະກົນນະຄອນ ບໍລິເວນພາຊີ ບໍລິເວນນ້ຳເຫືອງ ເມືອງກະມຸດທາໄສຖືກຮວມຢູ່ກັບບໍລິເວນບ້ານໝາກແຂ້ງມີ ໗ ເມືອງ ຄື ເມືອງໝາກແຂ້ງ ໜອງຄາຍ ກຸມພະວາປີ ກະມຸດທາໄສ ໂພນພິໄສ ແລະ ຣັດຕະນະວາປີ ຕັ້ງຫ້ອງການເມືອງຢູ່ບ້ານໝາກແຂ້ງ
ພ.ສ. 2449 ໄດ້ໃຫ້ປ່ຽນຊື່ເມືອງກະມຸດທາໄສ ເປັນ "ເມືອງໜອງບົວລຸ່ມພູແລະປະຊາຊົນໄດ້ອອກສຽງຜິດກາຍເປັນໜອງບົວລຳພູໃນປັດຈຸບັນ" ຂຶ້ນກັບບ້ານໝາກແຂ້ງ
ພ.ສ. 2450 ໄດ້ໃຫ້ກະຊວງມະຫາດໄທຮວມເມືອງຕ່າງໆ ໃນບໍລິເວນບ້ານໝາກແຂ້ງຕັ້ງເປັນເມືອງຈັດຕາວາ (ເມືອງຈັດຕາວາ ເປັນເມືອງຂະໜາດບໍ່ໃຫຍ່ຫຼາຍ) ເອີ້ນວ່າ "ເມືອງອຸດອນທານີ" ສ່ວນເມືອງໃນສັງກັດມີຖານະເປັນອຳເພີ ເມືອງໜອງບົວລຳພູ ຈຶງເປັນ ອຳເພີໜອງບົວລຳພູ ແລະມີການແຈກແບ່ງອຳເພີທີ່ເປັນສ່ວນໜຶ່ງຂອງອຳເພີໜອງບົວລຳພູ ເຊີ່ງຈັດຈັດຕັ້ງຕາມລຳດັບ 4 ກິ່ງອຳເພີ (ກິ່ງອຳເພີ ຄື ພື້ນທີ່ທີ່ກຳລັງກຽມແຍກຕົວອອກມາຈັດຕັ້ງເປັນອຳເພີໃໝ່) ຄື
1. ກິ່ງອຳເພີໂນນສັງ ໃນປີ ພ.ສ. 2491
2. ກິ່ງອຳເພີສີບຸນເຮືອງ ໃນວັນທີ່ 16 ກໍລະກົດ ພ.ສ. 2508
3. ກິ່ງອຳເພີນາກາງ ໃນວັນທີ່ 16 ກໍລະກົດ ພ.ສ. 2508
4. ກິ່ງອຳເພີສຸຫວັນນະຄູຫາ ໃນວັນທີ່ 17 ກໍລະກົດ ພ.ສ. 2516
ພ.ສ. 2536 ປະກາດຈັດຕັ້ງເປັນ ແຂວງໜອງບົວລຳພູ ໃນວັນທີ່ 1 ທັນວາ ພ.ສ. 2536 ເຊີ່ງປະກາດໃນປື້ມຣາຊກິດຈານຸເບກສາ ສະບັບພິເສດ ເລກທີ່ 110 ຕອນທີ່ 125 ລົງວັນທີ່ 2 ກັນຍາ 2536
ຂົງເຂດໃນການປົກຄອງຂອງແຂວງແບ່ງໄດ້ 6 ເມືອງ/ອຳເພີ 59 ຕຳບົນ 636 ບ້ານ
ອັນດັບ | ເມືອງ |
---|---|
1 | ເມືອງໜອງບົວລຳພູ |
2 | ເມືອງນາກາງ |
3 | ເມືອງໂນນສັງ |
4 | ເມືອງສີບຸນເຮືອງ |
5 | ເມືອງສຸວັນນະຄູຫາ |
6 | ເມືອງນາວັງ |
ໄລຍະທາງຈາກເມືອງໜອງບົວລຳພູໄປເມືອງຕ່າງໆ
ໄລຍະທາງຈາກເມືອງໜອງບົວລຳພູໄປແຂວງໃກ້ຄຽງ
ແຂວງໜອງບົວລຳພູ ມີພື້ນທີສ່ວນຫຼາຍແມ່ນເປັນທີ່ລາບສູງ ບາງບ່ອນເປັນພື້ນທີ່ໂນນໂຄກຄ້ອຍລາດລຸ່ມໄປທາງທິດໃຕ້ແລະທິດຕາເວັນອອກ ມີຄວາມສູງຈາກລະດັບນ້ຳທະເລປານກາງປະມານ 200 ແມັດ ຕອນເທີງຂອງແຂວງແມ່ນເປັນພູສູງ ມີຍອດພູທີ່ສູງສຸດ ໄດ້ແກ່ ດອຍຜາວຽງ ພູສາມຍອດ ສູງປະມານ ໙໐໐ ແມັດ ແລະເປັນຕົ້ນແມ່ນ້ຳຫຼາຍສາຍ ພື້ນທີ່ສ່ວນຫຼາຍເປັນດີນປົນຊາຍແລະຂີ້ດີນແດງບໍ່ສາມາດເກັບນ້ຳແລະອຸ້ມນ້ຳໃນລະດູຮ້ອນໄດ້
ລັກສະນະອາກາດໃນແຂວງໜອງບົວລຳພູ ແບ່ງອອກເປັນ 3 ລະດູ ໄດ້ແກ່ ລະດູຮ້ອນ ລະດູຝົນ ລະດູໜາວ ສະພາບອາກາດສ່ວນຫຼາຍຂຶ້ນກັບມໍລະສຸມທີ່ພັດຜ່ານປະຈຳປີ ຈັດຢູ່ໃນປະເພດອາກາດເມືອງຮ້ອນສະເພາະລະດູ ຄື ຈະມີຝົນໃນລະດູຝົນ ສະລັບກັບຊ່ວງແລ້ງໃນລະດູໜາວແລະລະດູຮ້ອນ
ປະຊາກອນທີ່ອາໄສຢູ່ໃນແຂວງໜອງບົວລຳພູສາມາດແບ່ງອອກເປັນ 4 ກຸ່ມໃຫຍ່ ໄດ້ແກ່
ລຳດັບ | ຊື່ແຂວງ | ຊື່ໂຣມັນ | ຈຳນວນຕຳບົນ | ຈຳນວນປະຊາກອນ (ພ.ສ. 2563) | ພື້ນທີ່ (ຕລ.ກມ.) | ຄວາມໜາແນ່ນ (ຄົນ/ຕລ.ກມ.) |
---|---|---|---|---|---|---|
1 | ເມືອງໜອງບົວລຳພູ | Amphoe Mueang Nong Bua Lam Phu | 15 | 136,728 | 907.562 | 150.65 |
2 | ເມືອງສີບຸນເຮືອງ | Amphoe Si Bun Hueang | 12 | 109,532 | 830.643 | 131.86 |
3 | ເມືອງສຸວັນນະຄູຫາ | Amphoe Suwannakhuha | 8 | 67,802 | 646.1 | 104.94 |
4 | ເມືອງນາກາງ | Amphoe Na Klang | 9 | 92,743 | 769.756 | 120.48 |
5 | ເມືອງໂນນສັງ | Amphoe Non Sang | 10 | 65,262 | 577.736 | 112.96 |
6 | ເມືອງນາວັງ | Amphoe Na Wang | 5 | 37,403 | 322.500 | 115.98 |
ລວມ | 59 | 509,470 | 3,859.086 | 132.02 |
ແຂວງໜອງບົວລຳພູແມ່ນເປັນແຂວງໜຶ່ງຂອງພາກຕາເວັນອອກສຽງເໜືອທີ່ມີມໍລະດົກທາງສິລະປະແລະມໍລະດັກທາງວັດທະນະທຳມາແຕ່ອະດີດຫາປັດຈຸບັນ ເຊັ່ນ ກາຍແຕ່ງເຄື່ອງ ການເຮັດເຄື່ອງດິນເຜົາ ພາສາປະຈຳຖິ່ນ
໑. ການແຕ່ງເຄື່ອງ
ລັກສະນະການແຕ່ງເຄື່ອງຂອງຊາວແຂວງໜອງບົວລຳພູແຕ່ອະດີດ
ລັກສະນະການແຕ່ງເຄື່ອງຂອງຊາວແຂວງໜອງບົວລຳພູປັດຈຸບັນ
໒. ເຄື່ອງດິນເຜົາ ເຄື່ອງດິນເຜົາ ຄື ເອົາດິນໜຽວມາຕີແລ້ວປັ້ນເປັນເຄື່ອງໃຊ້ໃນຊີວິດປະຈຳວັນແລະເອົາໄປປະກອບພິທີກຳຕ່າງໆ ແຂວງໜອງບົວລຳພູມີມໍລະດົກທາງວັດທະນະທຳເຄື່ອງດິນເຜົາມາແຕ່ກ່ອນຍຸກປະຫວັດສາດປະມານ ໓,໕໐໐ - ໔,໐໐໐ ປີມາແລ້ວ ຈາກການຂຸດພໍ້ໂດຍຊາວບ້ານກ່ອນປີ ພ.ສ. ໒໕໑໔ ກົມສິລະປະກອນໄດ້ມາຂຸດເພື່ອການສຶກສາໃນ ພ.ສ. ໒໕໓໘ ຢູ່ປ່າພ້າວ ບ້ານກຸດຄໍ້ເມີຍ ຕຳບົນກຸດດູ່ ແລະບ້ານໂນນກ້ວຍ ບ້ານກຸດກວາງສ້ອຍ ເມືອງ/ອຳເພີໂນນສັງ ປັດຈຸບັນການເຮັດເຄື່ອງດິນເຜົາຢູ່ບ້ານໂຄ້ງສະຫວັນ ຕຳບົນໂນນທັນ ເມືອງ/ອຳເພີເມືອງໜອງບົວລຳພູ ສ່ວນຫຼາຍເຮັດເພື່ອໃຊ້ໃນຊີວິດປະຈຳວັນ
ແຂວງໜອງບົວລຳພູມີລະດັບການສຶກສາຕັ້ງແຕ່ລະດັບອະນຸບານຮອດປະລິນຍາເອກ ໃນສັງກັດຂອງລັດຖະບານແລະເອກະຊົນຢູ່ຫຼາຍບ່ອນ ດັັງນີ້
ໂຮງຮຽນລະດັບມັດຖະຍົມສົມບູນ ມໍ 1 - ມໍ 6 ໄດ້ແກ່
This article uses material from the Wikipedia ລາວ article ຈັງຫວັດໜອງບົວລຳພູ, which is released under the Creative Commons Attribution-ShareAlike 3.0 license ("CC BY-SA 3.0"); additional terms may apply (view authors). ເນື້ອໃນສາມາດໃຊ້ໄດ້ພາຍໃຕ້ CC BY-SA 4.0 ຖ້າບໍ່ແມ່ນຢ່າງອື່ນໃດທີ່ລະບຸໄວ້. Images, videos and audio are available under their respective licenses.
®Wikipedia is a registered trademark of the Wiki Foundation, Inc. Wiki ລາວ (DUHOCTRUNGQUOC.VN) is an independent company and has no affiliation with Wiki Foundation.