ເມົາສ໌ (mouse) ຫຼື ຊູລີ (ຝຣັ່ງ: souris) ແມ່ນ ອຸບປະກອນຊີ້ (pointing device) ທີ່ຕັ້ງ ໃນ ຄອມພິວເຕີ.
ເມົ້າສ໌ເປັນອຸປະກອນທີ່ໃຊ້ໃນການຄວບຄຸ່ມຕົວຊີ້ເທີ່ງຈໍຄອມພິວເຕີ mouse pointerເປັນອຸປະກອນສຳຄັນໃນການໃຊ້ວຽກຄອມພິວເຕີຊະນິດໜື່ງ ຊື່ງປັດຈຸບັນຖືກອອກແບບມາໃຫ້ມີຮູບຮ່າງລັກສະນະສີສັນ ທີ່ແຕກຕ່າງກັນ, ບາງລຸ້ນມີໄຟປະດັບໃຫ້ຊວຍງາມ ເພື່ອໃຫ້ເມາະສົມກັບການໃຊ້ວຽກໃນແຕ່ລະປະເພດ ແລະ ຄວາມມັກຂອງຜູ້ໃຊ້, ເຊັ່ນ: ມີຂະໜາດນ້ອຍ, ມີສ່ວນໂຄງ ແລະ ສ່ວນເວົ້າເຂົ້າກັບອຸ່ງມື້ຂອງຜູ້ໃຊ, ມີຮູບຮ່າງສີສັນແປກຕາໄປຈາກລຸ້ນທົ່ວໆໄປ ຫຼື່ ເປັນຮູບຕົວກາຕູນ ແລະ ລ່າສຸດໄດ້ມີການພັດທະນາ ເມົ້າສ໌ອາກາດ Air Mouse ຊື່ງສາມາດໃຊ້ງານເມົ້າໂດຍຈັບຂຶ້ນໄປມາອ່ຽງໃນອາກາດໂດຍບໍ່ຈຳເປັນຕ້ອງໃຊ ແຜ່ນຮອງກໍສາມາຄວບຄຸ່ມຕົວຊີ້ໄດ້ເຊັ່ນກັນ.
ເມົ້າສ໌ຖືກປະດິດຂຶ້ໃນປີ ຄ.ສ 1963 ໂດຍດັກກະລັສ ເອງເກລບາດ (Douglas Engelbart) ທີ່ສະຖາບັນວິໄຈສະແຕນຟອຣ໌ດ (Stanford Research Institute) ຫຼັງຈາກການທົດສອບການໃຊ້ວຽກລະດຽດ (ເມົ້າສ໌ເຄີຍມີອີກຊື່ໜື່ງວ່າ “ບັກ” (bug) ແຕ່ໄດ້ຮັບຄວາມນິຍົມໜ້ວຍກວ່າຄຳວ່າເມົ້າສ໌ “ເມົ້າສ໌”) ມັນເປັນໜື່ງໃນການທົດລອງອຸປະກອນຊີ້ (Pointing Device) ສຳຫຼັບ Engelbart's oN-Line System (NLS) ສ່ວນອຸປະກອນຊີ້ອື່ນອອກແບບມາເພື່ອການເຄື່ອນໄຫວໃນຮ່າງກາຍສ່ວນອື່ນໆເຊັ່ນ: ອຸປະກອນທີ່ໃຊ້ຕິດກັບຄາງ ຫຼື່ ດັງ ແຕ່ທ້າຍທີ່ສຸດແລ້ວເມົ້າສ໌ກໍໄດ້ຮັບການຄັດເລື່ອກເພາະງາຍຕໍ່ການໃຊ້ງານ.
This article uses material from the Wikipedia ລາວ article ເມົາສ໌, which is released under the Creative Commons Attribution-ShareAlike 3.0 license ("CC BY-SA 3.0"); additional terms may apply (view authors). ເນື້ອໃນສາມາດໃຊ້ໄດ້ພາຍໃຕ້ CC BY-SA 4.0 ຖ້າບໍ່ແມ່ນຢ່າງອື່ນໃດທີ່ລະບຸໄວ້. Images, videos and audio are available under their respective licenses.
®Wikipedia is a registered trademark of the Wiki Foundation, Inc. Wiki ລາວ (DUHOCTRUNGQUOC.VN) is an independent company and has no affiliation with Wiki Foundation.