ຄອມພິວເຕີ (ຄຳເຄົ້າ: ຄອມພິວເຕີຣ໌, ອັງກິດ: computer) ຫຼື ອອກດີນາເຕີຣ໌ (ຝຣັ່ງ: ordinateur) ແມ່ນເຄື່ອງຈັກທີ່ສາມາດທຳການ ຄຳນວນ, ຄິດໄລ່ ແລະປະມວນຜົນ ທີ່ມີຄວາມຊັບຊ້ອນ.
ການທຳງານຂອງມັນແມ່ນ ຈະເຮັດໄປຕາມ ໂປຣແກຣມ (Program) ເຊິ່ງຈະຢູ່ໃນຮູບແບບຂອງລາຍການຂອງຄຳສັ່ງ. ຄຳສັ່ງເຫຼົ່ານີ້ ສ່ວນຫຼາຍຈະທຳການ ຈັດການ (Process) ຂໍ້ມູນ ທີ່ລວມມີທັງ ໂຕເລກ, ໂຕໜັງສື, ຮູບພາບ ຫຼື ສຽງ.
ຄອມພິວເຕີ ມີເປັນຫຼາຍໆຂະໜາດ. ຄອມພິວເຕີໃນຍຸກເລີ່ມຕົ້ນນັ້ນ ຈະມີຂະໜາດເທົ່າກັບຫ້ອງໃຫຍ່ຫ້ອງໜຶ່ງ ແລະໃນຄອມພິວເຕີທີ່ມີຂະໜາດໃຫຍ່ ດັ່ງກ່າວກໍ່ຍັງມີຢູ່ ເຊັ່ນ "ຊຸບເປີຄອມພິວເຕີ" (Super Computer) ທີ່ໃຊ້ສຳຫຼັບຄິດໄລ່ ທາງວິທະຍາສາດໃດໜຶ່ງ ທີ່ມີຄວາມຊັບຊ້ອນຫລາຍ ເຊັ່ນ ການພະຍາກອນອາກາດ, ການວິເຄາະໂມເລກຸນ; "ເມນເຟຣມ" (Mainframe) ທີ່ ໃຊ້ສຳຫຼັບຄິດໄລ່ ການຊຳລະສະສາງ ໃນ ບໍລິສັດໃຫຍ່ໆ. ຄອມພິວເຕີທີ່ນ້ອຍກ່ວານັ້ນ ແລະ ເພື່ອການນຳໃຊ້ສ່ວນບຸກຄົນ ເອີ້ນວ່າ "ຄອມພິວເຕີສ່ວນບຸກຄົນ" (Personal Computer) ແລະ ຄອມພິວເຕີ ທີ່ສາມາດຖືຕິດໂຕໄປມາໄດ້ ເຊັ່ນ "ໂນດບຸກ"(Notebook computer). ນອກຈາກນີ້ ມັນຍັງມີ ຄອມພິວເຕີນ້ອຍໆ ທີ່ຖືກໃຊ້ ເພື່ອຄວບຄຸມບັນຊາ ເຄື່ອງຈັກ ທີ່ໃຫຍ່ກ່ວາ ເຊັ່ນ ກ້ອງດີຈີຕອລ, ຍົນ ແລະອື່ນໆ.
ຄຳວ່າ ຮາດແວ (hardware) ໝາຍຄວາມເຖິງ ທຸກໆພາກສ່ວນ ຂອງ ຄອມພິວເຕີ ທີ່ ແມ່ນວັດຖຸ ເຊັ່ນ ແຜງວົງຈອນ, ໜ້າຈໍ, ໜ່ວຍສະໜອງພະລັງງານໄຟຟ້າ, ສາຍເຄເບິນ, ຄີບອດ, ຈັກພິມ, ເມົາສ໌ ແລະອື່ນໆ.
ລຸ້ນທີໜຶ່ງ (ເມັກຄານິກ/ເມັກຄານິກໄຟຟ້າ) | ຈັກຄິດໄລ່ | ກົນໄກ Antikythera, ຈັກຂັ້ນ, Norden bombsight |
ອຸບປະກອນໂປຣແກຣມໄດ້ | ກີ່ຄິດໄລ່ Jacquard, ຈັກວິເຄາະ, Harvard Mark I, Z3 | |
ລຸ້ນທີສອງ (ທໍ່ສູນຍາກາດ) | ຈັກຄິດໄລ່ | ຄອມພິວເຕີAtanasoff-Berry |
ອຸບປະກອນໂປຣແກຣມໄດ້ | ENIAC, EDSAC, EDVAC, UNIVAC I | |
ລຸ້ນທີສາມ (ແທຣນຊິສເຕີ ແລະ SSI, MSI, LSI | ເມນເຟຣມ | System/360, BUNCH |
ມິນິຄອມພິວເຕີ | PDP-8, PDP-11, System/32, System/36 | |
ລຸ້ນທີສີ່ (VLSI) | ມິນິຄອມພິວເຕີ | VAX, AS/400 |
4-bit ໄມໂຄຣຄອມພິວເຕີ | Intel 4004, Intel 4040 | |
8-bit ໄມໂຄຣຄອມພິວເຕີ | Intel 8008, Intel 8080, Motorola 6800, Motorola 6809, MOS Technology 6502, Zilog Z80 | |
16-bit ໄມໂຄຣຄອມພິວເຕີ | 8088, Zilog Z8000, WDC 65816/65802 | |
32-bit ໄມໂຄຣຄອມພິວເຕີ | 80386, ເພັນຕຽມ, 68000, ARM architecture | |
64-bit ໄມໂຄຣຄອມພິວເຕີ | x86-64, PowerPC, MIPS, SPARC | |
ລະບົບເອັມເບດ | 8048, 8051 | |
ຄອມພິວເຕີສ່ວນບຸກຄົນ | ຄອມພິວເຕີຕັ້ງໂຕະ, ຄອມພິວເຕີເຄື່ອນທີ່, ອຸບປະກອນດິຈີຕານສ່ວນບຸກຄົນ (PDA), ຄອມພິວເຕີລະບົບສຳຜັດ, ຄອມພິວເຕີຕິດໂຕ | |
ເຊີເວີ | ||
ທິດສະດີ/ຢູ່ໃນໄລຍະທົດລອງ | ຄອມພິວເຕີຄວນຕຳ(Quantum computer) | |
ຄອມພິວເຕີເຄມີ | ||
ຄອມພິວເຕີພັນທຸກຳ | ||
ຄອມພິວເຕີແສງ |
ອຸບປະກອນອ້ອມຂ້າງ (ເຂົ້າ/ອອກ) | ເຂົ້າ | ເມົາສ໌, ຄີບອດ, ຈອຍສະຕິກ, ສະແກນເນີ |
ອອກ | ໜ້າຈໍ, ຈັກພິມ | |
ທັງສອງ | ຟລອບປີດິສ, ຮາດດິສ, ດິສແສງ , ຈັກພິມທາງໄກ | |
ຄອມພິວເຕີບັສ | ໄລຍະໃກ້ | RS-232, SCSI, PCI(Peripheral Component Interconnect), USB |
ໄລຍະໄກ (ເຄືອຂ່າຍຄອມພິວເຕີ) | Ethernet, ATM(Asynchronous Transfer Mode), FDDI(Fiber distributed data interface) |
ຊອຟແວ (Software) ໝາຍເຖິງຊຸດຄຳສັ່ງ ຫຼື ໂປຣແກຣມທີ່ໃຊ້ຄຳສັ່ງໃຫ້ຄອມພິວເຕີເຮັດວຽກຕາມລຳດັບຂັ້ນຕອນ ເຊິ່ງຂຽນຂື້ນດ້ວຍພາສາຂອງຄອມພິວເຕີ.
ກ່ອນທີ່ເຮົາຈະນຳໃຊ້ຄອມພິວເຕີ ສິ່ງທີ່ສຳຄັນທີ່ສຸດ,ເຮົາຈຳເປັນທີ່ຈະຕ້ອງໄດ້ຮຼ້ຈັກບັນດາອົງປະກອບທີ່ສຳຄັນຂອງຄອມພິວເຕີເສຍກ່ອນ.
This article uses material from the Wikipedia ລາວ article ຄອມພິວເຕີ, which is released under the Creative Commons Attribution-ShareAlike 3.0 license ("CC BY-SA 3.0"); additional terms may apply (view authors). ເນື້ອໃນສາມາດໃຊ້ໄດ້ພາຍໃຕ້ CC BY-SA 4.0 ຖ້າບໍ່ແມ່ນຢ່າງອື່ນໃດທີ່ລະບຸໄວ້. Images, videos and audio are available under their respective licenses.
®Wikipedia is a registered trademark of the Wiki Foundation, Inc. Wiki ລາວ (DUHOCTRUNGQUOC.VN) is an independent company and has no affiliation with Wiki Foundation.