ວັດໃໝ່ສຸວັນນະພູມາຣາມ ຫລືວ່າ ວັດໃໝ່ ເຄີຍເປັນທີ່ປະທັບຂອງສົມເດັດພະສັງຄະລາດບຸນທັນ ຊຶ່ງເປັນສົມເດັດພະສັງຄະລາດອົງສຸດທ້າຍຂອງລາວ ແລະ ຍັງເຄີຍເປັນທີ່ປະດິດສະຖານ ພະບາງ ພະພຸທົດຮູບຄູ່ເມືອງຫລວງພະບາງ ໃນລັດຊະສະໄໝຂອງເຈົ້າມະຫາຊີວິດສັກກະລິນ ຈົນເຖິງປີ ຄ.ສ 1894 ຈຶ່ງໄດ້ອັນເຊີນ ພະບາງ ໄປປະດິດສະຖານ ໃນຫໍພະບາງພາຍໃນພະລາຊະວັັງຈົນເຖິງປັດຈຸບັນ ເມື່ອມາວັດແຫ່ງນີ້ສິ່ງທີ່ເຮົາຈະສັງເກດເຫັນເຖິງຄວາມແຕກຕ່າງຈາກວັດອື່ນໆ ຄືຕົວອຸໂປສົດ (ສິມ) ລັກສະນະຈະເປັນອາຄານຊົງໂລງ ຫລັງຄາມີຂະໜາດໃຫຍ່ ມີຊາຍຄາປົກຄຸມທັງສີ່ດ້ານສອງລະດັບຕໍ່ເນື່ອງກັນ.
ດ້ານຂ້າງມີຖານຍື່ນອອກມາຮັບກັບຊາຍຄາ ທີ່ທອດຍາວລົງເກືອບຮອດພື້ນດິນ ເທິງຍອດຫລັງຄາເປັນໜ້າຈົ່ວຂະໜາດໃຫຍ່ໂດຍມີຫລັງຄານ້ອຍໆ ຊ້ອນຢູ່ອີກຊັ້ນໜຶ່ງ ເຄິ່ງກາງຂອງຫລັງຄານ້ອຍປະດັບຊໍ່ຟ້າ ດ້ານຫລັງມີຫໍຂວາງສ້າງຂຶ້ນຕິດກັນ ເຊື່ອວ່າມາຕໍ່ເຕີມໃນພາຍຫລັງ ທີ່ລະບຽງດ້ານໜ້າມີອາຄານຄ້າຍສາລາຂວາງຄອບຢູ່ ມີຫລັງຄາຕິດກັບຫລັງຄາອຸໂປສົດ ທີ່ເສົາລົງຮັກປິດທອງຢ່າງສວຍງາມ ຝາດ້ານໜ້າພະອຸໂບສົດຕົກແຕ່ງດ້ວຍພາບລົງຮັກປິດທອງເບິ່ງເຫລືອງອາລ່າມງາມຕາຍາວຕະຫລອດຝາ ເລົ່າເລື່ອງພະເວດສັນດອນຊາດົກ ໂດຍຝີມືຊ່າງຫລວງປະຈຳລາຊະການເຈົ້າມະຫາຊີວິດສີສະຫວ່າງວົງ ດ້ານລຸ່ມເປັນຮູບສັດຊະນິດຕ່າງໆ ມີຮູບຊ້າງນ້ຳຢູ່ດ້ານລຸ່ມຂວາຂອງພາບ ສ່ວນບານປະຕູແກະສະຫລັກເປັນຮູບເທວະດາສິລະປະແບບຊຽງຂວາງ ພາຍໃນພະອຸໂປສົດມີພະພຸດທະຮູບນັບໝື່ນນັບແສນອົງ ເທິງຝາສີແດງ ຄ້າຍກັບທີ່ເຄີຍພົບເຫັນໃນວັດບາງແຫ່ງຂອງແຂວງຊຽງໃໝ່ ສູນກາງເປັນພະພຸດທະຮູບຊົງເຄື່ອງ ມີພະພັກທີ່ງົດງາມ ຈັດເປັນກຸ່ມພະພຸດທະຮູບຫລວງພະບາງແບບໜຶ່ງ ກົງກັນຂ້າມດ້ານໜ້າພະອຸໂປສົດມີອາຄານກໍ່ອິດໂບກປູນຫລັງນ້ອຍໆ 2 ຫລັງຂະໜາດຕ່າງກັນ ເອິ້ນວ່າ "ອູບມຸງ" ຂະໜາບຂ້າງພະທາດຊົງດອກບົວສີ່ຫລ່ຽມ ອູບມຸງຫລັງໃຫຍ່ຫັນໜ້າມາທາງພະອຸໂປສົດ ພາຍໃນມີພະພຸດທະຮູບປາງມານວິໄຊຂະໜາດຂ້ອນຂ້າງໃຫຍ່ປະດິດສະຖານຢູ່ ສ່ວນອູບມຸງຫລັງນ້ອຍຫັນໜ້າອອກຖະໜົນ ບໍລິເວນພາຍໃນວັດໃຫມ່ ມີການຈັດວາງຜັງອາຄານກຸ່ມພຸດທະວາດ ແລະ ສັງຄາວາດແຍກອອກເປັນສັດສ່ວນ ມີແນວຕົ້ນໄມ້ນ້ອຍໆກັ້ນຢູ່ ໃນຊ່ວງປີໃໝ່ລາວ (ເດືອນເມສາຂອງທຸກປີ) ທາງການໄດ້ມີການອັນເຊີນ "ພະບາງ" ຊຶ່ງເປັນພະຄູ່ບ້ານຄູ່ເມືອງຂອງຫລວງພະບາງ ມາໄວ້ທີ່ລານດ້ານໜ້າຂອງວັດໃໝ່ແຫ່ງນີ້ ເພື່ອໃຫ້ປະຊາຊົນໄດ້ສົງນ້ຳອີກດ້ວຍ.
This article uses material from the Wikipedia ລາວ article ວັດໃໝ່ສຸວັນນະພູມາ, which is released under the Creative Commons Attribution-ShareAlike 3.0 license ("CC BY-SA 3.0"); additional terms may apply (view authors). ເນື້ອໃນສາມາດໃຊ້ໄດ້ພາຍໃຕ້ CC BY-SA 4.0 ຖ້າບໍ່ແມ່ນຢ່າງອື່ນໃດທີ່ລະບຸໄວ້. Images, videos and audio are available under their respective licenses.
®Wikipedia is a registered trademark of the Wiki Foundation, Inc. Wiki ລາວ (DUHOCTRUNGQUOC.VN) is an independent company and has no affiliation with Wiki Foundation.