ຂໍ້ມູນຢ່າງເປັນທາງການ
ສະມາຄົມ
ຄອບຄົວ
ຄວາມຊງຈຳ
ສົມເດັດພະລາຊິນີນາດເອລີຊາແບັດທີ 2 ແຫ່ງສະຫະລາຊະອານາຈັກ | |
---|---|
ສົມເດັດພະບໍລົມລາຊິນີນາດທີ 2 ແຫ່ງສະຫະລາຊະອານາຈັກ | |
ສະເວີຍລາດ | 6 ກຸມພາ ຄ.ສ.1952-ປັດຈຸບັນ |
Coronation | 2 ມິຖຸນາ ຄ.ສ. 1953 |
ກ່ອນໜ້າ | ສົມເດັດພະເຈົ້າຈອສທີ່ 6 |
ປະສູດ | 21 ເມສາ ຄ.ສ. 1926 |
ສິ້ນພະຊົນ | 8 ກັນຍາ ຄ.ສ. 2022 (96 ປີ) |
Burial | ພະລາຊະວົງອັງກິດ |
House | ພະລາຊະວົງອັງກິດ |
ສົມເດັດພະລາຊິນີນາດເອລີຊາແບັດທີ 2 ແຫ່ງສະຫະລາຊະອານາຈັກ (ອັງກິດ: Elizabeth II of the United Kingdom; ຝຣັ່ງ: Élisabeth II du Royaume-Uni; ປະສູດ 21 ເມສາ ຄ.ສ. 1926 - ໄດ້ເສຍຊີວິດໃນວັນທີ 8 ກັນຍາ ຄ.ສ. 2022) ເປັນພະລາຊິນີນາດແຫ່ງ 16 ຈາກ 53 ລັດສະມາຊິກໃນເຄືອຈັກກະພົບແຫ່ງຊາດ ພະອົງເປັນປະທານເຄືອຈັກກະພົບແລະຜູ້ປົກຄອງສູງສຸດແຫ່ງຄິດຕະຈັກແຫ່ງອັງກິດ
ເມື່ອສົມເດັດພະລາຊິນີນາດເອລີຊາແບັດທີ 2 ສະເດັດຂຶ້ນຄອງລາດເມື່ອວັນທີ່ 6 ກຸມພາ ຄ.ສ. 1952 ພະອົງເປັນປະທານເຄືອຈັກກະພົບແລະເຈົ້າມະຫາຊີວິດແຫ່ງເຈັດລັດ ເຄືອຈັກກະພົບເຈັດລັດ ໄດ້ແກ່ ສະຫະລາຊະອານາຈັກ ການາດາ ໂອຕະລິດ ນິວຊີແລນ ແອຟິກາໃຕ້ ປາກີສະຖານແລະຊີລອນ ພິທີລາຊາພິເສກຂອງພະອົງໃນປີຕໍ່ມາເປັນພິທີລາຊາພິເສກຄັ້ງທຳອິດທີ່ຖ່າຍທອດທາງໂທລະພາບລະຫວ່າງ ຄ.ສ. 1956 ເຖິງ ຄ.ສ. 1992 ຈຳນວນລາຊະອານາຈັກຂອງພະອົງແປຜັນເມື່ອດິນແດນຕ່າງໆ ໄດ້ຮັບເອກະລາດແລະບ້າງກາຍເປັນສາທາລະນະລັດໃນປະຈຸບັນ ນອກຈາກສີ່ປະເທດທຳອິດທີ່ກ່າວໄວ້ແລ້ວນັ້ນ ສົມເດັດພະລາຊິນີນາດເອລີຊາແບັດທີ 2 ຍັງເປັນພະລາຊິນີນາດແຫ່ງຈາແມກາ ບາແບໂດດ ໝູ່ເກາະບາຮາມາດ ກາແນດາ ປາປົວຊີນູແວນກີເນ ໝູ່ເກາະໂຊໂລມອນ ຕູວາລູ ແຊນລູເຊຍ ແຊນວິນເຊັນແລະແກນາດີນ ແອນຕິກາແລະບາບູດາ ແບລີດແລະແຊນຄິດແນວິດ ພະອົງແມ່ນພະມະຫາກະສັດທີ່ຊົງພະຊົນມາຍຸຫຼາຍທີ່ຂອງເບຕາຍ ເມື່ອວັນທີ່ 9 ກັນຍາ ຄ.ສ. 2015 ພະອົງແມ່ນປະມຸກແຫ່ງລັດເບຕາຍທີ່ຊົງຄອງລາດດົນທີ່ສຸດ ແຊງໜ້າລັດຊະການຂອງສົມເດັດພະລາຊິນີນາດວິກຕໍເລຍ ຜູ້ເປັນພະມານດາຂອງພະໄປຍະກາ (ທວດ) ຂອງພະອົງ ແລະພະລາຊິນີນາດທີ່ຊົງຄອງລາດດົນທີ່ສຸດໃນປະຫວັດສາດ
ພະອົງເປັນພະລາຊະທິດາພະອົງທຳອິດຂອງດຸກແລະດັສເຊສແຫ່ງຍອກ (ຕໍ່ມາຄື ສົມເດັດພະເຈົ້າຈອດທີ່ 6ແລະສົມເດັດພະລາຊິນີເອລີຊາແບັດ) ພະລາຊະບິດາເປັນພະໂອລົດອົງທີ່ 2 ຂອງສົມເດັດພະເຈົ້າຈອດທີ່ 5ກັບສົມເດັດພະລາຊິນີແມລີ ພະລາຊະບິດາຂອງສະເດັດຂຶ້ນຄອງລາດເນື່ອງຈາກສົມເດັດພະເຈົ້າເອັດເວີດທີ່ 8 ພະລາຊະໂອລົດອົງໂຕຊົງສະຫຼະລາຊະສົມບັດ ພະອົງຈຶງໄດ້ຮັບຕຳແໜ່ງລາຊະທາຍາດໂດຍສັນນິດຖານແຫ່ງສະຫະລາຊະອານາຈັກ
ເມື່ອຄັ້ງຊົງພະເຍົາພະອົງປະທັບ ນະ ກຸງລອນດອນ ບໍລິເວນພີກຄາເດລລີ ໄວທ໌ລອດຈ໌ ຣິດມອນດ໌ ພາກ ແລະພະຕຳໜັກໃນຊົນນະບົດຂອງພະໄອຍິກາ (ຍ່າ) ເມື່ອພະອົງຊົງພະຊົນມາຍຸ 6 ພັນສາ ພະບິດາໄດ້ພະລາຊະທານຕຳໜັກໃນວິນເຊີເກດພາກໃຫ້ເປັນທີ່ປະທັບນອກເມືອງ ພະອົງຊົງໄດ້ຮັບການສຶກສາຊັ້ນຕົ້ນ ນະ ທີ່ປະທັບ ແລະເມື່ອພະບິດາສະເດັດຂຶ້ນຄອງລາດ ພະອົງຈຶງຕ້ອງຊົງສຶກສາ ທາງດ້ານປະຫວັດສາດແລະກົດໝາຍ ເພື່ອກຽມພ້ອມທີ່ເປັນກະສັດໃນອະນາຄົດ ນອກຈາກນີ້ພະອົງຍັງຊົງສຶກສາດ້ານສິລະປະ ດົນຕີ ແລະຮຽນການຂີ່ມ້າ ເຊິ່ງຕໍ່ມາກາຍເປັນກີລາທີ່ຊົງໂປດປານພະອົງມີພະສະຫາຍຊື່ ໂຣສເລແວນ່າ ມິໂນລາດ
ພະອົງຊົງເລິ່ມຕົ້ນປະຕິບັດພະລາຊະກໍລະນີຍະກິດຕັ້ງແຕ່ຍັງຊົງພະເຍົາ ຊົງພະລາຊະດຳລັດອອກອາກາດ ໃນລາຍການສຳລັບເດັກໃນປະເທດອັງກິດ ແລະເຄືອຈັກກະພົບຂອງບີບີຊີ ຕັ້ງແຕ່ພະຊົນມາຍຸໄດ້ 16 ພັນສາ ແລະຊົງບຳເພັນພະລາຊະກໍລະນີຍະກິດຄັ້ງທຳອິດ ເມື່ອພະຊົນມາຍຸ 16 ພັນສາ ໃນຖານະນາຍທະຫານຍົດພັນເອກແຫ່ງກອງທະຫານຣາບຮັກສາພະອົງໂດຍຊົງກວດພົນສວນສະໜາມແລະຍັງຊົງບຳເພັນພະລາຊະກໍລະນີຍະກິດຕ່າງໆ ທີ່ກ່ຽວກັບເດັກແລະເຍົາວະຊົນອີກຫຼາຍ ຫຼັງຈາກທີ່ຄົບຮອບພະຊົນມາຍຸ 18 ພັນສາໄດ້ບໍ່ດົນ ພະອົງຊົງໄດ້ຮັບການແຕ່ງຕັ້ງໃຫ້ເປັນທີ່ປຶກສາລັດຖະບານແລະໄດ້ເລິ່ມປະຕິບັດພະລາຊະກໍລະນີຍະກິດແຫ່ງອົງລາຊະທາຍາດເປັນຄັ້ງທຳອິດ
ພາຍຫຼັງສົງຄາມໂລກຄັ້ງທີ 2 ຊົງໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງຮອງຜູ້ບັນຊາການທະຫານນອກປະຈຳການ ພະລາຊະກໍລະນີຍະກິດຂອງພະອົງຕື່ມຂຶ້ນ ຮວມທັງການສະເດັດປະພາດພາຍໃນແລະນອກປະເທດ ພະລາຊະກໍລະນີຍະກິດໃນການເຍືອນນີ້ ແມ່ນຊ່ວງທີຄົບຮອບມື້ປະສູດປີທີ 21 ເຊິ່ງພະອົງໄດ້ຊົງຖະແຫຼງການອອກອາກາດ ປະກາດເຈດຕະນາລົມທີ່ຈະອຸທິດພະອົງ ເພື່ອພາລະກິດຂອງປະເທດໃນເຄືອຈັກກະພົບ ແລະໃນປີດຽວກັນນີ້ເອງ ທີ່ພະອົງຊົງປະກາດໝັ້ນກັບ "ເຮືອໂທຟິລລິບ ເມົາທ໌ແບດແທັນ" (ຕໍ່ມາຄືເຈົ້າຊາຍຟິລິບ ດຍຸກແຫ່ງເອແດມບວກ) ໂດຍພະລາຊະພິທີອະພິເສກສົມລົດຈັດຂຶ້ນທີ່ເວສຕ໌ມິນສະເຕີແອບບີ ເມື່ອວັນທີ່ 20 ພະຈິກ ຄ.ສ. 1947 ພະອົງຊົງຖະແຫຼງການຊ້ຳອີກຄັ້ງເຖິງເຈດຕະນາລົມ ທີ່ຈະອຸທິດພະອົງເພື່ອພາລະກິດຂອງປະເທດໃນມື້ສະເດັດຂຶ້ນຄອງລາດ
ສົມເດັດພະລາຊິນີນາດເອລີຊາແບັດທີ 2 ສະເດັດຂຶ້ນຄອງລາດເມື່ອວັນທີ 6 ກຸມພາ ຄ.ສ. 1952 ຫຼັງຈາກທີ່ພະລາຊະບິດາສະເດັດສະຫວັນຄົດ ຂະນະທີ່ພະອົງປະທັບຢູ່ທີປະເທດເຄນຍາ ເຊິ່ງເປັນປະເທດທຳອິດຕາມກົດໝາຍກຳໜົດການເຍືອນປະເທດໃນເຄືອຈັກກະພົບຂອງພະອົງ ພະລາຊະພິທີບໍລົມລາຊາພິເສກຈັດຂຶ້ນທີ່ມະຫາວິຫານເວສມິນສະເຕີ ເມື່ອວັນທີ 2 ມິຖຸນາ ຄ.ສ. 1953 ເຊິ່ງເປັນຄັ້ງທຳອິດທີ່ພະລາຊະພິທີໄດ້ຖ່າຍທອດໄປທົ່ວໂລກ
This article uses material from the Wikipedia ລາວ article ສົມເດັດພະລາຊິນີນາດເອລີຊາແບັດທີ 2 ແຫ່ງສະຫະລາຊະອານາຈັກ, which is released under the Creative Commons Attribution-ShareAlike 3.0 license ("CC BY-SA 3.0"); additional terms may apply (view authors). ເນື້ອໃນສາມາດໃຊ້ໄດ້ພາຍໃຕ້ CC BY-SA 4.0 ຖ້າບໍ່ແມ່ນຢ່າງອື່ນໃດທີ່ລະບຸໄວ້. Images, videos and audio are available under their respective licenses.
®Wikipedia is a registered trademark of the Wiki Foundation, Inc. Wiki ລາວ (DUHOCTRUNGQUOC.VN) is an independent company and has no affiliation with Wiki Foundation.