ເມິງ

ເມືອງເມິງເປັນເມືອງໜຶ່ງທີ່ຂຶ້ນກັບແຂວງບໍ່ແກ້ວ ເປັນທີ່ນອນຢູ່ໃນ 47 ເມືອງ ທຸກຍາກໃນທົ່ວປະເທດ(2009) ເຊິ່ງຕັ້ງຢູ່ເບື້ອງທິດຕາເວັນອອກສ່ຽງເໜືອ ຂອງແຂວງບໍ່ແກ້ວຫ່າງຈາກເທດສະບານແຂວງ ປະມານ 115 ກິໂລແມັດ

ເມິງ

ປະຫວັດເມືອງເມິງ

ທີ່ຕັ້ງ ແລະ ອານາເຂດ

  • ທິດເໜືອ ຕິດກັບ ແມ່ນ້ຳຂອງ ຊາຍແດນລາວ-ມຽນມ່າ ມີຄວາມຍາວທັງໝົດ 48 km.
  • ທິດໃຕ້ ຕິດກັບ ເມືອງຫ້ວຍຊາຍ
  • ທິດຕາເວັນອອກ ຕິດກັບ ເມືອງວຽງພູຄາ ແຂວງຫຼວງນ້ຳທາ.
  • ທິດຕາເວັນຕົກ ຕິດກັບ ເມືອງຕົ້ນເຜິ້ງ.

ທົ່ວເມືອງມີເນື້ອທີ່ທັງໝົດ 1.509 Km2, ຄວາມໜາແໜ້ນຂອງພົນລະເມືອງສະເລ່ຍ 8 ຄົນ/Km2 ໃນນີ້ມີເນື້ອທີ່ປ່າໄມ້ 36.186 ເຮັກຕາ, ເນື້ອທີ່ປູກປ່າ (ປ່າຍອດຫ້ວຍ) 643,37 ເຮັກຕາ, ເນື້ອທີ່ປ່າອື່ນໆ 36.396 ເຮັກຕາ, ເນື້ອທີ່ປ່ານຳໃຊ້ (ທຳການຜະລິດ) 36.393 ເຮັກຕາ, ເນື້ອທີ່ໃຊ້ຊົນລະປະທານລະດູຝົນມີ 1.021 ເຮັກຕາ ແລະ ເນື້ອທີ່ໃຊ້ຊົນລະປະທານລະດູແລ້ງ 771 ເຮັກຕາ.

ຈຸດພິເສດ ແລະ ທ່າແຮງບົ່ມຊ້ອນ.

ເປັນເມືອງເຂດພູດອຍມີເນື້ອທີ່ກວມ 75% ແລະ ເນື້ອທີ່ທົ່ງພຽງມີໜ້ອຍ, ຢ້າຍຢູ່ຕາມແຄມນ້ຳຫ້ວຍຕ່າງໆເຊັ່ນ: ນ້ຳຍູ້, ລ້ອງຖ້ຳພະບາດ, ນ້ຳຕຸຍ, ນ້ຳຄາ, ນ້ຳເມິງເປັນຕົ້ນ. ເປັນເຂດທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນ ທຳມະຊາດ (ແຮ່ເຫຼັກ, ຄຳ, ແກ້ວນາງຟານ, ສັງກະຊີ, ທິວທັດທຳມະຊາດ...), ມີຫ້ວຍນ້ຳຫຼາຍສາຍສາມາດກໍ່ສ້າງຝາຍ, ຊົນລະປະທານ ແລະ ສ້າງເປັນເຄື່ອນໄຟຟ້າໄດ້ເປັນຕົ້ນ: ນ້ຳຟ້າ, ຫ້ວຍພູເລົາ, ຫ້ວຍປຸ່ງເລາະ. ມີເຄື່ອງປ່າຂອງດົງ ແລະ ມີເສັ້ນທາງຜ່ານລະຫ່ວາງກຸ່ມບ້ານຫາກຸ່ມບ້ານ ແລະ ມີເສັ້ນທາງຫຼວງແຕ່ເມືອງຫາແຂວງປະມານ 115 Km.

ສະຖານທີ່ທ່ອງທ່ຽວ

  • ຖ້ຳພະບາດ
  • ຖ້ຳນ້ຳຍູ້
  • ຄ້າຍເກົ່າຖານທີ່ໝັ້ນຂອງຈັກກະພັດອາເມຣິກາ
  • ຕົ້ນຫວາຍໃຫຍ່
  • ຕາດອໍ້
  • ຕາດຕໍ່ແລ່
  • ບໍ່ນ້ຳອຸ່ນປຸງເລາະ
  • ຕົ້ນຊາທຳມະຊາດໃຫຍ່ ອາຍຸ 1500 ປີ
  • ບ້ານຊົນເຜົ່າຊົນນ້ອຍ ເຊັ່ນ: ເຜົ່າລະຫູ(ກຸ່ຍ, ມູເຊີດຳ, ມູເຊີຂາວ), ເຜົ່າອາຄາ ທີ່ມີຮີດຄອງປະເພດນີ, ການນຸ່ງຖື ແລະ ເອກະລັກສະເພາະ ທີ່ບໍ່ຄືເຜົ່າອື່ນ.

ດ້ານປະຊາກອນ ແລະ ການປົກຄອງ

ທົ່ວເມືອງມີ 5 ກຸ່ມບ້ານ, ມີ 28 ບ້ານ, ມີພົນລະເມືອງທັງໝົດ 11.561 ຄົນ, ໃນນັ້ນ ມີຍິງ 5.701 ຄົນ, ມີ 1.992 ຄົວເຮືອນ. ປະກອບດ້ວຍ: ເຜົ່າລື້ ກວມ 32,1%, ເຜົ່າລາຫູ ກວມ 21,4%, ເຜົ່າອາຄາ ກວມ 21,4%, ເຜົ່າກຶມມຸ ກວມ 10,1%, ເຜົ່າອິ້ວມ້ຽນ ກວມ 10,1% ແລະ ເຜົ່າອື່ນໆກວມປະມານ 6%.(ຂໍ້ມູນ ປີ 2008)

Tags:

ເມິງ ປະຫວັດເມືອງເມິງ ທີ່ຕັ້ງ ແລະ ອານາເຂດເມິງ ຈຸດພິເສດ ແລະ ທ່າແຮງບົ່ມຊ້ອນ.ເມິງ ສະຖານທີ່ທ່ອງທ່ຽວເມິງ ດ້ານປະຊາກອນ ແລະ ການປົກຄອງເມິງ

🔥 Trending searches on Wiki ລາວ:

ສົງຄາມສະຫະພາບໂຊວຽດເຄື່ອງດື່ມລັດຖະບານ9 ກັນຍາສານປະຊາຊົນສູງສຸດອານາຈັກລ້ານຊ້າງໂທໂຮໂປຣເຈັກມື້ປະເທດອັງໂກລານະຄອນຫຼວງວຽງຈັນອານາຈັກທົນບຸຣີປະເທດຍີ່ປຸ່ນເອີລົບພາສາອັງກິດກັນຍາແອລຈີບີທີປາຣີນ້ຳມັນຫີລິງລົມສົມເດັດພະສີນະຄະຣິນທາບໍລົມລາຊະຊົນນະນີພະບາດສົມເດັດພະວະຊິຣະເກົ້າເຈົ້າຢູ່ຫົວISO 4217ພາສາສາດຍາດາ ເທບພະນົມໄດໂນເສົາອາລີຊະຕົດຄຳພີໄບເບີລຈັງຫວັດມະຫາສາລະຄາມທະເລແຂວງບໍ່ແກ້ວປະເທດມຽນມາປະເທດໄທລັດແມສຊາຊູເຊຕສ໌ເຟດບຸກວັງວຽງທະນາຄານກາງພຣະບາດສົມເດັດພຣະເຈົ້າມະຫາຊີວິດສີສວ່າງວັທະນາກະຊວງປ້ອງກັນຄວາມສະຫງົບສະຕໍເບີລີພລິນຊ໌ເມັກຊິກອະພິສິດ ເວດຊາຊີວະປະເທດອິນໂດເນເຊຍປະເທດກຳປູເຈຍສະຫະລັດເອແດມບວກຄຳໄຕ ສີພັນດອນສານແຂວງຄຳມ່ວນວະລາດີມີຣ໌ ປູຕິນBM-30 Smerchນັກການເມືອງເຂດການປົກຄອງຂອງປະເທດລາວຈັງຫວັດອຸຕະຣະດິດພາສາລັດເຊຍໜູຖົງພິກັດພູມສາດເສັ້ນທາງ 13 (ປະເທດລາວ)ປະເທດຈີນຜາສາດຫີນວັດພູຈັງຫວັດລຳປາງແມ່ນ້ຳໄນລ໌🡆 More