ອຸຍແນສໂກ

ອົງການເພື່ອການສຶກສາ ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ (ອັງກິດ: United Nations Educational, Scientific and Cultural Organization) ຫຼື ອຸຍແນສໂກ (ອັງກິດ: UNESCO) ເປັນອົງການສະເພາະຂອງສະຫະປະຊາຊາດ ກໍ່ຕັ້ງໂດຍໄດ້ມີການລົງນາມ​ໃນ​ລັດຖະທຳ​ມະນູນຂອງອົງການ ເມື່ອວັນທີ 16 ພະຈິກ 1945 ແລະ ຕໍ່ມາເມື່ອວັນທີ 4 ພະຈິກ 1946 ຫຼັງສົງຄາມໂລກຄັ້ງທີສອງ ປະເທດສະມາຊິກກໍ່ຕັ້ງ 20 ປະເທດ ໄດ້ຮ່ວມມືກັນໃຫ້ສັດຕະຍາບັນລັດຖະທຳມະນູນອົງການ .

ອຸຍແນສໂກ
ອົງການເພື່ອການສຶກສາ ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ
ອຸຍແນສໂກ
ອຸຍແນສໂກ
ທຸງຂອງອຸຍແນສໂກ
ປະເພດໜ່ວຍງານພິເສດຂອງສະຫະປະຊາຊາດ
ຕົວຫຍໍ້ອຸຍແນສໂກ (UNESCO)
ຫົວໜ້າອຸຍແນສໂກ Audrey Azoulay
ຜູ້ອຳນວຍການອົງການການສຶກສາ ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ
ຈັດຕັ້ງ16 ພະຈິກ 1945
ສຳນັກງານປາຣີ, ປະເທດຝຣັ່ງ
ເວັບໄຊwww.unesco.org
ຕົ້ນສັງກັດຄະນະມົນຕີເສດຖະກິດ ແລະ ສັງຄົມແຫ່ງສະຫະປະຊາຊາດ

ນອກຈາກນີ້ ລັດຖະທຳມະນູນອຸຍແນສໂກຍັງຊີ້ໃຫ້ເຫັນໄວ້ນຳວ່າ ສັນຕິພາບທີ່ເກີດຈາກການຕົກລົງທາງດ້ານການເມືອງ ທາງດ້ານເສດຖະກິດລະຫວ່າງລັດຖະບານພຽງຢ່າງດຽວ ຈະບໍ່ໄດ້ຮັບການສະໜັບສະໜູນຢ່າງເຕັມທີ່ແທ້ຈິງ ແລະ ຍືນດົນນານ ຈາກຫຼາຍປະເທດຕ່າງໆ ໃນໂລກ ສັນຕິພາບຈະຕ້ອງວາງຮາກຖານຢູ່ໃນຄວາມຮ່ວມມືທາງສະຕິປັນຍາ ແລະ ຈິດສຳນຶກຂອງມະນຸດຊາດ ດັ່ງນັ້ນອົງການອຸຍແນສໂກຈຶ່ງສຸມໃສ່ການສົ່ງເສີມສັນຕິພາບ ດ້ວຍການສົ່ງເສີມຄວາມຮ່ວມມືຂອງນານາຊາດ ດ້ານການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ເພື່ອໃຫ້ທົ່ວໂລກເຄົາລົບໃນຄວາມຍຸດຕິທຳ ກົດໝາຍ, ສິດທິ ແລະ ເສລີພາບ ທີ່​ມະນຸດ​ຄວນ​ມີ ໂດຍບໍ່ຖືເຊື້ອຊາດ, ເພດ, ພາສາ ຫຼື ສາສະໜາ ຕາມກົດບັດສະຫະປະຊາຊາດ ອຸຍແນສໂກມີສຳນັກງານໃຫຍ່ຢູ່ໃນເມືອງປາຣີ, ປະເທດຝຣັ່ງ

ປັດຈຸບັນ ອຸຍແນວໂກມີປະເທດສະມາຊິກທັງໝົດ 194 ປະເທດ ສະມາຊິກສົມທົບອີກ 12 ປະເທດ ປະເທດລາວເຂົ້າເປັນລັດສະມາຊິກຂອງອົງການອຸຍແນສໂກໃນວັນທີ 9 ກໍລະກົດ 1951

ໂດຍປົກກະຕິ ອຸຍແນສໂກຈະໃຊ້ພາສາອັງກິດ ແລະ ພາສາຝຣັ່ງເປັນພາສາທາງການ ແຕ່ໃນລະຫວ່າງການປະຊຸມສະໄໝສາມັນຂອງອຸຍແນສໂກ ແລະ ການປະຊຸມຄະນະກຳມະການບໍລິຫານຂອງອຸຍແນສໂກ ຈະໃຊ້ພາສາທີ່ກ່ຽວຂ້ອງເຖິງ 6 ພາສາ ແມ່ນ: ອັງກິດ, ຝຣັ່ງ, ລັດເຊຍ, ອາຣັບ, ແອັດສະປາຍ ແລະ ຈີນ

ການດຳເນີນງານຂອງອຸຍແນສໂກນັ້ນຈະປາກົດໃນຮູບຂອງການປະຊຸມສະໄໝສາມັນ ເຊິ່ງມີທຸກໆ 2 ປີ ໂດຍຄະນະກຳມະການປະກອບດ້ວຍຜູ້ຊົງມີວຸດທິທາງດ້ານການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ຈຳນວນ 58 ຄົນ ທີ່ເລືອກມາຈາກຜູ້ແທນຂອງປະເທດສະມາຊິກ ກຳມະການຈະຢູ່ໃນໄລຍະ 4 ປີ ໂດຍຈັດໃຫ້ມີການເລືອກຕັ້ງກຳມະການໃໝ່ເຄິ່ງໜຶ່ງທຸກ 2 ປີ ຜູ້ອຳນວຍການໃຫຍ່ ເຊິ່ງເປັນເຈົ້າໜ້າທີ່ສູງສຸດຂອງອົງການ ຈະຢູ່ໃນໄລຍະ 6 ປີ

ອຸຍແນສໂກໄດ້ຈັດໃຫ້ມີສຳນັກງານສ່ວນພາກພື້ນ ແລະ ສຳນັກງານຍ່ອຍປະຈຳພື້ນທີ່ ເພື່ອໃຫ້ອຸຍແນສໂກປະສານກັບປະເທດຕ່າງໆ ໄດ້ຢ່າງໃກ້ຊິດ ແຕ່ລະປະເທດສະມາຊິກຈະຈັດໃຫ້ມີສຳນັກຜູ້ແທນຖາວອນປະຈຳອຸຍແນສໂກ ແລະ ສຳນັກເລຂາທິການຄະນະກຳມະການແຫ່ງຊາດວ່າດ້ວຍອຸຍແນສໂກຂອງປະເທດນັ້ນໆ ເພື່ອດຳເນີນງານໃນສ່ວນທີ່ກ່ຽວຂ້ອງກັບຂອບຄ່າຍງານຂອງອຸຍແນສໂກໂດຍສະເພາະ

ກິດຈະກຳ/ໂຄງການ

ອຸຍແນສໂກກຳນົດ ແລະ ດຳເນີນການກິດຈະກຳພາຍໃຕ້ 5 ຫົວຂໍ້ ຄື ການສຶກສາ ວິທະຍາສາດທຳມະຊາດ ສັງຄົມ ແລະ ມະນຸດສາດ ວັດທະນະທຳ ແລະ ການສື່ສານ ແລະ ຂໍ້ມູນ

  • ອຸຍແນສໂກສະໜັບສະໜູນການວິໄຈໃນການສຶກສາປຽບທຽບ (comparative education) ໂດຍຈັດຫາຜູ້ຊ່ຽວຊານ ແລະ ສົ່ງເສີມຄວາມຊ່ວຍເຫຼືອ ເພື່ອເສີມສ້າງຄວາມເປັນຜູ້ນຳດ້ານການສຶກສາລະດັບຊາດ ແລະ ທ່າແຮງຂອງປະເທດຕ່າງໆ ໃນການນຳສະເໜີການສຶກສາທີ່ມີຄຸນນະພາບສຳລັບທຸກຄົນ ໂດຍບໍ່ຈັດວ່າເປັນການອຸດົມສຶກສາ ເຊັ່ນ
    • UNESCO Chairs
    • Convention against Discrimination in Education
    • UNESCO ASPNet
  • ອຸຍແນສໂກຖະແຫຼງການ Seville Statement on Violence
  • ກຳນົດໂຄງການ ແລະ ສະຖານທີ່ ທີ່ມີຄວາມສຳຄັນທາງວັດທະນະທຳ ແລະ ວິທະຍາສາດ ເຊັ່ນ​:
    • ເຄືອຂ່າຍສວນສາທາລະນະທໍລະນີໂລກ (Global Geoparks Network)
    • ເຄືອຂ່າຍພື້ນທີ່ສະຫງວນຊີວະມົນທົນໂລກ (World Network of Biosphere Reserves) ພາຍໃຕ້ໂຄງການມະນຸດ ແລະ ຊີວະມົນທົນ ຕັ້ງແຕ່ປີ 1971
    • ເມືອງແຫ່ງວັນ​ນະ​ຄະ​ດີ​ (City of Literature)
    • ໂຄງການພາສາໃກ້ສູນ ແລະ ຄວາມຫຼາກຫຼາຍທາງພາສາ (Endangered languages and linguistic diversity projects)
    • ຜົນງານດ້ານວາທະສິນ ແລະ ມໍລະດົກທີ່ບໍ່ເປັນກາຍຍະພາບຂອງມະນຸດຊາດ (Masterpieces of the Oral and Intangible Heritage of Humanity) ເຊິ່ງຕໍ່ມາພັດທະນາເປັນ ມໍລະດົກທາງວັດທະນະທຳທີ່ຈັບຕ້ອງບໍ່ໄດ້ ຫຼື ມໍລະດົກພູມປັນຢາທາງວັດທະນະທຳ (Intangible Cultural Heritage)
    • ຄວາມຊົງຈຳແຫ່ງໂລກ (Memory of the World) ຕັ້ງແຕ່ປີ 1997
    • ການຈັດການຊັບພະຍາກອນນ້ຳ ພາຍໃຕ້ໂຄງການອຸທົກກະສາດນານາຊາດ (International Hydrological Programme: IHP),
    • ແຫຼ່ງມໍລະດົກໂລກ (World Heritage Sites)
    • ຫໍສະໝຸດດີຈີຕອນແຫ່ງໂລກ (World Digital Library)
  • ສົ່ງເສີມ "ການໄຫຼຂອງຄວາມຄິດຢ່າງອິດສະຫຼະດ້ວຍພາບ ແລະ ຄຳເວົ້າ" ໂດຍວິທີ:
    • ສົ່ງເສີມເສລີພາບໃນການສະແດງອອກ ລວມທັງເສລີພາບສື່ ແລະ ກົດໝາຍເສລີດ້ານຂໍ້ມູນຂ່າວສານ ຜ່ານພະແນກເສລີພາບໃນການສະແດງອອກ ແລະ ການພັດທະນາສື່ (Division of Freedom of Expression and Media Development) ລວມເຖິງໂຄງການລະຫວ່າງປະເທດເພື່ອການພັດທະນາການສື່ສານ (International Programme for the Development of Communication)
    • ສົ່ງເສີມຄວາມປອດໄພຂອງສື່ ແລະ ຕໍ່ສູ້ກັບການບໍ່ຕ້ອງຮັບໂທດສຳລັບຜູ້ທີ່ໂຈມຕີພວກເຂົາ ຜ່ານການປະສານງານຕາມ "ແຜນປະຕິບັດການສະຫະປະຊາຊາດວ່າດ້ວຍຄວາມປອດໄພຂອງນັກຂ່າວ ແລະ ປະເດັນການບໍ່ຕ້ອງຮັບໂທດ" (the UN Plan of Action on the Safety of Journalists and the Issue of Impunity)
    • ສົ່ງເສີມການເຂົ້າເຖິງ ແລະ ການເກັບຮັກສາຂໍ້ມູນຢ່າງທົ່ວເຖິງ ແລະ ການແກ້ບັນຫາແບບເປີດເພື່ອການພັດທະນາທີ່ຢັ້ງຢືນ ຜ່ານພະແນກສະມາຄົມຄວາມຮູ້ (Knowledge Societies Division) ລວມເຖິງໂຄງການຄວາມຊົງຈຳແຫ່ງໂລກ (Memory of the World Programme) ແລະ ໂຄງການຂໍ້ມູນຂ່າວສານເພື່ອປວງຊົນ (Information for All Programme)
    • ສົ່ງເສີມນິຍົມທາງການເມືອງ, ຄວາມເທົ່າທຽມທາງເພດ ແລະ ຄວາມຫຼາກຫຼາຍທາງວັດທະນະທຳໃນສື່
    • ສົ່ງເສີມຄວາມເປັນສາກົນຂອງອິນເຕີເນັດ ແລະ ຫຼັກການຂອງອິນເຕີເນັດ ວ່າອິນເຕີເນັດຄວນຕັ້ງຢູ່ໃນພື້ນຖານ (I) ສິດ​ທິ​ມະ​ນຸດ (ii) ເປີດກວ້າງ (iii) ເຂົ້າເຖິງໄດ້ທຸກຄົນ ແລະ (iv) ຫຼໍ່ລ້ຽງໂດຍການມີສ່ວນຮ່ວມຂອງຜູ້ມີສ່ວນໄດ້ສ່ວນເສຍຫຼາຍຝ່າຍ (ສະຫຼຸບເປັນຄຳຫຍໍ້ R.O.A.M.)
    • ການສ້າງຄວາມຮູ້ຜ່ານສິ່ງພິມ ເຊັ່ນ World Trends in Freedom of Expression and Media Development, the UNESCO Series on Internet Freedom, and the Media Development Indicators, ຕະຫຼອດຈົນການສຶກສາອີງຕາມຕົວຊີ້ວັດອື່ນໆ
  • ສະໜັບສະໜູນ ເຊັ່ນ:
    • ທົດສະວັດສາກົນເພື່ອວັດທະນະທຳສັນຕິພາບ ແລະ ຄວາມບໍ່ຮຸນແຮງເພື່ອເດັກຂອງໂລກ (International Decade for the Promotion of a Culture of Peace and Non-Violence for the Children of the World) ລະຫວ່າງປີ 2001–2010
    • ວັນເສລີພາບສື່ມວນຊົນໂລກ (World Press Freedom Day) ໃນວັນທີ 3 ພຶດສະພາ ຂອງທຸກໆປີ ເພື່ອສົ່ງເສີມເສລີພາບໃນການສະແດງອອກ ແລະ ເສລີພາບຂອງສື່ ໃນຖານະທີ່ເປັນສິດທິມະນຸດຂັ້ນພື້ນຖານ ແລະ ເປັນອົງປະກອບທີ່ສຳຄັນຂອງສັງຄົມທີ່ມີສຸຂະພາບດີ ເປັນປະຊາທິປະໄຕ ແລະ ເສລີ
    • ວັນການຮູ້ໜັງສືສາກົນ (International Literacy Day)
    • ປີສາກົນເພື່ອວັດທະນະທໍາສັນຕິພາບ (International Year for the Culture of Peace)
  • ກໍ່ຕັ້ງແຕ່ໃຫ້ທຸກສະໜັບສະໜູນໂຄງການ ເຊັ່ນ:
    • ໂຄງການຈັດຕັ້ງພິພິທະພັນການຍ້າຍຖິ່ນ (Migration Museums Initiative)
    • ສຳນັກຂາວແຫ່ງອາຊີ ແລະ ປາຊີຟິກ (OANA)
    • ສະພາວິທະຍາສາດລະຫວ່າງປະເທດ (International Council of Science)
    • ເອກ​ອັກ​ຄະ​ລັດ​ຖະ​ທູດອຸຍແນສໂກ (UNESCO Goodwill Ambassador)
    • UNESCO Collection of Representative Works ເພື່ອແປຜົນງານວັນນະຄະດີໂລກໃຫ້ເປັນຫຼາຍພາສາລະຫວ່າງປີ 1948 ເຖິງ 2005
    • GoUNESCO

ນອກຈາກນີ້ ມີການສະເໜີໃຫ້ຈັດຕັ້ງໂຄງການໃໝ່ໂດຍລັດສະມາຊິກ ໄດ້ແກ່ ໂຄງການທີ່ສຸມໃສ່ມໍລະດົກທາງວັດທະນະທໍາທີ່ສາມາດເຄື່ອນຍ້າຍໄດ້ (movable cultural heritage) ເຊັ່ນ: ສິ່ງປະດິດ, ຮູບແຕ້ມ ແລະ biofact ຕົວຢ່າງວັດຖຸທາງວັດທະນະທຳ ເຊັ່ນ: ຮູບແຕ້ມໂມນາລິຊາ, ຮູບປັ້ນດາວີດ, ທອງສຳລິດເມນິນ ແລະ ມົງກຸດແຫ່ງແພັກເຈ ເປັນຕົ້ນ ແລະ ໂຄງ​ການ​ສຸມໃສ່ສິ່ງ​ຊີ​ວິດ​ ເຊັ່ນ ມັງກອນໂຄໂມໂດ, ແພນດ້າຍັກ, ນົກອິນຊີຫົວຂາວ, ອາຍ-ອາຍ ເປັນຕົ້ນ

ຜູ້ອຳນວຍການ

ລາຍຊື່ຜູ້ອຳນວຍການອົງການອຸຍແນສໂກ ມີດັ່ງນີ້:

ຊື່ ສັນຊາດ ດຳລົງຕຳແໜ່ງ
Julian Huxley ອຸຍແນສໂກ  ສະຫະລາຊະອານາຈັກ 1946–48
Jaime Torres Bodet ອຸຍແນສໂກ  ເມັກຊິກ 1948–52
John Wilkinson Taylor ອຸຍແນສໂກ  ສະຫະລັດອາເມຣິກາ ຮັກສາການ 1952–53
Luther Evans ອຸຍແນສໂກ  ສະຫະລັດອາເມຣິກາ 1953–58
Vittorino Veronese ອຸຍແນສໂກ  ອິຕາລີ 1958–61
René Maheu ອຸຍແນສໂກ  ຝຣັ່ງ 1961–74; ຮັກສາການ 1961
Amadou-Mahtar M'Bow ອຸຍແນສໂກ  ເຊເນການ 1974–87
Federico Mayor Zaragoza ອຸຍແນສໂກ  ແອັດສະປາຍ 1987–99
Koïchiro Matsuura ອຸຍແນສໂກ  ຍີ່ປຸ່ນ 1999–2009
Irina Bokova ອຸຍແນສໂກ  ບູນກາລີ 2009–2017
Audrey Azoulay ອຸຍແນສໂກ  ຝຣັ່ງ 2017–ປັດຈຸບັນ

ສຳນັກງານ

ອ້າງອີງ

ເບິ່ງຕື່ມ

  • ມໍລະດົກໂລກ
  • ມໍລະດົກທາງວັນທະນາທຳທີ່ຈັບຕ້ອງບໍ່ໄດ້
  • ຄວາມຊົງຈຳແຫ່ງໂລກ
  • ພູມສັນຖານວັດທະນະທໍາ
  • ເອກ​ອັກ​ຄະ​ລັດ​ຖະ​ທູດອຸຍແນສໂກ

ແຫຼ່ງຂໍ້ມູນອື່ນ

ອຸຍແນສໂກ 
Commons:Category
Commons ມີພາບກ່ຽວກັບ:
ອຸຍແນສໂກ
  • UNESCO ເວັບໄຊຢ່າງເປັນທາງການ

Tags:

ອຸຍແນສໂກ ກິດຈະກຳໂຄງການອຸຍແນສໂກ ຜູ້ອຳນວຍການອຸຍແນສໂກ ສຳນັກງານອຸຍແນສໂກ ອ້າງອີງອຸຍແນສໂກ ເບິ່ງຕື່ມອຸຍແນສໂກ ແຫຼ່ງຂໍ້ມູນອື່ນອຸຍແນສໂກພາສາອັງກິດສົງຄາມໂລກຄັ້ງທີສອງ

🔥 Trending searches on Wiki ລາວ:

ເມືອງແປກ (ໂພນສະຫວັນ)22 ມິຖຸນາທະນາຄານກາງຄ.ສ. 1927ປະຫວັດສາດລາວລິນຸກຊ໌24 ມີນາແຂວງຫົວພັນແຂວງເຊກອງວິກິພີເດຍການປະຕິວັດອຸດສາຫະກຳປະເທດເກຣັກອ້າຍ​ນ້ອງ​ໃນ​ພຣະ​ຄຣິດວັດຊຽງທອງອຸດສາຫະກຳສັງຄົມນິຍົມອະໄວຍະວະເພດນາງສາວລາວ 2017ຈັກກະພັດນາໂປເລອົງທີ 1ຫມາຍເລກໄອພີການຟ້ອນລຳວຽງຈັນນາໂນແມັດແຮ່ທາດຈັງຫວັດຊຽງໃໝ່ຈັງຫວັດຂອງປະເທດໄທສະຖານນີທ່ານາແລ້ງກະຊວງສິດທິເດັກສູນສະຖິຕິແຫ່ງຊາດແຂວງໄຊສົມບູນສາສະໜາເມືອງໃໝ່4 ຕຸລາອາຊີສຸບັນ ສຸວັນນະວົງມິນນີ່ ເມົາສ໌ແຮ່ໄພໄຣບາຣັກ ໂອບາມາອານາຈັກອະຍຸດທະຍາບຸນສົງການພາສາຂະແມຂົວມິດຕະພາບລາວ - ໄທ ແຫ່ງທີ 4ອານາຈັກລ້ານນາເດືອນມັງກອນເມືອງນາຊາຍທອງວິສະວະກຳຄ.ສ. 2006ເອໂຄໂນເມທຣິກແກນກາງຄ.ສ. 2009ວັນພຸດຍູເວນຕູສ F.CສັດປີກXMLສະພັນຈ໌ບັອບ ສະແຄວຣ໌ແພນສ໌ທໍລະນີສາດວະລາດີມີຣ໌ ປູຕິນສະພາສະເຕຟາເນຍ ຕູເກວິດສິນຄ້າເສດຖະສາດຈຸນລະພາກເມືອງສອງຄອນu1wycປະເທດມຽນມານະຄອນຫຼວງອຳນາດຕຸລາການປະເທດອິດສະຣາເອນ25 ເມສາໂຮ່ຈີ່ມິນຄວາຍ🡆 More