ອ່າວໄທຍ໌ (ຊື່ເດິມ: ອ່າວສະຫຍາມ) ແມ່ນນ່ານນ້ຳທີ່ຢູ່ໃນທະເລຈີນໃຕ້ ມະຫາສະໝຸດປາຊິຟິກ ລ້ອມດ້ວຍປະເທດໄທ ມາເລເຊຍ ກຳປູເຈຍ ແລະຫວຽດນາມ ອ່າວໄທບໍ່ພຽງແຕ່ມີຄວາມສຳຄັນໃນທາງພູມິສາດແລະຊັບພະຍາກອນທຳມະຊາດແຕ່ຍັງມີຄວາມສຳຄັນໃນທາງກົດໝາຍອາຍາຢ່າງຍິ່ງ ໂດຍຖືເປັນອານາເຂດທີ່ສານໄທມີອຳນາດພິດຈາລະນາຄະດີກ່ຽວກັບຄວາມຜິດທີ່ເກີດຂຶ້ນ ໃນອານາບໍລິເວນອ່າວໄທຕາມກຳໜົດໄວ້ໃນກົດໝາຍໃຫ້ຖືເປັນລາດຊະອານາຈັກໄທນຳ
ອ່າວໄທຍ໌ | |
---|---|
| |
ອ່າວໄທຍ໌ | |
ທີ່ຕັ້ງ | ອາຊີຕາເວັນອອກສຽງໃຕ້ |
ພິກັດ | 09°30′N 102°00′E / 9.500°N 102.000°E 102°00′E / 9.500°N 102.000°E |
ຊະນິດ | ອ່າວ |
ແຫຼ່ງນ້ຳໄຫຼເຂົ້າຫຼັກ | ທະເລຈີນໃຕ້ |
ເປີດສູ່ມະຫາສະໝຸດ/ທະເລ | ມະຫາສະໝຸດປາຊີຟິກ |
ປະເທດໃນອ່າງນ້ຳ | |
ພື້ນທີ່ພື້ນນ້ຳ | 320,000 km2 (120,000 sq mi) |
ຄວາມເລິກໂດຍສະເລ່ຍ | 58 m (190 ft) |
ຄວາມເລິກສູງສຸດ | 85 m (279 ft) |
ອ່າວໄທມີພື້ນທີ່ ໓໐໐,໘໕໘.໗໖ ຕາລາງກິໂລແມັດ ເຂດແດນຂອງອ່າວໄທກຳໜົດດ້ວຍເສົ້ນທີ່ລາກແຕ່ແຫຼມກາເມົາຫຼືແຫຼມຍວນທາງຕອນໃຕ້ຂອງຫວຽດນາມ ໄປຮອດເມືອງໂກຕາບາລູໃນຊາຍຝັ່ງມາເລເຊຍ ຊຶ່ງຢູ່ຫ່າງກັນ ໓໘໑ ກິໂລແມັດ ໂດຍຈຸດເໜືອສຸດຂອງອ່າວໄທ ກົງປາກແມ່ນ້ຳເຈົ້າພະຍາ ຄົນໄທນິຍົມເອີ້ນກັນວ່າ "ອ່າວປະວັດສາດຮູບຕົວ ກ" ຊຶ່ງຕ່າງຊາດເອີ້ນ "ອ່າວກຸງເທບຯ"
ຊາຍຝັ່ງທະເລອ່າວໄທທອດຍາວ ໑,໘໔໐ ກິໂລແມັດ ມີຄວາມລຶກສະເຫຼຍ ໔໕ ແມັດ ຊຶ່ງຖືວ່າຕື້ນຫຼາຍ ຈຸດທີ່ລຶກກວ່າໝູ່ລຶກພຽງ ໖໐ ແມັດ ຈຶງເຮັດໃຫ້ການແລກປ່ຽນລະຫວ່າງນ້ຳຈືດນຳນ້ຳເຄັນເປັນໄປຢ່າງເຊື່ອງຊ້າ ນ້ຳຈືດຈຳນວນຫຼາຍທີ່ໄຫຼມາແຕ່ແມ່ນ້ຳຕ່າງໆ ເຮັດໃຫ້ນ້ຳທະເລໃນອ່າວໄທມີລະດັບຄວາມເຄັນຕ່ຳປະມານຮ້ອຍລະ ໓.໐໕-໓.໒໕ ແລະມີຕະກອນສູງ ແຕ່ບໍລິເວນທີ່ລຶກກວ່າ ໕໐ ແມັດ ມີຄວາມເຄັມສູງກວ່ານີ້ປະມານຮ້ອຍລະ ໓.໔% ຊຶ່ງເກີດແຕ່ນ້ຳທະເລທີ່ໄຫຼເຂົ້າມາແຕ່ທະເລຈີນໃຕ້
This article uses material from the Wikipedia ລາວ article ອ່າວໄທຍ໌, which is released under the Creative Commons Attribution-ShareAlike 3.0 license ("CC BY-SA 3.0"); additional terms may apply (view authors). ເນື້ອໃນສາມາດໃຊ້ໄດ້ພາຍໃຕ້ CC BY-SA 4.0 ຖ້າບໍ່ແມ່ນຢ່າງອື່ນໃດທີ່ລະບຸໄວ້. Images, videos and audio are available under their respective licenses.
®Wikipedia is a registered trademark of the Wiki Foundation, Inc. Wiki ລາວ (DUHOCTRUNGQUOC.VN) is an independent company and has no affiliation with Wiki Foundation.