ໝາ

ໝາ ແມ່ນສັດລ້ຽງລູກດ້ວຍນ້ຳນົມຫຼາຍຊະນິດຫຼາຍສະກຸນໃນວົງ Canidae ອອກລູກເປັນໂຕ ລຳໂຕມີຂົນປົກຄຸມ ມີແງ 2 ຄູ່ ຕີນໜ້າມີ 5 ນິ້ວ ຕີນຫຼັງມີ 4 ນິ້ວ ຊ່ອນເລັບບໍ່ໄດ້ ອະໄວຍະວະເພດຂອງໝາເຖິກມີດູກຢູ່ພາຍໃນ 1 ໜ່ວຍ.

ໝາ
ໝາ
ສະຖານະການອະນຸຮັກ
ສັດລ້ຽງຫຼືປະສຸສັດ
ການຈຳແໜກຊັ້ນທາງວິທະຍາສາດ
ອານາຈັກ: ສັດ
ຟີລຳ: ສັດມີແກນສັນຫຼັງ
ຟີລຳຍ່ອຍ: ສັດມີດູກສັນຫຼັງ
ຊັ້ນ: ສັດລ້ຽງລູກດ້ວຍນ້ຳນົມ
ອັນດັບ: ສັດກິນຊີ້ນ
ວົງ: ໝາ
ສະກຸນ: Canis
ຊະນິດ: C. lupus
ຊະນິດຍ່ອຍ: C. l. familiaris
Trinomen
Canis lupus familiaris

(Linnaeus, 1758)

ໝາເຊິ່ງຍັງຄົງເປັນສັດປ່າ ເຊັ່ນ ໝາໃນ (Cuon alpinus) ໝາທີ່ລ້ຽງເປັນສັດບ້ານ ແມ່ນ ຊະນິດ Canis lupus familiaris. ໝາເປັນສັດທີ່ມີຫຼາຍພັນ ເຊັ່ນ ລາບາດໍ, ໂກນເດັ້ນ, ຊິວາວ້າ ແລະອີກຫຼາຍຫຼວງ ມີທັງຂະໜາດນ້ອຍແລະໃຫຍ່ ຮ້າຍແລະບໍ່ຮ້າຍ. ພັນທີ່ມີຂະໜາດໃຫຍ່ ເຊັ່ນ ໂກນເດັ້ນ ລາບາດໍ ທີ່ມີຂະໜາດນ້ອຍ ເຊັ່ນ ຊິວາວ້າ ຊິສຸ ສ່ວນທີ່ດຸ ໄດ້ແກ່ ລັອດໄວເລີ້ ອັນເຊຊ້ຽນ. ໝາແຕ່ລະພັນຈະມີນິໄສແຕກຕ່າງກັນ.

ໝາພັດທະນາມາຈາກສັດກິນຊີ້ນແລະລ່າເນື້ອ ດັ່ງນັ້ນວິວັດທະນາການຂອງແຂ້ວສຳລັບຄ້ຽວຊີ້ນແລະດູກຈຶ່ງຍັງຄົງມີຢູ່ ລວມທັງການມີປະສາດດົມກິ່ນແລະຕາມລ່າເນື້ອທີ່ດີຫຼາຍ. ນອກຈາກນີ້ໝາຍັງມີກ້າມເນື້ອທີ່ແຂງແຮງອັນເຮັດໃຫ້ແລ່ນໄດ້ໄວແລະເພີ່ມຄວາມໄວໄດ້ເທົ່າທີ່ຕ້ອງການ. ລັກສະນະການຍ່າງຂອງໝາຈະຖິ້ມນ້ຳໜັກໂຕເທິງນິ້ວຕີນ ເຊິ່ງສົ່ງຜົນໃຫ້ໝາເຄື່ອນໄຫວໄດ້ຄ່ອງແຄ້ວກວ່າສັດຊະນິດອື່ນ. ນອກຈາກນີ້ໝາຍັງມີສັນຊາຕະຍານໃນການເຮັດວຽກເປັນກຸ່ມ. ດັ່ງນັ້ນໝາຈຶ່ງສາມາດລ່າສັດທີ່ມີຂະໜາດໃຫຍ່ກວ່າໄດ້ຢ່າງມີປະສິດທິພາບ.

ອ້າງອີງ

Tags:

ສັດລ້ຽງລູກດ້ວຍນ້ຳນົມອະໄວຍະວະເພດ

🔥 Trending searches on Wiki ລາວ:

.glເຟືອງຄ.ສ. 1927ປະເທດອາຟະການິດສະຖານໝີ9 ມັງກອນລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວພັນຄຳ ວິພາວັນຕາດຟານພາສາສາດປະເທດເນປານດົນຕີຈິຕະນິຍົມNeymarຈຳນວນປະເທດຮົງກາລີປະເທດອູແກຣນ13 ພຶດສະພາສະຖິຕິສາດປະລາສະຕິກໜ້າຫຼັກຄຣິສຕຽນໂນ ໂຣນາໂດອາກອນຊົມໃຊ້ປະຫວັດສາດມິສເຕີໂກລໂບ້ວພາສາພວນທະວີບງານບຸນ ແລະ ງານປະເພນີຕ່າງໃນລາວສັນຕິພາບນັກທຸລະກິດປະເທດອາກເມນີເສດຖະກິດຕະຫຼາດອຳນາດບໍລິຫານສະຫະພັນກຳມະບານອຸດສາຫະກຳປະເທດນອກແວດດັດຊະນີການພັດທະນາມະນຸດບໍລິການຂໍ້ຄວາມສັ້ນປ່າສະຫງວນແຫ່ງຊາດພູຊ້າງແຫ່ພຸດທະສາສະໜາປະເທດກຳບີເມືອງໂຂງປະໂຫຍກເວັບບຣາວເຊີສະໂມສອນຍູດິເນເຊການສໍາເລັດຄວາມໃຄ່ດ້ວຍຕົນເອງວັນກຳມະກອນສາກົນສີນປະເທດອິນໂດເນເຊຍແດຣີ ຄວີນສະຫະລັດອາເມຣິກາພາສາອິຕາລີລັດຖະທຳມະນູນເມືອງຈັນທະບູລີອາຫານວັດປ່າໂພນເພົາສຸຂະພາບປະເທດການາດາອະໄວຍະວະເພດເມືອງສີໂຄດຕະບອງ🡆 More