ພາສາທະມິນ

ພາສາທະມິນ ຫຼື ທາມິນ (ທະມິລ: தமிழ், , ,  ອອກສຽງ (ວິທີໃຊ້·ຂໍ້ມູນ) ) ເປັນພາສາດຣາວິດຽນ,ຄຣາດສິກທີ່ເວົ້າໂດຍຊາວທະມິນໃນທະວີບອິນເດຍ ແລະ ຊາວມົວສີລັງກາ ພາສາທະມິນເປັນພາສາທາງການໃນລັດທະມິນນາດູຂອງປະເທດອິນເດຍ, ສີລັງກາ ແລະ ສິງກະໂປ ແລະ ໃນອານາເຂດຂອງສະຫະພາບປູຕູເຈຣີ ພາສານີ້ຍັງເປັນ ພາສາຊົນເຜົ່າສ່ວນນ້ອຍໃນລັດອິນເດຍພາກໃຕ້ 4 ລັດ ຄື: ລັດເກຣາລະ, ລັດຄາຣານາຕາກະ, ລັດອັນດຣາ ປະເທດ ແລະ ລັດເຕລັງຄານາ ອານາເຂດຂອງສະຫະພາບໝູ່ເກາະອັນດາມັນ ແລະ ນິໂກບາ ນອກຈາກນີ້ ຍັງມີຜູ້ເວົ້າເປັນຊາວທະມິນອົບພະຍົບໃນຫຼາຍປະເທດ ເຊັ່ນ: ມາເລເຊຍ, ມຽນມາ, ອາຟຣິກາໃຕ້, ສະຫະລາຊະອານາຈັກ, ສະຫະລັດອາເມຣິກາ, ການາດາ, ອົດສະຕຣາລີ ແລະ ໂມຣິດ ພາສານີ້ໄດ້ຖືກບັນຈຸເຂົ້າໄປໃນໜຶ່ງ 22 ພາສາໃນກຳນົດຂອງລັດຖະທໍາມະນູນອິນເດຍ ພາສາທະມິນເປັນພາສາທໍາອິດທີ່ຖືກຈັດປະເພດເປັນພາສາຄຣາດສິກຂອງອິນເດຍ.

ພາສາທະມິນ
Tamiḻ
தமிழ்
ພາສາທະມິນ
ອອກສຽງ[t̪amiɻ]ກ່ຽວກັບສຽງນີ້ ອອກສຽງ
ປະເທດທີ່ມີການເວົ້າອິນເດຍ ແລະ ສີລັງກາ
ພາກພື້ນລັດທະມິນນາດູ (ອິນເດຍ)
ແຂວງ​ພາກ​ເໜືອ ແລະ ຕາເວັນອອກ (ສີລັງກາ)
ຊົນເຜົ່າຊາວທະມິນ
ຈຳນວນຜູ້ເວົ້າ75 ລ້ານຄົນ  (2011–2019)
ຜູ້ເວົ້າພາສາທີສອງ: 8 ລ້ານຄົນ (2011)
ຕະກຸນພາສາ
ດຣາວິດຽນ
  • ໃຕ້
    • ທະມິນ-ຄັນນາດາ
      • ທະມິນ-ໂຄດາກູ
        • ທະມິນ-ມາລາຢາລາມ
          • ທະມິນ
            • ພາສາທະມິນ
ຮູບແບບກ່ອນໜ້າ
ທະມິນເກົ່າ
  • ທະມິນກາງ
    • ພາສາທະມິນ
ລະບົບການຂຽນທະມິນ (ຕົວອັກສອນພຣາໝີ)
ທະມິນ-ພຣາໝີ (ອະດີດ)
ຄຣັນຖະ (ອະດີດ)
ວັດເຕລູຕູ (ອະດີດ)
ປາລາວະ (ອະດີດ)
Kolezhuthu (ອະດີດ)
ອາຣວີ (ອັກສອນໄຮ້ສະ)
ອັກສອນນູນທະມິນ (Bharati)
ລາຕິນ (ບໍ່ທາງການ)
ສະຖານະພາບທາງການ
ພາສາທາງການທຸງຊາດຂອງປະເທດອິນເດຍ ອິນເດຍ
  • ລັດທະມິນນາດູ
  • ປູຕູເຈຣີ

ທຸງຊາດຂອງປະເທດສີລັງກາ ສີລັງກາ
ທຸງຊາດຂອງສິງກະໂປ ສິງກະໂປ

ອົງກອນ
ທຸງຊາດຂອງສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ ອາຊຽນ
ພາສາຊົນກຸ່ມນ້ອຍທີ່ຮັບຮອງໃນທຸງຊາດຂອງປະເທດມາເລເຊຍ ມາເລເຊຍ
ທຸງຊາດຂອງປະເທດແອຟຣິກາໃຕ້ ອາຟຣິກາໃຕ້
ລະຫັດພາສາ
ISO 639-1ta
ISO 639-2tam
ພາສາທະມິນ

ພາສາທະມິນເປັນ​ໜຶ່ງ​ໃນ​ພາສາຄຣາດສິກທີ່ຄົງຢູ່ຍາວທີ່ສຸດໃນໂລກ A. K. Ramanujan ໂດຍອ້າງອີງໃສ່ພາສານີ້ເປັນ "ພາສາດຽວໃນປະເທດອິນເດຍທີ່ທັນສະໄໝທີ່ສືບຕໍ່ຈາກອະດີດ" ຮູບແບບ ແລະ ຄຸນນະພາບຂອງວັນນະຄະດີທະມິນຄລາດສິກໄດ້ເຮັດໃຫ້ມັນຖືກເອີ້ນວ່າ "ໜຶ່ງໃນປະເພນີ ແລະ ວັນນະຄະດີຄລາດສິກທີ່ຍິ່ງໃຫຍ່ທີ່ສຸດໃນໂລກ" ໂດຍມີການບັນທຶກວັນນະຄະດີທະມິນຫຼາຍກວ່າ 2000 ປີ Sangam literature ວັນນະຄະດີພາສາທະມິນຍຸກທໍາອິດທີ່ສຸດ ມີອາຍຸ ປ. 300 ປີກ່ອນຄຣິດສັກກະລາດເຖິງ ຄ.ສ. 300 ມີວັນນະຄະດີທີ່ເກົ່າແກ່ທີ່ສຸດທີ່ຍັງຫຼົງເຫຼືອຢູ່ໃນຕະກຸນພາສາດຣາວິດຽນ ບັນທຶກຄຳຈາລຶກທໍາອິດທີ່ພົບເຫັນຢູ່ໃນສີລາຈາລຶກ ແລະ ຫີນຂອງວິລະຊົນ ສືບຕົ້ນຕໍປະມານສະຕະວັດທີ 3 ກ່ອນຄຣິດສັດກະລາດ ກົມສໍາຫຼວດບູຮານຄະດີແຫ່ງອິນເດຍລະບຸວ່າຈາກຈາລຶກທີ່ພົບເຫັນ 100,000 ອັນ ມີ 6,000 ອັນຢູ່ໃນລັດທະມິນນາດູ ແລະ ໃນຈຳນວນນັ້ນສ່ວນໃຫຍ່ຂຽນດ້ວຍພາສາທະມິນ ໂດຍມີພາສາອື່ນໆ ພຽງປະມານ 5% ນອກຈາກນີ້ຍັງໄດ້ພົບເຫັນຈາລຶກພາສາທະມິນທີ່ຂຽນດ້ວຍອັກສອນພຣາໝີໃນປະເທດສີລັງກາ ແລະ ໃນສິນຄ້າທີ່ປະເທດໄທແລະ ປະເທດເອຢິບ ເອກະສານຕົວຂຽນທຳອິດທີ່ສຸດສອງອັນຈາກອິນເດຍ ທີ່ທາງຄວາມຊົງຈຳຂອງໂລກຂອງອຸຍແນສໂກໃຫ້ການຍອມຮັບ ແລະ ບັນຈຸໃນ ຄ.ສ 1997 ແລະ 2005 ຂຽນດ້ວຍພາສາທະມິນ

ໃນ ຄ.ສ. 1578 ມິສຊັນນາຣີ ຊາວປອກຕຸຍການຕີພິມ Thambiran Vanakkam ໜັງສືສວດມົນພາສາທະມິນໃນອັກສອນທະມິນເກົ່າ ເຮັດໃຫ້ພາສາທະມິນເປັນພາສາອິນເດຍທໍາອິດທີ່ມີການພິມ ແລະ ຕີພິມ Tamil Lexicon ທີ່ຕີພິມໂດຍມະຫາວິທະຍາໄລມານຣາດ ເປັນໜຶ່ງໃນວັດ​ຈະ​ນາ​ນຸ​ກົມຮຸ່ນທໍາອິດໃນບັນດາພາສາອິນເດຍ ຕາມລາຍງານຈາກການສຳຫຼວດໃນ ຄ.ສ. 2001 ມີໜັງສືພິມ 1,863 ສະບັບທີ່ຕີພິມໃນພາສາທະມິນໃນຈຳນວນນີ້ມີ 353 ສະບັບທີ່ຕີພິມທຸກມື້

ອ້າງອີງ


Tags:

Ta-தமிழ்.ogaກ່ຽວກັບສຽງນີ້ປະເທດການາດາປະເທດມາເລເຊຍປະເທດມຽນມາປະເທດສິງກະໂປປະເທດສີລັງກາປະເທດອາຟຣິກາໃຕ້ປະເທດອິນເດຍປະເທດອົດສະຕຣາລີພາສາທະມິລສະຫະລັດອາເມຣິກາສະຫະລາຊະອານາຈັກ

🔥 Trending searches on Wiki ລາວ:

ປາກແບ່ງໂລກປະເທດຝຣັ່ງອະນຸສາວະລີ ປະທານໄກສອນ ພົມວິຫານສີສະຫວາດ ແກ້ວບຸນພັນທຸງຊາດໄທເສັ້ນທາງ 13 (ປະເທດລາວ)ກິລາໂອແລມປິກ11 ມິຖຸນາການເມືອງຢູໂຣນາງສາວລາວ 201224 ມີນາMikoyan MiG-29ຄຳນາມຜາສາດຫີນວັດພູທຸງຊາດລາວສະຫະພາບເອີຣົບໜູຮັກ ພູມສະຫວັນ12 ມັງກອນສະປາຍ × ແຟມິລີປີໃໝ່ລາວສຳປະສິດຈິນີສິນຄ້າແຂວງຊຽງຂວາງເມືອງຫົງສາເມືອງໄຊບາງກອກ31 ມັງກອນນາງສາວລາວ 2009ປະເທດຫວຽດນາມລາຍຊື່ປະເທດ ແລະ ເຂດການປົກຄອງຮຽງຕາມຂະໜາດຂອງພື້ນທີ່ດັດຊະນີການພັດທະນາມະນຸດຖ້ຳພະ(ເມືອງພູກູດ)ລາຍຊື່ປະເທດ ດິນແດນ ແລະ ເມືອງຫຼວງວັນອາທິດ4 ມິຖຸນາປະເທດສິງກະໂປໂຈ ໄບເດັນຫໍພະແກ້ວພາສາລາວກະຊວງສາທາລະນະສຸກນາງສາວລາວ 2017ເສດຖະກິດຕະຫຼາດເຮືອນຫີນແຂວງອຸດົມໄຊວັນສຸກສິລາ ວີຣະວົງສ໌ນາງສາວລາວ 2015Pro Evolution Soccerຈັງຫວັດແພ່u1wycເລຂາຄະນິດກຳແພງນະຄອນຫລວງວຽງຈັນກະຊວງວິສະວະກຳເຕັກນິກທໍລະນີວັດພູສະເຫຼົາຈີນຍີ່ປຸ່ນແຂວງຈຳປາສັກHitlerວັດຊຽງທອງເງິນຄຳກຳມະໄມເຄິ້ນ ແຈັກຊັ້ນ🡆 More