ສະຫະພາບເອີຣົບ

ສະຫະພາບເອີຣົບ (ອັງກິດ: European Union: EU) ເປັນສະຫະພາບທາງເສດຖະກິດ ແລະ ການເມືອງ ປະກອບດ້ວຍລັດສະມາຊິກ 27 ປະເທດເຊິ່ງສ່ວນໃຫຍ່ຕັ້ງຢູ່ໃນທະວີບເອີຣົບ ມີພື້ນທີ່ 4,233,255 ຕາລາງກິໂລແມັດ ມີປະຊາກອນທີ່ປະເມີນກວ່າ 447 ລ້ານຄົນ.

ສະຫະພາບເອີຣົບພັດທະນາຕະຫຼາດດ່ຽວພາຍໃນຜ່ານລະບົບກົດໝາຍເຮັດໃຫ້ເປັນມາດຕະຖານເຊິ່ງໃຊ້ບັງຄັບໃນລັດສະມາຊິກທຸກປະເທດ ນະໂຍບາຍສະຫະພາບເອີຣົບສຸມໃສ່ການປະກັນການເຄື່ອນຍ້າຍບຸກຄົນ, ສິນຄ້າ, ບໍລິການ ແລະ ທຶນຢ່າງເສລີໃນຕະຫຼາດດ່ຽວ ກາກົດໝາຍດ້ານຍຸຕິທຳ ແລະ ກິດຈະການໃນປະເທດ ແລະ ຮັກສານະໂຍບາຍຮ່ວມກັນດ້ານການຄ້າ ກະສິກຳ ການຫາປາ ແລະ ການພັດທະນາພາກພື້ນ ການຄວບຄຸມໜັງສືຜ່ານແດນຖືກເລີກພາຍໃນພື້ນທີ່ເຊັງເກັນ ມີການຕັ້ງສະຫະພາບການເງິນໃນປີ 1999 ແລະ ມີຜົນບັງຄັບເຕັມທີໃນປີ 2002 ປະກອບດ້ວຍລັດສະມາຊິກສະຫະພາບເອີຣົບ 19 ປະເທດເຊິ່ງໃຊ້ສະກຸນເງິນເອີໂຣ.

ສະຫະພາບເອີຣົບ

ທຸງຊາດສະຫະພາບເອີຣົຍ
ທຸງສະຫະພາບເອີຣົບ
ຄຳຂວັນIn varietate concordia   (ລາແຕງ)
"United in diversity"
ເຕົ້າໂຮມກັນລະຫວ່າງຄວາມຫຼາກຫຼາຍ
ເພງຊາດແອນດີ ຟຣອຍເດິ (ທຳນອງ)
ສະຫະພາບເອີຣົບ
ເມືອງຫຼວງແບນຊິກ ບຣຸກແຊນ (ໂດຍພຶດຕິໄນ)
ເມືອງໃຫຍ່ທີ່ສຸດຝຣັ່ງ ປາຣີ
ພາສາທາງການ
ເດມະນິມເອີຣົບ
ລັດສະມາຊິກ
ການປົກຄອງສະຫະພາບເສດຖະກິດ ແລະ ການເມືອງ
• ປະທານຄະນະກໍາມະທິການເອີຣົບ
ອົວຊູລາ ຟັອນ ແດ ໄລເອີນ
• ປະທານລັດຖະສະພາເອີຣົບ
ຊາລສ໌ ມິແຊລ
ສະພານິຕິບັນຍັດ
  • ຄະນະມົນຕີແຫ່ງສະຫະພາບເອີຣົບ
  • ລັດຖະສະພາເອີຣົບ
ການກໍ່ຕັ້ງ
• ສົນທິສັນຍາໂຣມ
25 ມີນາ 1957
• ສົນທິສັນຍາມາສທຣິດຊ໌
7 ກຸມພາ 1992
• ສົນທິສັນຍາລິສບອນ
1 ທັນວາ 2009
1 ກໍລະກົດ 2556
• ປະເທດຫຼ້າສຸດທີ່ລາອອກຈາກສະມາຊິກ
31 ມັງກອນ 2020
ພື້ນທີ່
• ລວມ
4,233,262 ຕາລາງກິໂລແມັດ (1,634,472 ຕາລາງໄມລ໌) (7)
3.08
ປະຊາກອນ
• 2019 ປະມານ
446,834,579
106 ຕໍ່ຕາລາງກິໂລແມັດ (274.5 ຕໍ່ຕາລາງໄມລ໌)
GDP (ອຳນາດຊື້)ປີ 2020 (ປະມານ)
• ລວມ
20.2 ພັນຕື້ໂດລາ (2)
• ຕໍ່ຫົວ
45,315 ໂດລາ
GDP (ລາຄາຕະຫຼາດ)ປີ 2020 (ປະມານ)
• ລວມ
16.0 ພັນຕື້ໂດລາ
• ຕໍ່ຫົວ
35,883 ໂດລາ
ຈີນີ (2018)positive decrease 30.7
ປານກາງ
HDI (2019)Increase 0.911
ສູງຫຼາຍ · ອັນດັບທີ 14
ສະກຸນເງິນ
  • ເອີໂຣ (€) (EUR; ເອີໂຣໂຊນ)
ເຂດເວລາUTC+0 ຫາ +2
• ລະດູຮ້ອນ (ເວລາອອມແສງ)
UTC+1 ຫາ +3
ລະຫັດໂທລະສັບ+3 ແລະ +4
ລະຫັດອິນເຕີເນັດ.eu
ເວັບໄຊ
europa.eu

ສະຫະພາບເອີຣົບດຳເນີນການຜ່ານລະບົບປະສົມລະຫວ່າງສະຫະພາບເໜືອຊາດ ແລະ ຄວາມຮ່ວມມືລະຫວ່າງລັດຖະບານ ອົງກອນຕັດສິນໃນຫຼັກເຈັດອົງກອນ ຮຽກ ສະຖາບັນຂອງສະຫະພາບເອີຣົບ ໄດ້ເຊັ່ນ: ທີ່ປະຊຸມເອີຣົບ, ຄະນະມົນຕີແຫ່ງສະຫະພາບເອີຣົບ, ສະພາ​ເອີຣົບ, ຄະນະກຳມະທິການເອີຣົບ, ສານຍຸຕິທໍາແຫ່ງສະຫະພາບເອີຣົບ, ທະນາຄານກາງເອີຣົບ ແລະ ສານ​ຜູ້​ກວດ​ສອບ​ບັນຊີເອີ​ຣົບ.

ສະຫະພາບເອີຣົບກຳເນີດຂຶ້ນຈາກປະຊາຄົມຖ່ານຫີນ ແລະ ເຫຼັກກ້າແຫ່ງເອີຣົບ (ECSC) ແລະ ປະຊາຄົມເສດຖະກິດເອີຣົບ (EEC) ກໍ່ຕັ້ງຂຶ້ນເມື່ອປີ 1951 ແລະ 1958 ຕາມລຳດັບໂດຍປະເທດອິນເນີ ຊິກ ປະຊາຄົມ ແລະ ອົງການສືບເນື່ອງມີຂະໜາດເຕີບໂຕຂຶ້ນໂດຍການເຂົ້າຮ່ວມຂອງສະມາຊິກໃໝ່ ແລະ ມີອຳນາດຫຼາຍຂຶ້ນໂດຍການເພີ່ມຂອບເຂດນະໂຍບາຍໃນການຈັດການ ສົນທິສັນຍາທຣິດຊ໌ສະຖາປະນາສະຫະພາບເອີຣົບໃນປີ 1993 ແລະ ນຳສະເໜີຄວາມເປັນພົນລະເມືອງເອີຣົບ ການແກ້ໄຂຫຼັກຖານລັດຖະທຳມະນູນຫຼ້າສຸດຂອງສະຫະພາບເອີຣົບຫຼ້າສຸດ ສົນທິສັນຍາລິສບອນ ມີຜົນໃຊ້ບັງຄັບໃນປີ 2009

ສະຫະພາບເອີຣົບມີປະຊາກອນຄິດເປັນ 7.3% ຂອງປະຊາກອນໂລກ ໃນປີ 2016 ສະຫະພາບເອີຣົບຜະລິດຜະລິດຕະພັນລວມພາຍໃນ 16.477 ພັນຕື້ໂດລາສະຫະລັດ ຄິດເປັນ 22.2% ຂອງຈີດີພີລາຄາຕະຫຼາດໂລກ ແລະ 16.9% ເມື່ອວັດໃນແງ່ຄວາມເທົ່າທຽມກັນຂອງອຳນາດຊື້ ນອກຈາກນີ້ ປະເທດສະຫະພາບເອີຣົບ 26 ຈາກ 28 ປະເທດມີດັດຊະນີການພັດທະນາມະນຸດສູງຫຼາຍ ຕາມຂໍ້ມູນຂອງໂຄງການພັດທະນາແຫ່ງສະຫະປະຊາຊາດ ໃນປີ 2012 ສະຫະພາບເອີຣົບ ໄດ້ຮັບລາງວັນໂນເບວສາຂາສັນຕິພາບ ສະຫະພາບເອີຣົບພັດທະນາບົດບາດດ້ານຄວາມສຳພັນພາຍນອກ ແລະ ການປ້ອງ​ກັນຜ່າຍນະໂຍບາຍຕ່າງປະເທດ ແລະ ຄວາມໝັ້ນຄົງຮ່ວມ ສະຫະພາບເອີຣົບ ຄົງຄະນະ​ຜູ້​ແທນ​ການ​ທູດ​ຖາວອນທົ່ວໂລກ ແລະ ມີຜູ້ແທນໃນສະຫະປະຊາຊາດ ອົງການການຄ້າໂລກ ກຸ່ມ 7 ແລະ ກຸ່ມ 20 ເນື່ອງຈາກມີອິດທິພົນທົ່ວໂລກ ຈຶ່ງມີການອະທິບາຍສະຫະພາບເອີຣົບເປັນມະຫາອຳນາດປັດຈຸບັນ ຫຼື ມະຫາອຳນາດໃນອະນາຄົດ

ໝາຍເຫດ

ອ້າງອີງ

ແຫຼ່ງຂໍ້ມູນອື່ນ

ສະຫະພາບເອີຣົບ 
Commons
ຄອມມອນສ໌ ມີຮູບແລະສື່ອື່ນ ໆ ກ່ຽວກັບ :
ສະຫະພາບເອີຣົບ

Tags:

ສະຫະພາບເອີຣົບ ໝາຍເຫດສະຫະພາບເອີຣົບ ອ້າງອີງສະຫະພາບເອີຣົບ ແຫຼ່ງຂໍ້ມູນອື່ນສະຫະພາບເອີຣົບພາສາອັງກິດເອີໂຣ

🔥 Trending searches on Wiki ລາວ:

ຄອມພິວເຕີລົດຖີບສາສະໜາພຸດເມືອງແປກ (ໂພນສະຫວັນ)ປະເທດເຊັກກີປະເທດອິນໂດເນເຊຍນະຄອນຫຼວງວຽງຈັນມິກກີ ເມົາສ໌ເຊື້ອໄຟໜູລ້າງນ້ຳດຣ.ທອງຄຳ ອ່ອນມະນີສອນແບ້ນາໂນແມັດເມືອງຫົງສາວຽງຈັນອາຊີປະເທດອິດສະຣາເອນປະຫວັດສາດລາວການຟ້ອນລຳແຂວງບໍລິຄຳໄຊລະບອບປະຊາທິປະໄຕu1wyc4 ຕຸລາລວມຍອດຜະລິດຕະພັນພາຍໃນຂົງຈື້ສົມເດັດພະສັນຕະປາປາເບເນດິກທີ່ 16ອຳນາດນິຕິບັນຍັດອຳນາດບໍລິຫານພາສາຈ້ວງກະຊວງປ້ອງກັນຄວາມສະຫງົບບາງກອກລາງວັນອອສກາອາຫານສີ່ພາສາຍີ່ປຸ່ນດັດຊະນີການພັດທະນາມະນຸດແຮ່ທາດລິນຸກຊ໌ປະເທດບຣູໄນສະຖານນີທ່ານາແລ້ງ7 ກຸມພາປະເທດອັງກິດສັດປີກລັດຄຳນາມແຂວງໄຊສົມບູນການຮ່ວມເພດຂົວມິດຕະພາບ ລາວ-ໄທ ແຫ່ງທຳອິດສີ ຈິ້ນຜິງມະຫາວິທະຍາໄລແຄລິຟໍເນຍ ລອດແອນເຈລິດສະໄໝກາງເມົາສ໌ມະຫາສະໝຸດປາຊີຟິກທົ່ງພຽງທະນາຄານແຫ່ງ ສປປ ລາວສະຫະລາຊະອານາຈັກ14 ເມສາຄຳອາລາທະນາອ້າຍ​ນ້ອງ​ໃນ​ພຣະ​ຄຣິດພັກ ປະຊາຊົນ ປະຕິວັດ ລາວກູເກິລ ແປພາສາທໍລະນີສາດແຫຼມອິນດູຈີນນະຄອນນິວຢອກປະເທດເກົາຫຼີເໜືອແປກ ພິບູນສົງຄາມວັນອາທິດແຂວງອຸດົມໄຊອັກສອນລາວທະວີບເມືອງປາກງື່ມ🡆 More