ປະເທດແຟງລັງ: ປະເທດໃນເອີຣົບເໜືອ

ແຟງລັງ (ແຟງລັງ: Suomi ( ຟັງສຽງ); ຊູແອດ: Finland ( ຟັງສຽງ)) ມີຊື່ເອີ້ນຢ່າງເປັນທາງການແມ່ນ ສາທາລະນະລັດ ແຟງລັງ (ແຟງລັງ: Suomen tasavalta; ຊູແອດ: Republiken Finland) ເປັນປະເທດໃນກຸ່ມນອກດິກ ຕັ້ງຢູ່ທາງຕາເວັນອອກສຽງເໜືອຂອງທະວີບເອີຣົບ ເຂດແດນດ້ານຕາເວັນຕົກສຽງໃຕ້ຕິດກັບທະເລບານຕິກ ທາງດ້ານໃຕ້ຕິດກັບອ່າວແຟງລັງ ທາງຕາເວັນຕົກຕິດກັບອ່າວບົດເນຍ.

ປະເທດແຟງລັງມີຊາຍແດນຕິດກັບປະເທດຊູແອດ, ນອກແວ ແລະ ລັດເຊຍ ສຳລັບໝູ່ເກາະໂອລັນທີ່ຢູ່ຫ່າງຈາກຊາຍຝັ່ງຕາເວັນຕົກສຽງໃຕ້ນັ້ນ ຢູ່ພາຍໃຕ້ການປົກຄອງຂອງແຟງລັງ ແຕ່ເປັນເຂດປົກຄອງຕົນເອງ ເຄີຍຖຶກລັດເຊຍຍຶດຄອງ ແລະ ເປັນດິນແດນສ່ວນໜຶ່ງຂອງລັດເຊຍ. ເມືອງຫຼວງ ແລະ ເມືອງໃຫຍ່ທີ່ສຸດແມ່ນ: ເຮວຊິນກິ. ເມືອງສຳຄັນອື່ນໆມີເຊັ່ນ: ແອັດສະປູ, ວັນຕາ, ຕຳເປເຣ, ໂອລູ ແລະ ຕວັກກຸ.

ສາທາລະນະລັດ ແຟງລັງ

  • Suomen Tasavalta (ແຟງລັງ)
  • Republiken Finland (ຊູແອດ)
ທຸງຊາດແຟງລັງ
ທຸງຊາດ
ເຄື່ອງໝາຍຊາດຂອງແຟງລັງ
ເຄື່ອງໝາຍຊາດ
ເພງຊາດ
ມາມເມະ  (Finnish)
ໂວດລັນ  (Swedish)
ປະເທດແຟງລັງ: ປະເທດໃນເອີຣົບເໜືອ
ປະເທດແຟງລັງ: ປະເທດໃນເອີຣົບເໜືອ
ທີ່ຕັ້ງຂອງ ປະເທດແຟງລັງ  (ຂຽວເຂັ້ມ)

– ໃນເອີຣົບ  (ຂຽວ & ເທົາເຂັ້ມ)
– ໃນສະຫະພາບເອີຣົບ  (ຂຽວ)  —  [ຄຳອະທິບາຍສັນຍະລັກ]

ເມືອງຫຼວງ
ແລະ ເມືອງໃຫຍ່ທີ່ສຸດ
ເຮວຊິນກິ
60°10′N 24°56′E / 60.167°N 24.933°E / 60.167; 24.933
ພາສາລັດຖະການ
  • ແຟງລັງ
  • ຊູແອດ
ພາສາປະຈຳຊາດ
  • ຊາມີ
  • Karelian
  • Finnish Kalo
  • ມືແຟງລັງ
  • ມືແຟງລັງ-ຊູແອດ
ກຸ່ມຊົນເຜົ່າ
(2020)
  • 91.98% ແຟງລັງ
  • 4.15% ຊາວເອີຣົບກຸ່ມອື່ນ
  • 2.40% ອາຊີ
  • 1.04% ອາຟຣິກາ
  • 0.43% ອື່ນໆ
ສາສະໜາ
(2020)
  • 69.8% ຄຣິດ
  • —67.8% ລູເທີແລນ
  • —1.1% ອໍໂທດັອກຊ໌
  • —0.9% ຄຣິດນິກາຍອື່ນໆ
  • 29.4% ບໍ່ມີ
  • 0.8% ອື່ນໆ
ການປົກຄອງລັດດ່ຽວ ສາທາລະນະລັດລະບົບລັດຖະສະພາ
• ປະທານາທິບໍດີ
Sauli Niinistö
• ນາຍົກລັດຖະມົນຕີ
Petteri Orpo
ສະພານິຕິບັນຍັດລັດຖະສະພາ
ເອກະລາດ 
• ສະຖານະປົກຄອງຕົນເອງ
29 ມີນາ ຄ.ສ 1809
• ປະກາດອິດສະຫຼະພາບ
6 ທັນວາ ຄ.ສ 1917
• ສົງຄາມກາງເມືອງແຟງລັງ
ມັງກອນ – ພຶດສະພາ ຄ.ສ 1918
• ຮ່າງລັດຖະທຳມະນູນ
17 ກໍລະກົດ ຄ.ສ 1919
• ສົງຄາມລະດູໜາວ
30 ພະຈິກ ຄ.ສ 1939 – 13 ມີນາ ຄ.ສ 1940
• ສົງຄາມຕໍ່ເນື່ອງ
25 ມິຖຸນາ ຄ.ສ 1941 – 19 ກັນຍາ ຄ.ສ 1944
• ເຂົ້າຮ່ວມກັບສະຫະພາບເອີຣົບ
1 ມັງກອນ ຄ.ສ 1995
• ເຂົ້າຮ່ວມກັບນາໂຕ
4 ເມສາ ຄ.ສ 2023
ພື້ນທີ່
• ລວມ
338,455 ຕາລາງກິໂລແມັດ (130,678 ຕາລາງໄມລ໌) (ອັນດັບທີ 65)
9.71 (ໃນປີ ຄ.ສ 2015)
ປະຊາກອນ
• 2020 ປະມານ
ເພີ່ມຂຶ້ນເປັນກາງ 5,536,146 (ອັນດັບທີ 116)
16 ຕໍ່ຕາລາງກິໂລແມັດ (41.4 ຕໍ່ຕາລາງໄມລ໌) (ອັນດັບທີ 213)
GDP (ອຳນາດຊື້)2020 (ປະມານ)
• ລວມ
257 ຕື້ໂດລາສະຫະລັດ (ອັນດັບທີ 60)
• ຕໍ່ຫົວ
49,334 ໂດລາສະຫະລັດ (ອັນດັບທີ 19)
GDP (ລາຄາຕະຫຼາດ)2020 (ປະມານ)
• ລວມ
277 ຕື້ໂດລາສະຫະລັດ (ອັນດັບທີ 43)
• ຕໍ່ຫົວ
48,461 ໂດລາສະຫະລັດ (ອັນດັບທີ 14)
ຈີນີ (2019)Negative increase 26.2
ຕ່ຳ · ອັນດັບທີ 6
HDI (2019)Increase 0.938
ສູງຫຼາຍ · ອັນດັບທີ 11
ສະກຸນເງິນເອີໂຣ (€) (EUR)
ເຂດເວລາUTC+2 (ເວລາເອີຣົບຕາເວັນອອກ)
• ລະດູຮ້ອນ (ເວລາອອມແສງ)
UTC+3 (ເວລາອອມແສງເອີຣົບຕາເວັນອອກ)
ຮູບແບບວັນທີວ.ດ.ປປປປ
ຂັບລົດດ້ານຂວາມື
ລະຫັດໂທລະສັບ+358
ລະຫັດອິນເຕີເນັດ.fi, .axa
  1. ມີການໃຊ້ .eu ຮ່ວມກັບລັດສະມາຊິກສະຫະພາບເອີຣົບອື່ນໆດ້ວຍ

ແຟງລັງມີປະຊາກອນປະມານ 5.52 ລ້ານຄົນ (ຂໍ້ມູນໃນກາງປີ 2019) ປະຊາກອນສ່ວນຫຼາຍອາໄສຢູ່ໃນພາກກາງ ແລະ ພາກໃຕ້ຂອງປະເທດ ແລະ ເວົ້າພາສາແຟງລັງ ເຊິ່ງເປັນກຸ່ມພາສາແຟງນິກຈາກຕະກຸນພາສາເອີຣານ ແລະ ບໍ່ມີຄວາມສຳພັນກັບພາສາສະແກນດິນາເວຍແຕ່ຢ່າງໃດ. ປະເທດແຟງລັງເປັນປະເທດທີ່ໃຫຍ່ທີ່ສຸດອັນດັບທີ 8 ຂອງທະວີບເອີຣົບ ແລະ ເປັນປະເທດທີ່ມີປະຊາກອນເບົາບາງທີ່ສຸດໃນສະຫະພາບເອີຣົບ. ປະເທດແຟງລັງເປັນສາທາລະນະລັດໃນລະບົບລັດຖະສະພາທີ່ປະກອບດ້ວຍ 311 ເທສະບານ ແລະ 1 ເຂດປົກຄອງຕົນເອງ ແມ່ນ ໝູ່ເກາະໂອລັນ ມີປະຊາກອນຫຼາຍກວ່າ 1.4 ລ້ານຄົນອາໄສຢູ່ໃນຂອບເຂດເກຣເຕີ ເຮວຊິນກິ ແລະ ຄິດເປັນ 1 ໃນ 3 ຂອງລວມຍອດຜະລິດຕະພັນພາຍໃນປະເທດ

ປະເທດແຟງລັງມີດັດຊະນີການພັດທະນາມະນຸດຕາມສະຖິຕິຂອງສະຫະປະຊາຊາດ ໃນປີ ຄ.ສ 2006 ຢູ່ໃນລຳດັບທີ 11. ແຟງລັງເຄີຍເປັນສ່ວນໜຶ່ງຂອງຊູແອດຫຼາຍສະຕະວັດ ຫຼັງຈາກນັ້ນກໍຢູ່ພາຍໃຕ້ຈັກກະວັດລັດເຊຍຈົນເຖິງປີ ຄ.ສ 1917 ປັດຈຸບັນ ແຟງລັງເປັນສາທາລະນະລັດ ປະຊາທິປະໄຕ.

ພາສາແຟງລັງເປັນໜຶ່ງໃນພາສາທາງການ ພາສາຈໍານວນໜ້ອຍຂອງສະຫະພາບເອີຣົບ ທີ່ບໍ່ໄດ້ມີຕົ້ນກຳເນີດເປັນກຸ່ມພາສາອິນໂດ-ເອີໂຣປຽນ ຮ່ວມກັບພາສາແອັດສະໂຕນີ, ພາສາຮົງກາລີ ແລະ ພາສາມານຕາ.

ຕັ້ງແຕ່ປະມານ 2,700 ປີກ່ອນພຸດທະການ ດິນແດນແຟງລັງໄດ້ຮັບອິດທິພົນທາງວັດທະນະທຳຈາກພາກໃຕ້ຂອງອ່າວແຟງລັງ ໂດຍເຂົ້າມາທາງຕາເວັນຕົກສຽງໃຕ້ຂອງແຟງລັງ ມີຫຼັກຖານຂອງເຄື່ອງປັ້ນດິນເຜົາທີ່ມີລັກສະນະສະເພາະ ຕໍ່ມາໃນຍຸກສຳລິດ ພື້ນທີ່ທາງຊາຍຝັ່ງຂອງແຟງລັງໄດ້ຮັບອິດທິພົນຈາກສະກັງດີນາວີ ແລະ ເອີຣົບກາງ ໃນຂະນະທີ່ພື້ນທີ່ທີ່ຢູ່ຫ່າງຈາກທະເລເຂົ້າໄປ ໄດ້ຮັບອິດທະພົນການໃຊ້ສຳລິດມາຈາກທາງຕາເວັນອອກຫຼາຍກວ່າ ໃນພຸດທະສະຕະວັດທີ 5 ພົບວ່າມີການຄ້າຂາຍແລກປ່ຽນກັບສະກັງດີນາວີຫຼາຍຂຶ້ນ ແລະ ການຄົ້ນພົບວັດຖຸແບບໂຣມັງຈາກຍຸກນີ້ດ້ວຍ ປາກົດການກ່າວເຖິງຊາງແຟງລັງໃນເອກະສານຂອງຊາວໂຣມັງໃນຊ່ວງກາງພຸດທະສະຕະວັດທີ 7

ໃນອະດີດປະເທດແຟງລັງເປັນປະເທດກະສິກຳຈົນເຖິງປີ ຄ.ສ 1950 ພາຍຫຼັງສິ້ນສຸດສົງຄາມໂລກຄັ້ງທີສອງ ແຟງລັງໄດ້ພັດທະນາເສດຖະກິດຢ່າງວ່ອງໄວໂດຍການສ້າງລັດສະຫວັດດີການທີ່ມີຄຸນນະພາບຕາມຕົວແບບນອກຕິກ ສົ່ງຜົນໃຫ້ຄວາມຈະເລີນໄດ້ກະຈາຍໄປທົ່ວປະເທດ ແລະ ກາຍເປັນປະເທດທີ່ມີຄວາມຮັ່ງມີສູງຈົນເຖິງປັດຈຸບັນ. ແຟງລັງເຂົ້າຮ່ວມເປັນສະມາຊິກສະຫະປະຊາຊາດໃນປີ ຄ.ສ 1995 ດ້ວຍຄວາມຕັ້ງໃຈໃນການວາງຕົວເປັນກາງທາງການເມືອງ ແລະ ຍັງເຂົ້າຮ່ວມອົງການເພື່ອຄວາມຮ່ວມມື ແລະ ການພັດທະນາທາງເສດຖະກິດ, ກຸ່ມປະເທດຄວາມຮ່ວມມືເທື່ອສັນຕິພາບຂອງນາໂຕ (Partnership for Peace), ສະຫະພາບເອີຣົບ ແລະ ສະພາຄວາມຮ່ວມມືເອີໂຣ ແຟງລັງຍັງມີຈຸດເດັ່ນໃນເລື່ອງລະບົບການສຶກສາທີ່ມີຄຸນນະພາບ ມີຄວາມສາມາດໃນການແຂ່ງຂັນທາງເສດຖະກິດໃນລະດັບສູງ ແລະ ໄດ້ຮັບການຍອມຮັບໃນດ້ານຄຸນນະພາບຊີວິດຂອງປະຊາກອນ ໂດຍຖືເປັນໜຶ່ງໃນປະເທດທີ່ໃຫ້ສິດທິ ແລະ ເສລີພາບແກ່ປະຊາກອນໃນລະດັບສູງ ໃນປີ ຄ.ສ 2015. ແຟງລັງໄດ້ຮັບການຈັດອັນດັບຢູ່ໃນອັນດັບໜຶ່ງໃນດ້ານດັດຊະນີທຶນມະນຸດ (Human Capital Index) ແລະ ເປັນປະເທດທີ່ມີສະຖຽນລະພາບຫຼາຍທີ່ສຸດໃນໂລກ ລະຫວ່າງປີ ຄ.ສ 2011-2016 ຈາກການວັດຕາມຄ່າດັດຊະນີ Fragile States Index ແລະ ຍັງໄດ້ຮັບການຈັດອັນດັບວ່າເປັນປະເທດທີ່ປະຊາກອນມີຄວາມສຸກທີ່ສຸດໃນໂລກ.

ອ້າງອີງ

ອ່ານເພີ່ມເຕີມ

ແຫຼ່ງຂໍ້ມູນອື່ນ

ລັດຖະບານ

  • This is Finland, the official English-language online portal (administered by the Finnish Ministry for Foreign Affairs)
  • Finland (University of Colorado Boulder Libraries Government Publications)

ແຜນທິ່

ການເດີນທາງ

Tags:

Fi-suomi.oggSv-Finland.oggກ່ຽວກັບສຽງນີ້ທະວີບເອີຣົບປະເທດປະເທດຊູແອດປະເທດນອກແວປະເທດລັດເຊຍ

🔥 Trending searches on Wiki ລາວ:

ແຂວງຫຼວງນໍ້າທາເອເຄບີໂຟຕີ້ເອັດລວມຍອດຜະລິດຕະພັນພາຍໃນສົງຄາມເຢັນເສັ້ນທາງ 13 (ປະເທດລາວ)ຈິຕະກຳຄ.ສ. 2019ປະເທດມຽນມາໝາແຜງບານໂລກ 2022ແຄວ້ນວາລັງຈັງຫວັດພະນະຄອນສິ່ງແວດລ້ອມປະເທດລາວປະເທດອິດສະລັງແຂວງວຽງຈັນສິນລະປະບລູ ອາຣໄຄຟປາຣີປະເທດບຣູໄນລາຍຊື່ຜູ້ທີ່ໄດ້ຮັບຕຳແໜ່ງມິສຢູນີເວີຣສມະຫາສະໝຸດອັດລັງຕິກເຂື່ອນນ້ຳກະ 21949Pipistrellusຢີນການວາງແຜນຊັບພະຍາກອນຂອງອົງກອນໄອລີນພອນເພັດ ວິຊິດຊົນລະໄຊມິສແກຣນອິນເຕີຣ໌ເນຊັນແນລ 2014ສົມເດັດພະລາຊິນີນາດເອລີຊາແບັດທີ 2 ແຫ່ງສະຫະລາຊະອານາຈັກກະຊວງອຸດສາຫະກຳແລະການຄ້າຕີເບດພະນົມເປັນມິສແກຣນລາວ 2017ຈັງຫວັດໜອງບົວລຳພູການຮ່ວມເພດເມືອງໄກສອນ ພົມວິຫານມີສແກຣນອິນເຕີຣ໌ເນຊັນແນລIntercontinental Cup (ບານເຕະ)ວັດຈະນານຸກົມປະເທດກຳປູເຈຍນະຄອນລັດວາຕິກັງແຂວງອັດຕະປືແບກມູດປະຖົມມະການລົດໄຟຟ້າມະຫານະຄອນກູເກິລນະຄອນ ສຸວັນນະໂຄມຄໍາວັນຈັນອານາຈັກລ້ານຊ້າງປະເທດຮົງກາລີຍາດາ ເທບພະນົມອາຊີອາຕິກກະສິກຳຫົນທາງ14 ມີນາ🡆 More