2°E / 47°N 2°E / 47; 2
ປະເທດຝຣັ່ງ (ຝຣັ່ງ: France; ອອກສຽງ: [fʁɑ̃s] ( ຟັງສຽງ)) ຫຼື ຊື່ທາງການແມ່ນ ສາທາລະນະລັດຝຣັ່ງ (ຝຣັ່ງ: République française) ເປັນປະເທດຢູ່ໃນພາກພື້ນເອີຣົບຕາເວັນອອກ ທັງຍັງປະກອບໄປດ້ວຍເກາະ ແລະ ດິນແດນອື່ນໆ ໃນຕ່າງທະວີບ ປະເທດຝຣັ່ງແຜ່ນດິນໃຫຍ່ຂະຫຍາຍຕົວຕັ້ງແຕ່ທະເລເມດີແຕຣາເນຈົນເຖິງຊ່ອງແຄບອັງກິດ ແລະ ທະເລເໜືອ ແລະ ຈາກແມ່ນ້ຳນາຍຈົນເຖິງມະຫາສະໝຸດອັດລັງຕິກ ຊາວຝຣັ່ງມັນເອີ້ນແຜ່ນດິນໃຫຍ່ວ່າ ຫົກລ່ຽມ (L'Hexagone) ເນື່ອງຈາກຮູບຮ່າງທາງດ້ານຮ່າງກາຍຂອງປະເທດ ການປົກຄອງດ້ວຍລະບອບເຄິ່ງປະທານາທິບໍດີ ມີປະຊາກອນ 67 ລ້ານຄົນ (ປີ 2021) ແບ່ງການປົກຄອງອອກເປັນ 18 ແຄວ້ນ (ລວມແຄວ້ນພົ້ນທະເລ 5 ແຄວ້ນ) ເຊິ່ງກວມເອົາເນື້ອທີ່ 643,801 ຕາລາງກິໂລແມັດ ມີເມືອງຫຼວງ ແລະ ເມືອງໃຫຍ່ທີ່ສຸດແມ່ນປາຣີເຊິ່ງຖືເປັນໜຶ່ງໃນສູນກາງທາງດ້ານວັດທະນະທຳ ແລະ ເສດຖະກິດຂອງທະວີບເອີຣົບ ແລະ ຍັງມີເມືອງສຳຄັນອື່ນໆ ເຊັ່ນ: ລີຢອນ, ມາຣ໌ເຊ, ຕູລູສ, ບັອກໂດ, ລີລ ແລະ ນິສ. ປະເທດຝຣັ່ງມີຊາຍແດນຕິດກັບປະເທດແບນຊິກ, ປະເທດລຸກຊຳບວກ, ປະເທດເຢຍລະມັນ, ປະເທດສະວິດ, ປະເທດອິຕາລີ, ປະເທດໂມນາໂກ, ປະເທດອັງໂດລາ ແລະ ປະເທດແອັດສະປາຍ ແລະ ຍັງເຊື່ອມຕໍ່ກັບສະຫະລາຊະອານາຈັກທາງອຸໂມງຊ່ອງແຄບອັງກິດ ແລະ ເນື່ອງຈາກການມີດິນແດນພົ້ນທະເລໄວ້ໃນຄອບຄອງ ເຮັດໃຫ້ປະເທດຝຣັ່ງມີເຂດເວລາແຕກຕ່າງກັນຫຼາຍເຖິງ 12 ເຂດ ຫຼາຍກວ່າທຸກປະເທດໃນໂລກ ລວມທັງມີອານາເຂດຕິດຕໍ່ກັບປະເທດເບຣຊິນ, ປະເທດຊູຣິນາມ (ຕິດກັບກຸຍຢານຝຣັ່ງ) ແລະ ແຊັງມາແຕັງຂອງໂຮນລັງ (ຕິດກັບຊິນມາເຕີນ).
ສາທາລະນະລັດ ຝຣັ່ງ République française (ຝຣັ່ງ) | |
---|---|
ທີ່ຕັ້ງຂອງ ຝຣັ່ງ (ແດງ ຫຼື ຂຽວເຂັ້ມ) – ໃນເອີຣົບ (ຂຽວ & ເທົາເຂັ້ມ) | |
ເມືອງຫຼວງ ແລະ ເມືອງໃຫຍ່ທີ່ສຸດ | ປາຣີ 48°51′N 2°21′E / 48.850°N 2.350°E |
ພາສາທາງການ ແລະ ພາສາປະຈຳຊາດ | ຝຣັ່ງ |
ສັນຊາດ (2018) |
|
ສາສະໜາ (2020) |
|
ເດມະນິມ | ຊາວຝຣັ່ງ |
ການປົກຄອງ | ລັດດ່ຽວ ລະບົບເຄິ່ງປະທານາທິບໍດີ ສາທາລະນະລັດລັດຖະທຳມະນູນ |
• ປະທານາທິບໍດີ | Emmanuel Macron |
• ນາຍົກລັດຖະມົນຕີ | Élisabeth Borne |
• ປະທານວຸດທິສະພາ | ເຈຣາຣ໌ດ ລາຣ໌ເຊີ |
• ປະທານສະພາແຫ່ງຊາດ | ຣີຊາຣ໌ ແຟຣັອງ |
ສະພານິຕິບັນຍັດ | ລັດຖະສະພາ |
• ສະພາສູງ | ວຸດທິສະພາ |
• ສະພາລຸ່ມ | ສະພາແຫ່ງຊາດ |
ກໍ່ຕັ້ງ | |
• ການປົກຄອງຂອງພຣະເຈົ້າໂຄລວີສທີ 1ໃນຖານະກະສັດຂອງຊາວຟຣັງ | ຄ.ສ. 500 |
• ສົນທິສັນຍາເວີດັງ | ສິງຫາ 843 |
• ລາຊະອານາຈັກຝຣັ່ງ | 3 ກໍລະກົດ 987 |
• ກໍ່ຕັ້ງສາທາລະນະລັດ | 22 ກັນຍາ 1792 |
• ກໍ່ຕັ້ງປະຊາຄົມເສດຖະກິດເອີຣົບ | 1 ມັງກອນ 1958 |
• ລັດຖະທຳມະນູນສະບັບປັດຈຸບັນ | 4 ຕຸລາ 1958 |
ພື້ນທີ່ | |
• ລວມ | 640,679 ຕາລາງກິໂລແມັດ (247,368 ຕາລາງໄມລ໌) (ອັນດັບທີ 42) |
0.86 (ໃນປີ 2015) | |
• ປະເທດຝຣັ່ງແຜ່ນດິນໃຫຍ່ (IGN) | 551,695 ຕາລາງກິໂລແມັດ (213,011 ຕາລາງໄມລ໌) (ອັນດັບທີ 50) |
• ປະເທດຝຣັ່ງແຜ່ນດິນໃຫຍ່ (Cadastre) | 543,940.9 ຕາລາງກິໂລແມັດ (210,016.8 ຕາລາງໄມລ໌) (ອັນດັບທີ 50) |
ປະຊາກອນ | |
• ພຶດສະພາ 2021 ປະມານ | 67,413,000 ຄົນ (ອັນດັບທີ 20) |
• ຄວາມໜາແໜ້ນ | 104.7109/ກມ.2 (ອັນດັບທີ 106) |
• ປະເທດຝຣັ່ງແຜ່ນດິນໃຫຍ່ປະມານ ຂໍ້ມູນເມື່ອ May 2021 | 65,239,000 (ອັນດັບທີ 23) |
116 ຕໍ່ຕາລາງກິໂລແມັດ (300.4 ຕໍ່ຕາລາງໄມລ໌) (ອັນດັບທີ 89) | |
GDP (ອຳນາດຊື້) | 2021 (ປະມານ) |
• ລວມ | 3.232 ພັນຕື້ໂດລາສະຫະລັດ (ອັນດັບທີ 9) |
• ຕໍ່ຫົວ | 49,492 ໂດລາສະຫະລັດ (ອັນດັບທີ 25) |
GDP (ລາຄາຕະຫຼາດ) | 2021 (ປະມານ) |
• ລວມ | 2.938 ພັນຕື້ໂດລາສະຫະລັດ (ອັນດັບທີ 7) |
• ຕໍ່ຫົວ | 44,995 ໂດລາສະຫະລັດ (ອັນດັບທີ 24) |
ຈີນີ (2019) | 29.2 ຕ່ຳ |
HDI (2019) | 0.901 ສູງຫຼາຍ · ອັນດັບທີ 26 |
ສະກຸນເງິນ | |
ເຂດເວລາ | UTC+1 (ເວລາເອີຣົບກາງ) |
• ລະດູຮ້ອນ (ເວລາອອມແສງ) | UTC+2 (ເວລາອອມແສງເອີຣົບກາງ) |
ໝາຍເຫດ: ມີເສັ້ນເວລາຫຼາຍແຫ່ງໃນດິນແດນພົ້ນທະເລຂອງຝຣັ່ງ ເຖິງແມ່ນວ່າປະເທດຝຣັ່ງໃຊ້ເຂດເວລາເອີຣົບຕາເວັນອອກ/UTC (Z) ຕັ້ງແຕ່ວັນທີ 25 ກຸມພາ ປີ 1940 ກ່ອນການຍຶດຄອງຂອງເຢຍລະມັນໃນສົງຄາມໂລກຄັ້ງທີສອງ, ເວລາເອີຣົບກາງ/UTC+01:00 ຖືກໃຊ້ເປັນເວລາມາດຕະຖານ [2] ເຊິ່ງປັບພຽງ +0:50:39 (ແລະ +1:50:39 ໃນຊ່ວງເວລາອອມແສງ) ຈາກເວລາສະເລ່ຍທ້ອງຖິ່ນປາຣີ (UTC+0:09:21). | |
ຮູບແບບວັນທີ | ວວ/ດດ/ປປປປ (ຄ.ສ.) |
ໄຟບ້ານ | 230 ໂວລຕ໌–50 ເຮີຣ໌ຊ |
ຂັບລົດດ້ານ | ຂວາ |
ລະຫັດໂທລະສັບ | +33 |
ລະຫັດອິນເຕີເນັດ | .fr |
ຂໍ້ມູນຫຼາຍແຫ່ງໃຫ້ຂໍ້ມູນພື້ນທີ່ຂອງປະເທດຝຣັ່ງແຜ່ນດິນໃຫຍ່ຢູ່ທີ່ 551,500 ຕາລາງກິໂມແມັດ ແລະ ລາຍຊື່ດິນແດນພົ້ນທະເລຕ່າງກັນ ເຊິ່ງລວມມີພື້ນທີ່ 89,179 ຕາລາງກິໂລແມັດ ເມື່ອລວມກັນແລ້ວຈະໄດ້ພື້ນທີ່ ສາທາລະນະລັດ ຝຣັ່ງ ທັງໝົດ ລາຍງານຂອງ ຊີໄອເອ ບັນທຶກຢູ່ທີ່ 643,801 ຕາລາງກິໂລແມັດ |
ຄຳວ່າ ຝຣັ່ງ (ອັງກິດ: France) ມາຈາກຄຳໃນພາສາລາແຕງວ່າ Francia ເຊິ່ງແປຕາມກົງວ່າ ດິນແດນຂອງຊາວຟຣັງ (Frankland) ແລະ ມີຫຼາຍທິດສະດີສົມມຸດເຖິງທີ່ມາຂອງຄຳວ່າ ຟຣັງ (Franks) ເຊິ່ງໜຶ່ງໃນນັ້ນແມ່ນຄຳໃນພາສາປະໂລໂຕ-ເຢຍລະມັນວ່າ Frankon ເຊິ່ງແປວ່າ ຫຼາວ ຫອກ ຫຼື ທວນ ເຊິ່ງເປັນອາວຸດຂອງຊາວຟຣັງ ອັນເປັນທີ່ຮູ້ຈັກກັນໃນຊື່ ຟຣັງຊິດສະກາ (Francisca).
ອີກທິດສະດີໜຶ່ງຕາມຫຼັກນິເວດວິທະຍາແມ່ນໃນພາສາເຢຍລະມັນບູຮານ ໂດຍຄຳວ່າ ຟຣັງ ແປວ່າອິດສະຫຼະ ເຊິ່ງກົງກັນຂ້າມກັບຄວາມເປັນຂ້ອຍຂ້າ ໂດຍຄຳດັ່ງກ່າວຍັງຄົງປາກົດໃນພາສາຝຣັ່ງປັດຈຸບັນໃນຮູບ ຟຣັງ (Franc) ເຊິ່ງແມ່ນສະກຸນເງິນຂອງປະເທດຝຣັ່ງຈົນກະທັ່ງປ່ຽນເປັນສະກຸນເງິນເອີໂຣໃນປີ ຄ.ສ. 2002.
ໃນປັດຈຸບັນປະເທດເຢຍລະມັນຍັງເອີ້ນປະເທດຝຣັ່ງວ່າ Frankreich ເຊິ່ງແປວ່າ ອານາຈັກຂອງຊາວຟຣັງ ອີກນຳ.
ປະເທດຝຣັ່ງແຜ່ນດິນໃຫຍ່ (Metropolitan France - "France métropolitaine, la Métropole, l'Hexagone") ແບ່ງການປົກຄອງເປັນ
ໂດຍໃນແຕ່ລະແຄວ້ນແບ່ງອອກເປັນ ແຂວງ (départements) ລວມທັງໝົດ 96 ແຂວງ.
ນອກຈາກໃນເອີຣົບແລ້ວ ປະເທດຝຣັ່ງຍັງມີເຂດການປົກຄອງພົ້ນທະເລ (d'outre-mer) ຢູ່ໃນທະວີບຕ່າງໆທັງ ອາເມຣິກາເໜືອ, ອາເມຣິກາໃຕ້, ອາຟຣິກາ, ອັງຕາກຕິກ ແລະ ໂອເຊອານີອີກດ້ວຍ.
|national_anthem = "La Marseillaise"
|image_map = EU-France.svg
This article uses material from the Wikipedia ລາວ article ປະເທດຝຣັ່ງ, which is released under the Creative Commons Attribution-ShareAlike 3.0 license ("CC BY-SA 3.0"); additional terms may apply (view authors). ເນື້ອໃນສາມາດໃຊ້ໄດ້ພາຍໃຕ້ CC BY-SA 4.0 ຖ້າບໍ່ແມ່ນຢ່າງອື່ນໃດທີ່ລະບຸໄວ້. Images, videos and audio are available under their respective licenses.
®Wikipedia is a registered trademark of the Wiki Foundation, Inc. Wiki ລາວ (DUHOCTRUNGQUOC.VN) is an independent company and has no affiliation with Wiki Foundation.