ອະນິເມະ

ອະນີເມະ, ອານີເມ ຫຼື ແອນິເມະ (ຍີ່ປຸ່ນ: アニメ, ໂຣມາຈິ: Anime, ສະກົດສຽງ:/a.ɲi.me/) ແມ່ນແອນິເມຊັ້ນທີ່ແຕ້ມດ້ວຍມື ແລະ ຄອມພິວເຕີທີ່ມີຕົ້ນກຳເນີດມາຈາກປະເທດຍີ່ປຸ່ນ.

ນອກປະເທດຍີ່ປຸ່ນ ແລະ ໃນປະເທດ-ພາສາລາວ, ອະນິເມະແມ່ນໝາຍເຖິງສະເພາະແຕ່ແອນິເມຊັ້ນທີ່ຜະລິດໃນຍີ່ປຸ່ນ. ແຕ່ໃນປະເທດຍີ່ປຸ່ນ ແລະ ພາສາຍີ່ປຸ່ນ, ອະນິເມະ(ຫຍໍ້ມາຈາກ ແອນິເມຊັ້ນ ໃມພາສາອັງກິດ)ແມ່ນໝາຍເຖິງງານພາບເຄື່ອນໄຫວທັງໝົດໂດຍບໍ່ສົນວ່າຈະມີຮູບແບບແນວໃດ. ແອນິເມຊັ້ນທີ່ມີຮູບແບບລາຍເສັ້ນແບບອະນິເມະຫຼາຍອັນກໍມີຜະລິດຂຶ້ນນອກຍີ່ປຸ່ນເຊັ່ນກັນ. ບາງຄັ້ງວີດີໂອເກມກໍມີຮູບແບບ ແລະ ລາຍເສັ້ນແບບດຽວກັນກໍຖືໄດ້ວ່າເປັນອະນິເມະ.

ອະນິເມະ
ວິກິພີຕັງ, ວິກິພີເດຍໃນຮູບແບບຕົວລະຄອນອະນິເມະ

ແອນິເມຊັ້ນເຊິງໂຄສະນາຂອງຍີ່ປຸ່ນທີ່ເກົ່າແກ່ທີ່ສຸດສ້າງຂຶ້ນໃນປີ1917. ຮູບແບບງານສິນທີ່ມີລັກສະນະສະເພາະທາງອັນເປັນເອກະລັກເກີດຂຶ້ນໃນຊຸມປີ1960 ດ້ວຍມີຜົນງານຂອງນັກຂຽນກາຕູນເທຊຶກະ ໂອຊາມຸເປັນມາດຖານແຮກ ແລະ ໄດ້ປັບປຸງຂະຫຍາຍອອກເລື້ອຍໆໃນທົດສະວັດຕໍ່ໆມາ, ເຊິ່ງສ້າງຖານຜູ້ເບິ່ງໃນປະເທດຢ່າງຫຼວງຫຼາຍ. ອະນິເມະສ່ວນຫຼາຍແມ່ນສາຍອອກອາກາດເທິງໂທລະທັດຄ້າຍຄືກັບລະຄອນໂທລະທັດ, ເຜີຍແຜ່ໂດຍກົງເທິງສື່ພາຍໃນບ້ານ ແລະ ຊ່ອງທາງອິນເຕີເນັດ. ນອກຈາກຈະມີເປັນຜົນງານຕົ້ນສະບັບແລ້ວ, ອະນິເມະມັກຈະເປັນການດັດແປງມາຈາກໜັງສືກາຕູນຍີ່ປຸ່ນ(ມັງງະ), ໄລທ໌ໂນເວລ, ຫຼື ວີດີໂອເກມ. ອະນິເມະຖືກແບ່ງອອກເປັນຫຼາຍປະເພດໂດຍມຸ່ງໄປທີ່ກຸ່ມຜູ້ເບິ່ງທັງໃນວົງກວ້າງ ແລະ ສະເພາະກຸ່ມ.

ອະນິເມະແມ່ນສື່ທີ່ມີຮູບແບບຫຼາກຫຼາຍພ້ອມດ້ວຍວິທີໃນການຜະລິດທີ່ໂດດເດັ່ນທີ່ໄດ້ມີການປັບປ່ຽນມາເນື່ອງໆຕາມຍຸກສະໄໝຂອງເຕັກໂນໂລຊີທີ່ເກີດຂຶ້ນມາໃໝ່. ມັນເປັນການປະສົມປະສານລະຫວ່າງສີລະປະພາບພິມ, ການສ້າງລັກສະນະຕົວລະຄອນ, ການຖ່າຍທອດໃນແບບພາບພະຍົນ, ແລະ ຮູບແບບເຕັກນິກອື່ນໆຂອງການຈິນຕະນາການ ແລະ ແນວຄິດຕ່າງໆ. ເມື່ອນຳມັນມາປຽບທຽບກັບແອນິເມຊັ້ນຕາເວັນຕົກ, ການຜະລິດອະນິເມະສ່ວນຫຼາຍຈະບໍ່ເນັ້ນຫຼັກໄປກັບການເຄື່ອນໄຫວຂອງພາບຫຼາຍ, ແຕ່ຈະໄປຊຸມໃສ່ການຈັດເລື່ອງ ແລະ "ເອຟເຟັກກ້ອງ"ເຊັ່ນ: ການເຄື່ອນ/ການແພນກ້ອງ, ການຊູມ ແລະ ມຸມກ້ອງ. ຮູບແບບຂອງງານສິນນັ້ນມີຫຼາກຫຼາຍແນວ, ສັດສ່ວນ ແລະ ລັກສະນະຂອງຕົວລະຄອນສາມາດປ່ຽນແປງໄປໄດ້ຫຼາຍແບບຫຼາຍແນວ, ໂດຍລັກສະນະທົ່ວໄປອັນເປັນເອກະລັກຂອງອະນິເມະກໍຄືເຊັ່ນ:ດວງຕາທີ່ໃຫຍ່ໂຕ ແລະ ສື່ອາລົມໄດ້ດີຊັດເຈນ.

ອຸດສາຫະກຳອະນິເມະປະກອບໄປດ້ວຍບໍລິສັດຜະລິດຈຳນວນຫຼາຍເຖິງ430ກວ່າບໍລິສັດ, ບໍລິສັດ ຫຼື ສະຕູດີໂອທີ່ໂດ່ງດັງຫຼັກໆມີເຊັ່ນ: ສະຕູດີໂອ ຈິບລິ, ກຽວໂຕ ແອນິເມຊັ້ນ, ຊັນຊາຍສ໌, ໂບນສ໌, ຢູໂຟເທເບິລ, ແມັປປ້າ, ວິທ ສະຕູດີໂອ, ໂຄມິກຊ໌ ເວຟ ຟລີມສ, ໂປດັກຊັນ ໄອ.ຈີ ແລະ ໂທເອ ແອນິເມຊັ້ນເປັນຕົ້ນ. ນັບແຕ່ທົດສະວະທີ80, ສື່ແບບນີ້ໄດ້ຮັບຄວາມປະສົບຜົນສຳເລັດຢ່າງກວ້າງຂວາງໃນລະດັບນານາຊາດ, ຍ້ອນການມາຂອງການພາກສຽງອະນິເມະໃນພາສາທ້ອງຖິ່ນ, ການເພີ່ມຄຳບັນຍາຍ, ແລະ ຕັ້ງແຕ່ຊຸມປີ2010, ເນື່ອງຈາກບໍລິສັດ ສະຕຣີມມິງທີ່ເພີ່ມຂຶ້ນ ແລະ ການເປີດຮັບເອົາວັດທະນະທຳອະນິເມະໃນກຸ່ມຄົນຢ່າງກວ້າງຂວາງຂຶ້ນທັງໃນຍີ່ປຸ່ນ ແລະ ທົ່ວໂລກ. ໃນປີ2016, ແອນິເມຊັ້ນຍີ່ປຸ່ນ ຫຼື ອະນິເມະຄິດເປັນ60%ຂອງລາຍການທີ່ເປັນແອນິເມຊັ້ນໂທລະທັດທັງໝົດໃນໂລກ.

ອັກສອນສາດ

ໃນຖານະທີ່ເປັນແອນິເມຊັ້ນຮູບແບບໜຶ່ງ, ອະນິເມະແມ່ນຮູບແບບສີລະປະທີ່ປະກອບດ້ວຍຫຼາຍປະເພດທີ່ສາມາດພົບໄດ້ໃນສື່ຕ່າງໆ; ເຊິ່ງມັກຈະຖືກເຂົ້າໃຈຜິດວ່າຕົວມັນເອງເປັນປະເພດຂອງແອນິເມຊັ້ນ. ໃນພາສາຍີ່ປຸ່ນ, ຄຳວ່າ ອະນິເມະ ແມ່ນໃຊ້ເພື່ອກ່າວເຖິງແອນິເມຊັ້ນພາບເຄື່ອນໄຫວທັງໝົດ, ໂດຍບໍ່ສົນວ່າຈະມາຈາກແຕ່ໃສ. ວັດຈະນານຸກົມພາສາອັງກິດໂດຍທົ່ວໄປຈະໃຫ້ຄຳຈຳກັດຄວາມຂອງອະນິເມະ(/ˈænɪmeɪ/)ວ່າເປັນ"ຮູບແບບແອນິເມຊັ້ນໜຶ່ງຂອງຍີ່ປຸ່ນ" ຫຼືເປັນ "ຮູບແບບແອນິເມຊັ້ນທີ່ມີຕົ້ນກຳເນີດມາຈາກຍີ່ປຸ່ນ". ຄຳຈຳກັດຄວາມອື່ນໆແມ່ນມັກຈະເນັ້ນໄປເຖິງຕົ້ນກຳເນີດຂອງມັນ, ເຮັດໃຫ້ການຜະລິດແອນິເມຊັ້ນພາຍໃນຍີ່ປຸ່ນຈະຖືກຖືວ່າເປັນ"ອະນິເມະ".

ອະນິເມະໃນທາງດ້ານອັກສອນສາດຍັງຄົງເປັນທີ່ຖົກຖຽງກັນຢູ່. ຄຳພາສາອັງກິດ"animation"ໃນພາສາຍີ່ປຸ່ນຂຽນດ້ວຍຕົວຄາຕາຄານະວ່າ アニメーション(animēshon, ອະນິເມຊົງ) ແລະ ໃນຮູບແບບຫຍໍ້ເປັນアニメ(anime, ອະນິເມະ). ບາງບ່ອນກໍອ້າງວ່າຄຳນີ້ມາຈາກແອນິເມຊັ້ນໃນພາສາຝຣັ່ງ"dessin animé"("ກາຕູນ", ແປຊື່ໆແມ່ນ"ພາບເຄື່ອນໄຫວ"), ແຕ່ຫຼາຍຄົນກໍຄັດຄ້ານ ແລະ ເຊື່ອວ່າຂໍ້ອ້າງນີ້ມີທີ່ມາຈາກຄວາມນິຍົມທີ່ເພີ່ມຂຶ້ນຢ່າງກ້າວກະໂດດໃນຝຣັ່ງຊ່ວງປາຍທົດສະວັດທີ1970 ແລະ ຊຸມປີ1980.

ໃນພາສາລາວ, ອະນິເມະ ແມ່ນຄຳນາມທົ່ວໄປ(ຕົວຢ່າງ: "ເຈົ້າເບິ່ງອະນິເມະບໍ່?", "ຂ້ອຍເບິ່ງອະນິເມະ." ຫຼື "ເຈົ້າເບິ່ງອະນິເມະຈັກເລື່ອງແລ້ວ?"). ເຊັ່ນດຽວກັນກັບຄຳຍີ່ປຸ່ນບາງຄຳເຊັ່ນ: ມັງງະ ແລະ ໂປເກມອນ, ຄົນມັກຈະອອກສຽງເອກ-ໂທ ຫຼື ເປັນສຽງສັ້ນເຖິງແມ່ນວ່າມັນຂຽນເປັນສຽງຍາວກໍຕາມ.

ປະຫວັດສາດຂອງອະນິເມະ

ບົດຄວາມຫຼັກ: ປະຫວັດສາດຂອງອະນິເມະ

ຜູ້ຕັ້ງຕົ້ນ

ມ້ວນພາບເອມາກິໂມໂນະ ແລະ ການຫຼິ້ນຕຸກກະຕາເງົາ(ຄາເກະເອະ)ຖືເປັນຕົ້ນກຳເນີດຂອງແອນິເມຊັ້ນຍີ່ປຸ່ນ. ເອມາກິໂມໂນະເປັນສິ່ງທຳມະດາໃນສະຕະວັດທີXI. ນັກເລົ່າເລື່ອງພະເນຈອນ ຫຼື ເດີນທາງນັ້ນຈະເລົ່າກ່ຽວກັບຕຳນານ ແລະ ເລື່ອງເລົ່າຕ່າງໆທີ່ຜູ້ເລົ່າໄດ້ຟັງມາ, ໃນຂະນະທີ່ເອມາກິໂມໂນະແມ່ນມ້ວນພາບມືທີ່ມ້ວນອອກຈາກຂວາຫາຊ້າຍຕໍ່ລຳດັບພາບເຄື່ອນໄຫວແບບພາໂນຣາມາ(ພາບຍາວ). ຄາເກະເອະໄດ້ຮັບຄວາມນິຍົມໃນຊ່ວງຍຸກເອໂດະ ແລະ ມີຕົ້ນກຳເນີດມາຈາກຕຸກກະຕາເງົາຂອງຈີນ. ເຄື່ອງສາຍພາບວິເສດຈາກໂຮນລັງກໍໄດ້ຮັບຄວາມນິຍົມຄືກັນໃນສະຕະວັດທີXVIII. ການເລົ່າເລື່ອງຜ່ານສາກພາບທີ່ເອີ້ນວ່າ ຄາມິຊິໄບ ໄດ້ຮັບຄວາມນິຍົມເພີ່ມຂຶ້ນໃນສະຕະວັດທີXII ແລະ ຍັງຄົງໄດ້ຮັບຄວາມນິຍົມຢູ່ບ່ອນສາຍພາບຂ້າງທາງຈົນເຖິງທົດສະວັດທີ1930. ການເຊິດຫຸ່ນເຊິດບຸນຣາຄຸ ແລະ ພາບອຸກິໂຢະຖືເປັນບັນພະບຸລຸດຂອງລັກສະນະເດັ່ນຂອງແອນິເມຊັ້ນຍີ່ປຸ່ນ. ແລະ ທ້າຍທີ່ສຸດ, ມັງງະແມ່ນແຮງບັນດານໃຈທີ່ແຮງທີ່ສຸດໃຫ້ກັບອະນິເມະ. ນັກຂຽນກາຕູນ, ອາຈານຄິຕະຊາວ້າ ຣາຄຸເຕັນ ແລະ ອາຈານໂອຄາໂມໂຕະ ອິບເປະທີ່ໄດ້ໃຊ້ອົງປະກອບຈາກໜັງໃນຜົນງານຂອງຕົນ.

ຜູ້ບຸກເບີກ

ອະນິເມະ 
ຮູບເຟຣມແຜ່ນໜຶ່ງຈາກນາມາຄຸຣະ ກາຕານະ(1917), ໜັງແອນິເມຊັ້ນສັ້ນຍີ່ປຸ່ນທີ່ເກົ່າແກ່ທີ່ສຸດທີ່ຍັງເກັບຮັກສາຢູ່ ເຊິ່ງສາຍໃນໂຮງຮູບເງົາ.

ແອນິເມຊັ້ນໃນຍີ່ປຸ່ນເລີ່ມຕົ້ນໃນຊ່ວງຕົ້ນສະຕະວັດທີXX, ເມື່ອເຫຼົ່ານັກເຮັດໜັງເລີ່ມທົດລອງໃຊ້ເຕັກນິກທີ່ຄິດຂຶ້ນໃນຝຣັ່ງ, ເຢຍລະມັນ, ສະຫະລັດອາເມຣິກາ ແລະ ລັດເຊຍ. ແອນິເມຊັ້ນທີ່ຖືກຖືວ່າເປັນແອນິເມຊັ້ນຍີ່ປຸ່ນຍຸກແຮກແມ່ນຄະຊຶໂດ ຊະຊິນ(ປະມານປີ1907), ຜົນງານສ່ວນຕົວໂດຍຜູ້ສ້າງນິລະນາມ. ໃນປີ1917, ຜົນງານລະດັບມືອາຊີບ ແລະ ເປີດໃຫ້ສາທາລະນະຊົນເບິ່ງອັນທຳອິດໄດ້ປະກົດຂຶ້ນ; ນັກເຮັດແອນິເມຊັ້ນເຊັ່ນ: ຊິໂມຄາວະ ໂດເຕັນ, ຄິຕະຢາມະ ເຊອິທາໂຣ່, ແລະ ໂຄວຈິ ຈຸນອິຈິ (ຖືວ່າເປັນ"ບິດາແຫ່ງອະນິເມະ") ໄດ້ຜະລິດໜັງອອກມາຫຼາຍເລື່ອງ, ເກົ່າແກ່ທີ່ສຸດທີ່ຍັງຮັກສາໄວ້ຢູ່ແມ່ນນາມາຄຸຣະ ກາຕານະ. ຜົນງານໃນຊ່ວງຍຸກແຮກໆນີ້ສ່ວນຫຼາຍແມ່ນສູນຫາຍໄປຈາກການພັງທະລາຍຂອງຫ້ອງສາງຂອງຊິໂມຄາວະໃນເຫດແຜ່ນດິນໄຫວຄັ້ງໃຫຍ່ທີ່ຄັນໂຕໃນປີ1923.

ໃນກາງທົດສະວັດທີ1930, ແອນິເມຊັ້ນໄດ້ຮັບຄວາມຍອມຮັບເປັນຢ່າງດີໃນຖານະອີກທາງເລືອກໜຶ່ງນອກເໜືອຈາກອຸດສາຫະກຳໜັງຄົນສະແດງ. ແຕ່ກໍປະສົບບັນຫາຍ້ອນມີຄູ່ແຂ່ງຈາກຕ່າງປະເທດເຊັ່ນ:ດິສນີ, ແລະ ນັກເຮັດແອນິເມຊັ້ນຫຼາຍຄົນ, ລວມມີໂອຟູຈິ ໂນບຸໂອະ ແລະ ມູຣາຕະ ຢາຊູຊິ, ດຳເນີນງານດ້ວຍແອນິເມຊັ້ນຕັດສາກພາບທີ່ໃຊ້ທຶນຕໍ່າກວ່າແອນິເມຊັ້ນແບບເຟຣມລະພາບ ຫຼື ເຊວ. ຜູ້ສ້າງຄົນອື່ນໆລວມມີມາຊາໂອກະ ເຄນໂຊ ແລະ ເຊໂອ ມິສຶໂຢະ, ໄດ້ມີຄວາມກ້າວໜ້າຢ່າງຫຼາຍໃນດ້ານເຕັກນິກ, ໂດຍໄດ້ຮັບການອຸປະຖຳຈາກລັດຖະບານ, ເຊິ່ງຈ້າງນັກເຮັດແອນິເມຊັ້ນໃນການຜະລິດເລື່ອງສັ້ນ ເພື່ອການສຶກສາ ແລະ ໂຄສະນາຊວນເຊື່ອ. ໃນປີ1940, ລັດຖະບານໄດ້ຍຸບອົງກອນສີລະປິນຫຼາຍແຫຼ່ງ ເພື່ອກໍ່ຕັ້ງຊິນ ນິບປອນ ມັງງະກະ ຄຽວໄຄ. ອະນິເມະເລື່ອງທຳອິດແມ່ນຈິກະຣະ ໂຕ ອົນນະ ໂນ ໂຢ ໂນ ນາກະ (1933), ເຊິ່ງແມ່ນໜັງຮູບເງົາສັ້ນທີ່ຜະລິດໂດຍມາຊາໂອກະ. ໜັງອະນິເມະເລື່ອງຍາວເລື່ອງທຳອິດແມ່ນໂມໂມທາໂຣ້: ອູມິ ໂນ ຊິນເປ (1945), ເຊິ່ງຜະລິດໂດຍເຊໂອະໂດຍໄດ້ຮັບການສະໜັບສະໜຸນຈາກກອງທັບເຮືອຈັກກະວັດຍີ່ປຸ່ນ. ໃນຊຸມປີ1950, ມີໂຄສະນາແອນິເມຊັ້ນສັ້ນຖືກສ້າງຂຶ້ນສຳລັບໂທລະທັດເພີ່ມຫຼາຍຂຶ້ນ.

ຍຸດປັດຈຸບັນ

ອະນິເມະ 
ເຟຣມໜຶ່ງຈາກສາກເປີດເລື່ອງຂອງແອສໂຕຣບອຍ ຊຸດອະນິເມະໂທລະທັດຂອງເທຊຶກະໃນປີ1963.

ໃນຊຸມປີ1960, ນັກແຕ້ມກາຕູນມັງງະ ແລະ ນັກເຮັດແອນິເມຊັ້ນເທຊຶກະ ໂອຊາມຸໄດ້ດັດແປງ ແລະ ປັບໃຊ້ເຕັກນິກການເຮັດແອນິເມຊັ້ນຂອງດິສນີໃຫ້ງ່າຍຂຶ້ນ ເພື່ອຫຼຸດຕົ້ນທຶນ ແລະ ຈຳກັດຈຳນວນເຟຣມໃນການຜະລິດແອນິເມຊັ້ນຂອງລາວ. ໃນຕອນແຮກແມ່ນຕັ້ງໃຈໃຫ້ເປັນມາດຕະການຊົ່ວຄາວ ເພື່ອໃຫ້ລາວສາມາດຜະລິດສື່ໄດ້ທັນຕາມກຳນົດເວລາທີ່ມີຈຳກັດກັບທີມງານທີ່ບໍ່ມີປະສົບການ, ການເຝິກເຮັດແອນິເມຊັ້ນທີ່ມີຂໍ້ຈຳກັດຫຼາຍດ້ານຂອງລາວໄດ້ກາຍມາເປັນການກຳນົດຮູບແບບຂອງສື່. ສາມເລື່ອງລາວ(ມິດຊຶ ໂນະ ຮານາຊິ)(1960)ເປັນໜັງອະນິເມະເລື່ອງທຳອິດທີ່ອອກອາກາດທາງໂທລະທັດ; ຊຸດອະນິເມະໂທລະທັດເລື່ອງທຳອິດແມ່ນປະຫວັດສາດທັນທີ(Instant History)(1961-64). ຄວາມສຳເລັດອັນທຳອິດໃນຍຸກແຮກ ແລະ ມີອິດທິພົນສູງແມ່ນແອສໂຕຣບອຍ(1963-66), ຊຸດອະນິເມະໂທລະທັດທີ່ກຳກັບໂດຍເທຊຶກະ ໂດຍເຮັດມາຈາກມັງງະຂອງລາວໃນຊື່ດຽວກັນ. ນັກເຮັດແອນິເມຊັ້ນຫຼາຍຄົນທີ່ມູຊິ ໂປຣດັກຊັນຂອງເທຊຶກະໄດ້ແຍກຕົວອອກມາກໍ່ຕັ້ງສະຕູດິໂອເຮັດອະນິເມະເອງທີ່ຈະກາຍມາເປັນບໍລິສັດໃຫຍ່ໆໃນເວລາຕໍ່ມາ(ລວມມີແມດເຮົາສ໌, ຊັນຊາຍສ໌ ແລະ ເປຍໂຣຕ໌).

ໃນຊຸມປີ1970, ມັງງະໄດ້ຮັບຄວາມນິຍົມເພີ່ມຫຼາຍຂຶ້ນ, ເຊິ່ງຫຼາຍເລື່ອງຈະໄດ້ຮັບການດັດແປງມາເປັນອະນິເມະໃນເວລາຕໍ່ມາ. ຜົນງານຂອງເທຊຶກະ ແລະ ເຫຼົ່າຜູ້ບຸກເບິກທ່ານອື່ນໆໃນແນວທາງນີ້ໄດ້ກາຍເປັນແຮງບັນດານໃຈໃຫ້ກັບລັກສະນະ, ແບບຕົວລະຄອນ ແລະ ແນວປະເພດທີ່ຍັງຄົງເປັນອົງປະກອບພື້ນຖານຂອງອະນິເມະໃນປັດຈຸບັນ. ຕົວຢ່າງເຊັ່ນ: ແນວຫຸ່ນຍົນຍັກ ຫຼື ເມຄະ(mecha), ສ້າງຂຶ້ນຜ່ານການຜະລິດຂອງເທຊຶກະ, ພັດທະນາເປັນປະເພດຫຸ່ນຍົນຂັ້ນສູງ(super robot)ຜ່ານການຜະລິດຂອງນາກາອິ ໂກ ແລະ ຄົນອື່ນໆ, ແລະ ໄດ້ຮັບການປະຕິວັດແນວທາງໃນຊ່ວງປາຍທົດສະວັດໂດຍໂທມິໂນະ ໂຢຊິຢູກິ, ເຊິ່ງພັດທະນາເປັນປະເພດຫຸ່ນຍົນແທ້(real robot). ຊຸດອະນິເມະຫຸ່ນຍົນເຊັ່ນ: ກັນດັ້ມ ແລະ ຊູເປີ ໄດເມນຊັນ ຟໍເທຣສ ມາຄຣອສໄດ້ກາຍເປັນອະນິເມະຄລາສສິກທັນທີໃນທົດສະວັດ1980, ແລະ ມັນກໍຍັງຄົງເປັນໜຶ່ງໃນປະເພດທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດໃນທົດສະວັດຕໍ່ໆມາ. ພາວະຟອງສະບູລາຄາສິນຊັບແຕກໃນທົດສະວັດ1980ໄດ້ກະຕຸ້ນໃຫ້ເກີດຍຸກໃໝ່ຂອງໜັງອະນິເມະ ເຊັ່ນ: ມະຫາສົງຄາມຮ່ອມພູແຫ່ງສາຍລົມ(1984), ໂອຣິສຶ ອຸຈູກຸນ: ໂອເນອາມິສຸ ໂນະ ສຶບາສະ(1987), ແລະ ອາກິຣະ(1988).


ນີອອນ ເຈເນຊິສ ເອວານເກລຽນ (1995), ຊຸດອະນິເມະໂທລະທັດທີ່ຜະລິດໂດຍໄກແນັກຊ໌ ແລະ ກຳກັບໂດຍອັນໂນະ ຮິເດອາກິ, ໄດ້ເລີ່ມຕົ້ນຍຸກໃໝ່ອີກຍຸກໜຶ່ງດ້ວຍອະນິເມະແນວການທົດລອງ ເຊັ່ນ: ໂກສຕ໌ ອິນ ເດິ ເຊວລ໌ (1995), ຄາວບອຍ ບີບອບ (1998). ໃນຊຸມປີ1990, ອະນິເມະເລີ່ມໄດ້ຮັບຄວາມສົນໃຈຈາກຊາວຕາເວັນຕົກ; ຄວາມສຳເລັດໃນລະດັບນານາຊາດທີ່ສຳຄັນຄັ້ງທຳອິດລວມມີເຊເລີ ມູນ ແລະ ດຣາກອນບອລ Z, ເຊິ່ງທັງສອງໄດ້ຮັບການພາກສຽງເປັນຫຼາຍພາສາທົ່ວໂລກ. ໃນປີ2003, ມິຕິວິນຍານມະຫັນສະຈັນ(Spirited away), ໜັງຈາກສະຕູດີໂອຈິບລິທີ່ກຳກັບໂດຍມິຢາຊາກິ ຮາຢາໂອະ, ໄດ້ຮັບລາງວັນຊະນະເລີດສາຂາພາບພະຍົນແອນິເມຊັ້ນດີເດັ່ນໃນພິທີມອບລາງວັນອອສກ້າຄັ້ງທີ75. ຕໍ່ມາໄດ້ກາຍເປັນໜັງອະນິເມະທີ່ຮັບລາຍໄດ້ສູງທີ່ສຸດໂດຍລາຍໄດ້ຫຼາຍກວ່າ355ລ້ານໂດລາສະຫະລັດ. ນັບແຕ່ປີ2000ມາ, ຜົນງານອະນິເມະຈຳນວນແມ່ນການດັດແປງມາຈາກໄລທ໌ໂນເວວ ແລະ ວີຊວລໂນເວວ; ຕົວຢ່າງທີ່ປະສົບຄວາມສຳເລັດ ເຊັ່ນ: ສຶຊຶມິຢະ ຮາຣຸຮິ ແລະ ເຟດ/ສະເຕຍ໌ ໄນທ໌ (ທັງສອງອອກມາໃນປີ2006). ດາບພິຄາດອະສູນ ເດິ ມູວີ: ເສິກລົດໄຟສູ່ນິລັນ ກາຍເປັນໜັງຍີ່ປຸ່ນທີ່ເຮັດລາຍໄດ້ສູງສຸດ ແລະ ເປັນໜຶ່ງໃນໜັງທີ່ເຮັດລາຍໄດ້ສູງສຸດຂອງໂລກປະຈຳປີ2020, ນອກຈາກນີ້ຍັງກາຍເປັນໜັງທີ່ເຮັດລາຍໄດ້ໄວທີ່ສຸດໃນໂຮງຮູບເງົາຍີ່ປຸ່ນນຳ, ໂດຍເຮັດເງິນໄດ້ໜຶ່ງພັນລ້ານເຢນ($95.3ລ້ານ; £72ລ້ານ). ເຊິ່ງໄດ້ທຳລາຍສະຖິຕິເກົ່າຂອງມິຕິວິນຍານມະຫັນສະຈັນໂດຍໃຊ້ເວລາ25ມື້.

ໃນປີ2021, ອະນິເມະທີ່ດັດແປງມາຈາກມັງງະເລື່ອງມະຫາເວດຜະນຶກມານ, ດາບພິຄາດອະສູນ ແລະ ໂຕກຽວ ຣີເວນເຈີສ໌ ຕິດອັນດັບໜຶ່ງໃນສິບລາຍການໂທລະທັດທີ່ມີຄົນເວົ້າເຖິງຫຼາຍທີ່ສຸດທົ່ວໂລກເທິງທະວິດເຕີ. ໃນປີ2022, ຜ່າພິພົບໄທທັນ ໄດ້ຊະນະລາງວັນ"ຊຸດເລື່ອງໂທລະທັດທີ່ນິຍົມຫຼາຍທີ່ສຸດໃນໂລກປີ2021"ໃນງານລາງວັນລາຍການໂທລະທັດທີ່ນິຍົມທົ່ວໂລກ. ເລື່ອງນີ້ເປັນເລື່ອງທີ່ໄດ້ຮັບລາງວັນດັ່ງກ່າວເລື່ອງທຳອິດທີ່ບໍ່ແມ່ນພາສາອັງກິດ, ເຊິ່ງກ່ອນໜ້ານີ້ແມ່ນເດິ ວອກກິງ ເດດ ແລະ ເກມ ອອຟ ໂທນສ. ໃນປີ2024, ມະຫາເວດຜະນຶກມານໄດ້ທຳລາຍສະຖິຕິໂລກກິນເນັດສ໌"ຊຸດແອນິເມຊັ້ນໂທລະທັດທີ່ນິຍົມຫຼາຍທີ່ສຸດ"ໂດຍລະດັບຄວາມນິຍົມທົ່ວໂລກຫຼາຍເຖິງ71.2ເທົ່າຂອງຄວາມນິຍົມຂອງລາຍການເທິງໂທລະທັດໂດຍສະເລ່ຍ, ແຊງໜ້າຜ່າພິພົບໄທທັນ.

ຄຸນລັກສະນະ

ອະນິເມະ 
ນັກເຮັດອະນິເມະໃຊ້ລາຍເສັ້ນງານພາບທີ່ແຕກຕ່າງກັນຫຼາຍແນວ.
ແຫຼ່ງທີ່ມານັບແຕ່ຊ້າຍເທິງແລ້ວນັບຕາມເຂັມໂມງ: ເດດ ລິຟສ໌, FLAG, ການທົດລອງຕໍ່ເນື່ອງເລັນ, ຄົນປີສາດ, ມາຍດ໌ ເກມ, ລັກກີ້ສະຕາ, ແຄັດຊຸບ ແລະ ອະພິນິຫານຫຸ່ນທະລວງສະຫວັນ


ອະນິເມະແຕກຕ່າງຈາກແອນິເມຊັ້ນຮູບແບບອື່ນໆທາງດ້ານລາຍເສັ້ນ, ການຜະລິດ ແລະ ຂະບວນການສ້າງຂອງມັນ. ຜົນງານອະນິເມະຈະມີຮູບແບບງານສິນທີ່ຫຼາກຫຼາຍ ແລະ ກວ້າງ, ເຊິ່ງແຕກຕ່າງກັນໄປຂຶ້ນກັບຜູ້ສ້າງ, ສິລະປິນ ແລະ ສະຕູດີໂອທີ່ເຮັດ. ເຖິງແມ່ນວ່າບໍ່ມີຮູບແບບໃດທີ່ເປັນຕົວກຳນົດອະນິເມະໂດຍລວມ, ແຕ່ກໍຍັງມີຄຸນລັກສະນະທີ່ຄ້າຍຄືກັນບາງຂໍ້ບາງປະການໃນດ້ານຂອງເຕັກນິກການເຮັດການທຳແອນິເມຊັ້ນ ແລະ ການອອກແບບຕົວລະຄອນ.

ອະນິເມະມີເອກະລັກພື້ນຖານຈາກການໃຊ້ແອນິເມຊັ້ນແບບຈຳກັດ, ການສະແດງອາລົມທີ່ລາບລື່ນ, ໄລຍະເວລາສາຍ, ການຄຸມຕີມ, ການນຳສະເໜີບຸກຄົນໃນປະຫວັດສາດ, ການເລົ່າເລື່ອງທີ່ຊັບຊ້ອນ, ແລະ ເໜືອສິ່ງອື່ນໃດແມ່ນລາຍເສັ້ນທີ່ພິເສດຕ່າງໝູ່ ໂດຍແບບຂອງຕົວລະຄອນມີລັກສະນະເດັ່ນຄື: ມີດວງຕາທີ່ເປັນວົງລີ ແລະ ກວ້າງໃຫຍ່, ມີເສັ້ນແຕ້ມທີ່ຄົມຊັດເຈນ, ສີສັນສົດໃສ ແລະ ການເຄື່ອນໄຫວຂອງປາກທີ່ຫຼຸດໜ້ອຍລົງ.

ເຕັກນິກ

ອະນິເມະສະໄໜໃໝ່ດຳເນີນໄປຕາມຂະບວນການຜະລິດແອນິເມຊັ້ນທົ່ວໄປເຊັ່ນ: ການລຽງລຳດັບສາກ, ການພາກສຽງ, ການອອກແບບຕົວລະຄອນ ແລະ ການເຮັດຮູບພາບເຊວ. ນັບຕັ້ງແຕ່ປີ1990ມາ, ນັກເຮັດແອນິເມຊັ້ນໄດ້ນຳໃຊ້ຄອມພິວເຕີເຂົ້າໃນການຜະລິດ ເພື່ອເພີ່ມປະສິດທິພາບຂອງຂະບວນການຜະລິດ. ຜົນງານອະນິເມະໃນຍຸກແຮກແມ່ນການທົດລອງ, ບໍ່ວ່າຈະດ້ວຍການແຕ້ມຮູບເທິງກະດານດຳ, ແອນິເມຊັ້ນສະຕັອບໄມຊັນໂດຍໃຊ້ເຈ້ຍ, ແລະ ແອນິເມຊັ້ນເງົາ. ແອນິເມຊັ້ນແບບເຊວໄດ້ຮັບຄວາມນິຍົມຫຼາຍຈົນທ້າຍທີ່ສຸດມັນກໍກາຍເປັນມາດຖານຂອງສື່. ໃນສະຕະວັດທີXXI, ການນຳໃຊ້ເຕັກນິກແອນິເມຊັ້ນແບບອື່ນໆສ່ວນໃຫຍ່ແມ່ນຈຳກັດຢູ່ກັບແຕ່ໜັງສັ້ນອິດສະຫຼະ, ລວມເຖິງງານແອນິເມຊັ້ນຫຸ່ນສະຕັອບໂມຊັນທີ່ເຮັດໂດຍໂມຊິນາງະ ທາດາຮິໂຕະ, ຄາວາໂມໂຕະ ຄິຮາຊິໂຣ, ແລະ ມູຣາຕະ ໂທໂມຢາສຸ. ຄອມພິວເຕີໄດ້ຖືກນຳໃຊ້ເຂົ້າໃນຂະບວນການຜະລິດແອນິເມຊັ້ນໃນທົດສະວັດທີ1990 ເຊັ່ນ: ໂກສຕ໌ ອິນ ເດິ ເຊວລ໌ ແລະ ເຈົ້າຍິງຈິດວິນຍານແຫ່ງພົງໄພ່ ເຊິ່ງໄດ້ປະສົມປະສານການເຮັດແອນິເມຊັ້ນແບບເຊວດັ້ງເດີມກັບການໃຊ້ຮູບພາບທີ່ແຕ້ມຂຶ້ນໂດຍຄອມພິວເຕີ. ຟູຈິ ຟລິມ, ບໍລິສັດຜະລິດແຜ່ນເຊວລາຍໃຫຍ່, ໄດ້ປະກາດວ່າຈະຢຸດຕິການຜະລິດແຜ່ນເຊວ ເຮັດໃຫ້ເກີດຄວາມແຕກຕື່ນໃນອຸດສາຫະກຳໃນການຈັດຫານຳເຂົ້າເຊວ ແລະ ເປັນການເລັ່ງໃຫ້ປ່ຽນຂະບວນການຜະລິດໃຫ້ໄປໃຊ້ເຄື່ອງມືດີຈີຕ່ອນ.

ກ່ອນຍຸກດີຈີຕ່ອນ, ອະນິເມະຖືກສ້າງຂຶ້ນໂດຍວິທີແບບດັ້ງເດີມແບບເຄື່ອນຈາກທ່າໜຶ່ງຫາທ່າໜຶ່ງ. ສ່ວນອະນິເມະກະແສຫຼັກໃນປັດຈຸບັນສ່ວນຫຼາຍແມ່ນໃຊ້ເຟຣມພາບຫຼັກ ຫຼື ຄີເຟຣມທີ່ໃຊ້ສະແດງຜົນພາບອອກມາທີ່ໜ້ອຍກວ່າ ແລະ ເນັ້ນໃສ່ເຟຣມຫວ່າງກາງຫຼາຍກວ່າ.

ສະຕູດີໂອແອນິເມຊັ້ນຍີ່ປຸ່ນເປັນຜູ້ບຸກເບີກເຕັກນິກແອນິເມຊັ້ນແບບຈຳກັດຫຼາຍອັນ, ແລະ ເຮັດໃຫ້ອະນິເມະມີຫຼາກຫຼາຍຮູບແບບແຕກຕ່າງອອກໄປ. ຕ່າງຈາກແອນິເມຊັ້ນຂອງດິສນີທີ່ເນັ້ນໃສ່ກັບການເຄື່ອນໄຫວ, ອະນິເມະນັ້ນຊຸມໃສ່ກັບຄຸນນະພາບຂອງງານພາບ ແລະ ໃຊ້ເຕັກນິກທາງລັດຕ່າງໆຊ່ວຍຊົດເຊີຍກັບເວລາໃນການເຮັດພາບເຄື່ອນໄຫວເຫຼົ່ານັ້ນ. ເຕັກນິກເຫຼົ່ານີ້ມັກຈະໃຊ້ບໍ່ພຽງແຕ່ເພື່ອໃຫ້ທັນເວລາເສັ້ນຕາຍເທົ່ານັ້ນ ແຕ່ຍັງໃຊ້ເປັນເຄື່ອງມືທາງດ້ານສິລະປະນຳດ້ວຍ. ການຈັດສາກອະນິເມະຈະໃຫ້ຄວາມສຳຄັນກັບການເບິ່ງໃຫ້ເຫັນເປັນພາບສາມມິຕິ ແລະ ພື້ນຫຼັງປະກອບສາກທີ່ເປັນສ່ວນສຳຄັນໃນການສ້າງບັນຍາກາດຂອງຕົວຜົນງານ. ພື້ນຫຼັງບໍ່ຈຳເປັນຕ້ອງສ້າງຂຶ້ນເອງກໍໄດ້, ບາງຄັ້ງກໍອີງຈາກສະຖານທີ່ ຫຼື ເຫດການຈິງເຊັ່ນ: ປາສາດເວດມົນຂອງຮາວລ໌ ແລະ ສຶຊຶມິຢະ ຮາຣຸຮິ. ອັອບປລິເກີກ່າວວ່າ ອະນິເມະເປັນໜຶ່ງໃນສື່ທີ່ຫາໄດ້ຍາກ ເຊິ່ງເປັນສື່ທີ່ໄດ້ລວບລວມນັກພາກທີ່ມີຊື່ສຽງຫຼາຍໆຄົນທີ່ອອກມາ"ໜ້າປະທັບໃຈຢ່າງຍິ່ງ".

ເອຟເຟກແບບພາບພະຍົນຂອງອະນິເມະເຮັດໃຫ້ມັນເອງແຕກຕ່າງອອກໄປຈາກການຮູບແບບການນຳສະເໜີແບບລະຄອນເວທີຂອງແອນິເມຊັ້ນອາເມຣິກັນ. ອະນິເມະຖືກຖ່າຍແບບໜັງຄືກັບວ່າໃຊ້ກ້ອງຖ່າຍ, ບໍ່ວ່າຈະການແພນການເຄື່ອນກ້ອງ, ການຊູມ, ໄລຍະຫ່າງ ແລະ ມຸມກ້ອງໄປຈົນເຖິງການສັ່ນແບບໄດນາມິກທີ່ຊັບຊ້ອນຫຼາຍ ເຊິ່ງເປັນສິ່ງທີ່ຍາກໃນການຖ່າຍໜັງແທ້. ຂອງທາງອະນິເມະ, ແອນິເມຊັ້ນຈະສ້າງຂຶ້ນກ່ອນການພາກສຽງ ກົງກັນຂ້າມກັບແອນິເມຊັ້ນຂອງອາເມຣິກາທີ່ດຳເນີນພາກສຽງກ່ອນພາບ.

ການອອກແບບຕົວລະຄອນ

ອະນິເມະ 
ການອອກແບບຕົວລະຄອນອະນິເມະມີຄວາມຫຼາກຫຼາຍໆ, ແຕ່ມັກຈະມີອົງປະກອບລວມທົ່ວໄປເຂົ້ານຳ ຂຶ້ນຢູ່ກັບກຸ່ມເປົ້າໝາຍ ແລະ ຍຸກສະໄໝ. ພາບເຫຼົ່ານີ້ແມ່ນຕົວຢ່າງທີ່ເປັນຕົວແທນ.
ນັບແຕ່ຊ້າຍເທິງແລ້ວນັບຕາມເຂັມໂມງ: ໂຈ ສິງສັງວຽນ (1970), ມາຄຣອສ: ເຈົ້າຈື່ຄວາມຮັກບໍ່ (1984), ໂກສຕ໌ ອິນ ເດິ ເຊວລ໌ (1995), ເຄ-ອົງ! (2009), ຫຼັບຕາຝັນ ເຖິງຊື່ເຈົ້າ (2016), ດັນຈຽນທີ່ມີແຕ່ຂ້າເທົ່ານັ້ນທີ່ເຂົ້າໄດ້ (2021), ສະເໜສາວເຂົ້າປັ້ນ (2001) ແລະ ຊາມູໄຣພະເນຈອນ (1996).

ສັດສ່ວນຮ່າງກາຍຂອງຕົວລະຄອນທີ່ເປັນມະນຸດໃນອະນິເມະມັກຈະອີງສັດສ່ວນຂອງຮ່າງກາຍມະນຸດໃນຄວາມເປັນຈິງຢ່າງຖືກຕ້ອງ. ນັກແຕ້ມຖືເອົາຄວາມສູງຂອງຫົວເປັນໜ່ວຍຖານຂອງສັດສ່ວນ. ຄວາມສູງຂອງຫົວອາດແຕກຕ່າງກັນໄປ, ແຕ່ຕົວລະຄອນໃນອະນິເມະສ່ວນໃຫຍ່ຈະມີຄວາມສູງປະມານ7-8ຫົວ. ສີລະປິນອະນິເມະບາງເທື່ອຈົງໃຈປັບປ່ຽນສັດສ່ວນຂອງຮ່າງກາຍເພື່ອສ້າງສ້າງຕົວລະຄອນທີ່ມີຮູບຮ່າງຜິດປົກກະຕິເປັນພິເສດ ເຊິ່ງມີຮ່າງກາຍທີ່ນ້ອຍບໍ່ສົນສ່ວນເມື່ອທຽບກັບຫົວ; ຕົວລະຄອນທີ່ມີຮູບຮ່າງຜິກປົກກະຕິຫຼາຍຕົວມີຄວາມສູງສອງຫາສີ່ຫົວ. ອະນິເມະບາງເລື່ອງເຊັ່ນ ເຄຣຢອນຊິນຈັງ ແມ່ນບໍ່ສົນໃຈສັດສ່ວນເຫຼົ່ານີ້ໂດຍສິ້ນເຊີງ, ໃນລັກສະນະຄືກັບກາຕູນລໍ້ລຽນແບບຕາເວັນຕົກ.

ອະນິເມະ 
ຊຸດພາບຂອງວິກິພີຕັງ (#1) ລຸ່ມນີ້ແມ່ນການສະແດງເຖິງຮູບແບບການອອກຕົວລະຄອນອະນິເມະທີ່ຢູ່ຢ່າງຫຼວງຫຼາຍແບບ. ນັບຕັ້ງແຕ່ນໍ້າເບີ1-9, ແຫຼ່ງທີ່ມາພື້ນຖານຂອງແຕ່ລະລາຍເສັ້ນທີ່ອີງມາມີ: ຜົນງານຕົ້ນສະບັບ, ກຽວໂຕ ແອນິເມຊັ້ນ, ນາຣູໂຕະ, ໄທປ໌-ມູນ, ຍອດນັກສືບຈິ໋ວໂຄນັນ, ເຊເລີ ມູນ, ຟູຈິໂກະ ຟູຈິໂອະ, ສະຕູດີໂອ ຈິບລິ, ແລະ ມາໂຄໂຕະ ຊິນໄຄ.

ແບບການອອກແບບຕົວລະຄອນອະນິເມະໂດຍທົ່ວໄປແມ່ນມັກຈະມີຕາທີ່ໃຫຍ່ເກີນຈິງ. ແອນິເມຊັ້ນຂອງຕົວລະຄອນທີ່ມີຕາໃຫຍ່ໃນອະນິເມະສາມາດຍ້ອນກັບໄປໄດ້ເຖິງສະໄໜຂອງເທຊຶກະ ໂອຊາມຸ ເຊິ່ງໄດ້ຮັບອິດທິພົນຢ່າງຫຼາຍຈາກຕົວລະຄອນແອນິເມຊັ້ນໃນຍຸກຕົ້ນໆເຊັ່ນ: ເບດຕີ້ ບຸບ, ເຊິ່ງຖືກອອກແບບດ້ວຍດວງຕາທີ່ໃຫຍ່ໂຕບໍ່ສົມສ່ວນ. ເທຊຶກະເປັນບຸກຄົນສຳຄັນໃນປະຫວັດສາດຂອງອະນິເມະ ແລະ ມັງງະ, ເຊິ່ງແມ່ນຜູ້ກຳນົດຮູບແບບລາຍເສັ້ນອັນເປັນເອກະລັກ ແລະ ການອອກແບບຕົວລະຄອນທີ່ເຮັດໃຫ້ສາມາດຖ່າຍທອດອາລົມຄວາມຮູ້ສຶກຂອງມະນຸດໄດ້ຜ່ານຕາພຽງຢ່າງດຽວ. ສີລະປິນຜູ້ແຕ້ມຈະເພີ່ມເລັນເງົາສີທີ່ຫຼາກຫຼາຍໃນຫ້ກັບຕາ ແລະ ໂດຍສະເພາະແກ້ວຕາ ເພື່ອໃຫ້ມີຄວາມເລິກຫຼາຍຂຶ້ນ. ໂດຍທົ່ວໄປຈະເປັນການປະສົມກັນຂອງແຖບສີອ່ອນ, ໂທນສີ ແລະ ແຖບສີເຂັ້ມ. ນັກມະນຸດວິທະຍາວັດທະນະທຳຣາເຊລ ທອນໄດ້ແຍ້ງວ່າ ນັກເຮັດແອນິເມຊັ້ນ ແລະ ຜູ້ເບິ່ງຊາວຍີ່ປຸ່ນບໍ່ໄດ້ເຂົ້າໃຈເຖິງດວງຕາທີ່ມີຮູບແບບໆນີ້ໂດຍເແທ້ຈິງບໍ່ຫຼາຍກໍໜ້ອຍ. ຈັ່ງໃດກໍຕາມ, ບໍ່ແມ່ນວ່າຕົວອະນິເມະທຸກຕົວຈະມີຕາທີ່ມົນໂຕ. ຕົວຢ່າງເຊັ່ນ: ຜົນງານຂອງມິຢາຊາກິ ຮາຢາໂອະທີ່ເປັນທີ່ຮູ້ກັນວ່າຕົວລະຄອນທີ່ລາວເຮັດມີດວງຕາທີ່ຖືກຕ້ອງສັດສ່ວວນຕາມຄວາມຈິງ ເຊັ່ນດຽວກັນກັບສີຜົມທີ່ສົມຈິງຂອງຕົວລະຄອນ.

ຊົງຜົມໃນອະນິເມະມັກຈະເບິ່ງມີຊີວິດຊີວາ ແລະ ສີສັນ ຫຼື ສະຕາຍທີ່ບໍ່ຊໍ້າໃຜ. ການເຄື່ອນໄຫວຂອງເສັ້ນຜົມໃນອະນິເມະນັ້ນເກີນຈິງ ແລະ ໃຊ້"ກຳມະຂອງຜົມ" ເພື່ອເັ້ນການກະທຳ ແລະ ອາລົມຂອງຕົວລະຄອນເພື່ອເພີ່ມເອຟເຟກຂອງພາບ. ການແຕ້ມແຕ່ງສີຜົມທີ່ມີຄວາມສູດສາດຕາ ແລະ ໂທນສີທີ່ມີສີສັນເພື່ອໃຊ້ເປັນພາບປົກໜັງສືຂອງມັງງະສຳລັບເດັກນ້ອຍໃຫ້ມີຄວາມໜ້າສົນໃຈ. ເຖິງແມ່ນວ່າຈະຜະລິດເພື່ອຕະຫຼາດພາຍໃນປະເທດ, ອະນິເມະກໍມີຕົວລະຄອນທີ່ຖືກນຳສະເໜີໂດຍບໍ່ໄດ້ກຳນົດເຊື້ອຊາດ ຫຼື ສັນຊາດໄວ້ສະເໝີໄປ, ແລະ ມັກຈະເປັນການຕັດສິນໃຈໂດຍເຈຕະນາເຊັ່ນ: ຊຸດແອນິເມຊັ້ນໂປເກມອນ.

ນັກແຕ້ມອະນິເມະ ແລະ ມັງງະມັກຈະໃຊ້ພາບເຄື່ອງໝາຍ ເພື່ອເປັນຕົວແທນອາລົມຄວາມຮູ້ສຶກໂດຍສະເພາະ.

ນັກແຕ້ມອະນິເມະ ແລະ ມັງງະມັກຈະແຕ້ມໂດຍໃຊ້ຫຼັກການທົ່ວໄປຂອງພາບການສະແດງອອກທາງສີໜ້າອັນເປັນເອກະລັກ ເພື່ອສະແດງເຖິງອາລົມ ແລະ ຄວາມຄິດທີ່ສະເພາະເຈາະຈົງ. ເຕັກນິກພວກນີ້ມັກຈະມີຮູບແບບທີ່ແຕກຕ່າງຈາກເຕັກນິກຂອງແອນິເມຊັ້ນຕາເວັນຕົກ, ແລະ ຍັງລວມເຖິງການໃຊ້ພາບໃນການສະແດງເຖິງຄວາມຮູ້ສຶກ ແລະ ອາລົມບາງຢ່າງ. ຕົວຢ່າງເຊັ່ນ: ຕົວລະຄອນຊາຍອາດຈະເລືອດດັງອອກເມື່ອຖືກເລົ້າອາລົມ. ການໃຊ້ສັນຍະລັກທີ່ເບິ່ງເຫັນໄດ້ຢ່າງຫຼວງຫຼາຍ, ເຊັ່ນ: ເຫື່ອໄຫຼເພື່ອສະແດງຄວາມກັງວົນ, ການໜ້າແດງເພື່ອສະແດງຄວາມເຂີນອາຍ, ຫຼື ຕາທີ່ເປ່ງປະກາຍເພື່ອສະແດງສາຍຕາທີ່ມີຄວາມສົນໃຈຢ່າງແຮງ. ການສະແດງອີກແບບໜຶ່ງທີ່ເປັນແບບກາຕູນແກັກນັ້ນແມ່ນການໃຊ້້ຕົວຈິບິ(ການອອກແບບຕົວລະຄອນທີ່ຜິດສັດສ່ວນແຕ່ຮຽບງ່າຍ) ເພື່ອຄັ້ນອາລົມໃຫ້ອອກມາຢ່າງຊັດເຈນຢ່າງຕະຫຼົກເຊັ່ນ: ຄວາມສັບສົນ ຫຼື ຄວາມອາຍ.

ອ້າງອິງ

Tags:

ອະນິເມະ ອັກສອນສາດອະນິເມະ ປະຫວັດສາດຂອງອະນິເມະ ຄຸນລັກສະນະອະນິເມະ ອ້າງອິງອະນິເມະປະເທດຢີ່ປຸ່ນພາສາຍີ່ປຸ່ນ

🔥 Trending searches on Wiki ລາວ:

ເຂດພິເສດໄຊສົມບູນເສດຖະສາດMinecraftປະເທດລັດເຊຍວັດວິຊຸນພຣະຣາຊອານາຈັກລາວເທເລີ ສວິຟປະເທດຕີມໍແລັດສະເຕອຸຣັດສະຍາ ສະເປີບັນISO 4217ແຂວງຊຽງຂວາງສະຖານີວິທະຍຸໂທລະພາບໄທທີວີສີຊ່ອງ 3ນົບພະລັດ ສີໄກພັກປະເທດອາກເມນີສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ປະຫວັດສາດລາວຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດມາຣິໂອ້ ເມົາເຣີ້ຈັງຫວັດໜອງບົວລຳພູການບິນລາວເມືອງຫາດຊາຍຟອງສຳນັກນາຍົກລັດຖະມົນຕີ (ປະເທດລາວ)ກຽງສັກ ຊະມະນັນປະເທດແອັດສະໂຕນີປະໂລແຕສະຕັງສົມເດັດພະເຈົ້າຢູ່ຫົວບໍຣົມໂກດປະເທດຫວຽດນາມສົງຄາມເຟດບຸກກຸ ວໍຣະວົງສ໌ສົງຄາມເກົາຫຼີເຍເນລິ ຊາປາໂຣປະເທດບັງກລາເທດປະໂຫຍກອານາຈັກທົນບຸຣີເຂົ້າຈີ່ປາເຕ້ວັນນະຄະດີສະໝານ ວິຍາເກດŠiprageເມືອງຫ້ວຍຊາຍມາລອນ ແບຣນໂດອີນິແອັກເຂດເສດຖະກິດພິເສດສາມຫຼ່ຽມຄຳປະເທດເຊັກກີແຂວງຫຼວງນໍ້າທາມະຫາວິທະຍາໄລແຫ່ງຊາດລາວປະເທດເຢັຽລະມັນປະເທດເອກົດສົມເດັດພຣະເຈົ້າກຸງທົນບຸຣີສຸພານຸວົງປະເທດໂປໂລຍພໍ່ຂຸນບານເມືອງປະເທດອົດສະຕຣາລີອະສົມຜົນປະເທດສະວິດເຊີແລນດ໌ເຄື່ອງໝາຍຊາດລາວເຢນທຸລະກິດແຂວງສາລະວັນສາສະໜາຊິກລາຍພະນາມພະມະຫາກະສັດໄທແຂວງກວາງບິນລາຍຊື່ນາຍົກລັດຖະມົນຕີລາວ🡆 More