ສະຕາບັກຊ໌

ສະຕາບັກຊ໌ (ອັງກິດ: Starbucks) ເປັນຮ້ານກາເຟຈາກອາເມຣິກາໃນເມືອງຊີແອດເທີນໃນລັດວໍຊິງຕັນ ໃນປີ ຄ.ສ.

1971 ໂດຍ ກຣໍດອນ ໂບວເກີ, ເຈີຣີ ບາລວິນ ແລະ ເຊບ ຊີເກິລ ໃນຊ່ວງຕອນເລີ່ມຕົ້ນ ໂລໂກ້ໄດ້ຖືກນໍາໃຊ້ເປັນໄຊເລັນ 2 ຫາງ ກໍ່ຕັ້ງໃນຖານະເປັນຮ້ານຂາຍຖົ່ວກາເຟຄົ້ວ ໃນປີ 1982 ສະຕາບັກຊ໌ມີສາຂາ 5 ສາຂາ ແລະ ໂຮເວີດ ສລູດສ໌ໄດ້ເຂົ້າຮ່ວມກິດຈະກໍານຳ ໂດຍການດູແລຂອງການຕະຫຼາດ ແລະ ການຂາຍຍ່ອຍ ເຊິ່ງພວກເຂົາໄດ້ແນະນຳໃຫ້ເປີດສະຕາບັກຊ໌ເປັນຮ້ານກາເຟ ແຕ່ຫຼາຍຄົນກໍບໍ່ເຊື່ອໃນວິໄສທັດຂອງລາວ ຕໍ່ມາສລູດສ໌ໄດ້ຂໍລາອອກຈາກບໍລິສັດ ໄປເປີດບາກາເຟຂອງຕົນເອງຊື່ ອິລ ຈີອໍຣ໌ເນລ ແລະ ຈຳໜ່າຍກາເຟຂອງສະຕາບັກຊ໌ ໃນປີ 1987 ສະຕາບັກຊ໌ປະເຊີນບັນຫາກັບຄວາມຫຍຸ້ງຍາກເນື່ອງຈາກບໍ່ສາມາດຄວບຄຸມຄຸນນະພາບຜະລິດຕະພັນໄດ້ ປີ ຄ.ສ 1988 ອິລ ຈີອໍຣ໌ເນລຈຶ່ງຊື້ທຸລະກິດຂາຍຍ່ອຍໄວ້ ແລະ ປ່ຽນຊື່ເປັນ ສະຕາບັກຊ໌ ຄໍເປີເຣຊັນ ແລະ ຈ້າງນັກບໍລິຫານມືອາຊີບເຂົ້າມາດູແລ ປີ 1992 ສະຕາບັກຊ໌ໄດ້ເຂົ້າຕະຫຼາດຫຸ້ນ ແລະ ໃນປີ 1996 ສະຕາບັກຊ໌ໄດ້ເປີດສາຂາທໍາອິດຢູ່ນອກອາເມຣິກາເໜືອທີ່ໂຕກຽວ, ປະເທດຍີ່ປຸ່ນ ປັດຈຸບັນຫຼາຍກວ່າ 1 ໃນ 3 ຂອງຮ້ານສະຕາບັກຊ໌ທັງໝົດຢູ່ໃນຕ່າງປະເທດ ໂດຍສະເລ່ຍແລ້ວສະຕາບັກຊ໌ໄດ້ເປີດສາຂາໃໝ່ເພີ່ມມື້ລະ 2 ສາຂາໃນລະຫວ່າງປີ 1987 ແລະ 2007 ບໍລິສັດໄດ້ເລີ່ມ Caffe Starbucks ເປັນລະບົບການບໍລິການອອນລາຍໂດຍອີງໃສ່ເຄືອຂ່າຍຂອງ ເອໂອແອລ

ສະຕາບັກຊ໌ ຄໍເປີເຣຊັນ
ປະເພດບໍລິສັດ
ISINUS8552441094 Edit this on Wikidata
ອຸດສາຫະກຳຮ້ານກາເຟ
ກາເຟ
ກໍ່ຕັ້ງ31 ມີນາ ປີ1971
(51 ປີກ່ອນ)
ຕະຫຼາດໄພເພຣນສ໌, ເອລລູອັອດເບ, ຊີແອດເທີນ,
ທຸງຊາດຂອງສະຫະລັດອາເມຣິກາ ສະຫະລັດອາເມຣິກາ
ຜູ້ກໍ່ຕັ້ງເຈີຣີ ບາລວິນ, ເຊບ ຊີເກິລ ແລະ ກຣໍດອນ ໂບວເກີ
ສຳນັກງານໃຫຍ່ຊີແອດເທີນ, ວໍຊິງຕັນ,
84 ປະເທດ
ຈຳນວນທີ່ຕັ້ງ
35,711
ບຸກຄະລາກອນຫຼັກ
ໂຮເວີດ ສລູດຊ໌ (ປະທານບໍລິສັດ ແລະ ຜູ້ບໍລິຫານ)
ເຄວິນ ຈອນສັນ (ປະທານບໍລິສັດ ແລະ ຫົວໜ້າຝ່າຍປະຕິບັດການ)
ຜະລິດຕະພັນກາເຟ
ນໍ້າປັ່ນ
ຊາ
ເບເກີຣີ
ແຊນວິດ
ບໍລິການກາເຟ
ລາຍໄດ້Increase 22.387 ຕື້ໂດລາສະຫະລັດ
ລາຍໄດ້ຈາກການດຳເນີນງານ
Increase 4.135 ຕື້ໂດລາສະຫະລັດ
ລາຍໄດ້ສຸດທິ
Increase2.885 ຕື້ໂດລາສະຫະລັດ
ສິນຊັບIncrease 14.366 ຕື້ໂດລາສະຫະລັດ
ສ່ວນຂອງຜູ້ຖືຮຸ້ນDecrease 5.45 ຕື້ໂດລາສະຫະລັດ
ພະນັກງານ
238,000 ຄົນ
ບໍລິສັດໃນເຄືອສະຕາບັກຊ໌ຄອບຟີ
ເອທົສວໍເຕີ
ອີໂວລູຊັນເຟຣຊ
ເຮຍຣ໌ມິວສິກ
ລາບູລັງເບເກີຣີ
ຊີແອດເທິລສ໌ເບສຕ໌ຄອບຟີ
ທາໂຊ
ທີວານາ
ຕໍເຣຟາຊິໂອເນ ອີຕາເລຍ
ເວັບໄຊStarbucks.com
Starbucks.la

ສັນຍະລັກຂອງສະຕາບັກຊ໌ຄັ້ງທຳອິດນັ້ນເປັນຮູບນາງເງືອກ ເຊິ່ງເປັນ ນາງເງືອກໄຊເຣນສອງຫາງ (Norse Siren) ໃນເທບນິຍາຍເພື່ອໃຫ້ນຶກເຖິງການຜະຈົນໄພຢູ່ໃນທ້ອງທະເລ ແລະ ດັດແກ້ຫຼາຍຄັ້ງ ແລະ ຫຼ້າສຸດແມ່ນໃນປີ ຄ.ສ. 2011 ໃນ​ວາ​ລະ​ຂອງ​ການ​ສະ​ເຫຼີມ​ສະ​ຫຼອງ​ຄົບຮອບ 40 ປິຂອງການດຳເນີນທຸລະກິດ

ປັດຈຸບັນສະຕາບັກຊ໌ມີສາຂາຫຼາຍກວ່າ 27,984 ສາຂາທັງຢູ່ໃນສະຫະລັດອາເມຣິກາ ແລະ ໃນອີກ 73 ປະເທດ ໃນປີ ຄ.ສ. 2018 ແລະ ປະເທດລາວມີຈຳນວນທັງໝົດ 2 ສາຂາ ອະດີດປະທານບໍລິຫານ ໂຮເວີດ ສລູດຊ໌ (Howard Schultz)ປະກາດລາອອກເມື່ອເດືອນເມສາ 2017 ຜູ້ດຳລົງຕຳແໜ່ງປະທານບໍລິຫານປັດຈຸບັນແມ່ນ ເຄວິນ ຈອນສັນ (Kevin Johnson)

ປະຫວັດ

ກໍ່ຕັ້ງ

ສະຕາບັກຊ໌ສາຂາທຳອິດກໍ່ຕັ້ງຂຶ້ນໃນຊີແອດເທິລ ລັດວໍຊິງຕັນ ໃນວັນທີ 31 ມີນາ ປີ 1971 ໂດຍ 3 ຜູ້ກໍ່ຕັ້ງທີ່ໄດ້ຮູ້ຈັກກັນໃນສະໄໝຮຽນມະຫາວິທະຍາໄລຊານຟຣານຊິສໂກ ຄື ເຈີຣີ ບັລວິນ ເຊິ່ງພວກເຂົາເປັນອາຈານສອນພາສາອັງກິດ, ເຊບ ຊີ ເກິລ ອາຈານສອນປະຫວັດສາດ ແລະ ກຣໍດອນ ໂບວເກີ ນັກຂຽນ ໂດຍພວກເຂົາມີແຮງບັນດານໃຈໃນການຂາຍເມັດກາເຟທີ່ມີຄຸນນະພາບສູງ ແລະ ອຸປະກອນຄົ້ວກາເຟໂດຍ ອັນເຟຣດ ພີດທ໌ ຫຼັງຈາກທີ່ໄດ້ສອນພວກເຂົາກ່ຽວກັບການຄົ້ວເມັດກາເຟ ບໍລິສັດໄດ້ນຳຊື່ຈາກປຶ້ມໂມບິດິກ ຄື ສະຕາບັກຊ໌ (Starbuck) ຫຼັງຈາກຄິດຄົ້ນມາຫຼາຍຊື່ເຊັ່ນ "ຄາຣ໌ໂກ້ ເຮົາສ໌" (Cargo House) ແລະ "ພີຄວດ" (Pequod) ໂບວເກີໄດ້ປຶກສາກັບເທີຣີ ເຮກເຣີ ເຊິ່ງພວກເຂົາກ່າວວ່າຕົວອັກສອນ "st" ນັ້ນເບິ່ງແຂງແຮງ ຜູ້ກໍ່ຕັ້ງໄດ້ມາຮ່ວມກັນຄິດຊື່ທີ່ຂຶ້ນຕົ້ນດ້ວຍ "st" ເຊິ່ງໄດ້ມີຄົນໜຶ່ງນຳແຜນທີ່ເໝືອງບໍ່ແຮ່ເກົ່າຂອງພູເຂົາແຄສເຄດ ແລະ ເຫັນຊື່ເມືອງໃນເໝືອງບໍ່ແຮ່ທີ່ຊື່ວ່າ "ສະຕາໂບ" (Starbo) ແລະ ໂບວເກີກໍໄດ້ຍົກຕົວລະຄອນ "ສະຕາບັກ" (Starbuck) ແລະ ກ່າວວ່າ ໂມບິດິກ ບໍ່ໄດ້ມີບົດເດັ່ນສຳລັບສະຕາບັກຊ໌ ແລະ ຊື່ຟັງເບິ່ງກົງກັບຄວາມຕ້ອງການຂອງເຮົາ

ສະຕາບັກຊ໌ 
ສະຕາບັກຊ໌ສະໂຕຣ໌ທີ່ 1912 ໄພເພຣຊ ເປັນສາຂາທີ 2 ຂອງອໍຣີຈີນອລສະຕາບັກຊ໌ ເຊິ່ງເຄີຍຢູ່ທີ 2000 ເສັ້ນທາງຕາເວັນຕົກ ຕັ້ງແຕ່ ປີ 1971 ຫາ ປີ 1976

ສະຕາບັກຊ໌ສະໂຕຣ໌ສາຂາທຳອິດຕັ້ງຂຶ້ນໃນຊີແອດເທິລ ທີ 2000 ເສັ້ນທາງຕາເວັນຕົກ ຕັ້ງແຕ່ ປີ 1971–1976 ແລະ ສາຂານີ້ໄດ້ຍ້າຍໄປຍັງ 1912 ໄພເພຣຊ ແລະ ບໍ່ໄດ້ມີການຍ້າຍອີກ ໃນຊ່ວງນັ້ນ ທາງບໍລິສັດໄດ້ຈຳໜ່າຍພຽງເມັດກາເຟຄົ້ວເທົ່ານັ້ນ ຍັງບໍ່ໄດ້ຈຳໜ່າຍກາເຟສຳເລັດຮູບ ເຊິ່ງກາເຟສຳເລັດຮູບທີ່ຢູ່ໃນຮ້ານເປັນພຽງແກ້ວທົດລອງເຊິ່ງແຈກຟຣີໃຫ້ກັບລູກຄ້າ ໂດຍປີທຳອິດພວກເຂົາໄດ້ຊື້ເມັດກາເຟຈາກພີດທ໌ ຫຼັງຈາກນັ້ນຈຶ່ງເລີ່ມຊື້ຈາກຊາວສວນໂດຍກົງ

ຂະຫຍາຍຕົວ

ໃນປີ 1984 ເຈົ້າຂອງບໍລິສັດສະຕາບັກຊ໌ ນຳໂດຍເຈີຣີ ບັລວິນ ໄດ້ທຳການຊື້ ພີດທ໌ສ ເຊິ່ງໃນຊ່ວງຍຸກ 80 ຍອດຂາຍຂອງກາເຟໃນສະຫະລັດອາເມລິກາຂ້ອນຂ້າງຊ້າ ແຕ່ຍອດຂາຍຂອງກາເຟຊະນິດພິເສດກັບເພີ່ມຂຶ້ນ 10% ຂອງຕະຫຼາດໃນປີ 1989 ທຽບກັບປີ 1983 ທີ່ 3% ໃນປີ 1986 ບໍລິສັດໄດ້ເປີດຮ້ານແລ້ວເຖິງ 6 ສາຂາໃນຊີແອດເທິລໂດຍມີສາຂາໜຶ່ງເລີ່ມທົດລອງຂາຍກາເຟເອສເປຣສໂຊ

ຕໍ່ມາໃນປີ 1987 ຜູ້ບໍລິຫານໄດ້ຕັດສິນໃຈຂາຍສາຂາຂອງສະຕາບັກຊ໌ໃຫ້ກັບຜູ້ຈັດການສາຂາ ໂຮເວີດ ຊູລສ໌ ໄດ້ປັບປຸງຮ້ານກາເຟ ອິລຈີອອດນາເລຄອຟຟີ ຂອງເຂົາເປັນສະຕາບັກຊ໌ ແລະ ເລີ່ມຕົ້ນທີ່ຈະຂະຫຍາຍສາຂາອອກໄປ ຕໍ່ມາໃນປີດຽວກັນ ສະຕາບັກຊ໌ໄດ້ຂະຫຍາຍສາຂາໄປຍັງນອກຊີແອດເທິລສາຂາທຳອິດ ທີ່ສະຖານີວໍເຕີຟຣອນ ທີ່ແວນຄູເວີ ໃນ ລັດບຣິຕິຊ ໂຄລໍາເບຍ ແລະ ຊິຄາໂກ ໃນລັດອິລລີນອຍ ໃນປີ 1989 ໄດ້ມີຮ້ານເຖິງ 46 ສາຂາທັງໃນເຂດນໍຣທ໌ເວສ ແລະ ມິດເວສ ອີກທັງສາຕະບັກຊ໌ຍັງໄດ້ຂາຍກາເຟໄປເຖິງ 2,000,000 ປອນ (907,185 ກິ​ໂລກ​ຣາມ)

ແລະ ເຖິງເວລາທີ່ຈະເຮັດການສະເໜີຂາຍຫຸ້ນໃໝ່ແກ່ປະຊາຊົນທົ່ວໄປຄັ້ງທຳອິດ ໃນຕະຫຼາດຫຼັກຊັບໃນເດືອນມິຖຸນາ ປີ 1992 ເຊິ່ງໃນຂະນະນັ້ນມີຮ້ານເຖິງ 140 ສາຂາ ແລະ ລາຍໄດ້ 73.5 ລ້ານໂດລາສະຫະລັດ ເພີ່ມຂຶ້ນຈາກ 1.3 ລ້ານໂດລາສະຫະລັດໃນປີ 1987 ໂດຍບໍລິສັດມີມູນຄ່າທາງການຕະຫຼາດ 271 ລ້ານໂດລາສະຫະລັດໃນຕອນນັ້ນ ໂດຍຫຸ້ນ 12% ຂອງບໍລິສັດໄດ້ຖືກຂາຍ ແລະ ເພີ່ມຂຶ້ນໂດຍປະມານ 25 ລ້ານໂດລາສະຫະລັດ ເຊິ່ງເພີ່ມຕາມຮ້ານຄ້າ ທີ່ເພີ່ມຂຶ້ນສອງເທົ່າໃນສອງປີຖັດມາ ໃນເດືອນກັນຍາ ປີ 1992 ສະຕາບັກຊ໌ໄດ້ຮັບມູນຄ່າຫຼາຍຂຶ້ນ 70% ແລະ ມີກຳໄລຕໍ່ຫຸ້ນເພີ່ມຂຶ້ນຫຼາຍກວ່າ 100 ເທົ່າຈາກປີກ່ອນ

ໃນເດືອນກໍລະກົດ ປີ 2013 ຫຼາຍກວ່າ 10% ຂອງການຊື້ສິນຄ້າໃນຮ້ານຈາກອຸປະກອນໂທລະສັບມືຖືໂດຍຜ່ານແອັບພິເຄຊັນສະຕາບັກຊ໌ ໂດຍບໍລິສັດໄດ້ເຮັດໂປຣໂມຊັນ "ທະວີດອາຄອບຟີ" (Tweet-a-Coffee) ເພື່ອສົ່ງເສີມການຊື້ຜ່ານໂທລະສັບມືຖືໃນເດືອນຕຸລາ ປີ 2013 ໃນໂອກາດນີ້ ໂປຣໂມຊັນທີ່ໃຊ້ທະວິດເຕີ ເຊິ່ງລູກຄ້າມີໂອກາດທີ່ຈະໄດ້ຮັບບັດຂອງຂວັນມູນຄ່າ 5 ໂດລາ ສໍາລັບໝູ່ເພື່ອນຢູ່ໃນເມນຊັນ "@tweetacoffee" ແລະ ໝູ່ທີ່ແທັກໃນທະວິດ ໂດຍໄດ້ກວດສອບກ່ຽວກັບແຄມເປນນີ້ ໂດຍວັນທີ 6 ທັນວາ ປີ 2013 ໄດ້ລາຍງານວ່າ ມີ 27,000 ຄົນເຂົ້າຮ່ວມແຄມເປນນີ້ ແລະ ມີຍອດຂື້ເຖິງ 180,000 ໂດລາສະຫະລັດໃນວັນດຽວກັນ

ຕະຫຼາດໃໝ່

ສາຂາທຳອິດຂອງສະຕາບັກຊ໌ທີ່ຕັ້ງຢູ່ນອກອາເມລິກາເໜືອຕັ້ງຢູ່ທີ່ ໂຕກຽວ, ປະເທດຍີ່ປຸ່ນ ໃນປີ 1996 ຕໍ່ມາໄດ້ເຂົ້າເຮັດຕະຫຼາດໃນສະຫະລາຊະອານາຈັກ ໃນປີ 1998 ດ້ວຍ ມູນຄ່າ 83 ລ້ານໂດລາສະຫະລັດ ດ້ວຍຮ້ານ 56 ສາຂາ ແລະ ປັບປຸງຮ້ານພາຍໃຕ້ຊື່ ສະຕາບັກຊ໌ ຕໍ່ມາໃນເດືອນກັນຍາ ປີ 2002 ສະຕາບັກຊ໌ໄດ້ເປີດສາຂາທຳອິດໃນອາເມຣິກາລາຕິນ ທີ່ເມັກຊິໂກຊີຕີ ເຊິ່ງໃນຂະນະນີ້ມີຫຼາຍກວ່າ 500 ສາຂາໃນປະເທດເມັກຊິກ ອີກທັງຍັງມີແຜນການຂະຫຍາຍເປັນ 850 ສາຂາໃນປີ 2018

ໃນປີ 1999 ສະຕາບັກຊ໌ໄດ້ທົດລອງຕະຫຼາດໃໝ່ດ້ວຍການເປີດຮ້ານອາຫານໃນຊານຟຣານຊິສໂກເບ ເຊິ່ງຮ້ານມີຊື່ວ່າ "ເຊີເຄເດຍ" (Circadia) ເຊິ່ງອະນາຄົດຈະມີການປ່ຽນເປັນສະຕາບັກຊ໌ ຄາເຟ່

ຕໍ່ມາໃນເດືອນຕຸລາ ປີ 2002 ສະຕາບັກຊ໌ໄດ້ກໍ່ຕັ້ງບໍລິສັດຄ້າຂາຍກາເຟໃນໂລຊານ, ປະເທດສະວິດ ເພື່ອຊື້ເມັດກາເຟຂຽວ ເຊິ່ງທຸລະກິດອື່ນ ເຊັ່ນ ຮ້ານກາເຟ ຍັງຄົງຈັດການຈາກຊີແອດເທີນໂດຍກົງ

ໃນເດືອນເມສາ ປີ 2003 ສະຕາບັກຊ໌ໄດ້ຊື້ ຊີແອດເທີນສ໌ເບສຄອບຟີ ແລະ ໂທເຣຟາຊີໂອເນ ອິຕາເລຍ ຈາກ ເອເອັບຊີເອັນເຕີໄພຣຊ໌ ດ້ວຍມູນຄ່າ 72 ລ້ານໂດລາສະຫະລັດ ເຊິ່ງເຮັດໃຫ້ມີຮ້ານສະຕາບັກຊ໌ເພີ່ມ 150 ສາຂາ ແຕ່ຕາມລາຍງານຂອງຊີແອດເທີນໂພສ-ອິນເທລິເຈນເຊີ ກ່າວວ່າເຮັດໃຫ້ທຸລະກິດຄ້າສົ່ງມີສັນຍານທີ່ດີຂຶ້ນ ຕໍ່ມາໃນເດືອນກັນຍາ ປີ 2006 ດາຍດຣິສຄອບຟີ ໄດ້ຢືນຢັນທີ່ຈະຂາຍບໍລິສັດ ແລະ ຮ້ານຄ້າທັງໝົດໃຫ້ກັບສະຕາບັກຊ໌ ລວມທັງສາຂາຂອງຮ້ານຄອບຟີພີເພິລ ໃນລັດອໍຣີຈອນດ້ວຍ ເຮັດໃຫ້ຕໍ່ມາມີການປ່ຽນຮ້ານຄ້າທັງໝົດເປັນສະຕາບັກຊ໌ ຍົກເວັ້ນຮ້ານຄອບຟີພີເພິລສະໜາມບິນນານາຊາດພອດແລນ

ໃນເດືອນສິງຫາ ປີ 2003 ສະຕາບັກຊ໌ ໄດ້ເປີດສາຂາທໍາອິດໃນອາເມຣິກາໃຕ້ ຕັ້ງຢູ່ໃນລິມາ, ປະເທດເປຣູ

ໃນປິ 2007 ບໍລິສັດໄດ້ເປີດສາຂາທໍາອິດໃນປະເທດລັດເຊຍ ເຊິ່ງເປັນ 10 ປີຫຼັງຈາກໄດ້ຈົດທະບຽນການຄ້າທີ່ນີ້

ຕໍ່ມາໃນເດືອນມີນາ ປີ 2008 ພວກເຂົາເຈົ້າໄດ້ຊື້ບໍລິສັດຜູ້ຜະລິດເຄື່ອງຄົ້ວກາເຟ ແລະ ທົດສອບການຜະລິດກາເຟສົດທີ່ຮ້ານສະຕາບັກຊ໌ໃນຊີແອດເທີນ, ຄາລິຟໍເນຍ, ນິວຢອກ ແລະ ບົດສະຕັນ

ສະຕາບັກຊ໌ 
ກຣາຟສະແດງການເຕີບໂຕຂອງສະຕາບັກຊ໌ ປີ 1971 ຈົນເຖິງ ປີ 2011

ຕົ້ນປີ 2008 ສະຕາບັກຊ໌ໄດ້ເປີດເວັບໄຊຄອມມູນິຕີ "ມາຍສະຕາບັກຊ໌ໄອເດຍ" ເພື່ອເກັບຂໍ້ສົງໄສ ແລະ ຄວາມຄິດເຫັນຈາກລູກຄ້າ ເຊິ່ງຜູ້ໃຊ້ສາມາດສະແດງຄວາມຄິດເຫັນ ແລະ ໂຫວດໄດ້ເຊິ່ງໃຫ້ບໍລິການ ເຊລຟຣົຊດັອດຄອມ

ໃນເດືອນພຶດສະພາ ປີ 2008 ໄດ້ມີການເປີດຕົວບັດສະຕາບັກຊ໌ (ປ່ຽນຈາກບັດຂອງຂວັນ) ເຊິ່ງນຳສະເໜີການໃຊ້ວາຍຟາຍຟຣີພາຍໃນຮ້ານ, ການບໍ່ຄິດຄ່າຖົ່ວນົມເຫຼືອງ ແລະ ໄຊຣັບ ລວມໄປເຖິງກາເຟ, ກາເຟເຢັນ ແລະ ຊາ ສາມາດເຕີມຟຣີໄດ້ ຕໍ່ມາໃນປີ 2009 ສະຕາບັກຊ໌ໄດ້ເລີ່ມທົດສອບແອັບພິເຄຊັນເທິງມືຖືຂອງບັດສະຕາບັກຊ໌ ເຊິ່ງຈະເກັບມູນຄ່າຂອງບັດເພື່ອນຳມາຊື້ສິນຄ້າພາຍໃນຮ້ານ ສະຕາບັກຊ໌ໄດ້ເປີດຕົວຢ່າງເປັນທາງການໃນວັນທີ 11 ມັງກອນ ປີ 2011

ໃນວັນທີ 14 ພະຈິກ ປີ 2012 ສະຕາບັກຊ໌ໄດ້ເຮັດການຢື່ນຊື້ ທີວານາ ໃນລາຄາ 620 ລ້ານໂດລາສະຫະລັດ ແລະຂໍ້ສະເໜີດັ່ງກ່າວໄດ້ສຳເລັດໃນວັນທີ 31 ທັນວາ ປີ 2012

ໃນວັນທີ 1 ກຸມພາ ປີ 2013 ສະຕາບັກຊ໌ໄດ້ເປີດສາຂາທຳອິດໃນເມືອງໂຮ່ຈິມິນ, ປະເທດຫວຽດນາມ ແລະ ປະກາດວ່າຈະເປີດສາຂາໃນປະເທດໂກໂກມບີ ໃນປາຍເດືອນສິງຫາ ປີ 2013 ​ໃນ​ກອງ​ປະຊຸມ​ທີ່​ໂກໂບຕາ ເຊິ່ງປະທານບໍລິສັດໄດ້ກ່າວວ່າ "ສະຕາບັກຊ໌ເຄົາລົບ ແລະ ຊົມຊອບປະເພນີຂອງກາເຟໃນປະເທດໂກໂລມບີ"

ເດືອນສິງຫາ ປີ 2014 ສະຕາບັກຊ໌ ໄດ້ເປີດສາຂາທໍາອິດໃນວິນລິມບວກ ໃນບຣູກລິນ ເຊິ່ງສາຂານີ້ເປັນໜຶ່ງໃນ 30 ສາຂາຂອງສະຕາບັກຊ໌ທີ່ວາງຂາຍເບຍ ແລະ ວາຍ (ເຫຼົ້າແວງ).

ໃນເດືອນກັນຍາ ປີ 2014 ໄດ້ມີການເປີດເຜີຍວ່າສະຕາບັກຊ໌ຈະໄດ້ຫຸ້ນອີກ 60.5% ໃນຮ້ານສະຕາບັກຊ໌ປະເທດຍີ່ປຸ່ນ ເຊິ່ງຍັງບໍ່ໄດ້ເປັນເຈົ້າຂອງ ທີ່ລາຄາ 913.5 ລ້ານໂດລາສະຫະລັດ

ເດືອນສິງຫາ ປີ 2015 ສະຕາບັກຊ໌ໄດ້ຢືນຢັນທີ່ຈະເປີດສາຂາໃນ ປະເທດກຳປູເຈຍ ເຊິ່ງເປັນສາຂາໃນປະເທດທີ 16 ຂອງພາກພື້ນອາຊີ-ປາຊີຟິກ ໂດຍຮ້ານທຳອິດຈະຕັ້ງທີ່ພະນົມເປນ ໃນປາຍປີ ປີ 2015

ໃນເດືອນກຸມພາ ປີ 2016 ສະຕາບັກຊ໌ໄດ້ຢືນຢັນທີ່ຈະເຮັດຕະຫຼາດໃນປະເທດອິຕາລີ ເຊິ່ງເປັນປະເທດທີ 24 ໃນທະວີບເອີຣົບ ເຊິ່ງຈະເປີດສາຂາທໍາອິດໃນມິລານ ພາຍໃນປີ 2017 ໃນເດືອນສິງຫາ ຟລັກສ໌ ພອຣດ໌ ບໍລິສັດສະຕາດອັບ ໄດ້ເປີດຕົວ "ຊີ" (Qi) ເຊິ່ງເປັນເຄື່ອງສາກແບັດເຕີຣີ ໂດຍເລືອກທີ່ຈະໃຊ້ໃນຮ້ານທີ່ປະເທດເຢຍລະມັນ

ໃນເດືອນກັນຍາ ປີ 2016 ສະຕາບັກຊ໌ໄດ້ເປີດຕົວຊີຣີ "ອັບສະແຕນເດີສ໌" (Upstanders) ເຊິ່ງໄດ້ຮັບແຮງບັນດານໃຈຈາກຊາວອາເມຣິກັນກ່ຽວກັບຄວາມເມດຕາ, ຄວາມເປັນພົນລະເມືອງ ແລະ ຄວາມສຸພາບ ຊີຣີຈະມີໃຫ້ເປັນພອດແຄສ, ຄຳເວົ້າ ແລະ ວິດີໂອ ໂດຍຈະອອກອາກາດທາງແອັບພລິເຄຊັນ, ອອນລາຍ ແລະ ດິຈິທັລເນັດເວີກຂອງຮ້ານ

ສາຂາ

ບໍລິສັດມີສຳນັກງານໃຫຍ່ຕັ້ງຢູ່ທີ່ຊີແອດເທີນ ລັດວໍຊິງຕັນ ສະຫະລັດອາເມຣິກາ ໂດຍມີພະນັກງານ 3,501 ຄົນ (ຂໍ້ມູນໃນເດືອນມັງກອນປີ 2015)

ສາຂາປັດຈຸບັນ

ໃນເດືອນກຸມພາ 2023 ສະຕາບັກຊ໌ເປີດສາຂາ 83 ປະເທດ ແລະ ດິນແດນປົກຄອງຕົນເອງ

ທະວີບອາຟຣິກາ ທະວີບອາເມຣິກາເໜືອ ທະວີບໂອເຊອານີ ທະວີບອາເມຣິກາໃຕ້ ທະວີບອາຊີ ທະວີບເອີຣົບ
ສະຕາບັກຊ໌ 

ຮ້ານຄ້າອິດສະຫຼະ

ແນວໃດກໍ່ຕາມ ສະຕາບັກຊ໌ ຍັງມີຮ້ານຄ້າທີ່ຕັ້ງຢູ່ຢ່າງອິດສະຫຼະກັບຮ້ານອື່ນ ຄື: ອາໂຮນເດລາຍ, ບານສ໌ແອນໂນເບີນ, ທາເກັດ, ທອມທຳ ໃນປີ 2015 ມີສາຂາອິດສະຫຼະເຖິງ 4,962 ສາຂາ

ຈຳນວນສາຂາ

    ທະວີບອາຟຣິກາ
    ທະວີບອາເມລິກາເໜືອ
    ທະວີບໂອເຊຍເນຍ
    ທະວີບອາເມຣິກາໃຕ້
    ທະວີບອາຊີ
    ທະວີບເອີຣົບ

ໃນປີ ຄ.ສ. 2008 ສະຕາບັກຊ໌ໄດ້ຂະຫຍາຍສາຂາເພີ່ມໃນອາເຈນຕິນາ, ແບນຊິກ, ບຣາຊິລ, ບຸນກາຣີ, ສາທາລະນະລັດເຊັກ ແລະ ປອກຕຸຍການ

ມັນຍັງຂະຫຍາຍສາຂາໄປຍັງສະແກນນີເນເວຍໃນປະເທດໂປແລນ ໃນເດືອນເມສາ ຄ.ສ. 2009 ອີກທັງຂະຫຍາຍສາຂາໃນຍູເທຣກຕ໌ ປະເທດເນເທີແລນ ແລະ ສະໜາມບິນ ສະຕັອກໂຮມ ອາລັນດາ ທີ່ປະເທດສະວີເດັນ ໃນເດືອນຕຸລາປີດຽວກັນ

ໃນປີ 2010 ໄດ້ຂະຫຍາຍສາຂາໄປຍັງຕະຫຼາດໃໝ່ ເຊິ່ງ​ໃນ​ເດືອນ​ພຶດ​ສະ​ພາ​ ໂຮງແຮມເຊາເທຼີນຊັນ ໃນປະເທດອາຟຣິກາໃຕ້ໄດ້ປະກາດວ່າພວກເຂົາໄດ້ເຊັນສັນຍາກັບສະຕາບັກຊ໌ໃນການເປີດຮ້ານຂາຍກາເຟໃນໂຮງແຮມເຊາເທຼີນຊັນ ແລະ ໂຮງແຮມສົງກາສັນ ເຊິ່ງເຮັດໃຫ້ສະຕາບັກຊ໌ສາມາດເປີດຮ້ານໄດ້ທັນໃນການແຂ່ງຂັນຟຸດບອນໂລກ 2010 ທີ່ປະເທດອາຟຣິກາໃຕ້ ຕໍ່ມາໃນເດືອນມິຖຸນາ ສະຕາບັກຊ໌ໄດ້ເປີດຮ້ານທຳອິດໃນບູດາເປສ ປະເທດຮັງກາຣີ ແລະ ໃນເດືອນພະຈິກ ໄດ້ເປີດສາຂາໃນອາເມລິກາກາວ ຕັ້ງຢູ່ໃນຊານ ຊາວາດໍ ເມືອງຫຼວງຂອງປະເທດເອລຊາວາດໍ

ຕໍ່ມາໃນເດືອນທັນວາ ປີ 2010 ສະຕາບັກຊ໌ໄດ້ເປີດຕົວສາຂາທຳອິດ ທີ່ຕັ້ງຢູ່ເທິງທະເລ ໃນຄວາມຮ່ວມ​ມື​ກັບ​ຣໍຢອລຄາຣິບບຽນອິນເຕີເນຊັນແນລ ເຊິ່ງໄດ້ເປີດຮ້ານຢູ່ເທິງເຮືອເອັມເອສ ອັລລົວອັອຟເດິຊີຣີສ໌ ເຊິ່ງເປັນເຮືອກຳປັ່ນລຳທີສອງຂອງບໍລິສັດ ແລະ​ ເຮືອກຳ​ປັ່ນ​ໃຫຍ່​ອັນ​ດັບ​ສອງ​ໃນ​ໂລກ

ສະຕາບັກຊ໌ສາຂາໃນປະເທດລາວ ແລະ ຂອງທີ່ລະນຶກ

ການກ້າວເຂົ້າມາປະເທດລາວຂອງ ສະຕາບັກຊ໌ ເປັນການຢືນຢັນຄວາມມຸ່ງໝັ້ນໄລຍະຍາວຂອງບໍລິສັດ ສຳລັບການເຕີບໂຕຢ່າງຕໍ່ເນື່ອງ ໃນທົ່ວພາກພື້ນອາຊີຕາເວັນອອກສຽງໃຕ້ ຫຼ້າສຸດວັນທີ 3 ເດືອນພະຈິກ 2022, ເພື່ອເປັນສ່ວນໜື່ງໃນການຂະຫຍາຍຕົວຢ່າງຕໍ່ເນື່ອງ ຂອງ ສະຕາບັກຊ໌ ໃນທົ່ວພາກພື້ນອາຊີຕາເວັນອອກສຽງໃຕ້, ບໍລິສັດ Coffee Concepts ຈຳກັດ, ເຊິ່ງເປັນບໍລິສັດໃນເຄືອຂອງ ບໍລິສັດ Maxim’s Caterers ຈຳກັດ, ໄດ້ເປີດຕົວຮ້ານສາຂາທຳອິດ ໃນປະເທດລາວຢ່າງເປັນທາງການ, ເຊິ່ງປະເທດລາວເປັນປະເທດທີ 15 ໃນຂົງເຂດອາຊີ-ປາຊີຟິກ ແລະ ເປັນປະເທດທີ 84 ສຳລັບ ສະຕາບັກຊ໌ ໃນທົ່ວໂລກ, ໂດຍຮ້ານດັ່ງກ່າວແມ່ນຕັ້ງຢູ່ທີ່ ນະຄອນຫຼວງວຽງຈັນ.



ການເຂົ້າມາປະເທດລາວຂອງ ສະຕາບັກຊ໌ ຖືເປັນການຢືນຢັນຄວາມມຸ່ງໝັ້ນໄລຍະຍາວຂອງ ສະຕາບັກຊ໌ ໃນການຂະຫຍາຍໂຕຢ່າງຕໍ່ເນື່ອງ ໃນທົ່ວທະວີບອາຊີ ກັບຮ້ານກາເຟທີ່ມີຫຼາຍກວ່າ 12,000 ສາຂາໃນທົ່ວພາກພື້ນ ທ່ານນາງ Emmy Kan, ຮອງປະທານອາວຸໂສ ແລະ ປະທານບໍລິຫານ ສະຕາບັກຊ໌ ອາຊີປາຊີຟິກ ກ່າວວ່າ: “ພວກເຮົາຮູ້ສຶກຕື່ນເຕັ້ນຫຼາຍທີ່ຈະເຮັດໃຫ້ເປົ້າໝາຍທີ່ວາງໄວ້ສູງ ຕໍ່ກັບການເປີດຮ້ານສາຂາທຳອິດໃນປະເທດລາວນັ້ນ ປະສົບຜົນສຳເລັດ.” ນອກຈາກນີ້, ທ່ານຍັງໄດ້ກ່າວຕື່ມອີກວ່າ: “ການທີ່ໄດ້ດຳເນີນກິດຈະການ ໃນພາກພື້ນອາຊີຕາເວັນອອກສຽງໃຕ້ຕະຫຼອດໄລຍະກວ່າ 25 ປີ ຜ່ານມານີ້, ພວກເຮົາຮູ້ສຶກເປັນກຽດທີ່ຈະໄດ້ຕ້ອນຮັບ ພະນັກງານໃໝ່ຫຼ້າສຸດຂອງເຮົາໃນປະເທດລາວ ເພື່ອຮ່ວມສ້າງ ປະສົບການສະຕາບັກຊ໌ ທີ່ຫາທີ່ປຽບບໍ່ໄດ້ ໃຫ້ກັບລູກຄ້າໃນທ້ອງຖິ່ນ ຜ່ານການອອກແບບຮ້ານທີ່ເປັນເອກະລັກ, ເຄື່ອງດື່ມທີ່ຊົງດ້ວຍມື, ປະສົບການກາເຟທີ່ຮອບດ້ານ, ຕະຫຼອດເຖິງບັນຍາກາດທີ່ອົບອຸ່ນ.” ຮ້ານ ສະຕາບັກຊ໌ ໃນປະເທດລາວຈະຖືກບໍລິຫານໂດຍ ບໍລິສັດ Coffee Concepts ຈຳກັດ, ເຊິ່ງເປັນຫຸ້ນສ່ວນທີ່ໄດ້ຮັບອະນຸຍາດ ແລະ ເປັນບໍລິສັດໃນເຄືອຂອງ Maxim’s Caterers ຈຳກັດ. ຜ່ານ ບໍລິສັດ Coffee Concepts ຈຳກັດ, ແບຣນ ສະຕາບັກຊ໌ ໄດ້ດຳເນີນກິດຈະການຫຼາຍກວ່າ 900 ສາຂາ ໃນ ຮົງກົງ ແລະ ມາເກົາ, ຫວຽດນາມ, ກຳປູເຈຍ, ສິງກະໂປ ແລະ ປະເທດໄທ.


ທ່ານ Michael Wu, ປະທານກຳມະການ ແລະ ກຳມະການຜູ້ຈັດການກຸ່ມບໍລິສັດ Maxim ຮົງກົງ, ໄດ້ກ່າວວ່າ: “ເພື່ອເປັນການສະເຫຼີມສະຫຼອງຮ້ານສາຂາທຳອິດໃນປະເທດລາວ, ພວກເຮົາໃຫ້ຄຳໝັ້ນສັນຍາວ່າ ຈະສົ່ງມອບປະສົບການທີ່ດີທີ່ສຸດໃຫ້ກັບບັນດາພະນັກງານໃໝ່ ລວມເຖິງລູກຄ້າ ໃນປະເທດລາວ.” ນອກຈາກນີ້, ທ່ານຍັງໄດ້ກ່າວຕື່ມວ່າ: “ພວກເຮົາຍັງຫວັງວ່າຈະສາມາດສ້າງໂອກາດທີ່ມີຄຸນຄ່າ ໃຫ້ກັບບັນດາພະນັກງານ ແລະ ສົ່ງເສີມເຊື່ອມຕໍ່ສາຍສຳພັນລະຫວ່າງພະນັກງານ ແລະ ລູກຄ້າ ໃນຂະນະທີ່ພວກເຮົາສືບຕໍ່ເຕີບໂຕໃນປະເທດລາວ.”

ດ້ວຍປະຫວັດສາດອັນຍາວນານໃນການຜະລິດກາເຟທີ່ເປັນທີ່ຮູ້ຈັກກັນດີ, ປະເທດລາວເປັນປະເທດໜຶ່ງທີ່ມີວັດທະນະທຳກາເຟທີ່ຄຶກຄື້ນ. ຮ້ານແຫ່ງໃໝ່ນີ້ປະກອບສ່ວນເຂົ້າໃນວັດທະນະທຳກາເຟທີ່ຄຶກຄື້ນດ້ວຍການມອບປະສົບການຮ້ານກາເຟທີ່ອົບອຸ່ນ ແລະ ຄຸ້ນເຄີຍ ຄຽງຄູ່ໄປກັບເຄື່ອງດື່ມທີ່ມີເອກະລັກສະເພາະຂອງ ສະຕາບັກຊ໌. ດ້ວຍແຮງບັນດານໃຈຈາກລວດລາຍທີ່ເປັນຊັ້ນ ແລະ ຄວາມສົມດຸນຂອງສະຖາປັດຕະຍະກຳລາວ, ຮ້ານແຫ່ງນີ້ໄດ້ຖືກອອກແບບມາເພື່ອນຳເອົາປະສົບການກາເຟ ແລະ ມໍລະດົກຂອງແບຣນພວກເຮົາໃຫ້ປະກົດຜົນເປັນຈິງ.

ລວດລາຍຂອງບ່ອນເປີດປະຕູທີ່ເຮັດດ້ວຍມື ຖືກອອກແບບມາເພື່ອຕ້ອນຮັບລູກຄ້າ ດ້ວຍສຳຜັດທີ່ແທ້ຈິງຕັ້ງແຕ່ຊ່ວງເວລາທຳອິດທີ່ກ້າວເຂົ້າມາໃນຮ້ານ. ເພດານທັງໝົດແມ່ນເຮັດດ້ວຍກະເບື້ອງໄມ້ທີ່ມີລັກສະນະຄືກັບນາງເງືອກ ເພື່ອໃຫ້ເຂົ້າກັບສັນຍາລັກຂອງແບຣນ ແລະ ສະຖາປັດຕະຍະກຳຂອງເຄຫາສະຖານບູຮານໃນປະເທດລາວ. ເພດານຖືກປະດັບດ້ວຍຫັດຖະກຳໄມ້ແບບບູຮານ ທີ່ໄດ້ຮັບແຮງບັນດານໃຈມາຈາກຕົ້ນກາເຟ ແລະ ທິວທັດທຳມະຊາດໃນປະເທດ, ສ້າງເປັນ Third Place ຫຼື ສະຖານທີ່ທີສາມ ເຊິ່ງເປັນອີກສະຖານທີ່ໜຶ່ງທີ່ໃຫ້ຄວາມອົບອຸ່ນໜ້າຢູ່ ແລະ ບັນຍາກາດທີ່ຄຸ້ນເຄີຍສຳລັບລູກຄ້າ.

ຮ້ານແຫ່ງນີ້ຖືກສ້າງຂຶ້ນຈາກແນວທາງຂອງ ສະຕາບັກຊ໌ ເພື່ອສົ່ງມອບ ປະສົບການສະຕາບັກຊ໌ ໃຫ້ກັບພະນັກງານ ແລະ ລູກຄ້າດ້ວຍວິທີທີ່ຕິດພັນກັບທ້ອງຖິ່ນ, ພ້ອມເຊີດຊູມໍລະດົກ ແລະ ຄວາມສວຍສົດງົດງາມຂອງສິລະປະພື້ນເມືອງລາວເຮົາ. ດ້ວຍການຮ່ວມມືກັບສິລະປິນໃນທ້ອງຖິ່ນ, ຈຶ່ງເກີດມີພາບວາດທີ່ແຕ້ມດ້ວຍມືຂອງນາງເງືອກທີ່ກຳລັງຖືພວງກາເຟພ້ອມແນມໄປຂ້າງໜ້າຢ່າງກ້າຫານ. ບາກາເຟ ຕັ້ງຢູ່ບໍລິເວນໃຈກາງຂອງຮ້ານ, ເນື່ອງຈາກການເຊື່ອມຕໍ່ສາຍສຳພັນກັບລູກຄ້າຖືເປັນຫົວໃຈຫຼັກ ຂອງປະສົບການດັ່ງກ່າວ.

ປະຈຸບັນ ສະຕາບັກຊ໌ ດຳເນີນກິດຈະການຢູ່ຫຼາຍກວ່າ 10,000 ສາຂາ ແລະ ມີພະນັກງານຜູ້ທີ່ພູມໃຈ ສວມໃສ່ຜ້າກັນເປື້ອນສີຂຽວ ຢູ່ຫຼາຍກວ່າ 149,000 ຄົນ ໃນຂົງເຂດອາຊີ, ລວມທັງ ປະເທດຈີນ ແລະ ຍີ່ປຸ່ນ.

ຂອງທີ່ລະນຶກຈາກສະຕາບັກຊ໌

ສິນຄ້າຂອງແຖມທີ່ລະນຶກຈະໄດ້ດັ່ງນີ້:

•ຊື້ຈອກສະຕາບັກຊ໌ຈະໄດ້ດັ່ງນີ້:
•ລູກຄ້າ 100 ທ່ານທໍາອິດທີ່ເຂົ້າມາໃຊ້ບໍລິການຈະໄດ້ຮັບ ຕຸກກະຕາໝີບາຣີສຕ້າທ່ານລະ 1 ໂຕ
•ລູກຄ້າ 100 ທ່ານ ຕໍ່ໄປ ຈະໄດ້ຮັບຈອກວຽງຈັນ (14 oz.) ທ່ານລະ 1 ຈອກ
•ລູກຄ້າ 100 ທ່ານສຸດທ້າຍຈະໄດ້ຮັບຈອກນໍ້າ Reusable ລາຍພິເສດ ທ່ານລະ 1 ຈອກ

ການໂຄສະນາ

ໂລໂກ້

ໃນປີ 2006 ວາເລີຣີ ໂອເນລ ໄດ້ໂຄສະນາຜ້າຜູ້ຍິງຂອງສະຕາບັກຊ໌ເວົ້າວ່າໂລໂກ້ຂອງບໍລິສັດແມ່ນຮູບນາງເງືອກທີ່ມີສອງຫາງ ຫຼື ໄຊເຣນ (siren) ທີ່ເປັນທີ່ຮູ້ຈັກໃນຕຳນານເກຣັກ ໂລໂກ້ໄດ້ມີການປ່ຽນແປງເລື້ອຍໆມາ ໃນເວີຊັນທຳອິດນັ້ນ ໄຊເຣນມີລັກສະນະເປືອຍອົກ ແລະ ເຫັນຫາງທັງສອງໄດ້ຢ່າງຊັດເຈນ ຮູບນັ້ນມີລັກສະນະຫຍາບ ແລະ ຄ້າຍກັບເມລູຊີນ (melusine) ບໍລິສັດກ່າວວ່າຮູບນີ້ນຳມາຈາກຮູບພິມແກະດ້ວຍໄມ້ຂອງຊາວໂນສ ເຖິງແມ່ນວ່ານັກວິຊາການຈະໂຕ້ຖຽງວ່າເອົາມາຈາກ ແມ່ພິມໄມ້ຂອງ J.E. Cirlot ໃນໜັງສື Dictionary of Symbols ໃນສັດຕະວັດທີ 15

ໃນເວີຊັນທີສອງທີໃຊ້ໃນຊ່ວງປີ 1987-1992 ໜ້າອົກຂອງນາງຖືກປິດດ້ວຍຜົມແຕ່ສະດືຍັງສາມາດເບິ່ງເຫັນໄດ້ ຫາງປາບາງສ່ວນໄດ້ຖືກຕັດອອກ ແລະ ສີຫຼັກຖືກເປັນຈາກສີນໍ້າຕານມາເປັນສີຂຽວ ຄືກັບສີມະຫາວິທະຍາໄລຂອງຜູ້ກໍ່ຕັ້ງທັງສາມ ມະຫາວິທະຍາໄລ ຊານ ຟຣານຊິສໂກ ໃນເວີຊັນທີສາມທີ່ໃຊ້ລະຫວ່າງປີ 1992 ເຖິງ 2011 ທັງສາຍສະດື ຫຼື ໜ້າອົກຂອງນາງບໍ່ສາມາດເຫັນໄດ້ເລີນ ມີພຽງແຕ່ຮ່ອງຮອຍຂອງຫາງປາເທົ່ານັ້ນ

ອ້າງອີງ

ແຫຼ່ງຂໍ້ມູນອື່ນ

ສະຕາບັກຊ໌ 
Commons:Category
Commons ມີພາບກ່ຽວກັບ:
ສະຕາບັກຊ໌

Tags:

ສະຕາບັກຊ໌ ປະຫວັດສະຕາບັກຊ໌ ສາຂາສະຕາບັກຊ໌ ຈຳນວນສາຂາສະຕາບັກຊ໌ ສາຂາໃນປະເທດລາວ ແລະ ຂອງທີ່ລະນຶກສະຕາບັກຊ໌ ການໂຄສະນາສະຕາບັກຊ໌ ອ້າງອີງສະຕາບັກຊ໌ ແຫຼ່ງຂໍ້ມູນອື່ນສະຕາບັກຊ໌ກາເຟທະວີບອາເມຣິກາເໜືອປະເທດຍີ່ປຸ່ນພາສາອັງກິດໂຕກຽວ

🔥 Trending searches on Wiki ລາວ:

ບໍລິການຂໍ້ຄວາມສັ້ນ14 ເມສາທະນາຄານໂລກສະຫະພັນກຳມະບານສັດປາກຊັນສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ສູນສະຖິຕິແຫ່ງຊາດພັກປະຊາຊົນປະຕິວັດລາວເມືອງປາກງື່ມຕາດແສ້Laos3 ພະຈິກປະເທດກູບາພູສີປະເທດມອນເຕເນໂກຣHitlerກຸ ວໍຣະວົງສ໌ເພງຊາດລາວມິສໂວຣ໌ວຫມູ່ບ້ານເຜົ່າອາລັກ25 ຕຸລາຕຳລາ (ຄະນິດສາດ)ລັດວິສາຫະກິດສາທາລະນະສົມບັດບັນທັດຖານວັດແທກ ລາຍໄດ້ ແລະ ຜົນຜະລິດ ແຫ່ງຊາດຄ.ສ. 1927.suປະເທດເອຢິບປະເທດກົວເຕມາລາການບໍລິການອາຊີແຂວງຫົວພັນໂມງໜ້າຫຼັກແອລປ໌ວຽງທອງພາສາຍີ່ປຸ່ນປະເທດຊັງມາລີໂນ20 ມີນາຖ້ຳນົກແອ່ນ(ຖ້ຳນາງແອ່ນ)ຫງວຽນກວາງຮ່ວາຍ (ນັກເຕະບານ, ເກີດປີ 1997)ໂຕໜັງສືເກຣັກສັງຄົມ17 ກໍລະກົດ4 ເມສາປະເທດລັກເຊມເບິຣ໌ກເມືອງປາກເຊສະຫະລັດອາເມລິກາພາສາອິຕາລີປະເທດອິນເດຍປະເທດໄຕ້ຫວັນວັງວຽງ20 ກຸມພາ27 ເມສາວັນອັງຄານເມືອງພູຄູນອະເທວະນິຍົມຈັກກະວັດເຢຍລະມັນປານີ ຍາທໍ່ຕູ້Lao Airlines Flight 301ຫມາຍເລກໄອພີສາທາລະນະລັດ🡆 More