ປະເທດກົວເຕມາລາ

ກົວເຕມາລາ (ຫຼື ສະກົດ ກວາເຕມາລາ; ແອັດສະປາຍ: Guatemala) ມີຊື່ຢ່າງເປັນທາງການວ່າ ສາທາລະນະລັດກົວເຕມາລາ (ແອັດສະປາຍ: República de Guatemala) ແມ່ນປະເທດໃນພາກພື້ນອາເມລິກາກາງ ຕັ້ງຢູ່ທາງຕອນໃຕ້ຂອງທະວີບອາເມລິກາເໜືອ ມີຊາຍຝັ່ງຕິດກັບທັງມະຫາສະໝຸດປາຊີຟິກແລະທະເລກາຣາອິບ ພົມແດນດ້ານຕາເວັນຕົກຈົດເມັກຊິກ ຕາເວັນອອກສຽງເໜືອຈົດເບລິດ ແລະຕາເວັນອອກສຽງໃຕ້ຈົດຮົງດູຣັດແລະຊານວາດໍ.

ປະຊາກອນສາດ

ປະເທດກົວເຕມາລາມີປະຊາກອນທັງໝົດປະມານ 14,647,083 (ປີ ຄ.ສ. 2014) ເຊິ່ງແມ່ນປະເທດທີ່ມີປະຊາກອນຫຼາຍເປັນອັນດັບທີ 70 ຂອງໂລກ.

ເຊື້ອຊາດ

ປະເທດກົວເຕມາລາມີປະຊາກອນທີ່ມີເຊື້ອຊາດຫຼາກຫຼາຍ ມີຜູ້ທີ່ມີເຊື້ອສາຍເມສະຕີໂຊ (ລູກຊອດຊາວແອສະປາຍແລະຊາວພື້ນເມືອງ) ແລະຜູ້ທີ່ມີເຊື້ອສາຍເອີລົບ ປະມານ 59.4% ສ່ວນທີ່ເຫຼືອແມ່ນຊາວພື້ນເມືອງອື່ນ ໆ (ປີ ຄ.ສ. 2001).

ພາສາ

ພາສາລັດຊະການຂອງປະເທດແມ່ນພາສາແອສະປາໂຍນເຊິ່ງມີຜູ້ເວົ້າເປັນພາສາທຳອິດປະມານ 60% ຂອງປະເທດ ສ່ວນທີ່ເຫຼືອແມ່ນພາສາຊາວພື້ນເມືອງຂອງ ເຊິ່ງແມ່ນພາສາທີ່ເຄີຍເວົ້າກັນຢ່າງແພ່ຫຼາຍໃນປະເທດກ່ອນທີ່ກົວເຕມາລາຕົກເປັນຫົວເມືອງຂອງຈັກກະວັດແອສະປາຍ ພາສາຊາວພື້ນເມືອງທີ່ລັດຖະບານກົວເຕມາລາຮັບຮູ້ມີ 23 ພາສາ.

ສາສະໜາ

ຊາວກົວເຕມາລານັບຖືສອງສາສະໜາຫຼັກ ໆ ໄດ້ແກ່ ສາສະໜາຄະລິດ ແລະ ສາສະໜາທ້ອງຖີ່ນຂອງຊາວມາຢາຕ່າງ ໆ ໂດຍສາສະໜາຄະລິດແບ່ງອອກເປັນສອງນິກາຍ ແມ່ນ ໂຣມັງກາໂຕລິກ ແລະ ປະໂຣແຕສະຕັງ.

ອ້າງອີງ

Tags:

ປະເທດກົວເຕມາລາ ປະຊາກອນສາດປະເທດກົວເຕມາລາ ອ້າງອີງປະເທດກົວເຕມາລາປະເທດເບລິດປະເທດເມັກຊິກພາສາແອັດສະປາຍມະຫາສະໝຸດປາຊີຟິກ

🔥 Trending searches on Wiki ລາວ:

ກີລາກິ໊ບ ໂຄກຄູນແມວຊູຊິເຢນຫໍພະແກ້ວປະເທດຈີນໂຕທຳລາວປະເທດອາກເມນີແຂວງວຽງຈັນເທສະລາ (ບໍລິສັດ)ສະຫະພາບເອີຣົບລາຍຊື່ນາຍົກລັດຖະມົນຕີລາວໜ້າຫຼັກ9 ພຶດສະພາຈຳນວນຖ້ວນໄກ່ວັນນະຄະດີຄ.ສ. 2015ວັດທະນະທຳຕັກຊີ25 ພະຈິກອັກສອນລາວນາຊີເຢຍລະມັນແຂວງສາລະວັນພາສາຂະແມສະຖານີໂທລະພາບແຫ່ງຊາດລາວ26 ກໍລະກົດບຸນບັ້ງໄຟຂົວມິດຕະພາບ ລາວ-ໄທ ແຫ່ງທຳອິດມະຫາວິທະຍາໄລແຫ່ງຊາດລາວແຂວງອຸດົມໄຊພຣະຍອດຄຳພັດທະຣະເກສີ (ປອ. ດຳຣົງ ພິມມະຈັກ)ອຸໂບສົດຂອງຫຼິ້ນປະເທດລັດເວຍໂຮ່ຈີ່ມິນເພລສະເຕຊັນ 2ສົງຄາມຫວຽດນາມທະວີບອາຟຣິກາສະຖານີລຸມພິນີສະປີຊີກິໂລແມັດປະເທດປາປົວນິວກິນີພູພຽງບໍລິເວນບົວສອນ ບຸບຜາວັນວັດຊຽງທອງຊິນໂຊ ອະເບະສາສະໜາອິສະລາມປະເທດເກົາຫຼີໃຕ້ທິວີ ໂກລໂບມິກກີ ເມົາສ໌ພາສາມົ້ງທາງຊ້າງເຜືອກປະເທດພາສາລາວລັດທິທຶນນິຍົມປະເທດເລັກເຕນສະເຕນນະຄອນຫຼວງວຽງຈັນສຸຂະອະນາໄມ (Hygiene)ປະເທດລັກເຊມເບິຣ໌ກລົດຫມາຍເລກໄອພີປະເທດໂບລີວີພູມສາດຄຳເມືອງພາສາປອກຕຸຍການປະເທດອາກຊັງຕີນເປັດຍອດນັກສືບຈິ໋ວໂຄນັນ🡆 More